ໃນຖະໜົນທີ່ແຄບ ແລະ ເປ່ເພ ສອງສາມຊ່ວງຕຶກຫ່າງຈາກສູນກາງນັກທ່ອງທ່ຽວ, ທ້າວ
ຢູຊຸຟ ບິນ ມາບຣຸກ ໄດ້ເດ່ຫົວຂອງລາວອອກຈາກຮ້ານຂາຍເຄື່ອງຂະໜາດນ້ອຍ ບ່ອນ
ທີ່ລາວຂາຍເຂົ້າໜົມ ແລະ ຢາສູບ.
ລາວໄດ້ປະກາດ ກ່ຽວກັບ ອະດີດຜູ້ນຳຜະເດັດການຂອງປະເທດ, ຜູ້ທີ່ຖືກຂັບໄລ່ອອກ
ຈາກຕຳແໜ່ງໃນປີ 2011 ວ່າ “ທ່ານ ເບັນ ອາລີ ເປັນປະທານາທິບໍດີແຫ່ງ ຕູນີເຊຍ.
ທ່ານແມ່ນຄົນທີ່ດີ, ດີກວ່າທັງໝົດນັ້ນທຸກຄົນ.”
ທ້າວ ເບັນ ມາບຣຸກ ໄດ້ເວົ້າຈິງຈັງຫຼາຍພໍສົມຄວນ. ໃນຂະນະທີ່ປະຊາຊົນ ຕູນີເຊຍ ໄດ້
ປ່ອນບັດຄະແນນສຽງຂອງເຂົາເຈົ້າໃນວັນອາທິດມື້ນີ້ ໃນການເລືອກຕັ້ງປະທານາທິບໍດີ
ທີ່ເປັນປະຊາທິປະໄຕຄັ້ງທີສອງຂອງເຂົາເຈົ້າ, ເຊິ່ງຄວາມບໍ່ພໍໃຈແມ່ນກຳລັງເພີ່ມຂຶ້ນ
ສູງ. ເສດຖະກິດທີ່ບໍ່ເໜັງຕີງ ແລະ ການຫວ່າງງານທີ່ເພີ່ມຂຶ້ນ ແມ່ນຄະຕິເຕືອນໃຈພຽງ
ສອງຢ່າງ ທີ່ການປະຕິວັດ ແຈສມິນ ຂອງເຂົາເຈົ້າເມື່ອແປດປີທີ່ຜ່ານມາ, ເຊິ່ງໄດ້ຊ່ວຍ
ກະຕຸ້ນໃຫ້ເກີດການລຸກຮື້ຂຶ້ນຂອງຊາວ ອາຣັບ ໃນລະດູບານໃໝ່ ຫຼື Arab Spring
ຢ່າງກວ້າງຂວາງນັ້ນ, ບໍ່ສາມາດທີ່ຈະຕອບສະໜອງຕາມທີ່ມັນໄດ້ສັນຍາໄວ້.
ທ່ານ ອາເລຍ ຊີຕູ ອາຍຸ 57 ປີໄດ້ກ່າວ ກ່ຽວກັບ ຈຳນວນຜູ້ລົງແຂ່ງຂັນທີ່ມີໃຫ້ເລືອກ
ຢ່າງຫຼວງຫຼາຍວ່າ “ຂ້າພະເຈົ້າບໍ່ຮູ້ວ່າຈະລົງຄະແນນສຽງໃຫ້ຜູ້ໃດ, ເຂົາເຈົ້າໝົດທຸກຄົນ
ແມ່ນຄືກັນ. ເຂົາເຈົ້າທຸກຄົນເວົ້າວ່າເຂົາເຈົ້າຢາກສ້າງວຽກ ແລະ ເຮັດສິ່ງທີ່ດີສຳລັບປະ
ຊາຊົນຜູ້ໜຸ່ມ, ແຕ່ພວກເຮົາບໍ່ເຫັນມີຫຍັງ. ຮ້ານອາຫານທັງຫຼາຍແມ່ນເຕັມໄປດ້ວຍຜູ້
ຊາຍໜຸ່ມທີ່ບໍ່ມີວຽກເຮັດ.”
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີບໍ່ໜ້ອຍກວ່າ 26 ຄົນ, ລວມທັງແມ່ຍິງສອງ
ຄົນ, ແມ່ນມີລາຍຊື່ຢູ່ໃນບັດຄະແນນສຽງໃນການລົງຄະແນນສຽງຮອບທຳອິດນີ້. ແຕ່
ໃນຂະນະທີ່ຕົວເລກທີ່ມີຫຼາຍ ແລະ ທາງເລືອກດ້ານການເມືອງໄດ້ສະເໜີນຶ່ງບ່ອນ
ໝາຍທີ່ຈະກ້າວໄປສູ່ປະຊາທິປະໄຕນັ້ນ, ການເລືອກຕັ້ງດັ່ງກ່າວຍັງຈະເນັ້ນໃຫ້ເຫັນສິ້ງ
ທ້າທາຍທີ່ໃຫຍ່ຫຼວງ ທີ່ຊາວ ຕູນີເຊຍ ຈະປະເຊີນໃນຂ້າງໜ້າ.
ເພື່ອຮັບປະກັນຄວາມແນ່ໃຈນັ້ນ, ການທ່ອງທ່ຽວທີ່ໄດ້ແຫ່ວແຫ້ງໄປຫຼັງຈາກການໂຈມ
ຕີຕໍ່ການຮ້າຍໃນປະເທດເມື່ອປີ 2015 ນັ້ນແມ່ນຕ້ອງໄດ້ກັບຄືນມາ. ແຕ່ປະເທດ ຕູນີ
ເຊຍ ແມ່ນຍັງຄົງຢູ່ໃນວິກິດການທາງເສດຖະກິດ, ແລະ ການຫວ່າງງານຂອງຊາວໜຸ່ມ
ແມ່ນໄດ້ເພີ່ມຂຶ້ນເປັນ 30 ເປີເຊັນໃນບາງຂົງເຂດ.
ທ່ານ ຮາມາດີ ເຣດິສຊີ, ນັກວິເຄາະການເມືອງ ແລະ ປະທານຂອງອົງການສັງເກດ
ການ ເພື່ອການຫັນປ່ຽນສູ່ປະຊາທິປະໄຕຂອງ ຕູນີເຊຍ ໄດ້ກ່າວວ່າ “ການລົງຄະແນນ
ສຽງຮອບນີ້ແມ່ນສຳຄັນຫຼາຍສຳລັບອະນາຄົດ. ມັນບໍ່ພຽງແຕ່ເປັນອະນາຄົດຂອງການ
ແຂ່ງຂັນເທົ່ານັ້ນ, ແຕ່ຍັງເປັນອະນາຄົດຂອງ ຕູນີເຊຍ ດ້ວຍ.”
Down a narrow, broken street a few blocks from this city's tourist center, Youssouf bin Mabrouk poked his head out of the small kiosk where he sells snacks and cigarettes.
"Ben Ali for president of Tunisia," he declared of the country's former dictator, ousted in 2011. "He's a good man — better than all the rest of them."
Bin Mabrouk was more than half-serious. As Tunisians cast their ballot Sunday in their second-only democratic presidential election, disaffection is running high. The stagnating economy and soaring joblessness are just two reminders that their Jasmin Revolution eight years ago -- which helped trigger the wider Arab Spring revolt -- has failed to deliver on its promise.
"I don't know who to vote for, they're all the same," 57-year-old Alia Sitou said of the raft of candidates to choose from. "All of them say they want to create employment and do good things for young people, but we see nothing. The cafes are full with young men with no jobs."