ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສາຍສຳພັນ ສ​ຫລ ກັບ ເທີ​ກີ ຢູ່ໃນ​ຈຸດ ສຳ​ຄັນ​ສຸດ ​ຂະ​ນະທີ່ ​ມີ​ຂ່າວລືວ່າ ​ຄຸນ​ພໍ່ ບ​ຣັນ​ສັນ ອາດ​ຖືກ ​ປ່ອຍ​ຕົວ


ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ຂອງ ສະ​ຫະ​ລັດ ແລະ ປະ​ທາ​ນາ​ທິ​ບໍ​ດີຂອງ​ເທີ​ກີ, ທ່ານ ຣີ​ເຊັບ ຕາ​ຢິບ ເອີດ​ວານ ໂອ້​ລົມ​ກັນ​ໃນ​ຕອນ​ເລີ້ມ​ຕົ້ນ​ກອງ​ປະ​ຊຸມ​ເນ​ໂຕ້ ໃນ​ນະ​ຄອນ​ບ​ຣັ​ສເຊີ​ລສ໌ ຂອງ​ແບ​ລ​ຢ້ຽມ​ໃນ​ວັນ​ທີ 11 ກໍ​ລະ​ກົດ 2018.
ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ຂອງ ສະ​ຫະ​ລັດ ແລະ ປະ​ທາ​ນາ​ທິ​ບໍ​ດີຂອງ​ເທີ​ກີ, ທ່ານ ຣີ​ເຊັບ ຕາ​ຢິບ ເອີດ​ວານ ໂອ້​ລົມ​ກັນ​ໃນ​ຕອນ​ເລີ້ມ​ຕົ້ນ​ກອງ​ປະ​ຊຸມ​ເນ​ໂຕ້ ໃນ​ນະ​ຄອນ​ບ​ຣັ​ສເຊີ​ລສ໌ ຂອງ​ແບ​ລ​ຢ້ຽມ​ໃນ​ວັນ​ທີ 11 ກໍ​ລະ​ກົດ 2018.

ມີ​ຂ່າວ​ລື​ກັນ ເພີ້ມ​ຂຶ້ນ​ວ່າ ເທີ​ກີ​ອາດ​ຈະ​ອະ​ນຸ​ຍາດ​ໃຫ້​ຄຸນ​ພໍ່ແອນດ​ຣູ ບ​ຣັນ​ສັນ ກັບ​ຄືນ
​ມາ​ຍັງ​ສະ​ຫະ​ລັດ ຊຶ່ງ​ເຮັດ​ໃຫ້ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ທູດ​ລະ​ຫວ່າງອັງ​
ກາ​ຣາ ແລະ​ວໍ​ຊິງ​ຕັນຍຸດ​ຕິ​ລົງ. ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ຂອງ ສະ​ຫະ​ລັດ ໄດ້​ປະ
​ນາມການ​ດຳ​ເນີນ​ຄະ​ດີທ່ານບ​ຣັນ​ສັນທີ່​ຢູ່​ໃນ​ຂໍ້​ກ່າວ​ຫາ​ຖານ​ປະ​ຕິ​ບັດການກໍ່​ການ​ຮ້າຍ
ນັ້ນ.

ອົງ​ການ​ຂ່າວ​ຫລາຍ​ກະ​ແສໄດ້​ລາຍ​ງານ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ລັດ​ຖະ​ບານ ທ່ານ​ທ​ຣຳ
ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ກັບ​ເທີ​ກີ ທີ່​ຜ່ອນ​ຜັນ​ການ​ລົງ​ໂທດ​ບາງ​ຢ່າງລົງ ເພື່ອ​ເປັນ​ການ​ແລກ
​ປ່ຽນ​ກັບການ​ທີ່​ອັງ​ກາ​ຣາກຳ​ລັງ​ຫລຸດ ຫລື ຍົກ​ເລີກ​ການ ກ່າວ​ຫາ​ຕໍ່​ທ່ານ​ ບ​ຣັນ​ສັນ​ນັ້ນ.

ວໍ​ຊິງ​ຕັນ​ປັດ​ຈຸ​ບັນນີ້ ກຳ​ລັງ​ສະ​ແດງ​ຄວາມ​ຫວັງ​ໃນ​ແງ່​ດີ​ຢ່າງ​ລະ​ມັດ​ລະ​ວັງ ກ່ຽວ​ກັບ​ເລື້ອງ
ການ​ປ່ອຍ​ຕົວ​ທ່ານ ບ​ຣັນ​ສັນ, ທີ່​ອາດ​ຈະ​ມີ​ຂຶ້ນ​ໄວໃນ​ວັນ​ສຸກມື້ນີ້ ກໍ​ເປັນ​ໄດ້.

ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວຕໍ່​ນັກ​ຂ່າວ ຢູ່​ໜ້າ​ທຳ​ນຽບ​ຂາວ ໃນ​ທີ 9 ຕຸ​ລາ 2018
ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວຕໍ່​ນັກ​ຂ່າວ ຢູ່​ໜ້າ​ທຳ​ນຽບ​ຂາວ ໃນ​ທີ 9 ຕຸ​ລາ 2018

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢ່າງ​ສູງວ່າ ອີກບໍ່​ນານ​ເກີນ​ໄປ ຄຸນ​ພໍ່ບ​ຣັນ​ສັນ, ແລະ​ພັນລະ​ຍາ
​ຂອງ​ເພິ່ນ ​ຈະ​ສາ​ມາດ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ​ໄດ້ແລ້ວ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ໄມ​ຄ໌
ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ກ່າວໃນ​ວັນ​ພຸດ​ຜ່ານ​ມາ.
ມີ​ລາຍ​ງານ​ວ່າ ທ່ານ​ພອມ​ພຽວ ໄດ້​ພົວ​ພັນຢ່າງແຂງ ຂັນຢູ່​ເບື້ອງ​ຫຼັງຂອງ​ການ​ເຈລະ​ຈາ​
ກັບອັງ​ກາ​ຣາ ກ່ຽວ​ກັບການ​ປ່ອຍ​ຕົວທ່ານບ​ຣັນ ​ສັນ​ນີ້.

ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ນາງ ເຮ​ເທີ ນາວ​ເອີດ (Heather Nauert) ໂຄ​ສົກກະ​ຊວງ
​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ "ຂ້າ​ພະ​ເຈົ້າ ບໍ່​ຮູ້​ກ່ຽວ​ກັບ​ການ
ຕົກ​ລົງ​ກັນ​ແບບນັ້ນ​ເລີຍ....ມີ​ຂະ​ບວນ​ການ​ທາງ​ກົດ​ໝາຍ ທີ່​ມີ​ບົດ​ບາດ​ໃນ​ເລື້ອງນີ້."

ທ່ານ​ນາງ ນາວ​ເອີດ ກ່າວ​ອີກວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢ່າງ​ສູງວ່າອີກບໍ່​ນານ​ເກີນ​
ໄປ ຄຸນ​ພໍ່ບ​ຣັນ​ສັນ, ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ​ຈະ​ສາ​ມາດ​ກັບ​ຄືນ​ມາ​ຍັງ​ສະ​ຫະ​ລັດ​ແລ້ວ.
ນັ້ນ​ຈະ​ເປັນ​ບາດ​ກ້າວ​ສຳ​ຄັນ ທີ່​ກ້າວ​ໄປ​ຂ້າງ​ໜ້າ ​ບາດ​ນຶ່ງ ສຳ​ລັບ​ສາຍ​ພົວ​ພັນ​ລະ
​ຫວ່າງ​ສະ​ຫະ​ລັດ ກັບ​ເທີ​ກີ… ແຕ່​ວ່າ ພວກ​ເຮົາ​ກຳ​ລັງລໍ​ຄອຍ​ຖ້າ​ເບິ່ງຄະ​ດີດັ່ງ​ກ່າວ
ຢ່າງ​ລະ​ມັດ ລະ​ວັງໃນ​ມື້​ອື່ນນີ້.”

ທ່ານ​ນາງ​ກ່າວ​ອີກວ່າ ເຈົ້າ​ໜ້າ​ທີ່​ຂອງສະ​ຖານ​ທູດ​ສະ​ຫະ​ລັດ ຈະ​ເຂົ້າ​ຮ່ວມການຮັບ
​ຟັງ​ພິ​ຈາ​ລະ​ນາຄະ​ດີ​ ໃນ​ວັນສຸກມື້ນີ້ ເພື່ອ​ເປັນ​ການ​ໃຫ້​ກຳ​ລັງ​ໃຈແກ່​ທ່ານບ​ຣັນ​ສັນ.

ໃນ​ການໃຫ້ສັນ​ຍານ​ອັນ​ນຶ່ງທີ່​ສະ​ແດງ​ຮ່ອງ​ຮອຍໃຫ້​ເຫັນ​ວ່າ ຈະ​ມີ​ການ​ປ່ອຍ​ຕົວ​ທ່ານ
ບ​ຣັນ​ສັນ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີຂອງ​ເທີ​ກີ, ທ່ານ ຣີ​ເຊັບ ຕາ​ຢິບ ເອີດ​ວານ ປາ​ກົດ​ວ່າໄດ້
​ຜີກຕົວ​ອອກ​ຈາກການ​ຕັດ​ສິນ​ໃຈ​ໃດໆ​ກ່ຽວ​ກັບ​ເລື້ອງນີ້. ໃນ​ວັນ​ອັງ​ຄານ​ຜ່ານ​ມາ ທ່ານ​
ເອີດ​ວານ​ເວົ້າ​ວ່າ "ຂ້​າພະ​ເຈົ້າເປັນປະ​ທາ​ນາ​ທິ​ບໍ​ດີຂອງ​ເທີ​ກີ, ຊຶ່ງ​ເປັນປະ​ເທດ​ທີ່​ມີປະ
​ຊາ​ທິ​ປະ​ໄຕ ແລະ​ມີ​ລັດ​ຖະ​ທຳ​ມະ​ນູນ.” ທ່ານ​ກ່າວ​ເພີ້ມ​ວ່າ “ສະ​ນັ້ນ, ຂ້​າພະ​ເຈົ້າຈະ​
ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມການ​ຕັດ​ສິນ​ໃຈອັນ​ໃດກໍ​ຕາມ ທີ່​ຝ່າຍ​ຕຸ​ລາ​ການໄດ້ເຮັດ​ລົງ​ໄປ.
ທຸກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງຕ້ອງ​ປະ​ຕິ​ບັດຕາມການ ​ຕັດ​ສິນ​ໃດໆ ຂອງ​ພາກ​ສ່ວນ​ຕຸ​ລາ​
ການ. ເທົ່າ​ນັ້ນ​ກໍ​ພໍ​ແລ້ວ."

ທ່ານ ​ເອີດ​ວານ ໄດ້​ເປັນ​ຜູ້​ຢູ່​ໃນ​ແຖວ​ໜ້າ ທີ່​ສະ​ໜັບ​ສະ​ໜຸນ​ໃຫ້​ມີ​ການ​ດຳ​ເນີນ​ຄະ​ດີ​
ຕໍ່​ທ່ານບ​ຣັນ​ສັນ ໃນ​ຂະ​ນະ​ທີ່​ສາຍ​ສຳ​ພັນ​ກັບ​ວໍ​ຊິງ​ຕັນກຳ​ລັງ​ເຊື່ອມ​ໂຊມ​ລົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG