ໃນຂະນະທີ່ປະທານາທິບໍດີ ດໍໂນລ ທຣຳ ມີສາຍພົວພັນທີ່ເຄັ່ງຕຶງກັບບັນດາປະເທດພັນທະມິດໃນອົງການເນໂຕ (NATO) ກໍປາກົດວ່າ ທ່ານມີສາຍພົວພັນອັນອົບອຸ່ນກວ່າ ກັບບັນດາຜູ້ນຳຂອງປະເທດ ທີ່ບໍ່ມີປະຊາທິປະໄຕ, ຊຶ່ງ ລວມມີ ທ່ານ ກິມຈົງ ອຶນ ຂອງເກົາຫລີເໜືອ, ປະທານາທິບໍດີ ຣີເຊັບ ໄຕຢິບ ເອີດູອານ ຂອງເທີກີ ແລະ ປະທານາທິບໍດີ ວລາດິເມຍ ປູຕິນ ຂອງຣັດເຊຍ. ແຕ່ວ່າ ເຖິງຈະມີວິທີການນັ້ນຂອງທ່ານ ທຣຳ ກໍຕາມ, ການສຳຫລວດເມື່ອມໍ່ໆມານີ້ ຊີ້ໃຫ້ເຫັນວ່າ ຊາວອາເມຣິກັນສ່ວນໃຫຍ່ແມ່ນສະໜັບສະໜຸນນະໂຍບາຍການຕ່າງປະເທດແບບດັ້ງເດີມ ທີ່ອີງໃສ່ການມີພັນທະມິດທາງທະຫານ, ການຄ້າຢ່າງເສລີ, ແລະສົ່ງເສີມປະຊາທິປະໄຕ ແລະສົ່ງເສີມສິດທິມະນຸດຢູ່ຕ່າງປະເທດ. Cindy Saine, ນັກຂ່າວດ້ານການທູດຂອງວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ຈາກ ກະຊວງການຕ່າງະເທດສະຫະລັດ, ຊຶ່ງບົວສະຫວັນຈະນຳມາສະເໜີທ່ານໃນ ອັນດັບຕໍ່ໄປ.
ປະທານາທິບໍດີ ດໍໂນລ ທຣຳໄດ້ສ້າງຕັ້ງ ວິທີການໃນດ້ານການຕ່າງປະເທດທີ່ແປກຕ່າງຈາກວິທີເດີມຂອງເພິ່ນເອງ. ທ່ານມັກຈະໃຊ້ຄຳເວົ້າແບບຮຸນແຮງຕໍ່ອົງການເນໂຕ (NATO) ແລະປະເທດພັນທະມິດທີ່ມີມາແຕ່ດັ້ງເດີມອື່ນ ໆ …..ຊຶ່ງຫລັກຖານສະແດງອອກໃຫ້ເຫັນ ໃນຕອນທີ່ທ່ານກ່າວໂຈມຕີ ຜູ້ນຳຂອງການາດາ ທີ່ຖືກຈັບໄດ້ໃນວີດິໂອຢູ່ກອງປະຊຸມສຸດຍອດອົງການກຸ່ມເນໂຕ (NATO) ຢູ່ນະຄອນຫລວງລອນດອນ ທີ່ປາກົດວ່າທ່ານໄດ້ເວົ້າຕະຫລົກກ່ຽວກັບທ່ານທຣຳນັ້ນ.
ປະນາທິບໍດີດໍໂນລ ທຣຳເວົ້າວ່າ:
"ເອີ, ລາວເປັນຄົນສອງໜ້າ."
ແຕ່ວ່າ ທ່ານກໍມັກຈະຍ້ອງຍໍສໍລະເສີນບັນດາຜູ້ນຳຜະເດັດການເຊັ່ນ ປະທານາທິບໍດີ ວລາດິເມຍ ປູຕິນ ຂອງຣັດເຊຍ ແລະປະທານປະເທດສີ ຈິ້ນຜິງ ຂອງຈີນ --ຜູ້ທີ່ທ່ານເອີ້ນ ຢູ່ໃນທວີດເຕີວ່າ "ເປັນຜູ້ຊາຍທີ່ດີໃນການເຮັດພາລະກິດທີ່ຫຍຸ້ງຍາກທີ່ສຸດ".
ທ່ານຂຽນລົງໃນບັນຊີທາງທວີດເຕີຂອງທ່ານທີ່ຊື່ @realDonaldTrump ວ່າ:
"ຂ້າພະເຈົ້າຮູ້ປະທານປະເທດສີຂອງຈີນເປັນຢ່າງດີ. ທ່ານເປັນຜູ້ນຳທີ່ຍິ່ງໃຫຍ່ ຜູ້ທີ່ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຂອງທ່ານເປັນຢ່າງສູງ. ທ່ານຍັງເປັນຜູ້ຊາຍທີ່ດີຢູ່ໃນ "ພາລະກິດທີ່ຫຍຸ້ງຍາກທີ່ສຸດ." ຂ້າພະເຈົ້າບໍ່ມີຄວາມສົງໄສຫຍັງເລີຍ ຖ້າຫາກທ່ານປະທານປະເທດສີ ຢາກຈະແກ້ໄຂບັນຫາໃນຮົງກົງຢ່າງວ່ອງໄວ ແລະແບບມີມະນຸດສະທຳ ທ່ານກໍສາມາດເຮັດໄດ້. ອາດຈະມີການພົບປະກັນແບບສ່ວນຕົວບໍ?"
ພ້ອມກັນນັ້ນ ຄວາມແຕກຕ່າງທີ່ເຫັນໄດ້ຢ່າງເດັ່ນຊັດຈາກບັນດາຜູ້ທີ່ເຄີຍເປັນປະທານາທິບໍດີກ່ອນໜ້າທ່ານກໍຄື “ຈົດໝາຍທີ່ຂຽນຢ່າງສວຍງາມ” ຂອງທ່ານທຣຳ ແລະການໄປພົບກັບທ່ານ ກິມຈົງ ອຶນ ຂອງເກົາຫລີເໜືອ.
ປະທານາທິບໍດີ ທຣຳເວົ້າວ່າ:
"ແລະຂ້າພະເຈົ້າຄິດວ່າ ທ່ານຈະມີອະນາຄົດອັນສຳຄັນຍິ່ງກັບປະເທດຂອງທ່ານ, ກໍຄືເປັນຜູ້ນຳທີ່ຍິ່ງໃຫຍ່."
ທ່ານທຣຳ ປາກົດວ່າ ມີຄວາມຮູ້ສຶກມັກບັນດາຜູ້ຊາຍທີ່ແຂງແກ່ນຜະເດັດການ ຫລາຍອີຫລີ່, ນັ້ນຄືຄຳເວົ້າຂອງທ່ານນາງ ແຟຣນຊິສ ບຣາວ (Frances Brown), ທີ່ເຮັດວຽກຢູ່ໃນສະພາຄວາມໝັ້ນຄົງແຫ່ຊາດທັງຢູ່ພາຍໃຕ້ ລັດຖະບານຂອງທ່ານໂອບາມາ ແລະ ລັດຖະບານທ່ານທຣຳ.
ທ່ານນາງ ແຟຣນຊິສ ບຣາວ ຈາກອົງການຄາເນຈີ ເອນດາວເມັນທ໌ (Carnegie Endowment) ສຳລັບສັນຕິພາບໃນສາກົນເວົ້າວ່າ:
"ຂ້າພະເຈົ້າຄິດວ່າ ມີຫລາຍຄັ້ງບັນດາຜູ້ຊາຍເຫລົ່ານີ້ ມັກຍົກຍໍ ປະຈົບປະແຈງ ແບບເປັນການສ່ວນຕົວຕໍ່ປະທານາທິບໍດີທຣຳ ແລະທ່ານກໍມັກການເຮັດແນວນັ້ນ ຫລາຍ. ບັນຫາຂອງມັນກໍຄືວ່າ ຄົນອື່ນໆ ຢູ່ໃນລັດຖະບານຂອງສະຫະລັດ ກຳລັງພະຍາຍາມທີ່ຈະຜັກດັນຄືນ ຕໍ່ພວກຜູ້ຊາຍທີ່ແຂງແກ່ນທີ່ມີທ່າອ່ຽງຕ້ານກັບປະຊາທິປະໄຕນັ້ນ."
ແລະການຢັ່ງຫາງສຽງຊີ້ໃຫ້ເຫັນວ່າ ຊາວອາເມຣິກັນສ່ວນໃຫຍ່ມີມຸມມອງດ້ານການຕ່າງປະເທດແບບເດີມຫລາຍກວ່າ.
ການສຳຫລວດຂອງສະພາຊີຄາໂກ ປີ 2019 ສະແດງໃຫ້ເຫັນວ່າ 78 ເປີເຊັນຂອງຊາວອາເມຣິກັນຄິດວ່າ ສະຫະລັດຄວນຮັກສາ ຫລືເພີ້ມການສະໜັບສະໜຸນຂອງຕົນຕໍ່ອົງການເນໂຕ (NATO) - ແລະເກືອບຮອດ 60 ເປີເຊັນເຊື່ອວ່າ ການສົ່ງເສີມປະຊາທິປະໄຕ ແລະສິດທິມະນຸດຢູ່ຕ່າງປະເທດແມ່ນເຮັດໃຫ້ສະຫະລັດມີຄວາມປອດໄພຫລາຍຂຶ້ນ.
ສະນັ້ນ ຈະເບິ່ງແລ້ວກໍປາກົດວ່າ ຊາວອາເມຣິກັນປະຕິເສດຢ່າງສົມບູນແບບເລີຍ ຕໍ່ການຖອຍຫລັງອອກຈາກການເປັນພັນທະມິດໃນລະດັບໂລກ, ອີງຕາມອະດີດເອກອັກຄະລັດຖະທູດສະຫະລັດປະຈຳອົງການເນໂຕ, ທ່ານ ອີໂວ ດາລເດີ (Ivo Daalder).
ທ່ານ ອີໂວ ດາລເດີ (Ivo Daalder) ກ່າວດັ່ງນີ້.
"ມີແຕ່ 20 ເປີເຊັນຂອງປະຊາຊົນອາເມຣິກັນຄິດວ່າ ສິ່ງທີ່ທ່ານປະທານາທິບໍດີຄິດ ຊຶ່ງເປັນຄວາມຄິດທີ່ວ່າ ການເປັນພັນທະມິດນັ້ນ ແມ່ນມີແຕ່ສ້າງຜົນປະໂຫຍດ ໃຫ້ແກ່ບັນດາປະເທດພັນທະມິດເທົ່ານັ້ນ. ສຳລັບດ້ານການຄ້າກໍເຊັ່ນດຽວກັນ."
ເມື່ອຖືກຖາມວ່າ ນະໂຍບາຍການຕ່າງປະເທດຂອງທ່ານທຣຳ ຈະມີບັນຫາຫຍັງ ຕໍ່ພວກປ່ອນບັດເລືອກຕັ້ງໃນປີ 2020 ນີ້ບໍ່, ນັກຊ່ຽວຊານທ່ານນຶ່ງເວົ້າວ່າ ບາງຄົນກໍອາດຈະຮູ້ສຶກວ່າ ມັນເວົ້າເຖິງບຸກຄະລິກຂອງຄົນ.
ທ່ານນາງ ດີນາ ສແມລທ໌ສ໌ (Dina Smeltz), ສະພາດ້ານວຽກງານໂລກຂອງຊີຄາໂກ ຫລື Chicago Council on Global Affairs ໃຫ້ຄຳເຫັນວ່າ:
"ຂ້າພະເຈົ້າຄິດວ່າ ບາງທີ ຢູ່ໃນການເລືອກຕັ້ງປະທານາທິບໍດີຮອບນີ້, ຫລາຍ ກວ່າຮອບອື່ນໃດໝົດ, ປະຊາຊົນທັງຫລາຍ, ຂ້າພະເຈົ້າຄິດວ່າ, ຈະຫລຽວເບິ່ງ ບຸກຄະລິກ ແລະວິທີທີ່ທ່ານປະທານາທິບໍດີ ສະແດງການປະພຶດຂອງຕົນອອກມາຕໍ່ບັນດາພັນທະມິດຂອງພວກເຮົາ ແລະຕໍ່ໂລກ."
ວິທີການຂອງທ່ານທຣຳໃນດ້ານນະໂຍບາຍການຕ່າງປະເທດ ອາດຈະບໍ່ເປັນປັດໄຈຕັດສິນຊີ້ຂາດຢູ່ໃນຫີບປ່ອນບັດປີໜ້ານີ້ ເມື່ອຄຳນຶງເຖິງຄຳເວົ້າທີ່ຊາວອາເມຣິກັນບອກວ່າ ບັນຫາການປິ່ນປົວສຸຂະພາບ, ເສດຖະກິດ ແລະດ້ານຄົນເຂົ້າເມືອງເປັນບັນຫາສຳຄັນທີ່ສຸດຂອງພວກເຂົາເຈົ້າ.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
While President Donald Trump has a tense relationship with NATO allies, he seems to have warmer ties with a number of non-democratic leaders, including North Korea's Kim Jong Un, Turkish President Recep Tayyip Erdogan and Russian President Vladimir Putin. But despite Trump's approach, a recent survey indicates a large majority of Americans support a traditional U.S. foreign policy based on strong military alliances, free trade and promoting democracy and human rights abroad. VOA's Diplomatic Correspondent Cindy Saine reports from the State Department.
President Donald Trump has established his own, unorthodox approach to U.S. foreign policy. He often has harsh words for NATO and other traditional U.S allies.....
....evident when he blasted Canada's leader who was caught on video at the recent NATO London summit apparently making fun of Trump.
President Donald Trump:
"Well, he's two faced."
Yet he often praises authoritarian leaders, such as Russian President Vladimir Putin and Chinese President Xi Jinping -- whom he called a "good man in a tough business" in a tweet.
Tweet from @realDonaldTrump:
"I know President Xi of China very well. He is a great leader who very much has the respect of his people. He is also a good man in a "tough business." I have ZERO doubt that if President Xi wants to quickly and humanely solve the Hong Kong problem, he can do it. Personal meeting?")) ]]
Also notably different from his predecessors are Trump's "beautiful letters" and visits with North Korea's Kim Jong Un.
President Donald Trump:
"And I think that you will have a tremendous future with your country, a great leader."
Trump seems to have a real affinity for authoritarian strongmen, says Frances Brown, who worked at the National Security Council under both the Obama and Trump administrations.
Frances Brown, The Carnegie Endowment for International Peace:
"I think often times these strongmen flatter President Trump personally, and he likes that. The problem is that the rest of the U.S. government is trying to push back against strongmen with anti-democratic tendencies."
And polls indicate most Americans have more traditional foreign policy views.
The 2019 Chicago Council Survey shows 78 percent think the U.S. should maintain or increase its support for NATO - and almost 60 percent believe promoting democracy and human rights abroad makes the U.S. safer.
So it would appear Americans soundly reject a retreat from global alliances, says former US Ambassador to NATO Ivo Daalder.
Ivo Daalder, Former US Ambassador to NATO:
"Only 20 percent of Americans think what the president thinks, which is that they [alliances] are beneficial only for the allies. The same is true for trade."
Asked if Trump's foreign policy will matter to American voters in 2020, one expert said some might feel it comes down to character.
Dina Smeltz, The Chicago Council on Global Affairs:
" I think that perhaps this presidential election round, more than others, people will I think be judging just the character and the way the president [sic] comports himself to our allies and the world."
Trump's approach to foreign policy may not be decisive at the ballot box next year, given that Americans cite health care, the economy and immigration as their top issues.