ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ລັດ​ຖະບານລາວຈະບໍ່ສາມາດຫຼຸດອັດຕາເງິນເຟີ້ໃຫ້ລົງສູ່ລະດັບ 1 ຕົວເລກໄດ້ໃນປີ 2025


ເງິນ​ກີບ​ຂອງ​ປະ​ເທດ ລາວ.
ເງິນ​ກີບ​ຂອງ​ປະ​ເທດ ລາວ.

ລັດ​ຖະບານລາວຈະບໍ່ສາມາດຫຼຸດອັດຕາເງິນເຟີ້ໃຫ້ລົງສູ່ລະດັບ 1 ຕົວເລກໄດ້ໃນປີ 2025 ໂດຍຄາດວ່າຈະສາມາດປະຕິບັດໄດ້ດີທີ່ສຸດທີ່ລະດັບ 11% ຖ້າຫາກວ່າການສົ່ງສິນຄ້າອອກໄປຕ່າງປະເທດເປັນໄປຕາມແຜນການທີ່ວາງໄວ້.

ທ່ານນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ຖະແຫຼງວ່າລັດ​ຖະບານລາວຈະບໍ່ສາມາດແກ້ໄຂບັນຫາເງິນເຟີ້ທີ່ສູງກວ່າ 25% ໃຫ້ຫຼຸດລົງມາຍູ່ທີ່ລະດັບທີ່ເປັນຕົວເລກໂຕດຽວໄດ້ ໃນປີ 2025 ຍ່າງແນ່ນອນ ເພາະວ່າລາວຍັງຕ້ອງປະເຊີນກັບບັນຫາການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ໂດຍນ້ຳມັນ, ຍານພາຫະນະ, ເຄື່ອງຈັກ ແລະ ສິນຄ້າອຸບປະໂພກບໍລິໂພກ ​ກໍຍັງ​ເປັນ​ປະ​ເພດ​ສິນຄ້າ​ນຳ​ເຂົ້າ​ທີ່​ເຮັດ​ໃຫ້​ລາວ​ປະສົບ​ກັບ​ບັນຫາ​ຂາດ​ດຸນ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​.

ເພາະສະນັ້ນ, ຖ້າຫາກວ່າລາວສາມາດຫຼຸດຜ່ອນການນໍາເຂົ້າສິນຄ້າດັ່ງກ່າວດ້ວຍການສົ່ງເສີມການຜະລິດພາຍໃນໃຫ້ເພິ່ມຂື້ນໄດ້ຍ່າງແທ້ຈິງນັ້ນ ກໍຈະເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ ໂດຍຄາດຫວັງ​ວ່າ​ຈະຫຼຸດອັດຕາ​ເງິນ​ເຟີ້​ໃນ​ລາວລົງ​ສູ່ລະດັບ 11% ​ໃຫ້ໄດ້ໃນ​ປີ 2025 ດັ່ງ​ທີ່ ​ທ່ານ​ນາງ ວັດ​ທາະນາ ໃຫ້ການຢືນຢັນວ່າ

“​ໃນ​ປີ 2025, ຄາດ​ວ່າ​ຈະ​ຢູ່​ໃນ​ລະດັບ​ສະ​ເລ່ຍປະມານ 11%. ບໍ່ທັນໄດ້ 1 ໂຕເລກ ແຕ່ວ່າຈະຕ້ອງໄດ້ປະຕິບັດ 4 ວຽກ ງານມະຫາພາກໃຫ້ກົມກຽວກັນ ຊຶ່ງລວມມີວຽກງານເງິນຕາ, ວຽກການເງິນ, ວຽກການຄ້າຕ່າງປະເທດ ແລະ ວຽກງານຊຸກຍູ້ການຜະລິດພາຍໃນຂອງພວກເຮົາ​ ຊຶ່ງທັ້ງ 4 ບັນຫາ​ນີ້ ປັດຈຸບັນ ​ລັດຖະບານ ​ແລະ ຂະແຫນງການທີ່​ກ່ຽວຂ້ອງກຳລັງສຸມໃສ່ຈັດຕັ້ງປະຕິບັດ.”

ແຕ່ຍ່າງໃດກໍ່ຕາມ ຖ້າຫາກວ່າລວມມູນຄ່າການສົ່ງອອກພະລັງງານໄຟຟ້າ ເຂົ້າາດ້ວຍນັ້ນ ກໍຈະ​ເຮັດ​ໃຫ້​ລາວເປັນ​ຝ່າຍ​ທີ່​ໄດ້ປຽບ​ດຸນ​ການ​ຄ້າ​ຕ່າງປະ​ເທດ ແຕ່ເນື່ອງຈາກວ່າພະລັງງານໄຟຟ້າທີ່ສົ່ງອອກນັ້ນເປັນການລົງທຶນຂອງບໍລິສັດຕ່າງປະເທດທີ່ກູ້ຢືມທຶນຈາກຕ່າງປະເທດ ຈຶ່ງຕ້ອງນຳໃຊ້ລາຍຮັບສ່ວນຫລາຍທີ່ໄດ້ຮັບຈາກການສົ່ງອອກໄຟຟ້ານັ້ນໄປເພື່ອການຊຳລະຫນີ້ດັງກ່າວ ເພາະສະນັ້ນ ຈຶ່ງບໍ່ໄດ້ໂອນເງິນຕາທີ່ໄດ້ຈາກການສົ່ງອອກພະລັງງານໄຟຟ້າ ເຂົ້າສູ່ລະບົບທະນາຄານໃນລາວແຕ່ຢ່າງໃດ.

ພາຍໃຕ້ສະພາບການດັງກ່າວນີ້ ນອກຈາກຈະເຮັດໃຫ້ລັດ​ຖະ​ບານລາວບໍ່ສາມາດ ແກ້ໄຂວິກິດການເສດຖະກິດ-ການເງິນໄດ້ຢ່າງເປັນຮູບປະທໍາພາຍໃນປີ 2024 ນີ້ ໂດຍສະເພາະ ແມ່ນອັດຕາເງິນເຟີ້ສູງ ແລະດັດສະນີລາຄາການຊົມໃຊ້ທີ່ປັບຕັວສູງຂຶ້ນນັບມື້ ກໍຍັງໄດ້ສົ່ງຜົນກະທົບເຮັດໃຫ້ຄ່າເງິນກີບຕົກຕ່ຳລົງ. ໂດຍທີ່ລັດ​ຖະບານລາວບໍ່ສາມາດກໍານົດອັດຕາແລກປ່ຽນ ແລະຄວບຄຸມການແລກປ່ຽນເງິນຕາໃນຕະຫຼາດທີ່ເປັນຈິງໄດ້ເລີຍເພາະວ່າການຂາດດຸນການຄ້າ ໄດ້ເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫຼຸດລົງນັບມື້ ສະນັ້ນຈຶ່ງບໍ່ແມ່ນເລື່ອງງ່າຍທີ່ຈະແກ້ໄຂວິກິດການທາງເສດຖະກິດໃນລາວໄດ້ຍ່າງແທ້ຈິງ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຍອມຮັບວ່າ

“ບັນຫາ​ເງິນ​ເຟີ້​ນີ້ ກໍຖື​ວ່າ​ເປັນ​ບັນຫາທີ່​ຫຍຸ້ງຍາກ​ພໍສົມຄວນໃນ​ການ​ຄຸ້ມຄອງທີ່ເປັນສາເຫດ​ໃຫ້​ອັດຕາ​ແລກປ່ຽນ​ອ່ອນຄ່າ ​ປີ 2024 ນີ້ ຈັງຫວະການອ່ອນຄ່າຂອງອັດຕາ​ແລກປ່ຽນນີ້​ກໍຢັງ​ສືບ​ຕໍ່​ ສະນັ້ນບັນຫາອັດຕາເງິນເຟີ້ນີ້ ຕົ້ນ ຕໍກໍແມ່ນບັນຫາອັດຕາແລກປ່ຽນ ພວກເຮົາຈະຕ້ອງຄຸ້ມຄອງບັນຫາອັດຕາແລກປ່ຽນນີ້ເພື່ອເຮັດໃຫ້ມັນມີຄວາມຫມັ້ນຄົງຫຼາຍກ່ວາເກົ່າ ເພື່ອເຮັດໃຫ້ບັນຫາເງິນເຟີ້ຫຼຸດລົງໄດ້ ສະເພາະບັນຫາອັດຕາແລກປ່ຽນນີ້ ພວກເຮົາກຳລັງຄົ້ນຄວ້າມາດຕະການເພີ່ມເຕີມເພື່ອເຮັດແນວໃດ? ເພື່ອຈະຊ່ວຍຢຸດການເຫນັງຕິງຂອງອັດຕາແລກປ່ຽນເພີ່ມຂຶ້ນ”

ຍິ່ງໄປກວ່ານັ້ນ, ບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕ່ຳລົງດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະ ເລ່ຍຂອງປະຊາກອນລາວອີກດ້ວຍ ເມື່ອໃສ່ເປັນເງິນໂດລາ ສະຫະລັດ ກໍຄືສໍາລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບ ຫຼືເທ່າກັບ 2,022 ໂດລາຕໍ່ຄົນ ໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ $1,308 ຕໍ່ຄົນເທ່ານັ້ນ ຖ້າອີງໃສ່ອັດຕາແລກປ່ຽນໃນທະນາຄານທີ່ອັດຕາສະເລ່ຍ 1 ໂດລາຕໍ່ 22,140 ກີບໃນຂະນະທີ່ອັດຕາແລກປ່ຽນໃນຕະຫຼາດຕົວຈິງໄດ້ປັບຂຶ້ນເປັນຫຼາຍກວ່າ 26,000 ກີບຕໍ່ໂດລາສະຫະລັດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG