ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ຄະນະ ໂອນອຳນາດ ທ່ານທຣຳ ຫາທາງ ອະທິບາຍ ຕໍ່ການຮຽກຮ້ອງ ໃຫ້ຂະຫຍາຍ ກຳລັງນິວເຄລຍ


ການຍິງລູກສອນໄຟ ຂີປະນາວຸດຂ້າມທະວີບ Minuteman III ທີ່ບໍ່ຕິດຫົວລະເບີດ ເພື່ອເປັນການທົດສອບ ທີ່ຖານທັບອາກາດ Vandenberg ເມື່ອວັນທີ 25 ກຸມພາ 2016.

ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່​ຂອງ​ສະຫະລັດ ທ່ານ Donald Trump ​ໄດ້ຮຽກຮ້ອງ ​ໃຫ້​ສະຫະລັດ ຂະຫຍາຍ​ຄວາມ​ສາມາດ​ ທາງ​ດ້ານ​ນິວ​ເຄລຍ ຂອງກອງທັບ ຊຶ່ງ​ເປັນ​ການ​ໃຫ້​ຄວາມ​ເຫັນ​ທີ່​ອາດເປັນສັນຍາ​ນ​ໃນ​ການ​ຕ່າວ​ປີ້ນຂອງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ທີ່​ມີ​ມາ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ ​ເພື່ອ​ຫລຸດຜ່ອນ​ບົດບາດ​ຂອງ​ອາວຸດ​ນິວ​ເຄລຍ​ໃນ​ໂຄງ ການ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດ.

​ໃນຂໍ້ຄວາມ ທີ່​ສົ່ງ​ຜ່ານ​ທາງ Twitter ​ໃນ​ວັນ​ພະຫັດ​ແລ້ວນີ້ ທ່ານ Trump ກ່າວ​ວ່າ “ສະ ຫະລັດ​ຕ້ອງ​ໄດ້​ປັບປຸງ ​ແລະ​ເສີມ​ຂະຫຍາຍຢ່າງ​ເປັນ​ການ​ໃຫຍ່ຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍຂອງ​ຕົນ ຈົນກວ່າ​ຈະ​ເຖິງ​ເວລາ​ທີ່​ໂລກ​ຂອງ​ເຮົາ​ ຈະຕົກລົງກັນໄດ້​ກ່ຽວ​ກັບໃນ​ເລື້ອງນິວ​ເຄລຍ.”

ທ່ານ Trump ບໍ່​ໄດ້​ໃຫ້ການ​ອະທິບາຍ​ຫຍັງ​ຕື່ມປ່ອຍ​ໃຫ້​ຄະນະ​ໂອນ​ອຳນາດ​ຂອງທ່ານ ພະຍາຍາມ​ໃຫ້​ຄວາມ​ກະຈ່າງ​ແຈ້ງຕໍ່ອັນ​ທີ່ອາດ​ເບິ່ງ​ກັນວ່າ​ເປັນ​ຄຳ​ເຕືອນ​ຈາກ​ປະທານາ ທິບໍ​ດີ ທີ່​ໄດ້​ຮັບ​ເລືອກ​ໃໝ່ ກ່ຽວ​ກັບ​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍຂອງ​ປະ​ເທດ.

​ໂທລະພາບ MSNBC ລາຍ​ງານ​ໃນ​ຕອນ​ເຊົ້າວັນ​ສຸກ​ວານນີ້ວ່າ ທ່ານ Trump ກ່າວຕໍ່​ຕາໜ່າງຂ່າວ​ຂອງຕົນ​ວ່າ “ປ່ອຍ​ໃຫ້​ມັນ​ເປັນ​ການ​ແຂ່ງຂັນ​ອາວຸດ​ເລີຍ ພວກ​ເຮົາຈະ​ສາ ມາດ​ເອົາ​ຊະນະເຂົາ ​ໃນ​ທຸກໆ​ຮອບ ​ແລະ​ຈະ​ທົນ​ທານ​ກວ່າ​ເຂົາ.”

​ໂຄສົກ​ຂອງ​ທ່ານ Trump ທ່ານ Sean Spicer ກ່າວ​ໃນເວລາ​ຕໍ່​ມາ​ວ່າ ຈະ​ບໍ່​ມີ​ການ​ແຂ່ງ ຂັນ​ອາວຸດ​ໃດໆ ຍ້ອນ​ວ່າ​ປະ​ເທດ​ອື່ນໆ​ຈະ​ເລີ້ມຄິດ​ແບບ​ມີ​ເຫດຜົນ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ວັນ​ສຸກ​ວານນີ້ ​ທີ່ກອງ​ປ​ະຊຸມ ​ຖະ​ແຫຼງຂ່າວ​ທ້າຍ​ປີ​ ຂອງ​ທ່ານ​ວ່າ ທ່ານ​ບໍ່​ໄດ້​ມອງ​ເຫັນຫຍັງ​ຜິດ​ປົກກະຕິ ​ໃນການ​ໃຫ້​ຄຳ​ໝັ້ນສັນຍາ​ຂອງ​ທ່ານ Trump ທີ່​ຈະ​ເສີມຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກຳລັງ​ນິວ​ເຄລຍຂອງ​ສະຫະລັດ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ​ໄດ້​ກ່າວ​ ຢູ່​ແລ້ວ​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ.

ທ່ານ Putin ກ່າວ​ວ່າ ​ໃນ​ຂະນະ​ທີ່​ສະຫະ​ລັດມີ​ກຳລັງ​ທະຫານ​ທີ່​ໃຫຍ່​ກວ່າທ່ານ​ບໍ່​ໄດ້​ມອງ​ເຫັນ​ວ່າອາ​ເມຣິກັນ​ອາດ​ຈະ​ເປັນ​ຜູ້​ຮຸກ​ຮານແລະ​ການ​ເພັ່ງ​ເລັງ​ຂອງຣັດເຊັຍຄວນ​ຈະ​ແມ່ນ ​ໃນ​ເລື້ອງລູກ​ສອນ​ໄຟ ທີ່​ສາມາດ​ເຈາະ​ຜ່ານ​ລະບົບ​ປ້ອງ​ກັນ​ທີ່ມີ​ຢູ່​ໃນ​ປັດຈຸບັນ​ນີ້.

​ໂຄສົກ​ ກະຊວງ​ການ​ຕ່າງປະ​ເທດ ​ສະຫະລັດ ທ່ານ John Kirby ກ່າວ​ວ່າ ລັດຖະບານ ທ່ານ​ໂອບາ​ມາ ​“ໄດ້​ພະຍາຍາມທີ່​ຈະ​ນຳພາ​ພວກ​ເຮົາ​ໄປ​ສູ່​ເສັ້ນທາງເພື່ອ ໃຫ້​ໂລກ​ປອດ​ຈາກ​ອາວຸດ​ນິວ​ເຄລຍ.”

​ພວກ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ການ​ຄວບ​ຄຸມ​ອາວຸດ​ຂອງ​ສະຫະລັດກ່າວ​ວ່າ ສະຫະລັດ​ແລະ ຣັດ​ເຊຍ​ ມີ​ອາວຸດ​ນິວ​ເຄລຍຢູ່​ໃນ​ຄັງ​ອາວຸດ​ຂອງ​ຕົນ​ເກືອບ​ເທົ່າໆ​ກັນຄືແຕ່ລະ​ຝ່າຍ​ມີຫຼາຍ​ກວ່າ 7,000 ລູກ.

​ແຕ່​ຖ້າ​ທ່ານ Trump ຕັດສິນ​ໃຈ​ທີ່​ຈະ​ຂະຫຍາຍ​ຄັງ​ອາວຸດ​ນິວ​ເຄລຍ ມັນ​ອາດ​ຈະ​ເປັນ​ການ​ຕ່າວ​ປີ້ນທີ່​ສຳຄັນ ​ໃນ​ນະ​ໂຍບາຍ​ທີ່​ມີ​ມາ​ເປັນ​ເວລາ​ດົນ​ກວ່າ 50 ປີ ຂອງ​ສະຫະລັດ ທີ່​ໄດ້​ເພັ່ງ​ເລັງ​ໃສ່​ແຕ່​ການ​ຫລຸດ​ອາວຸດ​ນິວ​ເຄລຍລົງ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG