ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ປະ​ກາດ​ວ່າ ຈະ​ເອົາ​ຊະ​ນະ ໃນ​ການ​ແຂ່ງ​ຂັນ ເພື່ອ​ກ້າວ​ໄປ​ສູ່ ລະ​ບົບ 5G


ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ພວມ​ຖະ​ແຫຼງ ໃນ​ຂະ​ນະ​ທີ່ ຢືນ​ຢູ່​ຖັດ​ໄປ ຈາກ​ກຳ​ມາ​ທິ​ການ​ ສື່​ສານ​ຄົມ​ມະ​ນາ​ຄົມ ຂອງ ລັດ​ຖະ​ບານ​ກາງ ທ່ານ Ajit Pai ໃນ​ລະ​ຫວ່າງພິ​ທີນຶ່ງ ກ່ຽວ​ກັບ​ການ​ຕິດ​ຕັ້ງ ລະ​ບົບ 5G ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 12 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ພວມ​ຖະ​ແຫຼງ ໃນ​ຂະ​ນະ​ທີ່ ຢືນ​ຢູ່​ຖັດ​ໄປ ຈາກ​ກຳ​ມາ​ທິ​ການ​ ສື່​ສານ​ຄົມ​ມະ​ນາ​ຄົມ ຂອງ ລັດ​ຖະ​ບານ​ກາງ ທ່ານ Ajit Pai ໃນ​ລະ​ຫວ່າງພິ​ທີນຶ່ງ ກ່ຽວ​ກັບ​ການ​ຕິດ​ຕັ້ງ ລະ​ບົບ 5G ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 12 ເມ​ສາ 2019.

ໃນ​ການ​ແຂ່ງ​ຂັນ ເພື່ອ​ເອົາ​ຊະ​ນະ​ຈີນ ກ່ຽວ​ກັບ​ລະ​ບົບ​ເທັກ​ໂນ​ໂລ​ຈີ ທີ່​ບໍ່​ໃຊ້​ສາຍ​ຮຸ້ນ​ທີ 5 ຊຶ່ງ​ຮູ້​ກັນ​ໃນ​ລະ​ບົບ 5G ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລທ​ຣຳ ໄດ້​ປະ​ກາດ​ ໃຫ້​ການ​ປະ​ມູນ​ທີ່​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ ກ່ຽວ​ກັບ​ຄວາມຖີ່​ຂອງ​ຄື້ນ​ວິ​ທະ​ຍຸ ແລະ​ຕັ້ງ​ກອງ​ທຶນ 20 ຕື້​ໂດ​ລາ ເພື່ອ​ສ້າງ​ສາຍ​ເຄ​ໂບ​ໄຟ​ເບີ້ອອບ​ຕິກ ຢູ່​ໃນ​ເຂດ​ຊົນ​ນະ​ບົດ​ທີ່​ສອກ​ຫຼີກ​ຫ່າງ​ໄກ.

“ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ປະ​ເທດ​ໃດ​ກໍ​ຕາມ ເອົາ​ຊະ​ນະ​ສະ​ຫະ​ລັດ ຢູ່​ໃນ​ອຸດ​ສາ​ຫະ​ກຳ​ ທີ່​ມີ​ອິດ​ທິ​ພົນ​ສູງ​ດັ່ງ​ກ່າວ ໃນ​ອະ​ນາ​ຄົດ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳທີ່​ກ່າວ​ຢູ່​ທຳ​ນຽບ​ຂາວ ຊຶ່ງ​ມີ​ພວກ​ນັກ​ປີນ​ເສົາ​ສື່​ສານໂທ​ລະ​ຄົມ​ມະ​ນາ​ຄົມ ແລະ​ພວກຊາວ​ໄຮ່​ຊາວ​ສວນ ​ຢືນ​ຢູ່​ຄຽງ​ຂ້າງ. ທ່ານ​ກ່າວ​ຕື່ມ​ວ່າ ການ​ແຂ່ງ​ຂັນ​ເພື່ອ​ກ້າວ​ໄປສູ່​ລະ​ບົບ 5G ເປັນ​ການ​ແຂ່ງ​ຂັນ ທີ່​ພວກ​ເຮົາ​ຕ້ອງ​ເອົ​າ​ຊະ​ນະ.”

ຜູ້​ຄົນ​ກຳ​ລັງ​ພາ​ກັນ​ຢືນ​ຢູ່ ໃກ້ໆ​ກັບ​ເຄື່ອງ​ໝາຍ 5G ລະ​ຫວ່າງ​ການ​ວາງ​ສະ​ແດງ ຂອງ​ສະ​ພາ​ອຸບ​ປະ​ກອນ​ທີ່​ບໍ່​ໃຊ້​ສາຍ ຢູ່​ນະ​ຄອນ​ບາ​ເຊ​ໂລ​ນາ ປະ​ເທດ​ສະ​ເປນ.
ຜູ້​ຄົນ​ກຳ​ລັງ​ພາ​ກັນ​ຢືນ​ຢູ່ ໃກ້ໆ​ກັບ​ເຄື່ອງ​ໝາຍ 5G ລະ​ຫວ່າງ​ການ​ວາງ​ສະ​ແດງ ຂອງ​ສະ​ພາ​ອຸບ​ປະ​ກອນ​ທີ່​ບໍ່​ໃຊ້​ສາຍ ຢູ່​ນະ​ຄອນ​ບາ​ເຊ​ໂລ​ນາ ປະ​ເທດ​ສະ​ເປນ.

ເລີ້ມ​ແຕ່​ວັນ​ທີ 10 ທັນ​ວາ​ເປັນ​ຕົ້ນ​ໄປ ກຳ​ມາ​ທິ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ ຂອງ​ລັດ​ຖະ​ບານ​ກາງ ທີ່​ເອີ້ນ​ຫຍໍ້​ວ່າ FCC ຈະ​ເລີ້ມ​ທຳ​ການ​ປະ​ມູນ ຄວາມ​ຖີ່​ຂອງຄື້ນ​ທີ່​ເປັນ​ມິ​ນ​ລີ​ແມັດ​ຂະ​ໜາດ​ໃຫຍ່ 3 ຈຸ ຄື​ສູງກວ່າ 37 39 ແລະ 47 ກິກາເຮີດ ເພື່ອ​ໃຫ້​ບໍ​ລິ​ສັດ​ໂທ​ລະ​ສັບ​ມື​ຖື​ນຳ​ໃຊ້.

ພັນ​ທະ​ມິດ​ຂອງ​ທ່ານ​ທ​ຣຳ​ບາງ​ຄົນ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຊັກ​ຊວນ ​ໃຫ້​ທ່ານ ປະ​ກາດ​ໃຫ້​ເທັກ​ໂນ​ໂລ​ຈີນີ້ ເປັນ​ຂອງ​ລັດ​ຖະ​ບານ ຍ້ອນ​ຖື​ເປັນ​ເລື້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຮັບ​ຮູ້​ວ່າ ທ່ານ​ໄດ້​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ເລື້ອງນີ້ແລະ​ຫຼັງ​ຈາກ ນັ້ນ​ກໍ​ໄດ້​ຢຸດ​ເຊົາແຜນ​ການ​ດັ່ງ​ກ່າວ ຍ້ອນ​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ກຳ​ມາ​ທິ​ການ FCC ແລະ​ບຸກ​ຄົນ​ອື່ນໆ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃຫ້​ການ​ອະ​ທິ​ບາຍ​ວ່າ “ພວກ​ເຮົາ​ບໍ່​ຢາກ​ເຮັດ​ຈັ່ງ​ຊັ້ນ ມັນ​ອາດ​ຈະ​ບໍ່​ດີ​ພຽງພໍ ບໍ່​ໄວ​ພຽງ​ພໍ.​”

ທ່ານ Gabriel Brown ນັກ​ວິ​ເຄາະ​ຄົນ​ສຳ​ຄັນຂອງ​ບໍ​ລິ​ສັດ​ຄົ້ນ​ຄວ້າ​ດ້ານ​ສື່​ສານຄົມ​ມະ​ນາ​ຄົມ Heavy Reading ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ແນວ​ຄິດ​ກ່ຽວ​ກັບ​ລະ​ບົບ 5G ທີ່​ອອກ​ແບບແລະ​ບໍ​ລິ​ຫານ​ງານ​ໂດຍ​ລັດ​ຖະ​ບານ ຢູ່​ໃນ​ສະ​ຫະ​ລັດ​ນັ້ນ ແມ່ນ ​ບໍ່​ມີ​ຄວາມ​ໝາຍ ຢູ່​ໃນ​ຕົວ​ຂອງ​ມັນ​ເອງ. ຕະ​ຫຼາດ​ທີ່​ມີ​ການ​ແຂ່ງ​ຂັນ ຄວບ​ຄຸມ​ແຕ່​ພຽງ​ເລັກ​ນ້ອຍ ແມ່ນ​ລັກ​ສະ​ນະ​ຮູບ​ຮ່າງ​ຂອງ​ລະ​ບົບ​ໃນ​ສະ​ຫະ​ລັດ. ນີ້​ແມ່ນ​ໄດ້​ປະ​ສົບ​ຄວາມ​ສຳເລັດ​ມາ​ແລ້ວ ໃນ​ລະ​ບົບ 4G ແລະ​ຈະ​ພາ​ໃຫ້ ​ມີ​ການ​ຊຸກ​ຍູ້​ໃນ​ການ​ລົງ​ທຶນ​ແລະນະ​ວັດ​ຕະ​ກຳ​ໃໝ່ ໃນ​ລະ​ບົບ 5G.”

​ທ່ານ​ກ່າວ​ຕື່ມ​ວ່າ “ນອກນັ້ນ​ແລ້ວ ​ມັນ​ຍັງ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ ເມື່ອ​ເວົ້າ​ເຖິງ​ການ​ແຂ່ງ​ຂັນ​ກັບ​ຈີນ ສິ່ງ​ເຫຼົ່າ​ນີ້ ​ແມ່ນ​ຕະ​ຫຼາດ​ທີ່​ແຕກ​ຕ່າງ​ອອກ​ໄປ ຢູ່​ໃນ​ໄລ​ຍະ​ການ​ພັ​ດ​ທະ​ນາ​ທີ່​ແຕກ​ຕ່າງ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG