ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ທວິດເຕີ ກ່າວວ່າ ບັນຊີ ພວກຜູ້ນຳ ຂອງໂລກ ແມ່ນຢູ່ໃນ ຖານະພິເສດ


ຮູບພາບຫົວຂອງ ປ, ດໍໂນລ ທຣໍາ ທີ່ສະແດງໃຫ້ເຫັນຢູ່ໃນບັນຊີ ທວິດເຕີ ໃນນະຄອນຫວງວໍຊິງຕັນ ວັນທີ 3 ກໍລະກົດ 2018.
ຮູບພາບຫົວຂອງ ປ, ດໍໂນລ ທຣໍາ ທີ່ສະແດງໃຫ້ເຫັນຢູ່ໃນບັນຊີ ທວິດເຕີ ໃນນະຄອນຫວງວໍຊິງຕັນ ວັນທີ 3 ກໍລະກົດ 2018.

ບໍລິສັດສື່​ສັງຄົມ​ຍັກ​ໃຫຍ່ທວິດເຕີ (Twitter) ​ໄດ້​ກ່າ​ວຢ້ຳເຖິງທ່າ​ທີ​ຂອງ​ຕົນ​ອີກຄັ້ງນຶ່ງ
ວ່າ ບັນຊີ​ຕ່າງໆ​ທີ່​ເປັນ​ຂອງ​ບັນດາ​ຜູ້ນຳ​ໂລກນັ້ນມີ​ຖານະ​ພິ​ເສດ ຊຶ່ງເປັນ​ຕອບ​ໂຕ້​ຄືນ​
ຕໍ່ພວກຜູ້​ໃຊ້​ຈຳນວນ​ນຶ່ງ ​ທີ່ຮຽກຮ້ອງໃຫ້ທາງ​ບໍລິສັດ​ຫ້​າມປະທາ​ນາ​ທິບໍດີ​ສະຫະລັດ
ທ່ານ​ດໍໂນ​ລ ທຣໍາ ​ໃຊ້.

​ໃນການຂຽນ​ຂ່າວລົງອິນເຕີແນັດໃນ​ວັນ​ສຸກ​ວານ​ນີ້ ບໍລິສັດທວິດ​ເຕີ Twitter ກ່າວ​ວ່າ
ຕົນ​ຈະ​ບໍ່​ຂັດຂວາງ ຕໍ່​ບັນຊີ​ຂອງ​ບັນດາຜູ້ນຳ​ໂລກ ​ເຖິງ​ແມ່ນຄຳ​ເວົ້າ​ຂອງ​ພວກທ່ານເປັນ
ເລື່ອງທີ່ “​ໂຕ້ຖຽງ” ​ເພາະວ່າ ມີຄວາມຈຳເປັນທີ່ຈະຊຸກຍູ້ ໃຫ້ມີການ​ສົນທະນາ​ຫາລື
ກ່ຽວກັບ​ນະ​ໂຍບາຍສາທາ​ລະນະ.

​ບໍລິສັດທວິດເຕີ (Twitter) ກ່າວຕື່ມ​ວ່າ “ການຂັດຂວາງຕໍ່​ຜູ້ນຳ​ໂລກ ບໍ່ໃຫ້ໃຊ້ ທວິດເຕີ (Twitter) ຫລື​ລືບ​ຂໍ້ຄວາ​ມທີ່ເປັນບັນຫາໂຕ້ຖຽງໃນທວິດເຕີ (Twitter) ຂອງພວກເຂົາ
ເຈົ້າອອກນັ້ນຈະ​ເປັນ​ການ​ຊຸກ​ເຊື່ອ​ງຂໍ້​ມູນ​ທີ່ສຳຄັນ ທີ່ຜູ້​ຄົນ​ຄວນ​ສາມາດ​ໄດ້ອ່ານ ແລະ
ອະພິປາຍ​ກັນ.”

ບໍລິສັດທວິດເຕີ (Twitter) ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວຈະ​ບໍ່​ເຮັດ​ໃຫ້​ຜູ້ນຳຂອງ
ໂລກ​ມິດງຽບ ​ແຕ່​ “​ແນ່ນອນ​ ຈະ​ຂັດຂວາງຕໍ່​ການ​ສົນທະນາ​ທີ່​ຈຳ​ເປັນ​ ​ອ້ອມ​ແອ້ມຄຳ​
ເວົ້າແລະ​ບົດບາດ​ຕ່າງໆຂອງພວກ​ເຂົາ​ເຈົ້າ.”

ຂໍ້ຄວາມທີ່ນຳອອກເຜີຍແຜ່ກ່າວຕໍ່ໄປ​ວ່າ “​ບໍລິສັດທວິດເຕີ (Twitter) ຢູ່ທີ່​ນີ້ ​ເພື່ອໃຫ້
​ບໍລິການ​ແລະ​ຊ່ວ​ຍສ້າງຄວາມກ້າວໜ້າໃຫ້ແກ່ການໂອ້ລົມສົນທະນາຂອງປະຊາຊົນ
ໃນໂລກ. ບັນດາ​ຜູ້ນຳ​ທີ່​ຖືກ​ເລືອກຂອງໂລກ ໄດ້​ເອົາ​ບົດບາດ​ທີ່​ສຳຄັນ ​ຢູ່​ໃນ​ການ​ສົນ
ທະນາ​ດັ່ງກ່າວນັ້ນ ​ເພາະວ່າ​ມີຜົນ​ຢ່າງໃຫຍ່ ຈາກພາຍນອກຕໍ່​ສັງຄົມ​ພວກ​ເຮົາ.”

ບໍ​ລິ​ສັດ​ດັ່ງກ່າວ ກ່ອນ​ໜ້ານີ້ໄດ້ກ່າວວ່າ ຕົນ​ໄດ້​ພິຈາລະນາ​ວ່າ ການສົ່ງຂໍ້ຄວາມມີ​ຄຸນ
ຄ່າ ​ແລະ​ມີຜົນຕໍ່​ສາທາລະນະບໍກ່ອນຈະ​ຕັດສິນ​ໃຈວ່າຈະ​ລຶບ​ຂໍ້ຄວາ​ມທີ່ສົ່ງທາງທວິດ
ເຕີ (Twitter) ນັ້ນຫລືບໍ່..

​ບໍລິສັດທວິດເຕີ (Twitter) ບໍ່ໄດ້ກ່າວ​ຢ່າງເຈາະຈົງ​ເຖິງ​ທ່ານ​ທຣໍາ ຢູ່ໃນ​ຖະ​ແຫຼ​ງການ
​ຂອງຕົນໃນ​ວັນ​ສຸກ​ວານ​ນີ້. ການອະພິປາຍ ກ່ຽວ​ກັບການ​ສົ່ງ​ຂໍ້ຄວາ​ມ​ທາງ ທວິດເຕີ
(Twitter) ຂອງທ່ານ​ທຣໍາໄດ້​ເພີ້​ມແຮງຂຶ້ນ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ເວລາ​ ທ່ານ​ໄດ້​ສົ່ງ​ຂໍ້
ຄວາ​ມ​ທາງທວິດ​ເຕີ (Twitter) ​ວ່າ ທ່ານ​ມີປຸ່ມນິວ​ເຄລຍທີ່ “​ໃຫຍ່​ກວ່າ​” ກ່ອນ ຂອງ​ຜູ້
ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຸນ.

ບັນດາ​ຜູ້​ຕ້ອງຕິ​ກ່າວ​ວ່າ ​ການ​ສົ່ງ​ຂໍ້ຄວາ​ມທາງທວິດ​ເຕີ (Twitter) ​ດັ່ງກ່າວ ລະເມີດຕໍ່
ຂໍ້​ຫ້າມ ຂອງທວິດເຕີ (Twitter) ໃນການ​ຂົ່ມຂູ່​ທີ່ຈະໃຊ້​ຄວາ​ມຮຸນ​ແຮງ.

​ໃນເດືອນ​ແລ້ວ​ນີ້ ບໍລິສັດທວິດເຕີ (Twitter) ​ໄດ້ເລີ້ມນຳໃຊ້ກົດ​ລະບຽບ​ໃໝ່​ທີ່ຈະລຶບ
ຂໍ້ຄວາມທີ່ມີ “ຄວາມກຽດ​ຊັງ” ຢູ່ໃນ​ລະ​ບົບ ຮວມທັງ ການ​ສົ່ງຂໍ້ຄວາມ ທີ່ຊຸກຍູ້ຄວາມ
ຮຸນ​ແຮງ.

ຮູບປະສົມສອງແຜ່ນຂອງ ປ. ດໍໂນລ ທຣໍາ ທີ່ນິວຢອກ ວັນທີ 21 ກັນຍາ 2017 ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຸນ ບໍ່ບອກວັນທີ ເຜີຍແຜ່ໂດຍ ສູນກາງຂ່າວພຽງຢາງ ວັນທີ 4 ກັນຍາ 2017.
ຮູບປະສົມສອງແຜ່ນຂອງ ປ. ດໍໂນລ ທຣໍາ ທີ່ນິວຢອກ ວັນທີ 21 ກັນຍາ 2017 ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຸນ ບໍ່ບອກວັນທີ ເຜີຍແຜ່ໂດຍ ສູນກາງຂ່າວພຽງຢາງ ວັນທີ 4 ກັນຍາ 2017.

ຖະແຫຼງການກ່າວວ່າ ທາງບໍລິສັດໄດ້ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຕົນ​ໄດ້ທົບ​ທວນ​ເບິ່ງ
ການ​ສົ່ງ​ຂໍ້ຄວາ​ມທາງທວິດເຕີ (Twitter) ທັງ​ໝົດ​ຮວມທັງ​ພວກ​ຜູ້ນຳ​ໂລກ. ພວກ​ເຮົາ​
ທົບ​ທວນເບິ່ງ ການ​ສົ່ງ​ຂໍ້ຄວາ​ມທາງທວິດເຕີ (Twitter) ພາຍ​ໃນວົງການໆ​ເມືອງ​ທີ່​ກຳ
ນົດຂຶ້ນ ​ແລະ​ບັງຄັບ​ໃຊ້ລະບຽບຂອງ​ພວກ​ເຮົາຕາມທີ່ເໝາະ​ສົມ.”

​ໂຄສົກຍິງ​ທຳນຽບຂາວ ກ່າວ​ວ່າ ທ່ານ​ນາງບໍ່​ຄາດວ່າ ທຳນຽບຂາວ​ຈະ​ໃຫ້ຄວາມເຫັນ
ໃດໆ​ ກ່ຽວ​ກັບ​ຖະແຫຼງການຂອງທວິດເຕີ (Twitter.)

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG