ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດານັກເຄື່ອນໄຫວ ຊາວວີເກີ ຢ້ານວ່າອັງກາຣາ ຖືກກົດດັນ ກົ້ມຫົວໃຫ້ແກ່ຈີນ


ຊາວວີເກີ ຢູ່ໃນເທີກີ ປະທ້ວງຄົບຮອບການເກີດຄວາມບໍ່ສະຫງົບ ຕໍ່ການເສຍຊີວິດຂອງຊົນເຜົ່າໃນປີ 1997 ຢູ່ເມືອງກູລຈາ ທາງພາກຕາເວັນຕົກສຸດ ຂອງປະເທດຈີນ. ທີ່ນະຄອນອັງກາຣາ ເມື່ອວັນທີ 5 ກຸມພາ 2020.
ຊາວວີເກີ ຢູ່ໃນເທີກີ ປະທ້ວງຄົບຮອບການເກີດຄວາມບໍ່ສະຫງົບ ຕໍ່ການເສຍຊີວິດຂອງຊົນເຜົ່າໃນປີ 1997 ຢູ່ເມືອງກູລຈາ ທາງພາກຕາເວັນຕົກສຸດ ຂອງປະເທດຈີນ. ທີ່ນະຄອນອັງກາຣາ ເມື່ອວັນທີ 5 ກຸມພາ 2020.

ບັນດານັກເຄື່ອນໄຫວຊາວວີເກີ ຢູ່ໃນເທີກີ ກ່າວວ່າ ເຂົາເຈົ້າພວມປະເຊີນໜ້າ ກັບຄວາມກົດດັນຈາກພວກເຈົ້າໜ້າທີ່ເທີກີ ຊຶ່ງໄດ້ສ້າງໃຫ້ເກີດຄວາມຢ້ານກົວ ວ່າ ອັງກາຣາອາດຈະເລີ້ມກົ້ມຫົວ ໃຫ້ພວກນັກວິ້ງເຕັ້ນຈີນ.

ຊາວເວີເກີ ຫຼາຍສິບພັນຄົນໄດ້ຂໍໄປລີ້ພັນຢູ່ໃນເທີກີ ຍ້ອນການປາບປາມທັບມ້າງຂອງພວກເຈົ້າໜ້າທີ່ຈີນຕໍ່ສ່ວນໃຫຍ່ຂອງຊົນກຸ່ມນ້ອຍທີ່ເປັນຊາວມຸສລິມດັ່ງກ່າວ.

ຫຼາຍຮ້ອຍພັນຄົນຂອງຊາວວີເກີ ກຳລັງຖືກກັກຢູ່ໃນສູນຄຸມຂັງຕ່າງໆ ຊຶ່ງປັກກິ່ງ ຮ້ອງວ່າ ບັນດາສູນສຳມະນາ.

ເທີກີເປັນບ່ອນທີ່ສຳຄັນສຳລັບຊາວວີເກີ ໃນການໂຄສະນາຕໍ່ຕ້ານການປາບປາມ ທັບມ້າງຂອງຈີນ ແຕ່ບັນດານັກເຄື່ອນໄຫວຢ້ານວ່າ ອັງກາຣາ ຈະຊອກຫາຊ່ອງ ທາງເພືີ່ອຫລຸດຜ່ອນການປະທ້ວງດັ່ງກ່າວ.

ຊາວວີເກີກຸ່ມນ້ອຍໆຈຳນວນນຶ່ງ ກ່າວຢູ່ບ່ອນປະທ້ວງໃນຕົ້ນເດືອນນີ້ວ່າ “ຢູ່ໃນ ດິນແດນຂອງເທີກີ ເຈົ້າບໍ່ສາມາດຂຶ້ນສຽງຕ້ານຈີນໄດ້.”

Uighur activists in Turkey say they face growing pressure from Turkish authorities, stoking fears that Ankara is starting to bend to Chinese lobbying.

Tens of thousands of Uighurs have sought sanctuary in Turkey from an ongoing crackdown by Chinese authorities against the mostly Muslim minority.

Hundreds of thousands of Uighurs are currently held in detention camps, which Beijing calls re-education centers.

Turkey is an important base for Uighurs campaigning against the crackdown by China, but activists fear Ankara is seeking to curb such protests.

"On Turkish soil, you cannot raise a voice against China," said a small group of Uighurs at a protest earlier this month.

XS
SM
MD
LG