ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ. ຍ. ເທີ​ກີ ປະນາມ ຕໍ່ການ ມີຄວາມຮູ້ສຶກ ແກ້ແຄ້ນ ທ່າມກາງການຕິຕຽນ ຂອງປະເທດຕາເວັນຕົກ


Turkey Coup
please wait
Embed

No media source currently available

0:00 0:00:51 0:00

ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ຕຳ​ໜິຕິຕຽນ ຈາກບັນດາຜູ້ນຳ​ສະຫະລັດ ​ແລະ​ພວກ​ປະ​ເທດ​ຕາ​ເວັນ​ຕົກ​ອື່ນໆ​ແລ້ວ ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Binali Yildirim ​ໃນ​ວັນ​ອັງຄານມື້ນີ້ ​ໄດ້​ລະມັດ​ລະວັງ ຕໍ່​ພວກ​ຜູ້​ຄົນ​ທີ່​ຊອກ​ຫາ​ທາງ​ທີ່​ຈະ​ແກ້​ແຄ້ນ​ຄືນ ​ໃນຄວາມ​ພະຍາຍາມ​ກໍ່​ລັດຖະປະ ຫານ ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ທ່ານ ທີ່ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​.

“ບໍ່​ມີ​ບຸກຄົນ​ໃດ​ນຶ່ງ ທີ່​ຈະ​ມີ​ຄວາມ​ຮູ້ສຶກ​ແກ້​ແຄ້ນ. ນີ້​ແມ່ນ​ການ​ຮັບ​ເອົາ​ບໍ່​ໄດ້ ຢູ່​ໃນ​ປະ​ເທດທີ່​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ,” ທ່ານ Yildirim ​ໄດ້​ກ່າວ ​ໃນ​ຂະນະ​ທີ່​ທ່ານໄດ້​ຮຽກຮ້ອງ​ “ໃຫ້​ມີ​ຄວາ​ມເ​ປັນພະລາ​ດອນພາບ” ລຸນ​ຫລັງ​ທີ່​ໄດ້​ມີ​ການກໍ່​ລັດຖະປະຫານ​ແລ້ວ.

​ເຖິງ​ແມ່ນ​ວ່າ ທ່ານ​ໄດ້​ຮຽກຮ້ອງໃຫ້​ມີ​ຄວາ​ມ​ເປັນ​ເອກະ​ພາບ​ກັນ ທ່ານ Yildirim ​ໄດ້​ກ່າວ​ວ່າ ທ່ານ​ຈະ​ກຳຈັດ​ຂະ​ບວນການ​ເຄື່ອນ​ໄຫວ ຂອງ​ນັກ​ສອນ​ສາສະໜາ Fethullah Gulen ທີ່​ຢູ່
​ໃນ​ສະຫະລັດ ບຸກຄົນ​ທີ່​ມີ​ການຖິ້ມ​ໂທດ​ໃສ່​ວ່າ ​ເປັນຜູ້​ຢູ່​ເບື້ອງຫຼັງຂອງຄວາມ​ພະຍາຍາມ​ ​ໃນການ​ກໍ່​ລັດຖະປະຫານ​ ​ໂດຍ “ການ​ຖອນຮາກ​ເຫງົ້າ​ຂອງ​ມັນ” ຊຶ່ງ​ມັນ​ຈະ​ບໍ່​ສາມາດທໍລະ​ຍົດ ຕໍ່​ປະຊາຊົນ​ເທີ​ກີ ​ໄດ້ອີກ​ຕໍ່​ໄປ.

ສະຫະລັດ ຮຽກຮ້ອງໃຫ້​ເທີ​ກີ ໃຊ້​ຄວາມ​ຢັບຢັ້ງ ​ແລະ​ດຳ​ເນີນ​ການ ພາຍ​ໃຕ້​ການ​ປົກຄອງ​ດ້ວຍ​ຕົວ​ບັດກົດໝາຍ ​ໃນ​ຂະນະ​ທີ່​ການ​ສືບສວນ ກ່ຽວ​ກັບ​ການ​ກໍ່​ລັດຖະປະຫານ​ທີ່​ປະສົບກັບ​ຄວາມ​ລົ້ມແຫຼວ​ ​ໃນ​ສັບປະດາ​ແລ້ວນັ້ນ.

ເບິ່ງ: ທ່ານ Gulen ປະຕິເສດຕໍ່ການກ່າວຫາຂອງທ່ານ Erdogan ກ່ຽວກັບການກໍ່ລັດຖະປະຫານ

Muslim Cleric Gulen Denies Erdogan Claims of Coup Involvement
please wait

No media source currently available

0:00 0:17:24 0:00



ໃນ​ນະຄອນ Brussels ​ໃນ​ວັນ​ຈັນ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ກ່າວ​ວ່າ ທ່ານ​ສະໜັບສະໜຸນໃນ​ການ​ນຳເອົາພວກກໍ່​ການ ໃນ​ຄວາມ​ພະ ຍາຍາມ​ເຮັດ​ລັດຖະປະຫານ​ໃນ​ເທີ​ກີ ມາລົງ​ໂທດ ​ແຕ່​ໄດ້​ເຕືອນວ່າ ລັດຖະບານ​ໄດ້​ທຳ​ການ​ ແຮງ “​ເກີນ​ໄປ” ​ໃນ​ຂະນະ​ທີ່​ທຳ​ການ​ຟື້ນຟູ​ຄວາມ​ເປັນ​ລະບຽບ​ຂອງປະ​ເທດນັ້ນ.

​ທ່ານ Josh Earnest ​ໂຄສົກປະຈຳ​ທຳນຽບຂາວ ​ໄດ້​ເນັ້ນ​ເຖິງ​ການ​ສະໜັບສະໜຸນ​ຕໍ່ “ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ​” ຂອງລັດຖະບານ​ເທີ​ກີ ​ແລະ​ໄດ້​ກ່າວ​ວ່າ ວໍ​ຊີງ​ຕັນ ​ແມ່ນ​ໃຫ້​ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນຕໍ່ “ສາຍ​ພົວພັນ” ກັບ​ບັນດາ​ພັນທະ​ມິດ​ຂອງອົງການ​ເນ​ໂຕ. ​ແຕ່​ທ່ານກໍ​ໄດ້​ກ່າວ​ວ່າ ລັດຖະບານ​ຄວນ​ຈະ “​ໃຫ້ການ​ສະໜັບສະໜຸນ ຕໍ່ຂັ້ນທາງດ້ານ ​ຍຸຕິ​ທຳ ​ແລະ​ສິດ​ເສ​ລິ​ພາບ ທີ່​ໄດ້​ກຳນົດ​ໄວ້ໃນ​ລັດຖະທຳ​ມະນູນ​ຂອງ​ເທີ​ກີ ທີ່​ຮວມທັງສິດ​ເສລິ​ພາບ​ໃນ​ການ​ປາກ​ເວົ້າ ສິດ​ເສ​ລິພາບ​ໃນດ້ານ​ການ​ຂ່າວສານ ​ແລະສິດ​ເສ​ລິພາບ​ໃນ​ການ​ເຕົ້າ​ໂຮມ​ກັນ.”

ທ່ານ Yildirim ​ໄດ້​ກ່າວ​ວ່າ ທ່ານ ​ໄດ້ສົ່ງ​ເອກ​ກະສາ​ນ ຮ້ອງ​ຮຽນຕໍ່ສະຫະລັດຫຼາຍໆ​ສະບັບ ເພື່ອໃຫ້ສົ່ງ​ທ່ານ Gulen ກັບຄືນປະ​ເທດ ຫຼັງ​ຈາກ​ທີ່​ທ່ານ Kerry ​ໄດ້​ກ່າວ​ວ່າ ສະຫະລັດ ຕ້ອງການ​ຫຼັກ​ຖານ ກ່ອນ​ທີ່​ຈະ​ພິຈາລະນາ​ ​ໃນ​ການສົ່ງ​ທ່ານ Gulen ກັບ​ເທີ​ກີ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Josh Earnest Condemns Turkey Coup
please wait

No media source currently available

0:00 0:00:30 0:00

XS
SM
MD
LG