ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ໂຮງງານເຫຼົ້າທີ່​ເປັນ​ສາ​ເຫດ​ເຮັດ​ໃຫ້ນັກທ່ອງທ່ຽວຕ່າງປະເທດເສຍ​ຊີ​ວິດໃນ​ເມືອງວັງ​ວຽງ ປິດ​ກິດ​ຈະ​ການ


ໂຮງງານເຫຼົ້າທີ່​ເປັນ​ສາ​ເຫດ​ເຮັດ​ໃຫ້ນັກທ່ອງທ່ຽວຕ່າງປະເທດເສຍ​ຊີ​ວິດໃນ​ເມືອງວັງ​ວຽງ ປິດ​ກິດ​ຈະ​ການ

ຢ່າງໜ້ອຍນັກທ່ອງທ່ຽວ 6 ໄດ້ເສຍຊີວິດຈາກການດື່ມເຫຼົ້າຈາກບ້ານພັກນານາທີ່ ເມືອງ ວັງວຽງເເຂວງວຽງຈັນໃນເດືອນພະຈິກທີ່ຜ່ານມາ. ທາງເຈົ້າໜ້າທີ່ສາທາລະນະ ສຸກໄດ້ອອກມາເຕືອນກ່ຽວກັບການບໍລິໂພກເຫຼົ້າ ຢ່າງເຫຼົ້າໄທເກີ ຫຼື ວອດກ້າໄທເກີ ທີ່ຜະລິດຢູ່ປະເທດລາວ.

ຫຼັງຈາກທີ່ມີນັກທ່ອງທ່ຽວສັນຊາດອອດສະເຕເລຍ 2 ຄົນ, ອັງກິດ 1 ຄົນ, ອາເມຣິກັນ 1 ຄົນ, ເດັນມາກ 2 ຄົນທີ່ໄດ້ເສຍຊີວິດຈາກການດື່ມເຄື່ອງດື່ມປະເພດ ເຫຼົ້າຢູ່ບ້ານພັກນານາເມືອງວັງວຽງໃນຊ່ວງກາງເດືອນພະຈິກທີ່ຜ່ານມານັ້ນເຊິ່ງຕອນນີ້ກໍມີການສືບສວນສອບສວນເຈົ້າຂອງ ເເລະ ພະນັກງານທີ່ເຮັດວຽກຢູ່ໃນບ້ານພັກດັ່ງ ກ່າວ.

ຈາກການກວດ ເເລະ ສັນລະສູດການເສຍຊີວິດຂອງເເມ່ຍິງສອງຄົນສັນຊາດ ອອດສະເຕເລຍ ທີ່ໄດ້ເສຍຊີວິດຢູ່ບາງກອກປະເທດໄທ ໄດ້ລະບຸວ່າໄດ້ມີການພົບ ສານ ເມຕານໍ (Methanol) ຢູ່ຮ່າງກາຍຂອງທັງສອງ ເຊິ່ງເປັນສາເຫດທີ່ເຮັດໃຫ້ ຮ່າງກາຍເຮັດວຽກຜິດປົກກະຕິເເລະເສຍຊີວິດໃນທີ່ສຸດ.

ເເຕ່ຢ່າງໃດກໍຕາມຂໍ້ມູນຂອງກະຊວງອຸດສະຫະກຳ ເເລະ ການຄ້າ, ໂຮງງານເຫຼົ້າ ໄທເກີ ເເລະ ເຄື່ອງດື່ມໄທເກີສ່ວນບຸກຄົນ ເປັນເຈົ້າຂອງໃນການຜະລິດເຄື່ອງດື່ມທີ່ ເປັນຂ່າວກໍຄືເຫຼົ້າໄທເກີ (Tiger whiskey) ຫຼື ວອດກ້າໄທເກີ (Tiger vodka) ເຊິ່ງທາງໂຮງງານໄດ້ຈຳໜ່າຍ ເເລະ ຂາຍເຫຼົ້າມາຕັ້ງເເຕ່ປີ 2009, ໂດຍແລ້ວລວມກໍເປັນເວລາ 15 ປີຢູ່ບ້ານເເຫ່ງໜຶ່ງໃນເມືອງນາຊາຍທອງ ເຊິ່ງທາງ ໂຮງງານເຫຼົ້າກໍມີໃບອະນຸຍາດ ເເລະ ດຳເນີນການປົກກະຕິ.

ຕາມການສຳພາດພະນັກງານທີ່ເຄີຍເຮັດວຽກກັບບ່ອນຜະລິດເຫຼົ້າໄທເກີໄດ້ໃຫ້ຂໍ້ມູນວ່າ:” ຢູ່ວັງວຽງຫັ້ນນະເພິ່ນເປັນຄົນຈຳໜ່າຍ ຕອນນີ້ປິດເລີຍຕອນນີ້ເຮັດບໍ່ໄດ້ເລີຍ ໂອ, ບໍ່ໄດ້ເຮັດປົກກະຕິດອກເພາະວ່າລາວບໍ່ມີນັ້ນນີ້ ກະມີເບີດມີໃບປະຕັງຫຍັງເບີດ ເພາະວ່າລາວ (ເຈົ້າຂອງໂຮງງານ) ເຮັດມາຕັ້ງເເຕ່ຢູ່ສີຖ່ານພຸ້ນນໍ. ເຮົາກະເຄີຍກິນ ເນາະ ຄັນວ່າຕາຍກະຊິຕາຍເເຕ່ດົນພຸ້ນເເລ້ວເເຕ່ຄວາມປຸກຫຼາຍມີເເຕ່ 20 ດີກຣີ ໜຶ່ງໃດຄັນມັນຂຶ້ນກະສອງສາມຂີດບໍ່ໄດ້ຂຶ້ນຮອດ 30-40 ໃດ”

ພະນັກງານທີ່ເຮັດວຽກຢູ່ບ່ອນດັ່ງກ່າວໄດ້ເວົ້າຕໍ່ອີກວ່າ:” ໄດ້ຍິນຂ່າວມານີ້ລະກະປິດເລີຍຫັ້ນ ເລີຍບໍ່ໄດ້ເຮັດເຫຼົ້າສຸດທ້າຍສົ່ງວັງວຽງ ກະມີເເຕ່ ເດືອນ 10 ບໍ່ຫັ້ນນະ ລະບາດນີ້ເຂົາມາກິນລະເກີດເປັນຈັງຊີ້ລະກະປິດເລີຍເດ. ກະວ່າຈັງໃດວະເດືອນໜຶ່ງກະເຮັດເຫຼົ້າສົ່ງເຂົາເຈົ້າກະມີເເຕ່ເດືອນລະເທື່ອ ສະອາດ ດີຢູ່ເເມ່ນເເຫລະກະບໍ່ໄດ້ວ່າມັນຊິປົນເປື້ອນອີຫຍັງ”

ຕາມການສຳຫຼວດບໍລິເວນບ່ອນເຮັດເຫຼົ້າໄທເກີບ່ອນດັ່ງກ່າວໄດ້ພົບການເກັບເເກ້ວທີ່ ໃຊ້ເເລ້ວມາບັນຈຸຜະລິດຕະພັນເຫຼົ້າອີກເທື່ອໜຶ່ງ ເຊິ່ງທາງພະນັກງານທີ່ເຮັດວຽກຢູ່ ບ່ອນດັ່ງກ່າວໄດ້ອະທິບາຍວ່າ ມີການນຳໃຊ້ເເກ້ວທີ່ໃຊ້ເເລ້ວມາລ້າງເເທ້ ເເຕ່ທາງໂຮງງານກໍລ້າງ ເເລະ ທຳຄວາມສະອາດເປັນຢ່າງດີ.

ແກ້ວ​ເຫຼົ້າ​ຂາວ​ເກົ່າ​ທີ່​ໂຮງ​ງານ​ນຳ​ກັບ​ເອົາ​ມາ​ໝູນ​ໃຊ້.
ແກ້ວ​ເຫຼົ້າ​ຂາວ​ເກົ່າ​ທີ່​ໂຮງ​ງານ​ນຳ​ກັບ​ເອົາ​ມາ​ໝູນ​ໃຊ້.

ທາງຜູ້ຮັບເຫຼົ້າມາຈຳໜ່າຍໃນຮ້ານຂາຍເຄື່ອງ ເເລະຂາຍໃນເມືອງວັງວຽງກໍໄດ້ເວົ້າວ່າ ຕົນເຄີຍຮັບເຫຼົ້າຍີ່ຫໍ້ດັ່ງກ່າວມາຂາຍເເຕ່ຫຼັງຈາກທີ່ເກີດເລື່ອງເຈົ້າໜ້າທີ່ເຂົາມາກວດກາ ເເລະ ສັ່ງຍຶດໄປເຈົ້າ. ທາງຂອງຮ້ານເອງໄດ້ເວົ້າວ່າ:” ທາງຫ້ອງການຕຳຫຼວດເນາະ ເພິ່ນກະມາກວດກາຫຼັງຈາກທີ່ມັນມີເລື່ອງມີຫຍັງເເລ້ວເຮົາກໍຢຸດຂາຍ ລະກະເເຈ້ງບໍລິ ສັດຄືນ ເເລ້ວກໍສົ່ງໃຫ້ຕຳຫຼວດໝົດເເລ້ວເດີເຈົ້າເຮົາບໍ່ໄດ້ຂາຍເເລ້ວ ຖືວ່າໂຕນີ້ຢຸດ ການຂາຍເລີຍເຈົ້າ”

ເຈົ້າຂອງບ້ານພັກນານາເເມ່ນໃຜກັນເເທ້?

ຫຼັງຈາກທີ່ມີການກັກຕົວ ເເລະ ສືບສວນເຈົ້າຂອງບ້ານພັກນານາເເບກເພັກເກີຊື່ທ້າວ ເຢືອງ ວັນ ຮ່ວນ ອາຍຸ 34 ປີ (Duong Van Huan) ເປັນຄົນສັນຊາດ ຫວຽດນາມ ທີ່ເຮັດທຸລະກິດກ່ຽວກັບບ້ານພັກ ເເລະ ໂຮງເເຮມຢູ່ປະເທດລາວ.

ເເຕ່ຢ່າງໃດກໍຕາມຂໍ້ມູນຈາກກົມທະບຽນວິສາຫະກິດ, ກະຊວງອຸດສະຫະກຳ ເເລະ ການຄ້າເປີດເຜີຍວ່າຄົນທີ່ເປັນເຈົ້າຂອງບ້ານພັກນານາທີ່ຈົດທະບຽນທຸລະກິດຢູ່ເມືອງວຽງວຽງເເມ່ນ ນາງເພັດສະໄໝ ພິລາພັນເດດ ເຊິ່ງຄາດວ່າເປັນເມຍຂອງທ້າວ ເຢືອງ. ທາງບ້ານພັກດັ່ງກ່າວມີສາຂາຢູ່ນະຄອນຫຼວງວຽງຈັນ ຫຼັງວັດອົງຕື້ ເຊິ່ງເປັນ ບ່ອນທີ່ມີນັກທ່ອງທ່ຽວເຂົາໄປພັກຢູ່ປະຈຳ.

ທາງຫ້ອງການສາທາລະນະສຸກເມືອງວັງວຽງໄດ້ອອກຄຳສັ່ງໃຫ້ຢຸດຈຳໜ່າຍເຫຼົ້າດັ່ງ ກ່າວທົ່ວເມືອງວັງວຽງຍ້ອນເຫດຜົນ “ມີສານປົນເປື້ອນ” ເເຕ່ບໍ່ໄດ້ລະບຸວ່າເເມ່ນສານ ປະເພດໃດກັນເເທ້. VOA ໄດ້ສອບຖາມໄປຍັງຫ້ອງການດັ່ງກ່າວພ້ອມກັບກົມ ອາຫານ ເເລະ ຢາຢູ່ນະຄອນຫຼວງວຽງຈັນ ເເຕ່ບໍ່ໄດ້ຮັບຄຳຕອບທີ່ຊັດເຈນເທື່ອ.

ທາງລັດທະບານລາວໄດ້ອອກມາສະເເດງຄຳຂໍໂທດຕໍ່ຄອບຄົວ ເເລະ ຂອງຜູ້ທີ່ໄດ້ ຮັບຜົນກະທົບຫຼັງຈາກທີ່ເຫດການດັ່ງກ່າວໄດ້ເກີດຂຶ້ນ. ເເຕ່ໃນທາງຮູບຄະດີເເມ່ນຍັງບໍ່ມີການອອກຄຳສັ່ງອອກຈັບ ຫຼື ເປີດເຜີຍຂໍ້ມູນ ກ່ຽວກັບ ຜູ້ຕ້ອງສົ່ງໄສໃນເຫດການນີ້ເເຕ່ຢ່າງໃດ.

ເມື່ອໄດ້ສອບຖາມທາງເຈົ້າໜ້າທີ່ຕຳຫຼວດຢູ່ເມືອງວັງວຽງກ່ຽວກັບຮູບຄະດີດັ່ງກ່າວກໍ ໄດ້ຮັບຄຳຕອບວ່າກຳລັງດຳເນີນການສືບສວນສອບສວນເເຕ່ບໍ່ສາມາດເປີດເຜີຍວ່າຈະຖະເເຫຼ່ງລາຍລະອຽດວັນທີໃດ.

ຫຼາຍໆປະເທດເຊັ່ນປະເທດຢ່າງປະເທດອັງກິດ, ການາດາ, ໄອເເລນ, ອອສເຕຣເລຍ, ເເລະ ປະເທດອື່ນໆໄດ້ອອກມາເເຈ້ງເຕືອນປະຊາຊົນໃນປະເທດ ຂອງເຂົາເຈົ້າໃຫ້ລະມັດລະວັງເວລາທ້ອງທ່ຽວໃນປະເທດລາວໂດຍສະເພາະເເມ່ນ ການບໍລິໂພກເຄື່ອງດື່ມປະເພດເຫຼົ້າ ເເລະ ສິ່ງເເປກປອມອື່ນໆ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG