ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ຕ້ານຢັນຕໍ່ການກົດດັນ ໃຫ້ຮັບເອົາ ອົບພະຍົບ ອັຟການິສຖານ ແລະຮຽກຮ້ອງໃຫ້ໂລກ ຮັບເອົາພາລະນີ້ແທນ


ພວກອົບພະຍົບອັຟການິສຖານ 117 ຄົນ ທີ່ມີສ່ວນກ່ຽວຂ້ອງກັບອົງການເນໂຕ້ ໄດ້ຖືກຍົກຍ້າຍໄປອັງກິດ ຈາກໂຄໂຊໂວ ຫຼັງຈາກທີ່ພວກເຂົາໄດ້ຖືກຍົກຍ້າຍ ອອກມາຈາກອັຟການິສຖານ.
ພວກອົບພະຍົບອັຟການິສຖານ 117 ຄົນ ທີ່ມີສ່ວນກ່ຽວຂ້ອງກັບອົງການເນໂຕ້ ໄດ້ຖືກຍົກຍ້າຍໄປອັງກິດ ຈາກໂຄໂຊໂວ ຫຼັງຈາກທີ່ພວກເຂົາໄດ້ຖືກຍົກຍ້າຍ ອອກມາຈາກອັຟການິສຖານ.

ເທີກີຮຽກຮ້ອງໃຫ້ນາໆຊາດເອົາມາດຕະການຮ່ວມກັນ ເພື່ອຮັບມືກັບວິກິດການດ້ານມະນຸດສະທຳ ຢູ່ໃນອັຟການິສຖານ. ການຮຽກຮ້ອງນີ້ ມີຂຶ້ນໃນຂະນະທີ່ເທີກີ ກໍໄດ້ຮັບເອົາພວກຊາວອົບພະຍົບຈາກທົ່ວໂລກ ເປັນຈຳນວນຫຼາຍທີ່ສຸດຢູ່ແລ້ວ ແລະເຕືອນວ່າ ຕົນບໍ່ສາມາດ ຮັບເອົາໄດ້ຕື່ມອີກ. ໂດຣຽນ ໂຈນສ໌ ລາຍງານມາໃຫ້ວີໂອເອ ຈາກນະຄອນອິສຕານບູລ ຊຶ່ງໄຊຈະເລນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດຂອງເທີກີ ທ່ານແມບວ໌ລຸດ ຄາວູໂຊກລູ ກ່າວຖະແຫລງຕໍ່ກອງປະຊຸມຂັ້ນສູງຂອງອົງການສະຫະປະຊາຊາດ ກ່ຽວກັບອັຟການິສຖານ ໃນວັນຈັນຜ່ານມານີ້ ທີ່ໄດ້ເຕືອນວ່າ ພວກຊາວອັຟການິສຖານຫຼາຍລ້ານຄົນທີ່ໄດ້ຍົກຍ້າຍຖິ່ນຖານ ແລະກຳລັງປະເຊີນກັບວິກິດການດ້ານມະນຸດ ສະທຳນັ້ນ ດຽວນີ້ ເຖິງເວລາສຳລັບການເອົາມາດຕະການຮ່ວມກັນ.

ທ່ານຄາວູໂຊກລູ ກ່າວເປັນພາອັງກິດວ່າ “ວິກິດການດ້ານມະນຸດສະທຳແລະຄວາມໝັ້ນຄົງ ຢູ່ໃນອັຟການິສຖານ ຈະມີຜົນກະທົບໂດຍກົງໄປໃນທົ່ວໂລກ. ສະນັ້ນ ພວກເຮົາຄວນເອົາມາດຕະການຮ່ວມກັນດຽວນີ້.”

ບັນດາຜູ້ນຳຂອງເທີກີ ຢ້ານວ່າ ການຫລັ່ງໄຫລອອກຈາກປະເທດ ຜ່ານເຂົ້າມາໃນເຂດແດນຂອງຕົນ ໃນຂະນະທີ່ພວກຊາວອົບພະຍົບພາກັນຫລົບໜີຈາກອັຟການິສຖານ ແລະມຸ້ງໜ້າໄປຍັງທະວີບຢູໂຣບ.

ເມື່ອອາທິດແລ້ວນີ້ ອົງການຂ້າຫຼວງໃຫຍ່ອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ທ່ານຟີລິບໂປ ກຣານດີ ໄດ້ເດີນທາງໄປຢ້ຽມຢາມເທີກີ ເປັນເວລາ ສີ່ວັນ ແລະໄດ້ຍົກຍ້ອງປະເທດດັ່ງກ່າວ ສຳລັບການຮັບເອົາພວກຊາວອົບພະຍົບເກືອບ 4 ລ້ານຄົນ ຜູ້ທີ່ໄດ້ພາກັນຜ່າຍໜີສົງຄາມກາງເມືອງໃນຊີເຣຍ.

ພາຍໃຕ້ການຕົກລົງກັບສະຫະພາບຢູໂຣບ ຫຼື ອີຢູ ເທີກີ ຈະໄດ້ຮັບເງິນຊ່ອຍເຫຼືອຫຼາຍຕື້ໂດລາເພື່ອການຮັບເອົາພວກຊາວຊີເຣຍທັງຫຼາຍ.

ຜູ້ນຳບາງຄົນຂອງສະຫະພາບຢູໂຣບ ໄດ້ສະເໜີແນະໃຫ້ຂະຫຍາຍຂໍ້ຕົກລົງ ລວມເອົາຊາວອັຟການິສຖານນຳ ໂດຍກ່າວອ້າງວ່າ ພວກຊາວອົບພະຍົບທັງຫຼາຍຄວນໄດ້ຮັບທີ່ພັກອາໄສໃກ້ທີ່ສຸດກັບສະຖານທີ່ຕົ້ນກຳເນີດຂອງພວກເຂົາ.

ແຕ່ພັກຝ່າຍຄ້ານຫຼັກ CHP ຂອງເທີກີ ພວມຕ້ອງຕິນະໂຍບາຍດ້ານອົບພະຍົບຂອງລັດຖະບານຢ່າງໜັກ.

ທ່ານຢູໂນລ ເຊວິໂກຊ (Unal Cevikoz) ເປັນຮອງປະທານສະພາສັງກັດພັກ CHP ກ່າວເປັນພາສາອັງກິດວ່າ “ມັນເປັນປະຫວັດ ຂອງການຄຸ້ມຄອງທີ່ຜິດ ພາດຢ່າງຮ້າຍແຮງ. ມັນເປັນພຽງແຕ່ຄວາມສຳພັນແບບທຸລະກິດລະຫວ່າງເທີກີ ແລະສະຫະພາບຢູໂຣບ. ແລະພວກເຂົາພຽງແຕ່ຢາກໃຫ້ການຫຼັ່ງໄຫຼຂອງພວກຊາວອົບພະຍົບຍຸຕິລົງ ໂດຍການໃຫ້ການຊ່ອຍເຫຼືອດ້ານການເງິນຈຳນວນນຶ່ງ. ປະຊາກອນຂອງເທີກີສ່ວນໃຫຍ່ ຄຶດວ່າ ການຮັບພາລະຮ່ວມກັນ ເປັນການແບ່ງປັ່ນທີ່ບໍ່ເປັນທຳ ພາຍໃນປະຊາຄົມນາໆຊາດ ແລະພວກເຮົາຍັງຢ້ານວ່າ ການຄຸ້ມຄອງທີ່ຜິດພາດແບບດຽວກັນນັ້ນ ຈະຍັງສືບຕໍ່ໄປໃນກໍລະນີຂອງອັຟການິສຖານ.”

ບັນດາເຈົ້າໜ້າທີ່ອາວຸໂສຂອງອີຢູ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງອັງກາຣາ ເມື່ອອາທິດແລ້ວນີ້ ເພື່ອເຈລະຈາກ່ຽວກັບຂໍ້ຕົກລົງດ້ານອົບພະຍົບກັບເທີກີ. ອັງກາຣາ ຍືນຢັດວ່າ ຕົນບໍ່ສາມາດຮັບເອົາພວກອົບພະຍົບໄດ້ຕື່ມອີກຕໍ່ໄປ ແລະຮຽກຮ້ອງໃຫ້ອີຢູ ຮັບພາລະຮ່ວມກັນ.

ນັກວິເຄາະບາງຄົນ ກ່າວວ່າ ອັງກາຣາຕ້ອງການເງິນຈາກຢູໂຣບ ແຕ່ນັກວິຊາ ການດ້ານສາຍສຳພັນລະຫວ່າງປະເທດ ທ່ານໂຊລ ໂອແຊລ ກ່າວວ່າ ປະທາ ນາທິບໍດີຂອງເທີກີ ທ່ານຣີເຊັບ ໄຕຢິບ ເອີໂດອານ ຄວນຕ້ອງການຫຼາຍກວ່າເງິນຈູງໃຈ ທີ່ຈະເຮັດໃຫ້ປະຊາຊົນຂອງທ່ານເຊື່ອ.

ທ່ານໂອແຊລ ກ່າວເປັນພາສາອັງກິດວ່າ “ທ່ານຈະສະແດງໃຫ້ປະເທດເຫັນວ່າ ບາງສິ່ງບາງຢ່າງນັ້ນ ມີຄ່າຫຼາຍກວ່າເງິນ ແລະອັນນັ້ນ ກໍຄືການອອກວີຊາໂດຍປາສະຈາກຂໍ້ຈຳກັດໃດໆ ຊຶ່ງຂ້າພະເຈົ້າບໍ່ຄຶດວ່າ ພວກປະເທດຢູໂຣບ ຈະສາ ມາດທີ່ຈະເຮັດໄດ້.”

ການເດີນທາງປາສະຈາກວີຊາສຳລັບພວກຊາວເທີກີ ຢູ່ໃນສະຫະພາບຢູໂຣບ ເປັນສ່ວນນຶ່ງຂອງຂໍ້ຕົກລົງຕັ້ງແຕ່ຕົ້ນ ກ່ຽວກັບພວກອົບພະຍົບຊີເຣຍ ແຕ່ຈົນເຖິງປັດຈຸບັນນີ້ ກໍໄດ້ຖືກກີດກັນໂດຍສະມາຊິກຂອງສະຫະພາບຢູໂຣບບາງປະເທດ.

ໂດຍທີ່ລະດັບຄວາມນິຍົມຊົມຊອບຂອງທ່ານເອີໂດອານ ຕົກຕ່ຳລົງຢ່າງຫຼວງ ຫຼາຍ ໃນການຢັ່ງຫາງສຽງຄວາມຄິດເຫັນຂອງມະຫາຊົນ ແລະການຢັ່ງຫາງສຽງແບບດຽວກັນ ຊີ້ໃຫ້ເຫັນວ່າ ມະຫາຊົນຄັດຄ້ານຢ່າງແຮງ ຕໍ່ການຮັບເອົາພວກຊາວອົບພະຍົບອັຟການິສຖານ ແລະບັນດານັກວິເຄາະຄາດຄະເນວ່າ ຂໍ້ຕົກລົງ ໃໝ່ໃດໆຂອງອີຢູກັບເທີກີ ກ່ຽວກັບອົບພະຍົບນັ້ນ ຈະເປັນໄປໄດ້ຍາກ ແລະກໍເຕັມໄປດ້ວຍຄວາມສ່ຽງທາງດ້ານການເມືອງ ສຳລັບຜູ້ນຳຂອງເທີກີ.

Turkey is calling for collective international action to deal with the humanitarian crisis in Afghanistan. The call comes as Turkey, already hosting the largest number of refugees globally, warns it cannot take any more. For VOA, Dorian Jones reports from Istanbul.

Turkish Foreign Minister Mevlut Cavusoglu, addressing a high-level United Nations meeting on Afghanistan Monday, warned that with millions of Afghans displaced and facing a humanitarian crisis, now is the time for collective action.

(CAVUSOGLU ACT IN ENGLISH)

"A humanitarian and security crisis in Afghanistan would have direct implications across the globe. So, we should take the collective action now."

Turkish leaders fear an Afghan exodus through its territory as refugees flee Afghanistan and head for Europe.

Last week, the UN High Commissioner for refugees, Filippo Grandi, paid a four-day visit to Turkey and praised the country for receiving nearly four million refugees who fled the Syrian civil war.

Under a deal with the European Union, Turkey gets billions of dollars in aid to host the Syrians.

Some EU leaders are already suggesting the agreement be extended to include Afghans, claiming refugees should be hosted in locations closest to their places of origin.

But Turkey’s main opposition CHP party is strongly critical of the government's refugee policy.

Unal Cevikoz is a CHP parliamentary deputy.

(CEVIKOZ ACT IN ENGLISH)

"It is a record of serious mismanagement. It was simply a transactional relationship between Turkey and the European Union. And they simply wanted to stop the flow of refugees by giving some financial assistance to Turkey. A majority of the Turkish population thinks that burden-sharing is not fairly distributed in the international community, and we are also scared the same mismanagement will continue in the case of Afghanistan."

Senior EU officials visited Ankara last week to talk about the refugee deal with Turkey. Ankara insists it cannot take any more refugees and calls for the EU to share the burden.

Some analysts say Ankara needs the money from Europe, but international relations expert Sol Ozel says Turkish President Recep Tayyip Erdogan will need more than monetary incentives to convince his people.

(OZEL ACT IN ENGLISH)

"He will have to show to the country something more than just money, and that is visa liberalization, which I don't (think) the Europeans are capable of delivering on."

Visa-free travel for Turks in the European Union was part of the original Syrian refugee deal, but until now has been blocked by some EU members.

With Erdogan’s ratings languishing at record lows in opinion polls and the same polls indicating strong public opposition to receiving Afghan refugees, analysts predict any new EU refugee deal with Turkey will be difficult and fraught with political risk for the Turkish leader.

XS
SM
MD
LG