ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ປະຊາຊົນຕູນີເຊຍ ເລືອກຕັ້ງເອົາ ສະພາແຫ່ງຊາດ


ນາງ Soumaya ລູກສາວຂອງທ່ານ Rached Ghannouchi ຫົວໜ້າພັກ ອິສລາມ Ennahda ສະແດງນິ້ວມື ທີ່ຕິດນ້ຳມຶກ ຫຼັງຈາກປ່ອນບັດເລືອກຕັ້ງ, ວັນທີ 26 ຕຸລາ 2014.

ທີ່ຕູ​ນີ​ເຊຍ ປະຊາຊົນ​ຜູ້​ມີ​ສິດປ່ອນ​ບັດ​ກໍພາກັນ​ອອກ​ໄປ ເລືອກ​ຕັ້ງ
ເອົາສະພາ​ແຫ່ງ​ຊາດ ໃນ​ວັນ​ອາທິດ​ມື້​ນີ້ ທີ່​ຖືກ​ເບິ່ງເຫັນ​ວ່າ​ເປັນ
ບາດ​ລ້ຽວທີ່​ສຳຄັນໄປ​ສູ່ ​ການ​ກໍ່​ຕັ້ງ​ລະບອບ​ປະຊາທິປະ​ໄຕໃນເຂດ
ທີ່ຈຸດ​ເລີ້ມ​ຕ້ົ້ນ​ຂອງ​ການ​ລຸກ​ຮື​ຂຶ້ນ​ຂອງ​ກຸ່ມ​ປະ​ເທດ​ອາຫຣັບ​ ໃນ​ລະ
ດູບານ​ໃໝ່ ຫຼື Arab Springs ນັ້ນ.

ຕູ​ນີ​ເຊຍ​ໄດ້​ເປັນ​ປະ​ເທດ​ທຳ​ອິດ​ໃນ​ອາ​ຟຣິກາ​ເໜືອ ທີ່​ໂຄ່ນ​ລົ້ມ​ລັດ
ຖະບານ​ຂອງ​ຕົນ​ລົງ ໃນ​ການ​ລຸກ​ຮື​ຂຶ້ນ​ຂອງ​ປະຊາຊົນ​ໃນ​ປີ 2010
​ແລະ​ຖ້າ​ສົມ​ທຽບ​ກັບປະ​ເທດ​ອື່ນໆ ກໍ​ແມ່ນ​ວ່າໄດ້ຢູ່​ໃນ​ສະພາບ​ງຽບ
​ສະຫງົບ​ຫຼາຍ​ສົມຄວນ ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ.

ການ​ກໍ່​ການ​ກະບົດ​ຂຶ້ນ​ໄດ້​ໂຄ່ນ​ລົ້ມ​ ອະດີດຜູ້​ຜະ​ເດັດ​ການທະຫານ Zine El Abidine
Ben Ali ອອກ​ຈາກ​ຕຳ​ແໜ່​ງ ​ແລະ​ນຳ​ມາ​ຊຶ່ງລັດຖະບານ​ປະສົມ​ຂຶ້ນ ​ແລະ​ປະທານາທິບໍດີ
​ຮັກສາ​ການ​ຊົ່ວຄາວ​ມາ ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ຈາກ​ປະຊາ​ຄົມນາໆ​ຊາດ.

Tunisians Head to Polls Amid Concerns Over Economy, Security
please wait

No media source currently available

0:00 0:03:05 0:00

​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ມີ​ຄວາມ​ບໍ່ພໍ​ໃຈ​ປານ​ໃດ​ນຳ​ຈັງຫວະ​ຂອງ​ການ​ປ່ຽນ​ແປງ​ທີ່​ຊັກ​ຊ້າ​ ​ແລະ​ບັນຫາ​ດ້ານ​ເສດຖະກິດ​ທີ່​ມີ​ຢູ່​ຕໍ່​ມາ ຫຼັງ​ຈາກການ​ປະຕິວັດ ​ທີ່ໄດ້​ເກີດ​ຂຶ້ນ​ ​ສ່ວນນຶ່ງ​ກໍ​ຍ້ອນ
ບັນຫາ​ການ​ຂາດ​ວຽກງານເຮັດ​ນັ້ນ.

ປະ​ເທດ​ໄດ້​ປະ​ເຊີນ​ກັບຄວາມ​ປັ່ນ​ປ່ວນ​ວຸ້ນວາຍພໍ​ສົມຄວນ ​ໃນ​ຊ່ວງ 3 ປີ​ເຄິ່ງຜ່ານ​ມາ​ນີ້
ຮວມທັງ​ການ​ລອບ​ສັງຫານ​ດ້ານ​ການ​ເມືອງ ຄວາມບໍ່​ສະຫງົບດ້ານ​ແຮງ​ງານ ອັດຕາ​ເງິນ
​ເຟີ້​ມສູງ ​ແລະ​ການ​ໂຈມ​ຕີ​ຕ່າງ​ໆຈາກ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.

​ແຕ່​ການ​ຫັນປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ຂອງ​ຕູນີ​ເຊຍ ​ຍັງ​ຄົງ​ຢູ່​ໃນທິດ​ທາງ​ທີ່​ຖືກຕ້ອງ​
ຢູ່ ບໍ່​ຄື​ກັນ​ກັບ​ພວກ​ປະ​ເທດ​ອື່ນໆ ທີ່​ໄດ້​ປະ​ເຊີນກັບ​ການລຸກ​ຮື​ຂຶ້ນ​ໃນ​ລະດູບານ​ໃໝ່ ຄື​ກັນ
ນັ້ນ.

tunisia26october14
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG