ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຕູນີເຊຍ ປະະທ້ວງຕໍ່ຕ້ານ ການຂຶ້ນກໍາອໍານາດ ຂອງທ່ານຊາຍອີດ


ພວກປະທ້ວງໄປໂຮມຊຸມນຸມກັນ ໃນຂະນະທີ່ເຮັດການປະທ້ວງຕໍ່ປະທານາທິບໍດີ Kais Saied ຂອງຕູນີເຊຍ ຢູ່ນະຄອນຫລວງຂອງປະເທດ ໃນວັນທີ 26 ກັນຍາ, 2021
ພວກປະທ້ວງໄປໂຮມຊຸມນຸມກັນ ໃນຂະນະທີ່ເຮັດການປະທ້ວງຕໍ່ປະທານາທິບໍດີ Kais Saied ຂອງຕູນີເຊຍ ຢູ່ນະຄອນຫລວງຂອງປະເທດ ໃນວັນທີ 26 ກັນຍາ, 2021

ພວກປະທ້ວງຫຼາຍພັນຄົນ ໄດ້ໂຮມຊຸມນຸມກັນໃນວັນອາທິດມື້ນີ້ ທີ່ນະຄອນຫຼວງຕູນີເຊຍ ເພື່ອປະທ້ວງການຍຶດອຳນາດ ຂອງປະທານາທິບໍດີ ຄາຍສ໌ ຊາຍອີດ (Kais Saied), ໂດຍຮຽກຮ້ອງໃຫ້ທ່ານລົງຈາກຕຳແໜ່ງໃນການສະແດງຄວາມ ໂກດເຄືອງຢ່າງໃຫຍ່ທີ່ສຸດ ນັບຕັ້ງແຕ່ມີການຂຶ້ນກໍາອໍານາດຂອງທ່ານ, ອີງຕາມອົງການຂ່າວຣອຍເຕີສ໌ (Reuters).

ທ່ານຊາຍອີດ (Saied) ໃນອາທິດນີ້ໄດ້ຝ່າຝືນລັດຖະທຳມະນູນປີ 2014 ເປັນສ່ວນໃຫຍ່, ເຮັດໃຫ້ຕົນເອງມີອຳນາດໃນການປົກຄອງປະເທດໂດຍໃຊ້ດຳລັດໃນສອງເດືອນພາຍຫຼັງທີ່ທ່ານໄດ້ປົດນາຍົກລັດຖະມົນຕີອອກຈາກຕໍາແໜ່ງ, ໂຈະລັດຖະສະພາໄວ້ ແລະເຂົ້າກໍາອຳນາດໃນການບໍລິຫານ.

"ປະຊາຊົນຢາກໃຫ້ການກໍ່ລັດຖະປະຫານພັງທະລາຍ", ນັ້ນຄືສຽງຮ້ອງໂຮດັງສະໜັ່ນຂອງຝູງຊົນຢູ່ຖະໜົນຮາບີບ ເບີກູຍບາ (Habib Bourguiba) ຂອງຕູນີເຊຍ, ຊຶ່ງເປັນຈຸດສໍາຄັນຂອງການປະທ້ວງ ທີ່ເຮັດໃຫ້ການປົກຄອງຂອງອະດີດປະທານາທິບໍດີ ຊີນ ອາຍ ອາບີດີນ ເບນ ອາລີ (Zine El Abidine Ben Ali) ໃນວັນທີ 14 ມັງກອນ 2011 ພັງລົງ. ພວກເຂົາເຈົ້າຮ້ອງອອກມາອີກວ່າ “ລົງຈາກອໍານາດດຽວນີ້.”

ຕຳຫຼວດໄດ້ໄປປະຈໍາຢູ່ອ້ອມແອ້ມບ່ອນປະທ້ວງຢ່າງໜາແໜ້ນ ແລະໄດ້ຕັ້ງສິ່ງກີດຂວາງໃສ່ຫົນທາງໄວ້.

ວິກິດການດັ່ງກ່າວເຮັດໃຫ້ຄວາມກ້າວໜ້າດ້ານປະຊາທິປະໄຕທີ່ຊາວຕູນີເຊຍຍາດມາໄດ້ຈາກການປະຕິວັດປີ 2011 ທີ່ກໍ່ໃຫ້ເກີດການປະທ້ວງໃນລະດູໃບໄມ້ປົ່ງຂອງອາຣັບ ແລະໄດ້ເຮັດໃຫ້ຄວາມພະຍາຍາມໃນຮັບມືກັບໄພຂົ່ມຂູ່ອັນຮີບດ່ວນຕໍ່ດ້ານການເງິນຂອງລັດຖະບານຊັກຊ້າລົງນັ້ນ ຫາຍໄປ.

ທ່ານຊາຍອີດ (Saied) ໄດ້ກ່າວວ່າການກະທຳຂອງທ່ານ, ເຊິ່ງຄູ່ແຂ່ງຂອງທ່ານເອີ້ນວ່າການກໍ່ລັດຖະປະຫານນັ້ນ ແມ່ນມີຄວາມຈຳເປັນເພື່ອແກ້ໄຂວິກິດການຈາກການເປັນອຳມະພາດທາງດ້ານການເມືອງ, ສະພາບເສດຖະກິດທີ່ບໍ່ ຂະຫຍາຍຕົວ ແລະການຮັບມືກັບການລະບາດຂອງໄວຣັສໂຄໂຣນາທີ່ບໍ່ດີ. ທ່ານໄດ້ສັນຍາວ່າ ຈະສະໜັບສະໜູນສິດທິຂອງຄົນ ແລະຈະບໍ່ກາຍເປັນຜູ້ຜະເດັດການ.

ນາງນາເດຍ ເບນ ຊາເລມ (Nadia Ben Salem) ກ່າວວ່ານາງໄດ້ເດີນທາງ 500 ກິໂລແມັດ ມາຈາກພາກໃຕ້ຂອງປະເທດເພື່ອມາສະແດງຄວາມໂກດແຄ້ນຂອງນາງ.

"ພວກເຮົາຈະປົກປ້ອງປະຊາທິປະໄຕ ... ລັດຖະທຳມະນູນແມ່ນເສັ້ນແດງ," ນັ້ນຄືຄໍາເວົ້າຂອງນາງທີ່ກ່າວໃນຂະນະທີ່ຖືສຳເນົາຂອງລັດຖະທຳມະນູນຢູ່.

ທ່ານຊາຍອີດ (Saied) ຍັງໄດ້ຮັບການສະໜັບສະໜູນຫລາຍຄົນໃນບັນດາຊາວຕູນີເຊຍທີ່ເບື່ອຕໍ່ການສໍ້ລາດບັງຫຼວງ ແລະການບໍລິການສາທາລະນະທີ່ບໍ່ດີແລະເວົ້າວ່າ ມືຂອງທ່ານສະອາດ. ຜູ້ສະໜັບສະໜູນທ່ານຫຼາຍສິບຄົນໄດ້ໄປປາກົດໂຕຢູ່ໃນການປະທ້ວງ. ຕຳຫຼວດໄດ້ແຍກສອງຄ້າຍທີ່ວ່ານີ້ອອກຈາກກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG