ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 2 ຕື້ຄົນ ໃນທົ່ວໂລກ ມີໂອກາດເຫັນ ປະກົດການ ກົບກິນເດືອນ


ປະກົດການກົບກິນເດືອນເກີດຂຶ້ນໃນເມື່ອໂລກ, ເດືອນ ແລະ ຕາເວັນ ໂຄຈອນມາຢູ່ໃນເສັ້ນຂະໜານດຽວກັນ, ເຊິ່ງກໍ່ໃຫ້ເກີດເງົາມືດຈາກໜ່ວຍໂລກໃສ່ດວງເດືອນ. (ຖ່າຍພາບໂດຍ: Brian Day/NASA Ames Research Center)
ປະກົດການກົບກິນເດືອນເກີດຂຶ້ນໃນເມື່ອໂລກ, ເດືອນ ແລະ ຕາເວັນ ໂຄຈອນມາຢູ່ໃນເສັ້ນຂະໜານດຽວກັນ, ເຊິ່ງກໍ່ໃຫ້ເກີດເງົາມືດຈາກໜ່ວຍໂລກໃສ່ດວງເດືອນ. (ຖ່າຍພາບໂດຍ: Brian Day/NASA Ames Research Center)

ປະຊາຊົນ​ຫຼາຍ​ກວ່າ 2 ຕື້​ຄົນ ​ຈະ​ໄດ້​ມີ​ໂອກາດ​ເປັນ​ສັກຂີ​ພິຍານ
​ໃນ​ປາກົດການທີ່ບໍ່ຄ່ອຍໄດ້ເຫັນກັນ​ເທິງ​ທ້ອງຟ້າຂອງ​ຕອນ​ເຊົ້າ​
ມືດວັນ​ຈັນ​ມື້ອື່ນນີ້, ​ໃນມື້ “​ເດືອນ​ເພັງໃຫຍ່” ​ແຊກ​ຕົວ​ເຂົ້າ​ ກັບ​
ເຫດການ​ກົບກິນ​ເດືອນ.

ປະກົດ​ການ​ກົບກິນ​ເດືອນໃນມື້ເດືອນເພັງນີ້​ຈະ​ໃຊ້​ເວລາ​ດົນ​ກວ່າ
1 ຊົ່ວໂມງແລະຖ້າສະພາບ​ອາກາດ​ອຳນວຍຈະ​ເຮັດ​ໃຫ້​ປະຊາຊົນ
​ຫຼາຍ​ກວ່າ 1 ຕື້​ ຄົນ​ໃນ​ຊີກ​ໂລກ​ຕາ​ເວັນ​ຕົກ, ພ້ອມ​ກັບ ອີກ 1.5 ຕື້
ຄົນ​ໃນທະ​ວີ​ບຢູ​ໂຣບ, ອາ​ຟຣິກາ ​ແລະເອ​ເຊ​ຍຕາ​ເວັນ​ຕົກ ໄດ້ເຫັນ.

ດວງ​ພະຈັນ​ ຈະ​ຖືກ​ບັງ​ດ້ວຍ​ເງົາ​ມື​ດຂອງໜ່ວຍ​ໂລກ ​ແລະ ​ເລີ່ມທີ່​
ຈະ​ປ່ຽນ​ເປັນ​ສີ​ທອງ​ແດງ​ໃນ​ເວລາ​ສັ້ນໆ​ຫຼັງ​ຈາກ 1 ​ໂມງ​ເຊົ້າຕາມ​ເວລາ​ມາດຕະຖານສາກົນ ຂອງ​ໂລກ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

ນັກ​ດາລາສາດ​ກ່າວ​ວ່າ ດວງ​ພະ​ຈັນ ຈະ​ເປັນ​ສີ​ແດງ​ດົນ​ກວ່າ 70 ນາທີ​ກ່ອນ​ທີ່​ມັນ​ຈະ​ເລີ່​ມ ອອກ​ມາ​ຈາກ​ເງົາ​ມື​ດ.

ຈຸດ​ເຄິ່ງກາງຂອງ​ປະກົດ​ການ​ກົບກິິນ​ເດືອນ​ໃນ ຢູໂຣບ ​ແລະ ອາ​ຟຣິກາ ຈະ​ເກີດ​ຂຶ້ນ​ໃນ​ລະຫວ່າງ ​ທ່ຽງ​ຄືນ ​ແລະ ຕອນ​ເຊົ້າ​ມື​ດ ​ໃນ​ທ້ອງຟ້າຂອງຊີກໂລກ​ພາກ​ຕາ​ເວັນ​ຕົກ.

​ປະກົດ​ການ​ເດືອນ​ເພັງໃຫຍ່ ​ເກີດ​ຂຶ້ນ​ໃນ​ເມື່ອ​ພະຈັນ​ເຕັມ​ດວງ ​ເຄື່ອນ​ໄປທັບ​ກັບ​ຈຸດ​ທີ່​ໃກ້​ທີ່​ສຸດ​ກັບ​ໜ່ວຍ​ໂລກ, ເຮັດໃຫ້​ເດືອນ​ປະກົດ​ໃຫຍ່​ຂຶ້ນ​ ​ແລະ ແຈ້ງຂຶ້ນ​ກວ່າ​ເກົ່າ​ຢູ່ໃນ​ທ້ອງ​ຟ້າ.

Supermoon Eclipse Will Be Last Until 2033
please wait

No media source currently available

0:00 0:02:06 0:00

XS
SM
MD
LG