ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

23 ຄົນ​ເສຍ​ຊີ​ວິດ ໃນ ອິນ​ເດຍ ຂະ​ນະ​ທີ່ ການ​ປະ​ທ້ວງ ຕໍ່​ຕ້ານ​ກົດ​ໝາຍ ວ່າ​ດ້ວຍ​ສັນ​ຊາດ ເພີ້ມ​ຂຶ້ນ​ນັບ​ມື້


ຊາວ​ອິນ​ເດຍ ເຕົ້າ​ໂຮມ​ກັນ ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ ກົດ​ໝາຍ​ດັດ​ແກ້​ວ່າ​ດ້ວຍ​ສັນ​ຊາດ ຫຼັງ​ຈາກ​ການ​ສູດ​ມົນ​ພາ​ວັນ​ນາ ໃນ​ວັນ​ສຸກ​ຜ່ານ​ມາ ຢູ່​ດ້ານນອກ​ຂອງ​ວັດ​ອິ​ສ​ລາມ ຈາ​ມາ ມັ​ສ​ຈິດ ໃນ​ນະ​ຄອນຫຼວງ ນິວ​ແດ​ລ​ລີ ຂອງ​ອິນ​ເດຍ, ວັນ​ທີ 20 ທັນ​ວາ 2019.
ຊາວ​ອິນ​ເດຍ ເຕົ້າ​ໂຮມ​ກັນ ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ ກົດ​ໝາຍ​ດັດ​ແກ້​ວ່າ​ດ້ວຍ​ສັນ​ຊາດ ຫຼັງ​ຈາກ​ການ​ສູດ​ມົນ​ພາ​ວັນ​ນາ ໃນ​ວັນ​ສຸກ​ຜ່ານ​ມາ ຢູ່​ດ້ານນອກ​ຂອງ​ວັດ​ອິ​ສ​ລາມ ຈາ​ມາ ມັ​ສ​ຈິດ ໃນ​ນະ​ຄອນຫຼວງ ນິວ​ແດ​ລ​ລີ ຂອງ​ອິນ​ເດຍ, ວັນ​ທີ 20 ທັນ​ວາ 2019.

ເກົ້າ​ຄົນ​ໄດ້​ເສຍ​ຊີ​ວິດ ເມື່ອ​ວັນ​ເສົາ​ວານນີ້ ​ໃນລະ​ຫວ່າງ​ການ​ປະ​ທະ​ກັນ​ ລະ​ຫວ່າງ ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ແລະ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ຢູ່​ໃນ​ພາກ​ເໜືອ​ຂອງ​ອິນ​ເດຍ ຊຶ່ງ​ໄດ້​ເຮັດ​ໃຫ້​ຈຳ​ນວນ​ຂອງ​ການ​ເສຍ​ຊີ​ວິດທົ່ວ​ປະ​ເທດສູງ​ຂຶ້ນ​ ເປັນ 23 ຄົນ​ແລ້ວ ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານ​ກົດ​ໝາຍສະ​ບັບ​ໃໝ່ ​ວ່າ​ດ້ວຍ​ຊັນ​ຊາດ​ ອີງ​ຕາມ​ການ​ກ່າວ​ຂອງ​ຕຳຫຼວດ.

ໂຄ​ສົກ​ຂອງ​ຕຳຫຼວດລັດ​ອຸດ​ຕາ​ຣ ປ​ຣາ​ເດັ​ສ ທ່ານ​ປ​ຣາ​ວິນ ຄູ​ມາ​ຣ ໄດ້​ກ່າວ​ວ່າ ການ​ສູນ​ເສຍ​ຊີ​ວິດ​ຂອງ​ເກົ້າ​ຄົນ ໄດ້​ເພີ້ມ​ຈຳ​ນວນ​ຂຶ້ນ​ເປັນ 15 ຄົນ ຢູ່​ໃນ​ລັດນີ້ ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານ​ກົດ​ໝາຍ​ສະບັບ​ໃໝ່ ຊຶ່ງ​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ ກ່າວ​ວ່າ ເປັນ​ການ​ຈຳ​ແນກ​ຕໍ່​ຊາວ​ມຸ​ສ​ລິມ.

“ການ​ເສຍ​ຊີ​ວິດໂດຍ​ສ່ວນ​ໃຫຍ່​ແລ້ວ ແມ່ນ​ພວກ​ຊາວ​ໜຸ່ມ” ທ່ານ​ຊິງ ໄດ້​ກ່າວ​ໄປ ແລະ​ກ່າວ​ອີກວ່າ “​ບາງ​ຄົນ​ໃນ​ນັ້ນ ຕາຍ​ຍ້ອນ​ບາດ​ແຜ​ຂອງ​ການຖືກ​ຍິງ​ດ້ວຍ​ລູກ​ປືນ ແຕ່​ບາດ​ແຜ​ເຫຼົ່າ​ນີ້ ບໍ່​ແມ່ນ​ເປັນ​ຍ້ອນ​ການ​ຍິງ​ຂອງ​ຕຳຫຼວດ. ຕຳຫຼວດ​ໄດ້​ໃຊ້​ພຽງ​ແກັ​ສ​ນ້ຳ​ຕາ ເພື່ອ​ເຮັດ​ໃຫ້ພວກຊຸມ​ນຸ​ມ​ທີ່ປັ່ນ​ປ່ວນນັ້ນ ຢ້ານແລ້ວ​ກະ​ແຈກ​ກະ​ຈາຍ​ໄປ.”

​ມີ​ລົດ​ຈຳ​ນວນປະ​ມານ​ສິບກວ່າ​ຄັນ ໄດ້​ຖືກ​ຈູດ​ເຜົາ​ໃນ​ຂະ​ນະ​ທີ່​ພວກ​ປະ​ທ້ວງ ໄດ້​ພາ​ກັນ​ອາ​ລະ​ວາດ ຢູ່​ໃນເມືອງ​ຣຳ​ປູ​ຣ ເມືອງ​ຊາມ​ບາ​ລ ເມືອງ​ມູ​ຊາ​ຟ​ຟາ​ຣ​ນາ​ກາ​ຣ ເມືອງ​ບິ​ຈນອ​ຣ ແລະ ເມືອງ​ການ​ປູ​ຣ ຢູ່ທາງພາກ​ເໜືອ​ຂອງ​ອິນ​ເດຍ ບ່ອນ​ທີ່​ກົມ​ຕຳຫຼວດ ​ກໍ​ຍັງໄດ້​ຖືກ​ຈູດ​ເຜົາ​ເຊັ່ນ​ກັນ ຕາມ​ທີ່​ທ່ານ​ຊິງ​ໄດ້​ກ່າວ​ໄປ.

ປະ​ຕິ​ກິ​ລິ​ຍາ​ໃນ​ການ​ຕອບ​ໂຕ້​ຕໍ່​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ ກາຍ​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຂງ​ຂັນ​ທີ່​ສຸດ ຂອງ​ການບໍ່​ເຫັນ​ພ້ອມ​ຕໍ່​ລັດ​ຖະ​ບານ​ຮິນ​ດູ​ແຫ່ງ​ຊາດ​ຂອງ​ນ​າ​ຍົກ​ລັດ​ຖະ​ມົນ​ຕີ ນາ​ເຣນ​ດ​ຣາ ໂມ​ດີ ນັບ​ຕັ້ງ​ທ່ານ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ນາ​ຍົກ ໃນ​ປີ 2014 ເປັນ​ຕົ້​ນ​ມາ.

ກົດ​ໝາຍ​ດັ່ງ​ກ່າວ ອະ​ນຸ​ຍາດ​ໃຫ້​ຊາວ​ຮິນ​ດູ ຊາວ​ຄ​ຣິ​ສ​ຕຽນ ແລະ​ພວກ​ສາ​ສະ​ໜາ​ກຸ່ມ​ນ້ອຍ​ອື່ນໆ ຜູ້​ທີ່ອາ​ໄສຢູ່​ໃນ​ອິນ​ເດຍ​ຢ່າງ​ຜິດ​ກົດ​ໝາຍນັ້ນ ໄດ້​ຮັບ​ສັນ​ຊາດ ຖ້າ​ຫາກ​ພວກ​ເຂົາ​ສາ​ມາດ​ສະ​ແດງ​ໄດ້​ວ່າ ພວກ​ເຂົາ ຖືກ​ປະ​ຫັດ​ປະ​ຫານ​ຍ້ອນ​ສາ​ສະ​ໜາ​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນ​ປະ​ເທດ​ບັງ​ກ​ລາ​ແດັ​ສ ປາ​ກິ​ສ​ຖານ ແລະ ອັ​ຟ​ກາ​ນິ​ສ​ຖານ ​ທີ່​ສ່ວນ​ໃຫຍ່​ນັບ​ຖື​ສາ​ສະ​ໜາອິ​ສ​ລາມນັ້ນ. ກົດ​ໝາຍນີ້ ບໍ່​ໄດ້ນຳ​ໃຊ້​ກັບ​ຊາວ​ມຸ​ສ​ລິມ.

ສ່ວນ​ພວກ​ທີ່​ຕ້ອງ​ຕິ ໄດ້​ກ່າວ​ໂຈມ​ຕີ ກົດ​ໝາຍ​ສະ​ບັບ​ນີ້ ວ່າ ເປັນ​ການ​ລະ​ເມີດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ​ທີ່ກ່ຽວ​ກັບ​ທາງ​ໂລກ​ຂອງ​ອິນ​ເດຍ ແລະ​ໄດ້​ເອີ້ນ​ມັນ​ວ່າ ເປັນ​ຄວາ​ມ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ ໂດ​ຍ​ລັດ​ຖະ​ບານ​ໂມ​ດີ ທີ່​ຈະເຮັດ​ໃຫ້​ກຸ່ມ​ຊາວ​ມຸ​ສ​ລິມ ຈຳ​ນວນ 200 ລ້ານ​ຄົນ ຂອງ​ປະ​ເທດນີ້ ບໍ່​ມີ​ຄວາມ​ສຳ​ຄັນ. ທ່ານ​ໂມ​ດີ ໄດ້​ກ່າວ​ປົກ​ປ້ອງ​ກົດ​ໝາຍ​ສະ​ບັບ​ນີ້ ວ່າ ເປັນ​ການ​ສະ​ແດງ​ອອກເຈດ​ຕະ​ນາ​ໃນ​ດ້ານ​ມະ​ນຸດ​ສະ​ທຳ.

ລັດ​ອຸດ​ຕ​າ​ຣ ປ​ຣາ​ແດັ​ສ ແມ່ນ​ໄດ້​ຖືກ​ຄວບ​ຄຸມ​ໂດຍ​ພັກ​ບາ​ຣາ​ຕີ​ຢາ ຈາ​ນາ​ຕາ​ຂອງ​ທ່ານ​ໂມ​ດີ ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG