ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ປະຕິເສດຕໍ່ ການຕັດສິນ ຂອງສານ ສຫລ ກ່ຽວກັບ ນັກທະນາຄານ ຊາວເທີກີ


ໃນພາບແຕ້ມຢູ່ໃນສານ, ຜູ້ພິພາກສາ ທ່ານຣິດຊາຣດ໌ ເບີແມນ (Richard Berman) ກ່າວຕໍ່ຄະນະຕຸລາການ ເມື່ອຕອນທ້າຍ ຂອງວັນສະຫລຸບ ການດຳເນີນຄະດີ ການສໍ້ລາດບັງຫລວງ ຂອງຜູ້ບໍລິຫານ ທະນາຄານ Halkbank ທ່ານ ເມເມັດ ຮາຄານ ອາທີລລາ, ວັນທີ 22 ທັນວາ 2017.
ໃນພາບແຕ້ມຢູ່ໃນສານ, ຜູ້ພິພາກສາ ທ່ານຣິດຊາຣດ໌ ເບີແມນ (Richard Berman) ກ່າວຕໍ່ຄະນະຕຸລາການ ເມື່ອຕອນທ້າຍ ຂອງວັນສະຫລຸບ ການດຳເນີນຄະດີ ການສໍ້ລາດບັງຫລວງ ຂອງຜູ້ບໍລິຫານ ທະນາຄານ Halkbank ທ່ານ ເມເມັດ ຮາຄານ ອາທີລລາ, ວັນທີ 22 ທັນວາ 2017.

ເທີກີ ໃນວັນພະຫັດມື້ນີ້ ບໍ່ເອົາຫົວຊານຳການຕັດສິນຂອງສານສະຫະລັດ ທີ່ໄດ້ພົບເຫັນ
ວ່າ ນັກທະນາຄານຊາວເທີກີຄົນນຶ່ງ ມີຄວາມຜິດຖານມີສ່ວນກ່ຽວຂ້ອງກັບແຜນການ
ຫຼີກເວັ້ນ ມາດຕະການລົງໂທດຕໍ່ອີຣ່ານ ທີ່ມີມູນຄ່າຫຼາຍຕື້ໂດລາ.

ສານແຫ່ງນຶ່ງ ຢູ່ໃນນະຄອນນິວຢອກ ໄດ້ພົບເຫັນວ່າ ທ່ານ ເມເມັດ ຮາຄານ ອາທີລລາ
ມີຄວາມຜິດ ໃນ 4 ກະທົງ ຖານສົມຮູ້ຮ່ວມຄິດ ລວມມີ ສົມຮູ້ຮ່ວມຄິດເພື່ອສໍ້ໂກງ
ສະຫະລັດ ພ້ອມດ້ວຍນຶ່ງກະທົງ ໃນການສໍ້ໂກງທະນາຄານ. ຜູ້ຊາຍອາຍຸ 47 ປີ ທີ່ຖື
ສັນຊາດເທີກີຄົນນີ້ ໄດ້ພົ້ນໂທດ ໃນຂໍ້ຫາຟອກເງິນ.

ກະຊວງການຕ່າງປະເທດຂອງເທີກີ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ການຕັດສິນ
ດັ່ງກ່າວ ແມ່ນບໍ່ເປັນທຳ ແລະເປັນທີ່ໜ້າເສຍໃຈ ແລະກໍຍັງເປັນການແຊກແຊງ
ເຂົ້າໃນກິດຈະການ ພາຍໃນຂອງເທີກີ ແບບທີ່ບໍ່ເຄີຍມີມາກ່ອນ.

ຮອງນາຍົກລັດຖະມົນຕີ ເທີກີ ທ່ານ ເບເຄີຣ ໂບສແດກ ໄດ້ກ່າວໃນທວິດເຕີ ວ່າ ການ
ຕັດສິນຂອງຄະນະຕຸລາການ ນັ້ນ ຖືວ່າບໍ່ມີຄຸນຄ່າທາງດ້ານກົດໝາຍ ໃດໆຢູ່ໃນເທີກີ.

ຄະດີນີ້ ໄດ້ເຮັດໃຫ້ສາຍພົວພັນລະຫວ່າງ ເທີກີ ແລະ ສະຫະລັດ ເຄັ່ງຕຶງ.

ທ່ານ ອາທີລລາ ເປັນຮອງຜູ້ຈັດການໃຫຍ່ ທະນາຄານລັດວິສາຫະກິດ Halk-bank
ຂອງເທີກີ. ບັນດາໄອຍະການຂອງສະຫະລັດ ໄດ້ຟ້ອງທ່ານອາທີລລາ ໃນຂໍ້ຫາຊ່ອຍ
ອຳນວຍຄວາມສະດວກ ໃຫ້ແກ່ການຕົກລົງ ເຊິ່ງອີຣ່ານແລກປ່ຽນນ້ຳມັນ ແລະແກັສ ກັບ
ຄຳ ໂດຍເຮັດການຊື້ຂາຍດັ່ງກ່າວ ຜ່ານທາງທະນາຄານຕ່າງໆ ຂອງສະຫະລັດ ໂດຍບໍ່
ໃຫ້ພວກເຂົ້າເຈົ້າຮັບຮູ້ນຳດ້ວຍ.

ໄດ້ຍິນສຽງບັນທຶກ ການສົນທະນາທາງໂທລະສັບຂອງທ່ານອາທີລລາ ໃນການເຮັດ
ຂໍ້ຕົກລົງປອມຂຶ້ນມາ ໃນດ້ານອາຫານແລະກະສິກຳ ກັບອີຣ່ານ ເພື່ອປິດບັງ ຂໍ້ຕົກລົງ
ອັນແທ້ຈິງ ກໍແມ່ນການຂາຍນ້ຳມັນ ນັ້ນເອງ. ທະນາຍຄວາມຂອງທ່ານອາທີລລາ ໄດ້
ກ່າວວ່າ ລູກຄວາມຂອງລາວ ເປັນພຽງ “ຄົນຊວຍທີ່ຖືກໃຊ້ເປັນເຄື່ອງມື” ໃນຂໍ້ຕົກລົງ
ທັງຫຼາຍເຫຼົ່ານັ້ນ ແລະຖິ້ມໂທດໃສ່ຫົວໜ້າຂອງທ່ານອາທີລລາ ຄື ທ່ານ ຣີຊາ ຊາຣຣາບ
ແທນ.

ສ່ວນທ່ານຊາຣຣາບ ຊຶ່ງເປັນຄົນເທີກີ ຖືສັນຊາດອີຣ່ານ ເປັນພໍ່ຄ້າຜູ້ທີ່ໄດ້ຍອມ ຮັບວ່າ
ໄດ້ຈັດແຈງການຕົກລົງດັ່ງກ່າວ ທ່ານໄດ້ບອກສານວ່າ ທ່ານໄດ້ຈ່າຍປະ ມານ 50 ລ້ານ
ໂດລາ ເປັນສິນບົນ ໃນປີ 2012 ໃຫ້ແກ່ລັດຖະມົນຕີ ກະຊວງການເງິນຂອງເທີກີ ເພື່ອ
ຊຸກຍູ້ໃຫ້ຂໍ້ຕົກລົງທັງຫຼາຍຜ່ານໄປໄດ້. ທ່ານຊາຣຣາບ ໄດ້ໃຫ້ການຕໍ່ສານວ່າ ທ່ານເຊື່ອ
ວ່າ ປະທານາທິບໍດີ ຣີເຊັບ ທາຍິບ ເອີດວນ ໄດ້ ຮັບຮູ້ນຳ ແຜນການດັ່ງກ່າວນັ້ນ.

ທ່ານເອີດວນ ໄດ້ກ່າວວ່າ ຄະດີນີ້ ແມ່ນເປັນການສົມຮູ້ຮ່ວມຄິດຂອງອາເມຣິກາ ເພື່ອ
ນຳມາເປັນຂໍ້ຕໍ່ລອງ ກັບເທີກີ ເຊິ່ງເປັນພັນທະມິດຍຸດທະສາດ ກັບ ສະຫະລັດ ໃນກິດ
ຈະການຕ່າງໆ ຢູ່ໃນພາກຕາເວັນອອກກາງ.

ອີຣ່ານ ແລະ ສະຫະລັດ ໄດ້ມີສາຍພົວພັນທີ່ບໍ່ຄ່ອຍອົບອຸ່ນ ນັບຕັ້ງແຕ່ ວິກິດການ ຈັບ
ເອົາຊາວອາເມຣິກັນເປັນໂຕປະກັນ ໂດຍອີຣ່ານ ຈາກປີ 1979 ຫາ 1981 ເປັນຕົ້ນມາ
ເຊິ່ງ ຊາວອາເມຣິກັນ 52 ຄົນ ໄດ້ຖືກຄວບຄຸມໂຕ ໂດຍພວກນັກເຄື່ອນໄຫວທີ່ເປັນນັກ
ສຶກສາ ຢູ່ໃນອີຣ່ານ ເປັນເວລາ 444 ວັນ ຈົນກວ່າໄດ້ມີການເຈລະຈາເພື່ອປ່ອຍໂຕ.
ມາບັດນີ້ ສະຫະລັດ ໄດ້ຫ້າມເກືອບທຸກການຕົກລົງໃດໆ ທາງດ້ານການເງິນ ກັບອີຣ່ານ
ເຊິ່ງອີຣ່ານ ເປັນປະເທດທີ່ຜະລິດນ້ຳມັນທີ່ສຳຄັນ.

Turkey Corruption
please wait
Embed

No media source currently available

0:00 0:00:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG