ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເທີກີ ແລະຝຣັ່ງ ຫລຸດຜ່ອນຄວາມເຄັ່ງຕຶງ ແຕ່ການແຂ່ງຂັນໃນອາຟຣິກາ ຍັງຄົງມີຢູ່ 


ປະທານາທິບໍດີເທີກີ ທ່ານ ຕາຍຢິບ ເອີດວານ ພົບກັບຄູ່ແຂ່ງ ທ່ານ ເອັມມານູລແອລ ມາກຣົງ ໃນລະຫວ່າງການປະຊຸມສອງຝ່າຍ, ນອກກອງປະຊຸມສຸດຍອດຂອງອົງການ NATO ໃນນະຄອນ ບຣັສເຊີລສ໌, ປະເທດແບລຈ້ຽມ, ທີ 14 ມິຖຸນາ, ປີ 2021. (Murat Cetinmuhurdar/Presidential Press Office/Handout via Reuters)
ປະທານາທິບໍດີເທີກີ ທ່ານ ຕາຍຢິບ ເອີດວານ ພົບກັບຄູ່ແຂ່ງ ທ່ານ ເອັມມານູລແອລ ມາກຣົງ ໃນລະຫວ່າງການປະຊຸມສອງຝ່າຍ, ນອກກອງປະຊຸມສຸດຍອດຂອງອົງການ NATO ໃນນະຄອນ ບຣັສເຊີລສ໌, ປະເທດແບລຈ້ຽມ, ທີ 14 ມິຖຸນາ, ປີ 2021. (Murat Cetinmuhurdar/Presidential Press Office/Handout via Reuters)

ຜູ້ນໍາຂອງປະເທດເທີກີ ແລະຝຣັ່ງ ໃຫ້ຄໍາໝັ້ນສັນຍາທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ ຫລັງຈາກໄດ້ມີການກ່າວໂຈມຕີກັນ ຜ່ານໄປຫລາຍເດືອນ ແຕ່ຄວາມເຄັ່ງຕຶງລະຫວ່າງພວກເຂົາເຈົ້າ ຍັງຄົງມີຢູ່ຕໍ່ໄປເໜືອຜົນປະໂຫຍດທີ່ມີການແຂ່ງ ຂັນກັນໃນອາຟຣິກາ. ນັກຂ່າວຂອງ VOA ໂດຣຽນ ໂຈນສ໌ ມີລາຍງານ ຈາກນະຄອນອິສຕັນບູລ ເຊິ່ງ ທິບສຸດາ ຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ລັດຖະມົນຕີການຕ່າງປະເທດຂອງຝຣັ່ງທ່ານ ຊັງ-ອີເວັສ ເລີ ດຣຽນ (Jean-Yves Le Drian) ກ່າວວ່າ ເທີກີແລະຝຣັ່ງພວມຢູ່ໃນຊ່ວງທີ່ທ່ານອະທິບາຍວ່າ “ເປັນຊ່ວງຟື້ນໂຕ” ຫລັງຈາກທີ່ປະທານາທິບໍດີຂອງຝຣັ່ງແລະເທີກີໄດ້ພົບປະກັນຢູ່ນອກກອງປະຊຸມສຸດຍອດ ອົງການ NATO ເມື່ອຕົ້ນເດືອນນີ້ ແລະໃຫ້ຄໍາໝັ້ນສັນຍາວ່າ ຈະແກ້ໄຂຄວາມຂັດແຍ້ງ ທີ່ແຕກຕ່າງລະຫວ່າງສອງປະ ເທດ.

ປະທານາທິບໍດີ ຂອງຝຣັ່ງ ທ່ານເອັມມານູລແອລ ມາກຣົງ (Emmanuel Macron) ແລະຂອງເທີກີ ທ່ານຣີເຊັບ ຕາຍຢິບ ເອີດວານ (Recep Tayyip Erdogan) ໄດ້ເຮັດສົງຄາມທາງຄໍາເວົ້າ ໃນຂະນະທີ່ຜູ້ນໍາທັງສອງປະເທດແຂ່ງກັນຍາດແຍ່ງອິດທິພົນລະດັບນາໆຊາດ. ທ່ານ ຊີນານ ອູລເກັນ (Sinan Ulgen) ຈາກສູນກາງເສດຖະສາດ ແລະການສຶກສານະໂຍບາຍລະຫວ່າງປະເທດໃນນະຄອນອິສຕັນບູລກ່າວວ່າ ທັງສອງປະເທດນັ້ນແມ່ນມີຄວາມກ້າວໜ້າທີ່ດີທາງການທູດ ແຕ່ກໍໄດ້ເຕືອນຢ່າງລະມັດລະວັງວ່າ:

ເຮົາສາມາດເວົ້າກ່ຽວກັບການເລີ້ມຕົ້ນໃໝ່ກັບຝຣັ່ງໄດ້ ແຕ່ເປັນຄໍາຖາມທີ່ວ່າການເລີ້ມຕົ້ນໃໝ່ນັ້ນ ຈະໄປໄດ້ເລິກຊໍ່າໃດ ນີ້ເປັນສ່ວນນຶ່ງຂອງການເລີ້ມຕົ້ນໃໝ່ຢ່າງກ້ວາງຂວາງ ເຊິ່ງເທີກີໄດ້ພະຍາຍາມ ໃນການສ້າງຄວາມສໍາພັນລະຫວ່າງຊາດກັບບັນດາປະເທດຕາເວັນຕົກ, ຢ່າງໃດກໍ່ຕາມ ຍັງບໍ່ມີຂໍ້ຂັດແຍ້ງໃດໆກັບຝຣັ່ງທີ່ໄດ້ຮັບການແກ້ໄຂເທື່ອ.

ປະເທດລີເບຍຍັງຄົງເປັນປະເດັນຂອງຄວາມເຄັ່ງຕຶງ, ຝຣັ່ງ ແລະເທີກີ ສະໜັບສະໜຸນພັກຝ່າຍທີ່ເປັນປໍລະປັກ ໃນສົງຄາມກາງເມືອງລີເບຍ ແລະປາຣີເປັນຜູ້ອອກໜ້າຂອງການຮຽກຮ້ອງຂອງນາໆຊາດ ໃຫ້ຖອນທະຫານເທີກີ ອອກຈາກປະເທດໃນອາຟຣິກາເໜືອດັ່ງກ່າວ. ໃນປີກາຍນີ້ ກໍາປັ່ນລົບຂອງເທີກີແລະຝຣັ່ງເກືອບປະທະກັນ ຢູ່ບໍລິເວນນອກຝັ່ງທະເລຂອງລີເບຍ ໃນເຫດຜົນທີ່ຝຣັ່ງອ້າງວ່າ ເທີກີລະເມີດການຫ້າມສົ່ງອາວຸດໃຫ້ລີເບຍ. ແຕ່ທ່ານອູລເກັນກ່າວວ່າ ທັງສອງຝ່າຍຕ່າງຍອມຮັບຮູ້ເຖິງຄວາມຈໍາເປັນ ໃນການແກ້ໄຂທາງດ້ານການທູດ ໂດຍກ່າວວ່າ:

ມີຄວາມເຂົ້າໃຈຢ່າງແທ້ຈິງ ທັງອັງກາຣາ ແລະປາຣີທີ່ຄວາມກ້າວໜ້າບາງຢ່າງສາມາດບັນລຸຜົນໄດ້ ຫາກທັງສອງປະເທດປະເຊີນໜ້າກັນໜ້ອຍລົງ ແລະເຮັດວຽກຮ່ວມກັນຢ່າງມີລະບຽບຮອບຄອບໄປສູ່ການເຈລະຈາຢ່າງມີຫລັກການໃນຮູບໃດຮູບນຶ່ງ.

ທີ່ປຶກສາປະທານາທິບໍດີຂອງເທີກີ ໄດ້ແນະນໍາວ່າ ຝຣັ່ງ ແລະເທີກີອາດຈະຂະຫຍາຍຄວາມຮ່ວມມືກາຍຂອບເຂດເລື້ອງລີເບຍ ໄປຈົນກວມເອົາທັງໝົດທະວີບອາຟຣິກາ ເພື່ອສະກັດກັ້ນອິດທິພົນຂອງຈີນ ທີ່ກໍາລັງເພີ້ມຂຶ້ນ.

ອັງກາຣາ ກໍາລັງເສີມສ້າງການມີໜ້າຂອງເຂົາເຈົ້າຢູ່ເທິງທະວີບນີ້ ໂດຍສະເພາະຢູ່ໃນເຂດຊາແຮລ (Sahel), ແຕ່ວ່າການທີ່ເທີກີເດີນໜ້າພັດທະນາຄວາມສໍາພັນ ກັບອະດີດອານານິຄົມເກົ່າຂອງຝຣັ່ງເຊັ່ນໄນເຈີ (Niger) ແລະມາລີ (Mali) ສົ່ງ ຜົນ ເຮັດໃຫ້ປາຣີ ມີຄວາມບໍ່ພໍໃຈ ນັ້ນຄືຄຳເວົ້າ ຂອງ ທ່ານຈາແລລ ຮາຊູອາຍ (Jalel Harchouai) ເຈົ້າໜ້າທີ່ອາວຸໂສ ຈາກໂກຼໂບ ອີນິຊິຕີບ (Global Initiative) ທີ່ມີສູນກາງຢູ່ນະຄອນເຈນີວາ.

ທ່ານຮາຊູອາຍກ່າວວ່າ ເຂດຊາແຮລ ອາດຈະກາຍເປັນບ່ອນທີ່ເພີ້ມຄວາມເຄັ່ງຕຶງ ຫລາຍກວ່າການຮ່ວມມື ເຊິ່ງທ່ານໄດ້ກ່າວຕື່ມວ່າ:

ນັ້ນເປັນການແຂ່ງຂັນຢ່າງແທ້ຈິງ ແນ່ນອນມັນເປັນການຕໍ່ສູ້ແຂ່ງຂັນກັນແທ້ໃນເຂດຊາແຮລ, ເນື່ອງຈາກເທີກີຕ້ອງການນໍາກອງກໍາລັງທະຫານເຂົ້າໄປໃນທີ່ນັ້ນ ເທີກີຊຶ່ງໄດ້ມີໜ້າດ້ານການທູດຢູ່ທີ່ນັ້ນແລ້ວ ແລະກໍ່ມີຄວາມທະເຍີທະຍານທີ່ສຸດທາງດ້ານການຄ້າ. ພວກເຮົາກໍາລັງເວົ້າເຖິງຂອບເຂດເວລາຂອງ 15 ຫລື 30 ປີ ດັ່ງນັ້ນຖ້າຝຣັ່ງເຫັນຄວາມເປັນປໍລະປັກກັນຢູ່ໃນຂົງເຂດນັ້ນ ຂ້ອຍຄິດວ່າຝຣັ່ງເວົ້າຖືກ ເພາະວ່າມັນບໍ່ມີພື້ນທີ່ພຽງພໍ ສໍາລັບສອງອະດີດນັກລ່າອານານິຄົມຢູ່ໃນພື້ນທີ່ນັ້ນ.

ປັດຈຸບັນ, ທັງປະທານາທິບໍດີຂອງປະເທດຝຣັ່ງ ແລະເທີກີຕ່າງກໍ່ສົນໃຈທີ່ບໍ່ຢາກ ສະແດງອອກເຖິງຄວາມແຕກຕ່າງຂອງພວກເຂົາ ແຕ່ນັ້ນ ອາດຈະປ່ຽນແປງໄດ້ດ້ວຍການເລືອກຕັ້ງ ປະທານາທິບໍດີຂອງຝຣັ່ງ ໃນປີໜ້າ ເຊິ່ງບົດບາດຂອງສາດສະໜາອິສລາມໃນສັງຄົມຢູ່ຝຣັ່ງ ແມ່ນບັນຫາໃນການໂຄສະນາຫາສຽງ.

ທ່ານເອີດວານ ໄດ້ສວມບົດບາດຕົນເອງວ່າ ເປັນຜູ້ປົກປ້ອງສິດທິຂອງຊາວມຸສລິມໃນທົ່ວໂລກ ແລະກໍ່ເຄີຍກ່າວໃສ່ໂທດທ່ານມາກຣົງ ວ່າ ເປັນໂຣກຢ້ານກົວ ແລະກຽດຊັງສາສະນາອິສລາມ ເຊິ່ງເປັນບັນຫາທີ່ທ່ານເອີດວານໃຊ້ເພື່ອຫາປະ ໂຫຍດ ໃນບັນດາປະເທດທີ່ສ່ວນຫລາຍເປັນຊາວມຸສລິມໃນອາຟຣິກາ ອັນໄດ້ເຮັດໃຫ້ປາຣີ ມີຄວາມຮູ້ສຶກບໍ່ສະບາຍໃຈ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG