ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕູນີເຊຍ ປະກາດ ພາວະສຸກເສີນ ຫຼັງຈາກ ເຫດລະເບີດ ສັງຫານ 12 ຄົນ ໃນລົດເມ


ຊາຍຄົນນຶ່ງ ຍ່າງຜ່ານລົດເມ ທີ່ຖືກລະເບີດ ໃນວັນອັງຄານ ທີ 25 ພະຈິກ 2015 ຢູ່ໃນນະຄອນຫຼວງຕູນີສ. ປະທານາທິບໍດີ ຂອງຕູນີເຊຍ ປະກາດ ພາວະສຸກເສີນເປັນເວລາ 30 ມື້ ໃນທົ່ວປະເທດ ແລະ ສັ່ງຫ້າມປະຊາຊົນບໍ່ໃຫ້ອອກນອກເຮືອ ໃນຍາມກາງຄືນ.
ຊາຍຄົນນຶ່ງ ຍ່າງຜ່ານລົດເມ ທີ່ຖືກລະເບີດ ໃນວັນອັງຄານ ທີ 25 ພະຈິກ 2015 ຢູ່ໃນນະຄອນຫຼວງຕູນີສ. ປະທານາທິບໍດີ ຂອງຕູນີເຊຍ ປະກາດ ພາວະສຸກເສີນເປັນເວລາ 30 ມື້ ໃນທົ່ວປະເທດ ແລະ ສັ່ງຫ້າມປະຊາຊົນບໍ່ໃຫ້ອອກນອກເຮືອ ໃນຍາມກາງຄືນ.

ປະທານາທິບໍດີ ຕູນີເຊຍ ທ່ານ ບີຈີ ຄາອີດ ແອັສເຊັບຊີ ​ເປີດ​
ກອງປະຊຸມສຸກເສີນກັບສະພາຄວາມໝັ້ນຄົງຂອງທ່ານ ໃນ
ວັນພຸດມື້ນີ້ ມື້ໜຶ່ງຫຼັງຈາກ​ເຫດລະເບີດແຕກ ທີ່ໄດ້ສັງຫານ
ຢ່າງໜ້ອຍ 12 ຄົນ ຢູ່ໃນນະຄອນຫຼວງຂອງປະເທດ.

ລະເບີດດັ່ງກ່າວ​ໄດ້ຖືກລົດເມຄັນໜຶ່ງ ທີ່ບັນທຸກສະມາຊິກໜ່ວຍ
ອາລັກ ຂາປະທານາທິບໍດີ ຢູ່ຖະໜົນຫຼວງທີ່ມີຕົ້ນໄມ້ລຽງລາຍ​ຢູ່
ຕາມແຄມທາງ ໃນ​ເຂດໃຈກາງນະຄອນຫຼວງຕູນີສ. ແຫຼ່ງຂ່າວ
ຈາກໜ່ວຍຮັກສາຄວາມປອດໄພ ແລະ ທຳນຽບປະທານາທິບໍດີ
ກ່າວວ່າ ​ເຫດລະເບີດດັ່ງກ່າວ ແມ່ນເປັນການໂຈມຕີ ແລະຍັງບໍ່
ທັນຈະແຈ້ງ ໃນທັນທີເທື່ອວ່າ ມັນກ່ຽວພັນກັບການວາງລະເບີດ
ຫຼື ການຍິງ​ໂຈມ​ຕີລົດເມກັນ​ແທ້.

ທ່ານ ແອັສເຊັບຊີ ໄດ້ປະກາດພາວະສຸກເສີນ ເປັນເວລາ 30 ມື້ ໃນຕູນີເຊຍ ແລະນະຄອນ
ຫຼວງຕູ​ນິສ ແມ່ນຢູ່ພາຍໃຕ້ຄຳສັ່ງ ຫ້າມ​ອອກ ນອກເຮືອນ ​ໃນ​ຍາມ​ກາງຄືນ.

ໃນການກ່າວຖະແຫລງຜ່ານໂທລະພາບແຫ່ງຊາດ ເມື່ອຕອນແລງວັນອັງຄານວານນີ້ ທ່ານ
ກ່າວວ່າ ຕູນີເຊຍ ແມ່ນ “ພວມ​ເຮັດສົງຄາມ ຕໍ່ ຕ້ານພວກ​ກໍ່ການຮ້າຍ” ແລະ ໄດ້ຮຽກຮ້ອງ
ນາໆຊາດ ໃຫ້ການຮ່ວມມື ​ເພື່ອຕໍ່ຕ້ານພວກຫົວຮຸນແຮງຈັດ ທີ່ໄດ້ທຳການໂຈມຕີ ຢ່າງຮ້າຍ
ແຮງ ເມື່ອສອງສາມອາທິດຜ່ານມານີ້.

ທ່ານເວົ້າວ່າ “ຂ້າພະເຈົ້າຢາກໃຫ້ຊາວຕູນີເຊຍໝັ້ນໃຈ ວ່າ ພວກເຮົາ ຈະຜາບແພ້ພວກ
ກໍ່ການຮ້າຍ.”

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ພັນ ກີມູນ ແລະ ສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ໄດ້ປະນາມການໂຈມຕີດັ່ງກ່າວ ແລະ ໄດ້ສະແດງການສະໜັບ
ສະໜູນແກ່ຕູນີເຊຍ.

ສະພາຄວາມ​ໝັ້ນຄົງ ກ່າວໃນຖະແຫລງການສະບັບໜຶ່ງ ວ່າ “ບັນດາສະມາຊິກສະພາ
ຄວາມ ໝັ້ນຄົງ ໄດ້ເນັ້ນຢ້ຳວ່າ ບໍ່ມີການໂຈມຕີກໍ່ການຮ້າຍໃດໆ ສາມາດຕ່າວ​ປີ້ນ ທິດ
ທາງໄປສູ່ປະຊາທິປະໄຕຂອງຕູນີເຊຍ ແລະ ຄວາມພະຍາຍາມໄປສູ່ການຟື້ນຟູ ແລະ
ການພັດທະນາເສດຖະ ກິດ ຂອງຕູນີເຊຍໄດ້.”

​ເຫດລະເບີດດັ່ງກ່າວ ມີຂຶ້ນ 10 ມື້ຫຼັງຈາກອຳນາດການປົກຄອງ ໄດ້ຍົກລະດັບການ​ເຕືອນ
ໄພ​ໃຫ້​ສູງ​ຂຶ້ນ ຢູ່ໃນນະຄອນຫຼວງ ແລະ ໄດ້ສົ່ງກອງກຳລັງຮັກສາຄວາມປອດໄພ ອອກໄປ
ປະຈຳການ ໃນຈຳນວນຫລວງຫຼາຍ ທີ່ຜິດປົກກະຕິ.

Tunisia Attack
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG