ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ຕິດຕັ້ງ ໜ່ວຍລູກສອນໄຟ ຕໍ່ຕ້ານລູກສອນໄຟ ໃນເທີກີ (ວີດິໂອ)


ໜ່ວຍຍິງລູກສອນໄຟຕໍ່ຕ້ານລູກສອງໄຟແຫ່ງນຶ່ງ ໃນຫົກແຫ່ງ ທີ່ສະຫະລັດຊ່ວຍຕິດຕັ້ງ ຢູ່ໃນເທີກີ ຕາມຄໍາຮ້ອງຂໍຂອງ ລັດຖະບານເທີກີ
ໜ່ວຍຍິງລູກສອນໄຟຕໍ່ຕ້ານລູກສອງໄຟແຫ່ງນຶ່ງ ໃນຫົກແຫ່ງ ທີ່ສະຫະລັດຊ່ວຍຕິດຕັ້ງ ຢູ່ໃນເທີກີ ຕາມຄໍາຮ້ອງຂໍຂອງ ລັດຖະບານເທີກີ
ໜ່ວຍຍິງລູກສອນໄຟຕໍ່ຕ້ານ​ສູ​ກສອນ​ໄຟ 6 ໜ່ວຍ ທີ່ສ້າງໂດຍ
ສະຫະລັດ ແຕ່ໜຸນຫຼັງໂດຍເນໂຕ້ ໄດ້​ຖືກ​ຕິດ​ຕັ້ງຂຶ້ນເມື່ອ​ໄວໆ​ມາ​
ນີ້ຢູ່ໃນພາກຕາເວັນອອກສຽງໃຕ້ຂອງປະເທດເທີກີ ເພື່ອປ້ອງກັນ ການໂຈມຕີທາງອາກາດຈາກຊີເຣຍ ທີ່ປະສົບ​ກັບເສິກສົງຄາມ
ນັ້ນ. Scott Bobb ຜູ້ສື່ຂ່າວວີໂອເອ ໄດ້ໄປ​ເບິ່ງບ່ອນຕິດຕັ້ງຖານ​
ຍິງ​ລູກ​ສອນ​ໄຟແຫ່ງນຶ່ງ ຢູ່ໃກ້ເມືອງ Gaziantep ແລະມີລາຍ
ງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:

Missile Defense System Keeps Watch on Syria
please wait

No media source currently available

0:00 0:02:11 0:00
ລິງໂດຍກົງ

ທະຫານເຫຼົ່ານີ້ກໍາລັງປະຕິບັດການຄຸ້ມຄອງຮັກສາໜ່ວຍລູກສອນໄຟ Patriot ຫຼື Patriot Missiles. ລະບົບລູກສອນໄຟຕໍ່ຕ້ານ​ລູກ​ສອນ​ໄຟ​ເຫລົ່າ​ນີ້ ​ໄດ້ຖືກຕິດຕັ້ງຂຶ້ນ ຢູ່ຄ້າຍທະ
ຫານແຫ່ງນຶ່ງຂອງປະເທດເທີກີ ນອກເມືອງ Gaziantep ຕັ້ງແຕ່ເດືອນມັງກອນມາແລ້ວ.

ເມືອງນີ້ ຕັ້ງຢູ່ 50 ຫຼັກ ຫ່າງຈາກຊາຍ​ແດນຊີເຣຍ ບ່ອນທີ່ສົງຄາມກາງເມືອງທີ່ນອງເລືອດ
ຂຶ້ນນັບມື້ ​ໄດ້ເຂັ່ນຂ້າຜູ້ຄົນໄປແລ້ວ ຢ່າງໜ້ອຍ 70,000 ຄົນ ໂດຍປາກົດວ່າ ​ແມ່ນ​ຝ່າຍ
ທະຫານຂອງລັດຖະບານຊີເຣຍ ເປັນສ່ວນ ໃຫຍ່ ທີ່ຍິງໃສ່ພວກກະບົດ ທີ່ໜຸນຫຼັງໂດຍ
ເທີກີນັ້ນ ແຕ່ມີຫຼາຍໆ​ເທື່ອທີ່ລູກ ປືນ​ໃຫຍ່​ຂອງຊີເຣຍໄດ້ໄປຕົກໃສ່ເຂດຂອງເທີກີ ຊຶ່ງ​ໃນ
ກໍລະນີນຶ່ງ ໄດ້ສັງຫານຫ້າຄົນ.

ລັດຖະບານເທີກີ ໄດ້ຂໍຮ້ອງ​ເອົາລະ​ບົບຕໍ່ຕ້ານລູກສອນໄຟດັ່ງກ່າວຈາກ​ເນໂຕ້ ຫຼືອົງການ
​ສົນທິສັນຍາ​ແອັດ​ແລນ​ຕິກ​ເໜືອ.
.
ຜູ້ບັນຊາການ Charles Branson ເວົ້າວ່າ ເວລາເຄຶ່ອງເຣດາຂອງລະບົບຈັບໄດ້ວ່າ ມີສິ່ງ​
ໃດສິ່ງ​ນຶ່ງ​ທີ່​ອາດ​ສາມາດ​ເປັນໄພຂົ່ມ​ໄດ້ນັ້ນ ເຣດາກໍຈະສົ່ງຂໍ້ມູນໄປຍັງຄະນະຜູ້ບັນຊາ
ການຂອງເນໂຕ້ ຊຶ່ງໃນເວລາພຽງບໍ່ເທົ່າໃດວິນາ ທີ ພວກເຂົາເຈົ້າກໍຈະຕິດສິນ​ໃຈ​ໄດ້ວ່າ
ຈະຍິງຕອບໂຕ້ຫຼືບໍ່? ພັນໂທ Branson ເວົ້າວ່າ:

ຄະນະຜູ້ບັນຊາການເນໂຕ້ ຈະ​ເປັນ..​ ແບບວ່າ ​ເປັນຜູ້​ລົງ​ຄວາມ​ເຫັນ​ໃຫ້ພວກ
ເຮົາ ເປັນ
ຜູ້ກັ່ນກອງຂໍ້ມູນກໍ​ວ່າ​ໄດ້ ຖ້າຂໍ້ມູນຫາກອອກ​ມາບວກ ກໍໝາຍເຖິງສັດຕູ
ຖ້າອອກ​ມາລົບ ກໍໝາຍເຖິງມິດ. ມັນມີຕົວ​ລົງ​ຄວາມ​ເຫັນຫຼາຍໆ​ຢ່າງ ແຕ່ວ່າຂໍ້
ມູນນັ້ນ
​ຈະສົ່ງ​ໄປໃຫ້ໜ່ວຍຍິງ ແລ້ວມັນກໍຈະບອກລູກສອນໄຟ ໂດຍສະເພາະ
ວ່າ ໃຫ້ຍິງ​ໄປ ຫຼືບໍ່ໃຫ້ຍິງ.”

ໜ່ວຍປ້ອງກັນລູກສອນໄຟສອງໜ່ວຍ​ຢູ່​ທີ່ນີ້ ​ແມ່ນ​ມີ​ທະຫານຄຸ້ມ​ຄອງ​ຢູ່ 575 ຄົນ. ໜ່ວຍປ້ອງກັນແຕ່ລະໜ່ວຍ ມີຖານຍິງຫົກຖານ ທີ່ບັນຈຸລູກສອນໄຟທັງໝົດ 48 ລູກ.

ທັງເຢຍຣະມັນ ແລະເນເທີແລນດ໌ ຕ່າງກໍໄດ້ສົ່ງໜ່ວຍປ້ອງກັນລູກສອນໄຟແບບຄ້າຍໆ
ກັນນີ້ ໄປຍັງເທີກີ ປະ​ເທດ​ລ່ະສອງ​ໜ່ວຍ. ເນໂຕ້ເວົ້າວ່າ ລະບົບລູກສອນໄຟດັ່ງກ່າວ
ມີວັດຖຸ ປະສົງເພື່ອປ້ອງກັນເທົ່ານັ້ນ ຊຶ່ງ​ເທົ່າເຖິງປັດຈຸບັນນີ້ ກໍຍັງບໍ່ໄດ້ຍິງຈັກລູກເທື່ອ.

ຮ້ອຍເອກຍິງ Leslie Dembeck ຜູ້ບັນຊາການໜ່ວຍປ້ອງກັນລູກ​ສອນ​ໄຟ ເວົ້າວ່າ ແນວໃດກໍດີ ພວກທີມງານກໍຈະຕ້ອງຝຶກຊ້ອມຄວາມຊໍານານຂອງຕົນໄວ້ ຢູ່​ເລື້ອຍໆ.
ຮ້ອຍ​ເອກ Dembeck ເວົ້າວ່າ:

“ມັນໃຫ້ທາງເລືອກເຮົາ ​ໃນ​ການເຝິກອົບຮົມ ບ່ອນທີ່ພວກເຮົາສາມາດເຝິກ
ແອບ
ຮັບມືກັບໄພຂົ່ມຂູ່ ຢູ່​ໃນສະຖານະການຈໍາລອງໄດ້.”

ສ່ວນຮ້ອຍຕີ Mary Jocelyn ເວົ້າວ່າ ເຖິງແມ່ນພວກສະມາຊິກ​ທີ​ມຮັກສາໜ່ວຍ​ປ້ອງ​
ກັນ​ລູກ​ສອນ​ໄຟ ຈະຢູ່ຫ່າງໄກຈາກບ້ານກໍຕາມ ແຕ່ພວກເຂົາເຈົ້າກໍມີຄວາມມຸ້ງໝັ້ນຕໍ່
ໜ້າທີ່. ຮ້ອຍຕີ Jocelyn ເວົ້າວ່າ:

​ເພື່ອໂອກາດໄດ້ຊົມໃຊ້ປະສົບ​ປະການ​ດ້ານ​ການ​ເຝິກອົບຮົ​ມທັງ​ໝົດຂອງພວກ
ເຮົາ
​ໃນ​ສະພາບ​ໂຕ​ຈິງ ກໍຄືສາມາດຊ່ວຍ ເພື່ອນຄົນ​ນຶ່ງໄດ້ ​ເວລາພວກເຂົາເຈົ້າ
ຂໍຮ້ອງໃຫ້ຊ່ວຍ ແລະສາມາດຢືນຢັດ
ຢູ່ຄຽງ​ຂ້າງ ກັບຊາວເທີກີ.”

ພວກ​ທະຫານ​ເຫຼົ່ານີ້ບໍ່ຮູ້ວ່າ ພວກເຂົາເຈົ້າຈະ​ໄດ້ຢູ່ປະຕິບັດໜ້າທີ່ນີ້ດົນປານໃດ. ຝ່າຍ​
ຕໍ່ຕ້ານໃນຊີເຣຍໄດ້ຜັກດັນ ໃຫ້ມີການຈັດ​ຕັ້ງເຂດຫ້າມບິນ ທີ່​ຄຸ້ມ​ຄອງ​ໂດ​ຍຫຼາຍຝ່າຍ
ຢູ່ໃນຊີເຣຍ ແຕ່ກໍ​ຍັງ​ບໍ່ເກີດ​ຂຶ້ນ​ເທື່ອ ​ແລະ​ໃນ​ເມື່ອບໍ່ມີ​ເຂດ​ຫ້າມ​ບິນ​ນັ້ນແລ້ວ ໜ່ວຍປ້ອງ
ກັນລູກສອນໄຟ Patriot ກໍ​ແມ່ນເປັນກໍາລັງ​ແນວໜ້າ ​ໃນ​ການປ້ອງກັນ​ເຂດຊາຍແດນ
ຂອງເທີກີ ຕິດ​ກັບ​ຊີເຣຍນັ້ນ.
XS
SM
MD
LG