ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານຂອງເທີກີ ໄດ້ຕັດສິນຂັງຄຸກຕະຫຼອດຊີວິດ ຕໍ່ຜູ້ນໍາທາງດ້ານສິດທິມະນຸດ


ແຟ້ມ-ເອກະສານພາບທີ່ບໍ່ຮູ້ມື້ຖ່າຍ ໄດ້ຮັບການເຜີຍແຜ່ໃນວັນທີ 15 ຕຸລາ 2021 ໂດຍສູນກາງດ້ານວັດທະນະທໍາ ອານາໂດລູ, ໄດ້ສະແດງໃຫ້ເຫັນຜູ້ມີໃຈບຸນຊາວເທີກີເຊື້ອສາຍຝຣັ່ງ ທ່ານໂອສມານ ຄາວາລາ ກໍາລັງກ່າວສົນທະນາ ຢູ່ໃນງານແຫ່ງນຶ່ງ ໃນນະຄອນອິສຕັນບູລ.
ແຟ້ມ-ເອກະສານພາບທີ່ບໍ່ຮູ້ມື້ຖ່າຍ ໄດ້ຮັບການເຜີຍແຜ່ໃນວັນທີ 15 ຕຸລາ 2021 ໂດຍສູນກາງດ້ານວັດທະນະທໍາ ອານາໂດລູ, ໄດ້ສະແດງໃຫ້ເຫັນຜູ້ມີໃຈບຸນຊາວເທີກີເຊື້ອສາຍຝຣັ່ງ ທ່ານໂອສມານ ຄາວາລາ ກໍາລັງກ່າວສົນທະນາ ຢູ່ໃນງານແຫ່ງນຶ່ງ ໃນນະຄອນອິສຕັນບູລ.

ສານອຸທອນຂອງເທີກີ ໄດ້ຢັ້ງຢືນຕາມຄຳພິພາກສາຄວາມຜິດທາງກົດໝາຍ ຕໍ່ນັກວິຈານ ປະທານາທິບໍດີ ຣີເຊັບ ຕາຍຢິບ ເອີດວານ ຄົນສໍາຄັນ ໃນວັນພຸດວານນີ້ ເຊິ່ງການຕັດສິນຂັງຄຸກດັ່ງກ່າວ ໄດ້ເພີ້ມຄວາມເຄັ່ງຕຶງໃນຄວາມສໍາພັນທີ່ບໍ່ຄ່ອຍສະບາຍໃຈ ກັບບັນດາປະເທດຕາເວັນຕົກ.

ນັກເຄື່ອນໄຫວທີ່ເປັນຊາວປາຣີແຕ່ກໍາເນີດ ແລະຜູ້ທີ່ມີຈິດໃຈບຸນບໍລິຈາກທຶນ ທ່ານອອສມານ ຄາວາລາ (Osman Kavala), ໄດ້ຖືກຕັດສິນລົງໂທດຂັງຄຸກຕະຫຼອດຊີວິດ ໂດຍບໍ່ສາມາດລໍຖ້າລົງອາຍາ ໃນເດືອນເມສາ ກ່ຽວກັບຄວາມພະຍາຍາມໃນການໂຄ່ນລົ້ມລັດຖະບານ ໂດຍໃຫ້ການສະໜັບສະໜຸນທາງການເງິນແກ່ການປະທ້ວງຢູ່ໃນຖະໜົນເມື່ອປີ 2013.

ສ່ວນ 7 ຄົນ ທີ່ຍັງເຫຼືອແມ່ນຖືກຕັດສິນຂັງຄຸກຄົນລະ 18 ປີ ສໍາລັບຄວາມພະຍາຍາມຊ່ວຍເຫຼືອໃນການທໍາລາຍລັດຖະບານຂອງ ທ່ານ ເອີດວານ ເຊິ່ງເປັນນາຍົກລັດຖະມົນຕີໃນເວລານັ້ນ ໃນລະຫວ່າງການໂຮມຊຸມນຸມຢູ່ໃນອິສຕັນບູລ ໃນອັນທີ່ຮ້ອງວ່າ ເກຊີ ພາກ (Gezi Park).

ອົງການຂ່າວລັດຖະບານ ອານາໂດລູ (Anadolu) ກ່າວກ່ຽວກັບການຕັດສິນຂອງສານອຸທອນວ່າ ຄໍາພິພາກສາໃນເດືອນເມສາ “ແມ່ນປະຕິບັດຕາມກົດໝາຍ.”

ເຊິ່ງຈໍາເລີຍສາມາດຮ້ອງຂໍອຸທອນໄດ້ໃນສານສູງຂອງເທີກີ.

ການພິຈາລະນາຄະດີທີ່ຍາວນານຫຼາຍປີຂອງ ທ່ານຄາວາລາ ໄດ້ເຮັດໃຫ້ຍຸດທະສາດໃນການເປັນສະມາຊິກອົງການ NATO ຂອງເທີກີຖືກທໍາລາຍ, ແຕ່ຄວາມສໍາພັນກັບບັນດາພັນທະມິດຕາເວັນຕົກຂອງພວກເຂົາເຈົ້າ ພັດສັບສົນວຸ້ນວາຍແບບຮຸນແຮງ ນັບຕັ້ງແຕ່ທ່ານຖືກຈັບໂຕແບບບໍ່ຄາດຄິດໃນເດືອນຕຸລາ ປີ 2017.

ແຟ້ມ-ບັນດາຜູ້ປະທ້ວງຍົກປ້າຍຂຶ້ນ ພ້ອມທັງຮອງເປັ່ງສຽງເປັນຄໍາຂັວນ ຢູ່ໃນນະຄອນອິສຕັນບູລ, ວັນທີ 26 ເມສາ 2022. ໃນລະຫວ່າງການໂຮມຊຸມນຸມເພື່ອສະໜັບສະໜຸນຜູ້ນໍາສັງຄົມພົນລະເຮືອນ ທ່ານໂອສມານ ຄາວາລາ.
ແຟ້ມ-ບັນດາຜູ້ປະທ້ວງຍົກປ້າຍຂຶ້ນ ພ້ອມທັງຮອງເປັ່ງສຽງເປັນຄໍາຂັວນ ຢູ່ໃນນະຄອນອິສຕັນບູລ, ວັນທີ 26 ເມສາ 2022. ໃນລະຫວ່າງການໂຮມຊຸມນຸມເພື່ອສະໜັບສະໜຸນຜູ້ນໍາສັງຄົມພົນລະເຮືອນ ທ່ານໂອສມານ ຄາວາລາ.

ໃນເວລານັ້ນ ທ່ານຄາວາລາ ເປັນທີ່ຮູ້ຈັກດີໃນຖານະເປັນນັກທຸລະກິດທີ່ເວົ້າຈາມ່ວນ ໂດຍໃຊ້ຊັບສົມບັດສ່ວນນຶ່ງຂອງທ່ານເຂົ້າໃນການສົ່ງເສີມວັດທະນະທໍາ ແລະບັນດາໂຄງການຕ່າງໆທີ່ມຸ່ງໝັ້ນຟື້ນຟູຄວາມສໍາພັນກັບເທີກີ ແລະຄູ່ຕໍ່ສູ້ ອາເມເນຍ ຜູ້ສໍາຄັນຂອງພວກເຂົາເຈົ້າ.

ແຕ່ທ່ານເອີດວານ ໄດ້ອະທິບາຍກ່ຽວກັບ ທ່ານຄາວາລາ ວ່າເປັນໂຕແທນຝ່າຍຊ້າຍຂອງ ທ່ານຈອຈ ໂຊໂຣສ (George Soros), ມະຫາເສດຖີພັນລ້ານຊາວອາເມຣິກາເຊື້ອສາຍຮັງກາຣີ ຜູ້ທີ່ນໍາໃຊ້ເງິນຕາຕ່າງປະເທດເຂົ້າໃນການພະຍາຍາມໂຄ່ນລົ້ມລັດຖະບານ. ທ່ານຄາວາລາ ຖືກຕັ້ງຂໍ້ຫາຄັ້ງທໍາອິດຈາກການໃຫ້ທຶນສະໜັບສະໜຸນການປະທ້ວງໃນປີ 2013, ເຊິ່ງນັກວິເຄາະບາງຄົນມອງວ່າ ເປັນຈຸດເລີ້ມຕົ້ນຂອງທ່າທີຜະເດັດການທີ່ເພີ້ມຂຶ້ນຂອງ ທ່ານເອີດວານ ໃນຊ່ວງໄລຍະເຄິ່ງສຸດທ້າຍຂອງການປົກຄອງເປັນເວລາສອງທົດສະຫວັດຂອງທ່ານ.

ສານໄດ້ຕັດສິນວ່າບໍ່ມີຄວາມຜິດ ແລະປ່ອຍໂຕທ່ານຄາວາລາໃນເດືອນກຸມພາ ປີ 2020, ເຊິ່ງພຽງແຕ່ໃຫ້ຕໍາຫຼວດຈັບໂຕທ່ານ ກ່ອນທີ່ທ່ານຈະມີໂອກາດກັບຄືນເມືອເຮືອນໄປຫາພັນລະຍາຂອງທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG