ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເທີກີ ແລະ ຣັດເຊຍ ຕົກລົງຈັດຕັ້ງ ເຂດປອດ ທະຫານ ໃນແຂວງອິດລິບ ຂອງຊີເຣຍ


ລົດຫຸ້ມເກາະຂອງກອງທັບເທີກີ ກຳລັງລາດຕະເວນ ຢູ່ເສັ້ນຊາຍແດນ ຕັ້ງຢູ່ຟາກກົງກັນຂ້າມກັບ ເມືອງ ອາຕີມາ ຂອງຊີເຣຍ ໃນແຂວງອິດລິບ, ໃນພາບນີ້ ທີ່ຖ່າຍຈາກເມືອງ ເຣຮານລີ ຂອງແຂວງ ຮາໄຕ, ປະເທດເທີກີ ເມື່ອວັນທີ 10 ເດືອນຕຸລາ 2017.
ລົດຫຸ້ມເກາະຂອງກອງທັບເທີກີ ກຳລັງລາດຕະເວນ ຢູ່ເສັ້ນຊາຍແດນ ຕັ້ງຢູ່ຟາກກົງກັນຂ້າມກັບ ເມືອງ ອາຕີມາ ຂອງຊີເຣຍ ໃນແຂວງອິດລິບ, ໃນພາບນີ້ ທີ່ຖ່າຍຈາກເມືອງ ເຣຮານລີ ຂອງແຂວງ ຮາໄຕ, ປະເທດເທີກີ ເມື່ອວັນທີ 10 ເດືອນຕຸລາ 2017.

ບັນດາເຈົ້າໜ້າທີ່ ຂອງເທີກີ ແລະ ຣັດເຊຍ ກ່າວວ່າ ພວກເພິ່ນໄດ້ຕົກລົງກັນ ໃນເລື້ອງ
ຂອບເຂດຂອງເຂດປອດທະຫານ ອ້ອມຮອບແຂວງອິດລິບ ຂອງຊີເຣຍ.

ການປະກາດດັ່ງກ່າວ ໃນວັນສຸກວານນີ້ ມີ​ຂຶ້ນຫຼັງຈາກການເຈລະຈາ ເປັນເວລາສາມວັນ
ໃນສັບປະດານີ້ ໃນຄວາມພະຍາຍາມ ເພື່ອທີ່ຈະຈັດຕັ້ງຂອບເຂດ ລະ​ຫວ່າງ 15 ຫາ 20
ກິໂລແມັດ ຂຶ້ນມາ ອັນເປັນສ່ວນນຶ່ງ ຂອງການຕົກລົງ ເພື່ອທີ່ຈະຫລີກເວັ້ນ ການບຸກໂຈມ
ຕີທາງທະຫານຕໍ່ພື້ນທີ່ ປົກຄອງແຫ່ງສຸດທ້າຍ ຂອງພວກຕໍ່ຕ້ານລັດຖະບານຊີເຣຍ. ເທີກີ
ໄດ້ສະໜອງທີ່ພັກອາໄສຊົ່ວຄາວ ໃຫ້ແກ່ພວກອົບພະຍົບຊີເຣຍ ຫຼາຍກວ່າ 3 ລ້ານຄົນ
ແລ້ວ ແລະຢ້ານວ່າ ຈະເກີດ ການລັ່ງໄຫລເຂົ້າມາທາງຊາຍແດນຂອງຕົນ ຖ້າຫາກ
ແຂວງອິດລິບຖືກໂຈມໂດຍ ກອງກຳລັງຂອງຊີເຣຍ.

ໂຄສົກຂອງປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຍິບ ເອີດ​ວານ ໄດ້ກ່າວວ່າ ພວກເຈົ້າ
ໜ້າທີ່ທະຫານ ແລະສືບລັບ ຂອງເທີກີ ແລະ ຣັດເຊຍ ກຳລັງທຳງານຮ່ວມກັນ ເພື່ອຫາ
ວິທີທາງກວດລ້າງພວກກຸ່ມກໍ່ການຮ້າຍ ອອກໄປຈາກເຂດກັນຊົນດັ່ງກ່າວ. ໂຄສົກຂອງ
ປະທານາທິບໍດີ ທ່ານ ອີບຣາຮີມ ຄາລິນ ໄດ້ກ່າວວ່າ ເປົ້າໝາຍ ກໍແມ່ນວ່າ ເພື່ອປົກປ້ອງ
ພົນລະເມືອງແຂວງອິດລິບ ໃຫ້ຮັບປະກັນ ວ່າ ພວກເຂົາເຈົ້າແມ່ນພາກສ່ວນນຶ່ງ ຂອງ
ຂະບວນການດ້ານການເມືອງ ທີ່ໄດ້ຖືກອອກແບບເພື່ອແກ້ໄຂວິກິດການໃນຊີເຣຍ.

ໃນວັນຈັນ ທີ 17 ກັນຍາຜ່ານມາ ຣັດເຊຍ ແລະເທີກີ ໄດ້ຕົກລົງທີ່ຈະສ້າງຕັ້ງ ເຂດກັນ
ຊົນຂຶ້ນ ຢູ່ໃນ​ແຂວງອິດລິບ ໂດຍກ່າວວ່າ ມັນຄວນຈະ “ຫລີກເວັ້ນ” ການປະຕິບັດການ
ທາງທະຫານຂະໜາດໃຫຍ່ ແລະ ສະໜອງການບັນເທົາທຸກ ໃຫ້ແກ່ພົນລະເມືອງ
ຈຳນວນ 3 ລ້ານຄົນ ຢູ່ທີ່ນັ້ນ.

Turkish and Russian officials say they have agreed on the borders for a demilitarized zone around Syria's Idlib.

The announcement Friday follows three days of talks this week on the effort to set up the 15- to 20-kilometer zone as part of a bid to prevent a military assault on Syria's last rebel-held enclave. Turkey already shelters more than 3 million Syrian refugees and fears an exodus toward its borders if Idlib were to be attacked by Syrian forces.

A spokesman for Turkish President Recep Tayyip Erdogan said Turkish and Russian military and intelligence agents were working together to figure out how to remove terror groups from the buffer zone. Presidential spokesman Ibrahim Kalin said the goal is to protect Idlib's citizens to ensure they are part of the political process designed to resolve the Syria crisis.

On Monday, September 17, Russia and Turkey agreed to create the buffer zone in the Idlib region, saying it should "avert" a full-scale military operation and provide a reprieve for some 3 million civilians there.

XS
SM
MD
LG