ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນປ້ອງກັນໂຄວິດ-19 ກຳລັງຖືກດັດແປງ ເພື່ອປ້ອງກັນ ໄວຣັສປ່ຽນສາຍພັນໃໝ່


ພະນັກງານຄົນນຶ່ງກຳລັງດູດເອົາຢາວັກຊີນຟາຍເຊີຣ (Pfizer COVID-19 vaccine) ຢູ່ຄລິນິກ ເມືອງໂຕເປີນິສ ລັດວໍຊິງຕັນ ວັນທີ 25 ກຸມພາ 2021.
ພະນັກງານຄົນນຶ່ງກຳລັງດູດເອົາຢາວັກຊີນຟາຍເຊີຣ (Pfizer COVID-19 vaccine) ຢູ່ຄລິນິກ ເມືອງໂຕເປີນິສ ລັດວໍຊິງຕັນ ວັນທີ 25 ກຸມພາ 2021.

ປະຊາຊົນ ອາເມຣິກັນ ຫຼາຍສິບຄົນ ໄດ້ພາກັນກໍ້ແຂນເສືຶຶ້ອເຂົາເຈົ້າຂຶ້ນ ສຳລັບຢາວັກຊີນ COVID-19 ໂດສທີສາມ. ເທື່ອນີ້ຢາວັກຊີນດັ່ງກ່າວ ໄດ້ຖືກປັບປ່ຽນ ເພື່ອປ້ອງກັນຕໍ່ໄວຣັສກາຍພັນທີ່ໄດ້ສ້າງຄວາມເປັນຫ່ວງ ໃຫ້ຫຼາຍຄົນ.

ໂດຍບໍ່ໃຫ້ມີຄວາມຜິດພາດນັ້ນ ຢາວັກຊີນທີ່ຖືກນຳອອກໄປສັກຢູ່ທົ່ວ ສະຫະລັດ ໃນປັດຈຸບັນໄດ້ໃຫ້ການປ້ອງກັນທີ່ແຂງແກ່ນ. ແຕ່ການສຶກສາໃໝ່ຂອງການ ທົດລອງຢາທີ່ຖືກປັບປຸງໃໝ່ຂອງບໍລິສັດ ໂມເດີນນາ ແລະ ໄຟເຊີ ໄດ້ເປັນຂີດໝາຍຂອງບາດກ້າວທຳອິດທີ່ສຳຄັນ ໄປສູ່ທາງເລືອກໃໝ່ ຖ້າໄວຣັສດັ່ງກ່າວຫາກເອົາຊະນະຢາວັກຊີນຂອງທຸກມື້ນີ້ໄດ້ໃນທີ່ສຸດ.

ດຣ. ນາດິນ ຣູຟາແອລ (Nadine Rouphael) ຈາກມະຫາວິທະຍາໄລ ເມໂມຣີ, ຜູ້ທີ່ກຳລັງຊ່ວຍນຳພາການສືກສາ ກ່ຽວກັບ ຢາວັກຊີນທີ່ຖືກດັດແປງ ຂອງບໍລິສັດ ໂມເດີນນາ ໄດ້ກ່າວວ່າ “ພວກເຮົາຕ້ອງນຳໜ້າໄວຣັສ. ພວກເຮົາຮູ້ວ່າມັນເປັນແນວໃດເວລາເຮົາຢູ່ນຳຫຼັງ.

ທ່ານນາງໄດ້ກ່າວຕື່ມວ່າ “ມັນຍັງບໍ່ແນ່ນອນວ່າ ຢາວັກຊີນໃນປັດຈຸບັນ ຈະເສື່ອມລົງຕອນໃດຈຶ່ງຈະຮຽກຮ້ອງໃຫ້ປັບປຸງມັນໃໝ່, ແຕ່ “ໃນຄວາມເປັນຈິງ, ພວກເຮົາຢາປ່ຽນ COVID ໃຫ້ອ່ອນແອລົງ.”

ຢາວັກຊີນມັກຈະມີການພັດທະນາ, ແລະ ທົ່ວໂລກແມ່ນກຳລັງແຂ່ງຂັນ ເພື່ອສັກຢາໃຫ້ຫຼາຍລ້ານຄົນ ແລະ ຫຼຸດຜ່ອນໄວຣັສໂຄໂຣນາ ກ່ອນທີ່ການກາຍພັນຈະເກີດຂຶ້ນຫຼາຍກວ່າເກົ່າ. ປະຊາຊົນອາເມຣິກັນຫຼາຍກວ່າ 119 ລ້ານຄົນແມ່ນໄດ້ສັກຢາຢ່າງໜ້ອຍ ນຶ່ງໂດສ, ແລະ 22 ເປີເຊັນຂອງປະຊາກອນແມ່ນໄດ້ສັກຢາຄົບແລ້ວ, ອີງຕາມສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ. ແຕ່ຫຼາຍພາກສ່ວນຂອງໂລກແມ່ນຍັງຕາມຫຼັງລະດັບນັ້ນຫຼາຍ.

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG