ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ທູວາລູ ເນັ້ນຢ້ຳຄືນ ຄວາມສຳພັນກັບໄຕ້ຫວັນ ຂະນະທີ່ຈີນ ພວມດຳເນີນການເພື່ອສ້າງອິດທິພົນເພີ້ມຂຶ້ນ ໃນປາຊີຟິກ


ນາຍົກລັດຖະມົນຕີ ເຟເລຕີ ທຽວ ຂອງທູວາລູ ກ່າວຖະແຫລງຫຼັງຈາກພິທີສາບານຕົວ ໃນ ຟູນາຟູຕີ ນະຄອນຫຼວງຂອງປະເທດໃນເຂດປາຊີຟິກຕອນໃຕ້ ທູວາລູ, ເມື່ອວັນທີ 28 ກຸມພາ 2024.
ນາຍົກລັດຖະມົນຕີ ເຟເລຕີ ທຽວ ຂອງທູວາລູ ກ່າວຖະແຫລງຫຼັງຈາກພິທີສາບານຕົວ ໃນ ຟູນາຟູຕີ ນະຄອນຫຼວງຂອງປະເທດໃນເຂດປາຊີຟິກຕອນໃຕ້ ທູວາລູ, ເມື່ອວັນທີ 28 ກຸມພາ 2024.

ລັດຖະບານໃໝ່ຂອງ​ປະ​ເທດ ທູວາລູ ໄດ້ເປີດເຜີຍຖະແຫລງການສະບັບນຶ່ງ ກ່ຽວກັບ ບູລິມະສິດຕ່າງໆໃນວັນພຸດວານນີ້ ໂດຍເນັ້ນຢ້ຳເຖິງເຈດຕະນາຂອງ ປະເທດເກາະໃນມະ​ຫາ​ສະ​ໝຸດປາຊີຟິກດັ່ງ​ກ່າວທີ່ຈະຮັກສາ “ຄວາມສຳພັນແບບ ພິເສດຂອງຕົນໄລຍະຍາວນານແລະຍືນຍົງ” ກັບໄຕ້ຫວັນ, ໃນຂະນະດຽວກັນ ປະຕິຍານທີ່ຈະທົບທວນຄືນສົນທິສັນຍາດ້ານຄວາມໝັ້ນຄົງທີ່ລັດຖະບານຊຸດ ກ່ອນໄດ້ລົງນາມກັບອອສເຕຣເລຍ ໃນເດືອນພະຈິກຜ່ານມາ.

ການປະກາດດັ່ງກ່າວມີຂຶ້ນ ຫຼັງຈາກບັນດາສະມາຊິກສະພາຈຳນວນນຶ່ງໄດ້ແນະ ນຳເມື່ອເດືອນແລ້ວນີ້ກ່ອນການເລືອກຕັ້ງຂອງສະພາທີ່ວ່າ ລັດຖະບານໃໝ່ຂອງ ທູວາລູ ອາດຈະທົບທວນຄືນຄວາມສຳພັນຂອງປະເທດກັບໄຕ້ຫວັນ. ອັນນັ້ນ ກໍເປັນການເລີ້ມຕົ້ນສັບປະດາຂອງການສັນນິຖານກັນວ່າ ປະເທດໃນເຂດ ປາຊີຟິກນີ້ ອາດປ່ຽນການຮັບຮູ້ທາງການທູດມາເປັນປັກກິ່ງ.

ລັດຖະບານໃໝ່ດັ່ງກ່າວ “ຕັ້ງໃຈທີ່ຈະປະເມີນຄືນທາງເລືອກຕ່າງໆທີ່ຈະເສີມຂະ​ຫຍາຍ ແລະຍົກລະດັບຄວາມສຳພັນຂອງຕົນກັບໄຕ້ຫວັນ ໃຫ້ທົນທານຍືນຍົງ ຫຼາຍຂຶ້ນ ແລະຕ່າງຝ່າຍກໍໄດ້ຮັບຜົນປະໂຫຍດຮ່ວມກັນ” ຊຶ່ງລັດຖະບານຊຸດ ໃໝ່ພາຍໃຕ້ນາຍົກລັດຖະມົນຕີ ເຟເລຕີ ທຽວ (Feleti Teo) ໄດ້ກ່າວໃນຖະ ແຫລງການທີ່ຖືກນຳລົງໃນຊື່ສັງຄົມ X ທີ່ເຄີຍຮູ້ຈັກກັນຄື ທວີດເຕີ ໂດຍ ລັດຖະມົນຕີກະຊວງ ຂົນສົ່ງ, ພະລັງງານ, ໂທລະຄົມ ແລະ ນະວັດຕະກຳໃໝ່ ທ່ານ ຊາຍມັອນ ໂຄຟີ.

ບັນດານັກວິເຄາະບາງຄົນ ກ່າວຕໍ່ວີໂອເອວ່າ ຖະແຫລງການຂອງວັນພຸດວານນີ້ ສາມາດພິ​ຈາ​ລະ​ນາ​ດັ່​ງ​ກັບ ຄວາມພະຍາຍາມຂອງ ທູວາລູ ໃນການຕ້ານຢັນຕໍ່ ການເຄື່ອນໄຫວສ້າງອິດທິພົນຂອງ ປັກກິ່ງ.

Tuvalu’s new government released a statement of priorities Wednesday, reiterating the Pacific island nation’s intent to maintain its "long-term and lasting special relationship" with Taiwan, while vowing to review a security pact that the previous administration signed with Australia in November.

The announcement comes after some lawmakers hinted before last month’s parliamentary election that the new Tuvalu government might review the country’s ties with Taiwan. That kicked off weeks of speculation that the Pacific island nation might switch diplomatic recognition to Beijing.

The new government "intends to reassess options that would strengthen and lift [its relationship with Taiwan] to a more durable, lasting and mutually beneficial relationship," the new government under Prime Minister Feleti Teo said in the statement shared by Transport, Energy, Communication and Innovation Minister Simon Kofe on social media platform X, formerly known as Twitter.

Some analysts told VOA that Wednesday’s statement can be viewed as Tuvalu’s effort to push back against Beijing’s influence campaign.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG