ເທີກີ ໄດ້ປົດລັດຖະກອນພົນລະເຮືອນ ທະຫານ ແລະສາລະວັດທະຫານເກືອບສີ່ພັນ
ຄົນອອກຈາກປະຈຳການ ໃນອັນທີ່ປາກົດວ່າເປັນການກວດລ້າງທີ່ກ່ຽວຂ້ອງກັບການ
ເຮັດລັດຖະປະຫານໃນປີກາຍນີ້.
ເທີກີໄດ້ປະກາດກ່ຽວກັບການເຄື່ອນໄຫວດັ່ງກ່າວໃນວັນເສົາວານນີ້ໂດຍກ່າວໃນໜັງ
ສືພິມ Gazetta ຂອງລັດຖະບານເທີກີວ່າ ພວກທີ່ຖືກປົດ ແມ່ນຮວມທັງ ພະນັກງານ
ຂອງກະຊວງຍຸຕິທຳ 1,127 ຄົນທີ່ປະກອບດ້ວຍເຈົ້າໜ້າທີ່ຍາມຄຸກເຈົ້າໜ້າທີ່ກະຊວງ
ສຶກສາ ແລະພວກພະນັກງານກະຊວງກິດຈະການສາສະໜາ.
ເປັນທີ່ປາກົດວ່າ ນີ້ແມ່ນນຶ່ງ ໃນການກວດລ້າງ ພະນັກງານທີ່ໃຫຍ່ທີ່ສຸດ ນັບແຕ່ໄດ້ມີ
ການພະຍາຍາມເຮັດລັດຖະປະຫານ ໃນເດືອນກໍລະກົດປີກາຍນີ້.
ນັບແຕ່ນັ້ນມາ ມີປະມານ 120,000 ຄົນໄດ້ຖືກປົດອອກຈາກໜ້າທີ່ລັດຖະກອນ ພົນ
ລະເຮືອນແລະພາກເອກກະຊົນ ແລະມີຫລາຍກວ່າ 40,000 ຄົນໄດ້ຖືກຈັບ.
ນອກນັ້ນ ໃນວັນເສົາວານນີ້ ເທີກີຍັງໄດ້ປະກາດວ່າ ຕົນໄດ້ຫ້າມບໍ່ໃຫ້ອອກລາຍການ
ນັດພົບທາງໂທລະພາບແລະການເຂົ້າໄປເບິ່ງຂໍ້ມູນການຄົ້ນຄວ້າອອນໄລນ໌ Wikipe-
dia. ອັງກາຣາກ່າວວ່າ Wikipedia ໄດ້ສະເໜີແນະວ່າ ເທີກີໃຫ້ການຮ່ວມມືກັບພວກ
ກໍ່ການຮ້າຍ.
Turkey has dismissed nearly 4,000 people from its civil service, military, and gendarmerie, in what appears to be a purge related to last year's attempted coup.
Turkey announced the move on Saturday, saying in the government's Official Gazette that those let go include 1,127 employees of the justice ministry, made up of prison guards, academics and religious affairs ministry employees.
It appears to be one of the largest such purges since the coup attempt last July.
Since that time some 120,000 people have been suspended from their jobs in civil service and the private sector, and more than 40,000 people were arrested.
Also Saturday, Turkey announced it has banned television dating programs, and access to the Wikipedia online research tool. Ankara says Wikipedia has suggested Turkey is cooperating with terror groups.