ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕູ​ນີ​ເຊຍ ລົງ​ຄະ​ແນນ​ສຽງ ເລືອກ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່


ຜູ້​ລົງ​ຄະ​ແນນ​ສຽງ​ລຽນ​ຄິວ​ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີ ຮອບ​ທີ​ນຶ່ງ, ເມືອງ ລາ​ມາ​ຊາ, ນອກນ​ນະ​ຄອນຫຼວງ ຕູ​ນີ, ປະ​ເທດ ຕູ​ນີ​ເຊຍ. 15 ກັ​ນ​ຍາ, 2019.
ຜູ້​ລົງ​ຄະ​ແນນ​ສຽງ​ລຽນ​ຄິວ​ຢູ່​ສະ​ຖານ​ທີ່​ເລືອກ​ຕັ້ງ ໃນ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີ ຮອບ​ທີ​ນຶ່ງ, ເມືອງ ລາ​ມາ​ຊາ, ນອກນ​ນະ​ຄອນຫຼວງ ຕູ​ນີ, ປະ​ເທດ ຕູ​ນີ​ເຊຍ. 15 ກັ​ນ​ຍາ, 2019.

ປະ​ຊາ​ຊົນ ຕູ​ນີ​ເຊຍ ໄດ້​ລົ​ງ​ຄະ​ແນນ​ສຽງ​ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ເລືອກ​ປະ​ທາ​ນາ​ທິ​ບໍ​
ດີຄົນຕໍ່ໄປຂອງເຂົາເຈົ້າ ໃນບັນດາຜູ້ລົງແຂ່ງຂັນປະມານຊາວກວ່າຄົນ ດ້ວຍຜົນຄະ
ແນນຢ່າງບໍ່ເປັນທາງການ ໄດ້ສະເໜີຜູ້ລົງແຂ່ງຂັນນອກວົງການການເມືອງສອງຄົນມີ
ຄະແນນນຳໜ້າໝູ່.

ປະ​ຊາ​ຊົນຫຼາຍກວ່າ 7 ລ້ານ​ຄົນ​ມີ​ສິດ​ທີ່​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ​ໃນ​ສິ່ງ​ທີ່​
ເປັນພຽງ ການເລືອກຕັ້ງປະທານາທິບໍດີຢ່າງເສລີຄັ້ງທີສອງ ໃນປະເທດທີ່ຕັ້ງຢູ່ ອາຟຣິ
ກາເໜືອນັ້ນ, ເຊິ່ງແມ່ນແປດປີຫຼັງຈາກອັນທີ່ເອີ້ນວ່າການປະຕິວັດ ແຈັສມິນ.

ປະ​ຊົນ​ຈຳ​ນວນ​ນຶ່ງ​ໄດ້​ເດີນ​ທາງ​ໄປ​ໂຮງ​ຮຽນ​ປະ​ຖົມ, ລຽນ​ແຖວ​ກັນ​ຢູ່​ກ້ອງ​ຮູບ​ທີ່​ແນະ​ນຳ​
ວິທີ ກ່ຽວກັບ ການລົງຄະແນນສຽງ. ນັກສຶກສາມະຫາວິທະຍາໄລ ອາຍຸ 19 ປີ ນາງ
ຢົມນາ ແອລ ເບັນນາ ຮູ້ສຶກຕື່ນເຕັ້ນທີ່ໄດ້ລົງຄະແນນສຽງເປັນຄັ້ງທຳອິດ.

ນາງ ແອ​ລ ເບັນ​ນາ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ລົງ​ຄະ​ແນນ​ສຽງ​ໃຫ້​ທ່ານ ມູ​ຣູ, ສຳ​ລັບ
ຫຼາຍເຫດຜົນ, ເວລາທີ່ຂ້າພະເຈົ້າຕັດສິນໃຈ, ຂ້າພະເຈົ້າລົບຄົນຜູ້ທີ່ຂ້າພະເຈົ້າບໍ່ໝັ້ນ
ໃຈອອກ.. ເຂົາເຈົ້າບໍ່ສາມາດນຳໜ້າປະເທດ ຕູນີເຊຍ.”

ນັ້ນ​ແມ່ນ ທ່ານ ອັບ​ແດ​ລ​ຟັດ​ທາ ມູ​ຣູ ຈາກ​ພັກ​ອິ​ສ​ລາມ ເອັນ​ນາ​ດາ ທີ່​ມີ​ຫົວ​ປານ​ກາງ,
ເຊິ່ງລົງແຂ່ງຂັນເພື່ອດຳລົງຕຳແໜ່ງແທນທ່ານ ເບຈີ ຄາອິດ ເອັສເຊັບຊີ ອາຍຸ 92 ປີ,
ຜູ້ທີ່ໄດ້ມໍລະນະກຳເມື່ອເດືອນກໍລະກົດທີ່ຜ່ານມາ. ທ່ານ ມູຣູ ແມ່ນສ່ວນນຶ່ງໃນຖັນ
ແຖວນທີ່ສັບສົນ ຂອງຜູ້ທີ່ຫວັງຢາກເປັນປະທານາທິບໍດີ, ເຊິ່ງລວມມີແມ່ຍິງສອງຄົນ.
ໃນນັ້ນມີລັດຖະມົນຕີຂອງລັດຖະບານ, ນັກການເມືອງຫົວຊ້າຍຈັດ ແລະ ນັກທຸລະ
ກິດສື່ມວນຊົນທີ່ຖືກຂັງຄຸກ ທ່ານ ນາບິລ ຄາຣຸຍ. ການແຂ່ງຂັນຂັ້ນຊີ້ຂາດແມ່ນຄາດ
ວ່າຈະເກີດຂຶ້ນ, ລຸນຫຼັງການເລືອກຕັ້ງສະພານິຕິບັນຍັດໃນເດືອນໜ້າ.

ນາງ ໂຊ​ຣາ ກູມ​ມິດ ຜູ້​ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທ່ານ ຢູ​ເຊັ​ຟ ຈາ​ເຮັດ
ໄດ້ກ່າວວ່າ “ເພິ່ນມີປະສົບການ, ເພິ່ນຍັງໜຸ່ມຢູ່. ພວກເຮົາຊາວ ຕູນີເຊຍ ຮູ້ຈັກເພິ່ນດີ.
ຜູ້ລົງແຂ່ງຂັນຄົນອື່ນໆ ເປັນພຽງຜູ້ທີ່ກ້າວກະໂດດຂຶ້ນມາໃໝ່ຊື່ໆ.”

ແຕ່​ດ້ວຍ​ເສ​ດ​ຖະ​ກິດ​ທີ່​ສັບ​ສົນ​ວຸ້ນ​ວາຍ​ຂອງ ຕູ​ນີ​ເຊຍ ແລະ ອັດ​ຕາ​ການ​ຫວ່າງ​ງານ​ສູງ​
ນັ້ນ, ຄົນອື່ນໆແມ່ນກຳລັງຊອກຫາຜູ້ນຳໜ້າໃໝ່, ຜູ້ທີ່ຢູ່ນອກອົງການການເມືອງ.

ອາ​ຈານ​ສອນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ອອກ​ບຳ​ນານ​ແລ້ວ ທ່ານ ໂມ​ຮຳ​ເມັດ ຊາ​ມີ ເນັ​ຟ​ຟາ
ຕີ ໄດ້ລົງຄະແນນສຽງໃຫ້ໝູ່ຄົນນຶ່ງຂອລາວ ເຊິ່ງແມ່ນຜູ້ຊ່ຽວຊານດ້ານກົດໝາຍ ອາຍຸ
61 ປີທ່ານ ເຄສ ຊາອິດ, ຜູ້ທີ່ເລືອກທີ່ຈະໂຄສະນາຫາສຽງດ້ວຍການໄປເຄາະແຕ່ລະ
ປະຕູເຮືອນ ແທນທີ່ຈະເປັນການຊຸມນຸມຂະໜາດໃຫຍ່. ທ່ານບໍ່ແມ່ນຄົນທີ່ມີຄາລົມດີ.

ທ່ານ ເນັ​ຟ​ຟາ​ຕີ ກ່າ​ວ​ວ່າ, ລາວ​ມີ​ໂອ​ກາດ ເພາະ​ວ່າ​ລາວ​ເປັນ​ຄົນ​ທີ່​ຊື່​ສັດ.

ແຕ່​ຊາວ​ຕູ​ນີ​ເຊຍ ຄົນ​ອື່ນໆ​ໄດ້​ຢູ່​ໃນ​ບ້ານ, ຜິດ​ຫວັງ​ກັບ​ສະ​ຖາ​ນະ​ພາບ​ຂອງ​ປະ​ເທດ​
ຂອງເຂົາເຈົ້າ ແລະ ມີຄວາມສົງໄສ ກ່ຽວກັບ ຜູ້ລົງແຂ່ງຂັນທຸກຄົນວ່າ ຈະສາມາດຫັນ
ປ່ຽນສິ່ງຕ່າງໆກັບຄືນມາໄດ້ຫຼືບໍ່.

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG