ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ລັດຖະບານລາວ ຈະເພີ່ມເງິນອຸດໜູນການຄອງຊີບເພື່ອເຮັດໃຫ້ພະນັກງານລັດ ບໍ່ຕໍ່າກວ່າ 2,200,000 ກີບຕໍ່ຄົນຕໍ່ເດືອນ


ທ່ານ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສ​ປ​ປ ລາວ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ, ນະ​ຄອນຫຼວງ ວຽງ​ຈັນ, 11 ຕຸ​ລາ 2024.(AP Photo/Dita Alangkara)
ທ່ານ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສ​ປ​ປ ລາວ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ, ນະ​ຄອນຫຼວງ ວຽງ​ຈັນ, 11 ຕຸ​ລາ 2024.(AP Photo/Dita Alangkara)

ລັດຖະບານລາວ ຈະເພີ່ມເງິນອຸດໜູນການຄອງຊີບເພື່ອເຮັດໃຫ້ພະນັກງານລັດໃນທົ່ວປະເທດມີລາຍໄດ້ຂັ້ນພື້ນ ຖານບໍ່ຕໍ່າກວ່າ 2,200,000 ກີບຕໍ່ຄົນຕໍ່ເດືອນ ພາຍໃນໄຕມາດທີ່ 1 ຂອງປີ 2025.

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຢືນຢັນ​ວ່າລັດຖະບານ​ຈະ​ເພີ່ມ​ເງິນ​ອຸດໜູນການຄອງຊີບ​ແລະປັບເພີ່ມ​ເງິນ​ເດືອນ​ພື້ນຖານ​ໃຫ້​ພະນັກງານ​ລັດຖະກອນ​ທຸກ​ຄົນ ​ເພື່ອ​ໃຫ້ສອດຄ່ອງກັບ​ສະພາບການ​ຕົວ​ຈິງ ຊື່ງຈະເຮັດໃຫ້ພະນັກງານລັດມີລາຍໄດ້ລວມທີ່ລະດັບພື້ນຖານບໍ່ຕໍ່າກວ່າ 2,200,000 ກີບຕໍ່ຄົນຕໍ່ເດືອນ ໂດຍຈະປະຕິບັດໃຫ້ໄດ້ໄວທີ່ສຸດ ກໍຄືພາຍໃນໄຕມາດທີ່ 1 ຂອງປີ 2025.

ທັ້ງນີ້ ລັດຖະບານລາວໄດ້ເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ກັບພະນັກງານລັດທຸກຄົນມາແລ້ວ 2 ຄັ້ງໆລະ 150,000 ກີບຕໍ່ເດືອນ ໃນປີ 2023 ຊື່ງເຮັດໃຫ້ພະນັກງານລັດມີເງິນເດືອນຂັ້ນຕ່ຳທີ່ລະດັບ 1,850,000 ກີບຕໍ່ເດືອນ ນັບແຕ່ເດືອນມັງກອນປີ 2024 ເປັນຕົ້ນມາ ແຕ່ເນື່ອງຈາກວ່າເງິນກີບຍັງສືບຕໍ່ອ່ອນຄ່າລົງ ໃນຂະນະທີ່ອັດຕາເງິນເຟີ້ແມ່ນສູງກວ່າ 25% ແລະດັດຊະນີລາຄາການບໍລິໂພກກໍຍັງສູງເກິນກວ່າ 249% ໃນຊ່ວງເດືອນມັງກອນ-ກັນຍາ 2024 ແລະບໍ່ມີທີທ່າວ່າຈະຫຼ​ຸດລົງໃນໄວໆນີ້ດ້ວຍແລ້ວ ຈຶ່ງເຮັດໃຫ້ການເພີ່ມເງິນອຸດຫນູນດັ່ງກ່າວມັນບໍ່ພຽງພໍສໍາລັບການດໍາລົງຊີວິດທີ່ແທ້ຈິງຂອງພະນັກງານລັດໃນປັດຈຸບັນ ສະນັ້ນຈຶ່ງຈະຕ້ອງປັບ​ເພີ່ມ​ເງິນ​ອຸດ​ໜູນຂຶ້ນອີກ​ໃຫ້​ໄວທີ່​ສຸດ ແຕ່ບັນຫາກໍຄືລັດຖະບານຈະມີງົບປະມານຍ່າງພຽງພໍສໍາລັບການເພີ່ມດັ່ງກ່າວຫລືບໍ່ ດັ່ງທີ່ ທ່ານ ສອນໄຊ ໄດ້ໃຫ້ການຍືນຍັນວ່າ

“ລາຍ​ຈ່າຍ​ສ່ວນ​ໃຫຍ່​ແມ່ນ​ສຸມໃສ່ລາຍ​ຈ່າຍ​ບູ​ລິ​ມະ​ສິດ​ຂອງ​ລັດຖະບານເປັນຕົ້ນແມ່ນການເບີກຈ່າຍເງິນເດືອນ ເງິນອຸດໜູນຄ່າຄອງຊີບໃຫ້ແກ່ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບໍານານ ແລະ ຜູ້ເສຍອົງຄະ ລວມທັງການປະຕິບັດເງິນອຸດຫນູນສໍາລັບຄູອາສາສະຫມັກ. ໄດ້ຢົກເງິນເດືອນຂັ້ນຕ່ຳສຸດຂອງພະນັກງານລັດຖະກອນໃນປີ 2024 ໄດ້ທີ່ລະດັບ 1,850,000 ກີບຕໍ່ຄົນຕໍ່ເດືອນ, ຄາດຫມາຍວ່າໃນປີ 2025 ພວກເຮົາຈະພະ ຍາຍາມປັບເພີ່ມຂຶ້ນໃຫ້ໄດ້ຕໍ່າສຸດທີ່ລະດັບ 2,200,000 ກີບຕໍ່ຄົນຕໍ່ເດືອນ.”

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງບໍ່​ພຽງ​ແຕ່ຈະເຮັດໃຫ້​ລັດຖະບານ​ຕ້ອງ​ເລື່ອນ​ແຜນການ​ເພີ່ມ​ເງິນ​ອຸດ​ໜູນ​ດັ່ງກ່າວ​ ໂດຍບໍ່​ມີກຳນົດທີ່ຊັດເຈນເທົ່ານັ້ນ ຫາກແຕ່ວ່າຍັງຕ້ອງໄດ້ເລື່ອນແຜນການຫລຸດຜ່ອນບັນຫາການຂາດທຶນຂອງລັດວິສາຫະກິດໄຟຟ້າລາວ (EDL) ໂດຍການປັບເພີ່ມອັດຕາຄ່າໄຟຟ້າໃຫ້ສອດຄ່ອງກັບຕົ້ນທຶນຕົວຈິງອີກດ້ວຍ ດັ່ງເຈົ້າຫນ້າທີ່ຂັ້ນສູງໃນຄະນະລັດຖະບານລາວ ຍືນຍັນວ່າ

“ສຳລັບ​ຂໍ້​ສະ​ເໜີ​ຂໍ​ອະນຸມັດ​ເພີ່ມ​ເງິນ​ອຸດໜູນ​ຄ່າ​ຄອງ​ຊີບ​ໃຫ້​ພະນັກງານ​ໃນ​ຂະ​ແໜງ​ທຸລະ​ກິດ. ກອງ​ປະຊຸມ​ແມ່ນ​ເຫັນ​ດີ​ດ້ານຫລັກການ ​ແລະ ມອບ​ໃຫ້​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່ານະໂຍບາຍດັ່ງກ່າວສາມາດຈັດຕັ້ງປະຕິບັດໄດ້ ສຳລັບໂຄງສ້າງລາຄາໄຟຟ້າໃໝ່ ໄລຍະ 2024-2028 ກອງ​ປະຊຸມ​ໄດ້​ຊີ້​ນຳ​ໃຫ້ ກະຊວງ​ພະລັງງານແລະ​ບໍ່​ແຮ່ ຄົ້ນຄວ້າ​ວິທີ​ການ​ກຳນົດ​ໂຄງ​ປະກອບ​ລາຄາ​ໄຟ ຟ້າທີ່​ເຫມາະ​ສົມ​ກັບ​ສະ​ພາບ​ການຈິງ​ຂອງ​ເສດຖະກິດ ​ແລະ ສັງຄົມ”

ໂດຍອັດຕາສ່ວນຂອງຈໍານວນພະນັກງານລັດຕໍ່ປະຊາກອນລາວໃນປະຈຸບັນນີ້ ຍູ່ທີ່ອັດຕາ​ສູງ​ກວ່າ 2,4%, ​ເຊິ່ງເປັນອັດຕາ​ສ່ວນ​ທີ່​ສູງ​ສຸດ​ໃນ​ອາ​ຊຽນ. ທັງ​ຍັງເຮັດ​ໃຫ້ຕ້ອງ​ນຳ​ໃຊ້​ງົບປະມານສຳຫລັບ​ເງິນ​ເດືອນ ​ແລະ ​ເງິນ​ນະ​ໂຍບາຍ​ໃຫ້​ແກ່ພະນັກງານ​ລັດຖະກອນ​ໃນ​ອັດຕາ​ສ່ວນ​ເກີນກວ່າ 60% ຂອງງົບປະມານ​ທັງ​ໝົດ​ຂອງ​ລັດຖະບານ​ລາວ​ໃນ​ແຕ່ ລະ​ປີ. ທັ້ງຍັງມີທ່າອຽງເພີ່ມຂຶ້ນທຸກປີດ້ວຍນັ້ນ, ຈຶ່ງເຮັດໃຫ້ລັດ​ຖະບານລາວຕ້ອງໄດ້ຈຳກັດໂຄຕ້າການບັນຈຸພະນັກ ງານໃໝ່ໃຫ້ຫນ້ອຍລົງ ພາຍໃຕ້ເປົ້າໝາຍການຫຼຸດອັດຕາສ່ວນຂອງພະນັກງານລັດຕໍ່ປະຊາກອນລາວລົງເປັນ 2,2% ໃນປີ 2025.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG