ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທວີດເຕີ້ ຫ້າມ ທ້າວໂຈນສ໌ ແລະ ອິນໂຟວາຣ໌ສ ໂດຍອ້າງວ່າ ລະເມີດລະບຽບ ບໍລິສັດ


ນັກທິດສະດີສົມຮູ້ຮ່ວມຄິດ ທ້າວອາເລັກສ໌ ໂຈນສ໌
ນັກທິດສະດີສົມຮູ້ຮ່ວມຄິດ ທ້າວອາເລັກສ໌ ໂຈນສ໌

ບໍລິສັດທວີດເຕີ້ ອອກການຫ້າມ ຢ່າງເປັນການຖາວອນ ຕໍ່ນັກຂ່າວຂວາຈັດ ອາເລັກ
ໂຈນສ໌ ທີ່ໄດ້ລະເມີດນະໂຍບາຍຂອງຕົນ ໃນ “ການປະພຶດບໍ່ຖືກຕ້ອງ.”

ທ້າວໂຈນສ໌ ຊຶ່ງເປັນທີ່ຮູ້ຈັກກັນ ໃນນາມ ນັກທິດສະດີສົມຮູ້ຮ່ວມຄິດ ມີຜູ້ຕິດຕາມທາງ
ທວີດເຕີ້ ຢູ່ປະມານ 900,000 ຄົນ. ເວັບໄຊຂໍ້ມູນສົງຄາມຫລື infoWars ຂອງລາວກໍ
ມີຜູ້ຕິດຕາມ ຫຼາຍຮ້ອຍພັນຄົນເຊັ່ນດຽວກັນ.

ບໍລິສັດທວີດເຕີ້ ໄດ້ກ່າວຫາທ້າວໂຈນສ໌ວ່າ ລະເມີດນະໂຍບາຍຂອງຕົນ ຫຼັງຈາກໄດ້
ເຫັນຜູ້ກ່ຽວ ອອກໂທລະພາບ ກ່າວໂຈມຕີ ແລະໝິ່ນປະໝາດນັກຂ່າວ ຊີແອັນແອັນ
(CNN) ທີ່ກຳລັງລໍຖ້າເຂົ້າໄປຮັບຟັງຄຳໃຫ້ການຢູ່ໃນສະພາກ່ຽວກັບນະໂຍບາຍສື່ສັງ
ຄົມ.

ທ້າວໂຈນສ໌ ເອີ້ນນັກຂ່າວຄົນນັ້ນວ່າ “ເຮັດຕັງຕິຫົວຍິ້ມ ແຕ່ຖືກຈັບໄດ້ ໃນການເຮັດ
ເລື້ອງທີ່ບໍ່ດີແທ້ໆ” ແລະຍັງໄດ້ເວົ້າຕະຫລົກ ກ່ຽວກັບເສື້ອຜ້າຂອງລາວ.

ກ່ອນໜ້ານີ້ ບໍລິສັດທວີດເຕີ້ກໍໄດ້ສັ່ງໃຫ້ໂຈະບັນຊີຂອງທ້າວໂຈນສ໌ ມາເທື່ອນຶ່ງແລ້ວ
ແຕ່ເວລານີ້ ໄດ້ຫ້າມບໍ່ໃຫ້ຜູ້ກ່ຽວຂຽນຂໍ້ຄວາມໃດໆລົງ ທາງສື່ສັງຄົມດັ່ງກ່າວອີກ.

ທ້າວໂຈນສ໌ ຍັງບໍ່ທັນໃຫ້ຄວາມເຫັນໃດໆກ່ຽວກັບເລື້ອງນີ້.

ທ້າວໂຈນສ໌ ເປັນນຶ່ງໃນບັນດານັກສື່ມວນຊົນ ທີ່ຕົກເປັນຂ່າວນອງນັນທີ່ສຸດ ຂອງສະ
ຫະລັດ ຊຶ່ງເປັນທີ່ຮູ້ກັນດີ ຍ້ອນລາວເວົ້າວ່າ ທຳນຽບຂາວຂອງປະທານາທິບໍດີຈອຣ໌ຈ
ດັບເບີນຢູ ບຸຊ ເປັນຜູ້ຮັບຜິດຊອບຕໍ່ການໂຈມຕີ ຂອງພວກກໍ່ການຮ້າຍ ໃນວັນທີ 11
ກັນຍາປີ 2001. ນອກນັ້ນແລ້ວ ລາວຍັງເອີ້ນການໂຈມຕີທີ່ໂຮງຮຽນປະສົມແຊນດີຮຸກ
ໃນປີ 2012 ນັ້ນວ່າ ການເປັນສັງຫານໝູ່ ທີ່ຫຼອກລວງ. ພວກພໍ່ແມ່ຂອງນັກຮຽນບາງ
ຄົນ ທີ່ເສຍຊີວິດ ກຳລັງຟ້ອງທ້າວໂຈນສ໌ຢູ່.

ການຮັບຟັງຄຳໃຫ້ການຂອງສະພາແມ່ນໄດ້ເພັ່ງເລັງໃສ່ວ່າ ເວັບໄຊຂອງສື່ສັງຄົມເຊັ່ນ
ກູກໂກແລະເຟສບຸກ ກຽມການແບບໃດ ກ່ຽວກັບການໃຊ້ບັນຊີປອມຂອງຕ່າງປະເທດ
ທີ່ອາດແນໃສ່ເພື່ອຈະໃຊ້ອິດທິພົນ ຕໍ່ການເລືອກຕັ້ງຂອງສະຫະລັດ.

ການຮັບຟັງຄຳໃຫ້ການນີ້ ມີຂຶ້ນບໍ່ດົນ ຫລັງຈາກປະທານາທິບໍດີດໍໂນລ ທຣຳໄດ້ກ່າວ
ຫາຕາໜ່າງຊອກຫາຂໍ້ມູນ ຂອງບໍລິສັດກູກໂກວ່າ ມີຄວາມລຳອຽງຕໍ່ທ່ານ.

Twitter has permanently banned far-right media personality Alex Jones for violating its policy against "abusive behavior."

Jones, who is known as a conspiracy theorist, has about 900,000 followers on Twitter. His Infowars website has hundreds of thousands of followers, as well.

Twitter accused Jones of violating its policy after he was seen on television berating and insulting a CNN reporter waiting to enter congressional hearings on social media policies.

Jones called the reporter a smiling "possum caught doing some really nasty stuff" and also made fun of his clothes.

Twitter had previously suspended Jones' account, but now he is banned from posting on the social media site.

Jones has yet to comment.

Jones is one of the country's most controversial media figures, known for saying the President George W. Bush White House was responsible for the Sept. 11, 2001, terrorist attacks. He also called the 2012 Sandy Hook Elementary school massacre a fake. Some of the parents of the murdered children are suing Jones.

The congressional hearings were focused on whether such social media sites as Google and Facebook are prepared against fake foreign accounts that may be aimed at influencing U.S. elections.

The hearings came just after President Donald Trump accused Google's search engine of being biased against him.

XS
SM
MD
LG