ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊຊະນະຂອງ ທ່ານດໍໂນລ ທຣໍາ ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ຢູ່ລັດນິວແຮມເຊີ


ອະດີດປະທານາທິບໍດີ ດໍໂນລ ທຣໍາ ໄດ້ຮັບໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນຂອງພັກຣີພັບບລິກັນ ໃນລັດນິວແຮມເຊີ.

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ສືບຕໍ່ເສັ້ນທາງໄປສູ່ການຖືກສະເໜີຊື່ເລືອກຕັ້ງເປັນປະທານາທິບໍດີຂອງພັກຣີພັບບລີກັນ ລຸນຫຼັງ​ທີ່ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຕໍ່ທ່ານນາງນິກກີ້ ເຮລີ ໃນການເລືອກຕັ້ງຂັ້ນຕົ້ນ ຢູ່ລັດນິວແຮມເຊີ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ໃນວັນອັງ ຄານວານນີ້. ຣີຊາດ ກຣີນ (Richard Green) ນັກ​ຂ່າວ​ VOA ມີ​ລາຍ​ງານ​ ກ່ຽວກັບເລື້ອງນີ້, ທິບສຸດາ ມີລາຍລະອຽດມາ​ສະ​ເໜີ​ທ່ານ.

ບັນດາ​ອົງການຂ່າວຕ່າງໆຂອງ​ສະຫະລັດ​ໄດ້​ປະກາດ​ວ່າ ອະດີດ​ປະທານາທິບໍດີ ດໍໂນລ ທຣໍາ ​ເປັນ​ຜູ້​ຊະນະ​ການ​ເລືອກ​ຕັ້ງ ບໍ່​ດົນ​ຫຼັງ​ຈາກ​ການ​ປ່ອນ​ບັດລົງຄະ ແນນສຽງຖືກ​ປິດ​ລົງ​ໃນ​ລັດນິວແຮມເຊີ ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງປະເທດ.

ດ້ວຍຈໍານວນຫຼາຍກວ່າເຄິ່ງນຶ່ງ ຂອງບັນດາຜູ້ປ່ອນບັດລົງຄະແນນສຽງທັງໝົດຂອງຂົງເຂດຕ່າງໆ ທີ່ລາຍງານໃນຕອນແລງຂອງວັນອັງຄານວານນີ້, ທ່ານ ທຣໍາ ເປັນຜູ້ທີ່ມີຄະແນນນໍາໜ້າຕໍ່ ທ່ານນາງເຮລີ ແບບສະບາຍ, ທ່ານນາງ ຜູ້ທີ່ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງທ່ານທຣໍາ ປະຈຳອົງການສະຫະປະຊາຊາດ.

ໄຊຊະນະຂອງ ທ່ານ ທຣໍາ ມີຂຶ້ນນຶ່ງອາທິດລຸນຫລັງທີ່ທ່ານໄດ້ຮັບໄຊຊະນະໃນການແຂ່ງຂັນເພື່ອສະເໜີຊື່ຈາກພັກຣີພັບບລີກັນຄັ້ງທຳອິດ, ເຊິ່ງເປັນການເຄື່ອນ ໄຫວທາງການເມືອງຂອງພັກ ໃນລັດໄອໂອວາ.

ການກ່າວຄຳປາໄສຕໍ່ບັນດາຜູ້ສະໜັບສະໜຸນໃນຕອນແລງຂອງວັນອັງຄານວານນີ້, ທ່ານນາງ ເຮລີ ໄດ້ປະຕິຍານວ່າ ຈະສືບຕໍ່ດໍາເນີນການແຂ່ງຂັນ, ໂດຍດໍາເນີນການເລືອກຕັ້ງຂັ້ນຕົ້ນ ໃນເດືອນໜ້າ ຢູ່ລັດຄາໂຣໄລນາໃຕ້, ເຊິ່ງເປັນບ່ອນທີ່ທ່ານນາງເຄີຍດຳລົງຕຳແໜ່ງ ເປັນຜູ້ປົກຄອງລັດ ກ່ອນເຂົ້າຮັບຕຳແໜ່ງ ໃນລັດຖະບານຂອງປະທານາທິບໍດີ ດໍໂນລ ທຣໍາ.

Former U.S. President Donald Trump continues his path toward the Republican presidential nomination after a solid win over Nikki Haley in Tuesday’s primary election in the northeastern state of New Hampshire. VOA’s Richard Green has more.

U.S. news outlets declared former President Donald Trump the winner shortly after the polls closed in the northeastern state of New Hampshire.

With more than half of all voting districts reporting late Tuesday night, Trump held a comfortable lead over Haley, who served as his ambassador to the United Nations.

Trump’s victory came a week after he won the first Republican nominating contest – the Iowa caucuses.

Speaking to supporters late Tuesday, Haley vowed to remain in the race, looking forward to the primary next month in South Carolina, where she served as governor before joining the Trump administration.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG