ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ດໍໂນລ ທຣຳ ເດີນທາງ ໄປຢ້ຽມຢາມ ເຂດຊາຍແດນ ເພື່ອນຳສະເໜີ ເຫດຜົນ ໃນ​ການສ້າງກຳແພງ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໂອ້ລົມກັບສື່ມວນຊົນ ໃນຂະນະຢືນຢູ່ກັບບັນດາເຈົ້າໜ້າທີ່ ລາດຕະເວນຊາຍແດນ ສະຫະລັດ ຢູ່ທີ່ແຄມຝັ່ງຂອງແມ່ນ້ຳ ຣີໂອ ກຣານເດ(Rio Grande River) ໃນລະຫວ່າງ ການເດີນທາງໄປຢ້ຽມຢາມຊາຍແດນ Uສຫລ ແລະເມັກຊິໂກ ໃນເມືອງ ມິສຊັນ ຂອງລັດເທັກຊັສ, ວັນທີ 10 ມັງກອນ 2019.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໂອ້ລົມກັບສື່ມວນຊົນ ໃນຂະນະຢືນຢູ່ກັບບັນດາເຈົ້າໜ້າທີ່ ລາດຕະເວນຊາຍແດນ ສະຫະລັດ ຢູ່ທີ່ແຄມຝັ່ງຂອງແມ່ນ້ຳ ຣີໂອ ກຣານເດ(Rio Grande River) ໃນລະຫວ່າງ ການເດີນທາງໄປຢ້ຽມຢາມຊາຍແດນ Uສຫລ ແລະເມັກຊິໂກ ໃນເມືອງ ມິສຊັນ ຂອງລັດເທັກຊັສ, ວັນທີ 10 ມັງກອນ 2019.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເດີນທາງໄປຢ້ຽມຢາມເຂດຊາຍແດນ
ຕິດກັບ ປະເທດເມັກຊິໂກ ເພື່ອເນັ້ນຢ້ຳ ເຖິງຄຳຮຽກຮ້ອງຂອງທ່ານ ໃຫ້ອະນຸມັດເງິນສຳ ລັບກຳແພງກັ້ນຊາຍແດນ. ໂດຍປາດສະຈາກ ການສະໜັບສະໜຸນຂອງພັກເດໂມແຄຣັດ
ທີ່ເປັນຝ່າຍຄ້ານແລ້ວ ທ່ານ ທຣຳ ໄດ້ສົ່ງສັນຍານວ່າ ທ່ານ ອາດຈະປະກາດພາວະ
ສຸກເສີນແຫ່ງຊາດ ໃນໄວໆນີ້. ແພັດຊີ ວີດາຄຸສວາຣາ ນັກຂ່າວປະຈຳທຳນຽບຂາວ ສົ່ງ
ລາຍງານມາໃຫ້ວີໂອເອ ດັ່ງ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ເດີນທາງໄປຍັງ ເຂດຊາຍແດນຂອງລັດເທັກຊັສ ຕິດກັບປະເທດເມັກຊິໂກ ເພື່ອນຳສະເໜີເຫດຜົນ ເພື່ອສ້າງກຳແພງກັ້ນຊາຍແດນ.

ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຂະບວນຄາຣາວານ ກຳລັງ
ຈັດຕັ້ງ ຂຶ້ນ ໃນເວລານີ້ ຢູ່ປະເທດຮອນດູຣາສ ມັນມີທ່າທາງວ່າ ຈະໃຫຍ່ກວ່າ ຂະ
ບວນຄາຣາວານ ອື່ນໆຕັ້ງຫຼາຍເທົ່າ. ພວກເຮົາ ຈະຮັບມືກັບອັນນັ້ນ ໃນເວລາມັນ
ມາເຖິງ. ຖ້າພວກເຮົາມີກຳແພງ ພວກເຮົາກໍຈະບໍ່ມີບັນຫາ ແຕ່ພວກເຮົາບໍ່ມີ ເພາະ
ສະນັ້ນ ພວກເຮົາຈຶ່ງຈະຕ້ອງໄດ້ຮັບມືກັບມັນ.”


ປະທານາທິບໍດີ ທຣຳ ໄດ້ພົບປະກັບບັນດາເຈົ້າໜ້າທີ່ ແລະບັນດາຄອບຄົວ ໃນທ້ອງຖິ່ນ
ຜູ້ທີ່ໄດ້ບັນລະຍາຍເຖິງວິກິດການ ຢູ່ເຂດຊາຍແດນ ເຊັ່ນ ອາຊະຍາກຳ ຢາເສບຕິດ ແລະ
ການລັກລອບຄ້າມະນຸດ ຊຶ່ງພັກເດໂມແຄຣັດ ກ່າວຫາທ່ານ ທຣຳ ວ່າ ສ້າງເລື້ອງຂຶ້ນມາ
ເພື່ອຈະໄດ້ເງິນ 5 ພັນ 7 ຮ້ອຍລ້ານໂດລາ ສຳລັບກຳແພງດັ່ງກ່າວ.

ການຕໍ່ສູ້ກັນລະຫວ່າງ ປະທານາທິບໍດີ ທຣຳ ກັບພັກເດໂມແຄຣັດ ໄດ້ສົ່ງຜົນໃຫ້ລັດ-
ຖະບານ ບາງສ່ວນ ປິດການທຳງານມາໄດ້ 3 ສັບປະດາແລ້ວ. ປະທານສະພາຕ່ຳ ທ່ານ
ນາງ ແນນຊີ ເພໂລຊີ ພະຍາຍາມຊຸກຍູ້ ໃຫ້ພັກຣີພັບບລີກັນ ຮັບຜ່ານຮ່າງກົດໝາຍ ເພື່ອ
ເປີດລັດຖະບານຄືນ.

ທ່ານນາງ ເພໂລຊີ ກ່າວວ່າ “ພຽງຢາກຈະທົບທວນຄືນ ໃນເລື້ອງລະຄອນ ທີ່ກຳລັງ
ສ້າງຂຶ້ນ ດ້ວຍອາລົມບໍ່ພໍໃຈແບບເດັກນ້ອຍ ແລະຫົວແຂງ ຂອງທ່ານປະທານາທິບໍດີ
ນັ້ນ ພວກເຮົາໝົດທຸກຄົນ ສະໜັບສະໜຸນ ໃຫ້ມີຄວາມປອດໄພຢູ່ຊາຍແດນ.”

ທ່ານປະທານາທິບໍດີ ໄດ້ຂົ່ມຂູ່ວ່າ ຈະປະກາດ ພາວະສຸກເສີນແຫ່ງຊາດ ເພື່ອຫລີກອອກ
ຈາກ ພັກເດໂມແຄຣັດ ຢູ່ໃນລັດຖະສະພາ ເຖິງແມ່ນວ່າ ມັນຈະໝາຍເຖິງການທ້າທາຍ
ທາງກົດໝາຍ ກໍຕາມ.

ປະທານາທິບໍດີ ທຣຳ ກ່າວວ່າ “ພວກເຮົາສາມາດ ຈະປະກາດພາວະສຸກເສີນແຫ່ງ
ຊາດ ໄດ້. ພວກເຮົາ ບໍ່ຄວນຈະຕ້ອງໄດ້ເຮັດເຊັ່ນນັ້ນ.....ອັນນີ້ ມັນເປັນເລື້ອງ
ທຳມະດາ.”

ມັນມີຫຼາຍເລື້ອງຢູ່ໃນການເມືອງ ຫຼາຍສົມຄວນ ຊຶ່ງມັນຍາກທີ່ຈະຫາທາງອອກໄດ້ ອີງ
ຕາມການກ່າວຂອງ ທ່ານ ສຕີເວັນ ບີລເລັດ ຈາກມະຫາວິທະຍາໄລ ຈໍຣຈ໌ ວໍຊິງຕັນ.

ທ່ານ ບີລເລັດ ກ່າວວ່າ “ອັນນີ້ ເປັນສ່ວນປະກອບທີ່ສຳຄັນຍິ່ງ ໃນຄວາມພະຍາຍາມ
ຂອງທ່ານ ທີ່ຈະໄດ້ຖືກເລືອກອີກນຶ່ງສະໄໝ. ເລື້ອງຄົນເຂົ້າເມືອງ ແລະ ຄວາມປອດ
ໄພຢູ່ຊາຍແດນ ນັ້ນ ແມ່ນເປັນຫົວຂໍ້ສຳຄັນຫຼາຍ ສຳລັບ ທ່ານ ແລະ ທ່ານ ກໍຈະນຳ
ເອົາເລື້ອງນີ້ ຂຶ້ນມາອ້າງເປັນເວລາຍາວນານ ເທົ່າທີ່ທ່ານຈະເວົ້າໄດ້.”

ໃນຂະນະດຽວກັນນັ້ນ ຢູ່ໃນນະຄອນຫຼວງ ວໍຊິງຕັນ ປະຊາຊົນຈຳນວນຫຼາຍຮ້ອຍຄົນ ກໍ
ໄດ້ພາກັນອອກມາປະທ້ວງ ຕໍ່ຕ້ານການປິດລັດຖະບານ. ຫຼາຍໆຄົນ ເປັນພະນັກງານລັດ
ທີ່ໄດ້ຖືກພັກການ ຜູ້ທີ່ດຳລົງຊີວິດໂດຍບໍ່ໄດ້ເງິນເດືອນ ໃນລະຫວ່າງການປິດລັດຖະບານ
ຊຶ່ງໃນປັດຈຸບັນນີ້ ບໍ່ເທົ່າໃດມື້ ຈາກນີ້ໄປ ກໍຈະເປັນການປິດລັດຖະບານທີ່ຍາວທີ່ສຸດ ໃນ
ປະຫວັດສາດຂອງສະຫະລັດ.

U.S. President Donald Trump visited the border with Mexico, to reiterate his demand for wall-funding. Without opposition Democrat's support, Trump signaled he could soon declare a national emergency. White House correspondent Patsy Widakuswara reports.

President Donald Trump went to the Texas-Mexico border to make his case for a wall.

(Donald Trump, U.S. President)
"A caravan is forming right now in Honduras, it's supposed to be bigger than the other caravans. We will handle that as it comes up. If we had a wall we won't have any problems, but we don't, so we will handle it."

President Trump met with officials and families who described the crime, drugs and human trafficking crisis at the border - a crisis which Democrats accuse Trump of manufacturing, to get the $5.7 billion funding for the wall.

The fight has caused the government to partially shutdown for three weeks. Speaker of the House Nancy Pelosi urges Republicans to pass the bill to reopen government.

(Nancy Pelosi, Speaker of the House of Representative)
"Just to go recap in terms of the soap opera that the president's petulance and obstinance is creating, we all support border security."

The president threatened to declare a national emergency to sidestep Democrats in Congress, even if it means a legal challenge.

(Donald Trump, U.S. President)
"We can declare a national emergency. We shouldn't have to. ... This is just commons sense."

There is so much at stake politically, it's hard to see a way out, says Steven Billet from George Washington University.

(Steven Billet, George Washington University)
"This is a critical component in his re-election effort. It was a critical component in his 2016 election. Immigration and Border Security were the issue for him, and he's going to ride that issue for as long as he has to."

Meanwhile in Washington, several hundred people protested against the closing of the government. Many were furloughed federal workers living without paychecks during the shutdown, now just a few days away from being the longest in history.

XS
SM
MD
LG