ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ວ່າ ແນ່ນອນ ພວກເຮົາ ຢາກຈະຫຼີກເວັ້ນ ສົງຄາມ ກັບ ອີຣ່ານ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນຈະອອກເດີນທາງ ຈາກທຳນຽບຂາວ, ວັນທີ 16 ກັນຍາ 2019, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນຈະອອກເດີນທາງ ຈາກທຳນຽບຂາວ, ວັນທີ 16 ກັນຍາ 2019, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ການໂຈມຕີໃດໆກໍ​ຕາມ ຂອງ
ກຳລັງທະຫານ ອາເມຣິກັນ ຕໍ່ອີຣ່ານ ນັ້ນ ຈະເທົ່າທຽມກັບການໂຈມຕີ ທີ່ໄດ້ດຳເນີນໄປ
ແລ້ວນັ້ນ ຕໍ່ໂຮງງານກັ່ນນ້ຳມັນ ໃນຊາອຸດີອາຣາເບຍ.

ໃນການກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ ໃນ
ຕອນບ່າຍ ວັນຈັນວານນີ້ ທ່ານທຣຳ ໄດ້ຖືກຖາມກ່ຽວກັບວ່າ ລັດຖະມົນຕີວ່າການຕ່າງ
ປະເທດ ທ່ານໄມຄ໌ ພອມພຽວ ໄດ້ຖິ້ມໂທດໂດຍກົງ ໃສ່ອີຣ່ານໃນການ ໂຈມຕີຕໍ່ສະຖານ
ທີ່ດັ່ງກ່າວ ຂອງຊາອຸດີ ຊຶ່ງທ່ານທຣຳ ໄດ້ຕອບໄປວ່າ “ຂ້າພະ ເຈົ້າຄຶດວ່າ ພວກເຮົາກໍ
ຄືກັນ. ຂ້າພະເຈົ້າຄຶດວ່າ ພວກເຮົາພຽງຢາກຈະຮູ້ວ່າ ໂຕເລກສຸດທ້າຍ ແລະເບິ່ງກ່ອນ.”

ທ່ານປະທານາທິບໍດີກ່າວຕື່ມວ່າ ມັນຈະຮູ້ໄດ້ວ່າ ຜູ້ໃດເປັນຜູ້ຮັບຜິດຊອບ “ເພື່ອໃຫ້ແນ່
ໃຈ ໃນໄລຍະເວລາສັ້ນໆຂ້າງໜ້ານີ້.”

ກ່ອນໜ້ານັ້ນ ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ຫ້ອງການໂອໂວລ ໃນລະຫວ່າງ
ພົບປະກັບເຈົ້າຟ້າຊາຍຊາລມານ ບິນ ຮາມັດ ບິນ ອີຊາ ອາລ ຄາລີຟາ ຂອງບາຫ໌ເຣນ
ໃນຂະນະທີ່ທ່ານບໍ່ຢາກຈະເຮັດສົງຄາມກັບອີຣ່ານ, ວ່າ “ສະຫະ ລັດ ໄດ້ກຽມພ້ອມແລ້ວ”
ສຳລັບບັນຫາຂັດແຍ້ງ ຫຼາຍກວ່າປະເທດໃດໆ ໃນປະຫວັດສາດ.

ທ່ານທຣຳ ກ່າວຕື່ມວ່າ “ໂດຍທີ່ໄດ້ກ່າວໄປທັງໝົດແລ້ວນັ້ນ ແນ່ນອນພວກເຮົາ ກໍຢາກ
ຈະຫຼີກເວັ້ນມັນ.”

ຄວາມ​ພະ​ຍາ​ຍາມທາງການທູດ ແມ່ນບໍ່ເຄີຍ ຈະໝົດ​ປະ​ຕູ ທ່ານທຣຳ ໄດ້ກ່າວ ໃນ​ຂະ
​ນະ​ທີ່​ທ່ານຍັງໄດ້ຖືກຖາມໂດຍບັນດານັກຂ່າວວ່າ ຖ້າຫາກທ່ານໄດ້ໃຫ້ຄຳ ສັນຍາ ຕໍ່
ຊາອຸດີ ວ່າ ສະຫະລັດ ຈະປົກປ້ອງພວກເຂົາເຈົ້າ.

ທ່ານທຣຳ ໄດ້ຕອບໄປວ່າ “ບໍ່ ຂ້າພະເຈົ້າ ບໍ່ໄດ້ໃຫ້ຄຳສັນຍາ ແກ່ຊາອຸດີ ຈັ່ງຊັ້ນ. ພວກ
ເຮົາຈະຕ້ອງໄດ້ປຶກສາ ກັບຊາອຸດີ ແລ້ວຕົກລົງກັນໃນບາງສິ່ງບາງ ຢ່າງ.”

ທ່ານປະທານາທິບໍດີ ໄດ້ປະກາດວ່າ ທ່ານພອມພຽວ ແລະບັນດາເຈົ້າໜ້າທີ່ສະຫະລັດ
ຄົນອື່ນໆ ຈະເດີນທາງໄປຍັງຊາອຸດີອາຣາເບຍ.

ການໂຈມຕີຕໍ່ໂຮງງານກັ່ນນ້ຳມັນຂອງຊາອຸດີ ແລະຄວາມກັງວົນຕ່າງໆ ກ່ຽວກັບ ບັນຫາ
ຂັດແຍ້ງທີ່ຈະຂະຫຍາຍກວ້າງອອກໄປໃນຂົງເຂດ ໄດ້ສົ່ງຜົນໃຫ້ລາຄານ້ຳ ມັນ ຖີບຕົວ
ສູງຂຶ້ນ ປະມານ 15 ເປີເຊັນ ໃນວັນຈັນວານນີ້.

“ພວກເຮົາມີນໍ້າມັນຈຳນວນຫຼວງຫຼາຍ ໃນປະເທດຂອງພວກເຮົາ” ທ່ານທຣຳໄດ້ກ່າວ
ໄປ ຢູ່ທີ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ ໃນການໃຫ້ຄຳຕອບ ຕໍ່ຄຳຖາມ ຂອງ
ວີໂອເອ ກ່ຽວກັບຜົນທີ່ຕິດຕາມມາຂອງການຂຶ້ນລາຄານ້ຳມັນດິບນັ້ນ.

ທ່ານປະທານາທິບໍດີ ໄດ້ກ່າວຕື່ມວ່າ “ມັນຈະບໍ່ສົ່ງຜົນກະທົບຕໍ່ພວກເຮົາ ແລະ ໃນ
ທີ່ສຸດ ຂ້າພະເຈົ້າ ບໍ່ຄຶດວ່າ ມັນຈະສົ່ງຜົນກະທົບຕໍ່ໂລກເຊັ່ນກັນ ແຕ່ມັນຈະ ບໍ່ສົ່ງຜົນ
ກະທົບຕໍ່ສະຫະລັດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG