ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທີກີ ທ້າທາຍ ສະຫະລັດ ຂະນະທີ່ ຣັດເຊຍ ຈັດສົ່ງ ລູກສອນໄຟ ຕື່ມອີກ


ລົດ​ທະ​ຫານ ແລະ​​ສ່ວນ​ນຶ່ງ ຂອງລະ​ບົບ​ປ້ອງ​ກັນ​ລູ​ກສອນ​ໄຟ S-400 ກຳ​ລັງ​ຂົນ​ອອກ​ຈາກ ​ເຮ​ື​ອ​ບິນຂົນ​ສົ່ງ​ຣັດ​ເຊຍ ທີ່​ຖານ​ທັບ​ອາ​ກາດ Murted ໃນ​ນະ​ຄອນ​ອັງ​ກາ​ຣາ ປະ​ເທດ​ເທີ​ກີ ວັນ​ທີ 12 ກໍ​ລະ​ກົດ 2019.
ລົດ​ທະ​ຫານ ແລະ​​ສ່ວນ​ນຶ່ງ ຂອງລະ​ບົບ​ປ້ອງ​ກັນ​ລູ​ກສອນ​ໄຟ S-400 ກຳ​ລັງ​ຂົນ​ອອກ​ຈາກ ​ເຮ​ື​ອ​ບິນຂົນ​ສົ່ງ​ຣັດ​ເຊຍ ທີ່​ຖານ​ທັບ​ອາ​ກາດ Murted ໃນ​ນະ​ຄອນ​ອັງ​ກາ​ຣາ ປະ​ເທດ​ເທີ​ກີ ວັນ​ທີ 12 ກໍ​ລະ​ກົດ 2019.

ຣັດເຊຍ ສືບຕໍ່​ຈັດ​ສົ່ງ​ລະ​ບົບ​ລູກ​ສອນ​ໄຟ S-400 ​ໄປ​ໃຫ້​ເທີ​ກີ ເປັນມື້ທີສອງລຽນຕິດ ​ຊຶ່ງ​
ເປັນການ​ເຄື່ອນ​ໄຫວ​ທີ່ອາດ​ຈະ​ສ້າງຄວາມ​ເສຍ​ຫາຍ ໃຫ້​ແກ່​ສາຍ​ສຳ​ພັນ ລະ​ຫວ່າງ​ເທີ​ກີ
ກັບສະ​ຫະ​ລັດ ແລະ​ນຳ​ເອົາເທັກ​ໂນ​ໂລ​ຈີທີ່ທັນສະໄໝ ​ທາງທະ​ຫານ​ຂອງຣັດ​ເຊຍ ​ເຂົ້າ​
ມາ​ໃຊ້​ຢູ່​ໃນ​ປະເທດ​ສະ​ມາ​ຊິກ ທີ່​ສຳ​ຄັນ ຂອງ​ກຸ່ມ​ພັນ​ທະ​ມິດ NATO.

ກະຊວງປ້ອງກັນປະເທດຂອງເທີກີ ໄດ້ກ່າວວ່າ ເຮືອບິນຂົນສົ່ງຂອງຣັດເຊຍ ລຳທີສີ່ ໄດ້
ນຳສົ່ງ ອຸປະກອນ ລະບົບລູກສອນໄຟ S-400 ​ຕື່ມອີກ ໄປຍັງຖານທັບອາກາດເມີຣເທດ
ຕັ້ງຢູ່ໃກ້ໆ ກັບນະຄອນຫລວງອັງກາຣາ ໃນວັນເສົາວານນີ້ ໂດຍບໍ່ເອົາຫົວຊານຳ ການຂົ່ມ ຂູ່ວາງມາດຕະການລົງໂທດ ຂອງສະຫະລັດ ຕໍ່ປະເທດໃນເຂດຕາເວັນອອກກາງແຫ່ງນີ້.

ເມື່ອວັນສຸກນີ້ ເຮືອບິນອາຍພົ່ນຂົນສົ່ງຂອງຣັດເຊຍ ໄດ້ຈັດສົ່ງຊິ້ນສ່ວນຊຸດທຳອິດ ຂອງ
ລະບົບລູກສອນໄຟ ທີ່ມີມູນຄ່າ 2 ພັນ 2 ແສນລ້ານໂດລາ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ
ຈາກບຣັສເຊີລສ໌ ຈົນເຖິງວໍຊິງຕັນ.

ວໍ​ຊິງ​ຕັນ​ກ່າວ​ວ່າ ລະ​ບົບ​ລູກ​ສອນ​ໄຟ S-400 ພ້ອມ​ດ້ວຍ​ເຣ​ດາ ທີ່​ທັນ​ສະ​ໄໝ​ອາດ​ນຳ​
ໃຊ້​ເພື່ອ​ແນ​ເປົ້າ​ໝາຍ​ໃສ່ ບັນ​ດາ​ເຮືອ​ບິນ​ລົບ​ຂອງ​ອົງ​ການ NATO ​ຊຶ່ງຂົ່ມ​ຂູ່​ວ່າ​ຈະ​ເຮັດ
​ໃຫ້ລະ​ບົບ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ອົງ​ການ NATO ຢູ່​ໃນ​ເທີ​ກີ ຕົກຢູ່​ໃນ​ອັນ
​ຕະ​ລາຍ. ສະ​ຫະ​ລັດ​ໄດ້​ຢຸດ​ເຊົາ​ທີ່​ຈະ​ສົ່ງ​ເຮືອ​ບິນ​ລົບ​ອາຍພົ່ນ​ຮຸ້ນ​ຫຼ້າ​ສຸດF-35 ໄປ​ໃຫ້​
ເທີ​ກີ ຖ້າ​ຫາກ​ມີ​ການ​ຕິດ​ຕັ້ງ​ລະ​ບົບ​ລູກ​ສອນ​ໄຟ​ຣັດ​ເຊຍ ແລະ​ບັນ​ດາ​ບໍ​ລິ​ສັດ​ເທິ​ກີ ອາດ
ສູນເສຍ​ສັນ​ຍາ​ຕ່າງ​ໆ​ທີ່ຈະ​ສ້າງ​ເຄື່ອງ​ອາ​ໄຫຼ່ ສຳ​ຄັນໆ​ທີ່​ມີ​ລາ​ຄາ​ແພງສຳ​ລັບ​ເຮືອ​ບິນ​ລົບ
F-35.

​ຮັກ​ສາ​ການລັດ​ຖະ​ມົນ​ຕີປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາຣ໌ກ ແອັ​ສ​ເປີ​ ກ່າວ​ຕໍ່​ບັນດາ​
ນັກ​ຂ່າວ ​ໃນ​ວັນ​ສຸກວານ​ນີ້ວ່າ “ພວກ​ເຮົາ​ຮູ້ແລ້ວ​ທີ່​ເທີ​ກີ​ຮັບ​ເອົາ​ການ​ສົ່ງ ​ລູກ​ສອນ​ໄຟ
S-400 ໄປ​ໃຫ້. ທ່າ​ທີ​ພວກ​ເຮົາ ​ກ່ຽວ​ກັບເຮືອ​ບິນ​ລົບ F-35 ບໍ່​ມີ​ຫຍັງ​ປ່ຽນ​ແປງ.” ທ່ານ​
ໄດ້​ໂອ້​ລົມ ​ທາງ​ໂທ​ລະ​ສັບ​ເປັນ​ເວ​ລາ 30 ນາ​ທີ​ກັບ​ຄູ່​ຕຳ​ແໜ່ງຝ່າຍເທີ​ກີ​ ຄືທ່ານ​ຮູ​ລີ​ຊີ
ອ​າ​ກາ​ ແຕ່​ວ່າ​ທຳ​ນຽບ​ຫ້າ​ແຈ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຂອງ​ການ​ໂທ​ລະ​ສັບ.

Russia is continuing to deliver its S-400 missile system to Turkey for a second straight day, a move that could hurt Turkish-U.S. relations and puts advanced Russian military technology in possession of a key NATO alliance member.

Turkey's defense ministry said a fourth Russian cargo plane delivered more S-400 components to Murted Air Base near the capital of Ankara Saturday, ignoring threats of U.S. sanctions against Middle Eastern country.

A Russian transport jet Friday delivered the first parts of the $2.2 billion missile system, causing concern from Brussels to Washington.

Washington says the S-400, with its advanced radar that could potentially be used to target NATO jets, threatens to compromise NATO military systems in Turkey. The U.S. has stopped delivery of its latest F-35 jet if the Russia missiles are deployed, and Turkish firms may lose contracts to build significant parts of the expensive and complex F-35.

"We are aware of Turkey taking delivery of the S-400. Our position regarding the F-35 has not changed," Acting U.S. Secretary of Defense Mark Esper told reporters Friday. He held a 30-minute phone conversation with his Turkish counterpart, Hulusi Akar, but the Pentagon did not provide any details from the call.

XS
SM
MD
LG