ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຊາວເທີກີ ພາກັນໄປໃຊ້ສິດ ໃນການປ່ອນບັດ ເລືອກຕັ້ງແຫ່ງຊາດ


ປະທານາທິບໍດີ ເທີກີ ທ່ານ Tayyip Erdogan ລົງຄະແນນສຽງ ຢູ່ໜ່ວຍປ່ອນບັດເລືອກຕັ້ງສະພາ ທີ່ນະຄອນ Istanbul. 7 ມິຖຸນາ 2015
ປະທານາທິບໍດີ ເທີກີ ທ່ານ Tayyip Erdogan ລົງຄະແນນສຽງ ຢູ່ໜ່ວຍປ່ອນບັດເລືອກຕັ້ງສະພາ ທີ່ນະຄອນ Istanbul. 7 ມິຖຸນາ 2015

ຜູ້ມີສິດປ່ອນບັດໃນ​ປະ​ເທດ​ເທີ​ກີ ພາກັນ​ໄປ​ໃຊ້ສິດໃຊ້ສຽງໃນວັນ​ອາທິດ​ມື້​ນີ້​ ໃນ​ການ​ເລືອກ​ຕັ້ງທີ່​ມີຄະແນນສຽງສູ​ສີ​ໃກ້​ຄຽງທີ່​ສຸດ​ຂອງ​ປະ​ເທດ​ໃນ​ຮອບ​ຫຼາຍ​ປີ ໂດຍທີ່​ປະທານາທິບໍດີ Recep Tayyip Erdogan ​ ກຳລັງ​ຊອກ​ຫາ​ສິດອຳນາດ​ເພືື່ອຈະປ່ຽນແປງ​ລັດຖະທຳ​ມະນູນຢ່າງໃຫຍ່.

ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ້ມ​ຂຶ້ນ​ໃນ​ປະ​ເທດ​ເທີ​ກີ ໃນວັນເສົາວານນີ້ ​ເຊິ່ງ​ພວກ​ ປະ​ທ້ວງຊາວເຄີດ ທີ່​ມີຄວາມຢາກ​ຮ້າຍ ໄດ້​ອອກ​ມາ​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ຢ່າງຮອບ​ຄອບ​ ກ່ຽວກັບເຫດການລະ​ເບີດ ໃນ​ລະ ຫວ່າງ​ການໂຮມ​ຊຸມນຸມທາງ​ດ້ານ​ການ​ເມືອງ ກ່ອນ​ໜ້າ ການ​ເລືອກຕັ້ງ​ແຫ່ງ​ຊາດ​ທີ່​ສຳຄັນນັ້ນ.

ທ່ານ​ນາຍົກລັດຖະມົນ​ຕີ​ Ahmet Davutoglu ​ໄດ້​ກ່າວ​ວ່າ ​ເຫດກາ​ນ ລະ​ເບີ​ດທັງ​ສອງ​ຄັ້ງ ​ໃນ​ການ​ຊຸມນຸມ​ຂອງ​ພັກຊາວເຄີດ ເມື່ອ​ວັນສຸກ​ທີ່​ຜ່ານມາ ຢູ່​ເມືອງ Diyarbakir ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງປະ ເທດ ​ ​ແມ່ນ​ການ​ກໍ່​ວິນາດ​ສະ​ກຳ ​ແລະ ​ການທ້າທາຍເກາະ​ຜິດ. ມີ​ຢ່າງ​ໜ້ອຍ 2 ຄົນ​ຖືກ​ຂ້າ​ຕາຍ.

ບັນດາ​ຜູ້​ມີສິດປ່ອນບັດຊາວເຄີດ ຊຶ່ງເປັນຊົນກຸ່ມ​ນ້ອຍ​ຂອງ​ເທີ​ກີ ຈະ​ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ໃນ​ກາ​ນຊີ້ຂາດ​ວ່າພັກຍຸດຕິທຳແລະການພັດທະນາ ຂອງທ່ານ Erdogan ຈະໄດ້ຮັບໄຊຊະນະກຳສຽງ ສ່ວນຫຼາຍ ຢ່າງເດັດ ຂາດ ທີ່ຕ້ອງການນັ້ນຫຼືບໍ່.

ຖ້າຫາກປະສົບຜົນສຳເລັດ ພັກຂອງທ່ານ Erdogan ເຊີ່ງເປັນທີ່ຮູ້ຈັກ ກັນໃນນາມ AKP ນັ້ນ ແມ່ນຄາດວ່າ ຈະຫາທາງປ່ຽນແປງລັດຖະທຳ ມະນູນເພື່ອມອບໝາຍອຳນາດ ໃຫ້ແກ່ ປະທານາທິບໍດີທີ່ມີຄາລົມຄົມຄາຍ ເກັ່ງແຕ່ຫາກສ້າງຄວາມແຕກແຍກ ຫລາຍຂຶ້ນຕື່ມອີກ.

ແຕ່ແນວໃດກໍຕາມ ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ການປ່ອນບັດ ຂອງພັກອາດຈະ ໄດ້ຮັບຄະແນນສຽງຕ່ຳກວ່າເກືອບ 50 ເປີເຊັນທີ່ພັກ ດັ່ງກ່າວໄດ້ຮັບ ໃນການເລືອກຕັ້ງ ເທື່ອແລ້ວເມື່ອປີ 2011 ຊຶ່ງອາດຈຳ ເປັນຈະຕ້ອງໄດ້ຕັ້ງລັດຖະບານປະສົມກໍເປັນໄດ້.

ການເລືອກຕັ້ງ ໃນປະເທດ ເທີກີ
please wait

No media source currently available

0:00 0:01:34 0:00

XS
SM
MD
LG