ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທຣຳ ໃຊ້ສິດຍັບຢັ້ງ ຮ່າງກົດໝາຍງົບປະມານ ການປ້ອງກັນປະເທດ


ປະທານາທິບໍດີ ທຣຳ ຟັງຄຳຖາມຈາກນັກຂ່າວ ຢູ່ງານແຫ່ງນຶ່ງໃນຫ້ອງການປະທານາທິບໍດີ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 7 ທັນວາ, 2020.
ປະທານາທິບໍດີ ທຣຳ ຟັງຄຳຖາມຈາກນັກຂ່າວ ຢູ່ງານແຫ່ງນຶ່ງໃນຫ້ອງການປະທານາທິບໍດີ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 7 ທັນວາ, 2020.

ໂດຍເອີ້ນຮ່າງກົດໝາຍປ້ອງກັນປະເທດວ່າ “ຂອງຂວັນ” ສຳລັບ ຈີນ ແລະ ຣັດເຊຍ ນັ້ນ, ປະທາ ນາທິບໍດີ ດໍໂນລ ທຣຳ ໃນຕອນບ່າຍວັນພຸດວານນີ້ໄດ້ໃຊ້ສິດຢັບຢັ້ງຕໍ່ຮ່າງກົດໝາຍປະຈຳປີດັ່ງກ່າວ.

ກົດໝາຍງົບປະມານການປ້ອງກັນປະເທດທີ່ວ່ານັ້ນ ຈະໃຫ້ທຶນແກ່ທຳນຽບຫ້າແຈດ້ວຍເງິນຫຼາຍກວ່າ 740 ຕື້ໂດລາ.

ທ່ານ ທຣຳ ໄດ້ສະແດງຄວາມບໍ່ພໍໃຈ ກ່ຽວກັບ ຮ່າງກົດໝາຍນັ້ນມາດົນນານ, ໂດຍເອີ້ນມັນວ່າ “ອ່ອນແອຫຼາຍ” ແລະ ເວົ້າວ່າທ່ານຈະປະຕິເສດມັນ ຖ້າເຂົາ ເຈົ້າບໍ່ຍົກເລີກວັກທີ 230 ຂອງກົດ ໝາຍວ່າດ້ວຍຄວາມເໝາະສົມໃນການສື່ສານປີ 1996, ເຊິ່ງຈະປົກປ້ອງບັນດາບໍລິສັດສື່ມວນຊົນຈາກຄວາມຮັບຜິດຊອບ ທີ່ບໍ່ມີຕໍ່ບໍລິສັດສື່ມວນຊົນສ່ວນຫຼາຍ.

ທ່ານຍັງຢາກຖອນຄຳເວົ້າທີ່ຈະຕັ້ງຊື່ໃໝ່ໃຫ້ແກ່ສະຖານທີ່ຂອງກອງທັບບາງແຫ່ງທີ່ຖືກຕັ້ງຊື່ຕາມບັນດາຜູ້ນຳຝ່າຍພັນທະມິດພາກໃຕ້ໃນລະຫວ່າງສົງຄາມກາງເມືອງສະຫະລັດ.

ໃນວັນພຸດວານນີ້, ທ່ານໄດ້ກ່າວວ່າ “ຮ່າງກົດໝາຍດັ່ງກ່າວ “ບໍ່ສາມາດທີ່ຈະລວມເອົາມາດຕະການຮັກສາຄວາມປອດໄພແຫ່ງຊາດທີ່ສຳຄັນ, ທີ່ລວມມີຂໍ້ກຳນົດທີ່ບໍ່ໃຫ້ຄວາມເຄົາລົບຕໍ່ທະຫານຜ່ານເສິກຂອງພວກເຮົາ ແລະ ປະຫວັດຂອງກອງທັບພວກເຮົາ, ແລະ ຂັດແຍ້ງກັບຄວາມພະຍາຍາມຂອງລັດຖະບານຂອງຂ້າພະເຈົ້າ ເພື່ອເອົາ ອາເມຣິກາ ກ່ອນໝູ່ໝົດ ໃນການດຳເນີນການຮັກສາຄວາມປອດໄພແຫ່ງຊາດ ແລະ ໂນຍະບາຍຕ່າງປະເທດ. ມັນແມ່ນ “ຂອງ ຂວັນ” ສຳລັບ ຈີນ ແລະ ຣັດເຊຍ.”

ທ່ານຍັງໄດ້ກ່າວວ່າຮ່າງກົດໝາຍດັ່ງກ່າວຈະທຳລາຍອຳນາດຂອງທ່ານ ໃນຖານະເປັນຜູ້ບັນຊາ ການໃຫຍ່ ເພື່ອນຳເອົາກຳລັງທະຫານ ອາເມຣິກັນ ກັບບ້ານ.

ທ່ານ ທຣຳ ໄດ້ກ່າວໃນຕົ້ນເດືອນນີ້ເວລາທີ່ທ່ານຂົ່ມຂູ່ຈະໃຊ້ສິດຢັບຢັ້ງວ່າ “ຂ້າພະເຈົ້າຄັດຄ້ານສົງ ຄາມທີ່ບໍ່ມີວັນຈົບຈັກເທື່ອ, ສາທາລະນະຊົນ ອາເມຣິກັນ ກໍ່ເຊັ່ນກັນ. ແນວໃດກໍຕາມ, ໃນການຄັດ ຄ້ານຈາກສອງພັກການເມືອງ, ກົດໝາຍສະບັບດັ່ງກ່າວມີຈຸດປະສົງທີ່ຈະຈຳກັດຄວາມສາມາດຂອງປະທານາທິບໍດີ ທີ່ຈະຖອນກອງທະຫານອອກຈາກ ອັຟການິສຖານ, ເຢຍຣະມັນ ແລະ ເກົາຫຼີໃຕ້.”

ການປະຕິເສດດັ່ງກ່າວໄດ້ມີຂຶ້ນເຖິງແມ່ນຫຼາຍຄົນໃນພັກການເມືອງຂອງທ່ານເອງ, ລວມມີຜູ້ນຳສຽງສ່ວນຫຼາຍ ທ່ານ ມິດຈ໌ ແມັກຄອນແນລ, ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີເຊັນຮ່າງກົດ ໝາຍນັ້ນກໍຕາມ.

ທັງສະພາຕໍ່າ ແລະ ສະພາສູງ ໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວດ້ວຍຄະແນນສຽງປ້ອງກັນບໍ່ໃຫ້ມີການໃຊ້ສິດຢັບຢັ້ງໄດ້.

ໃນຕອນແລງວັນພຸດວານນີ້, ປະທານສະພາຕໍ່າທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວວ່າ ສະພາຕໍ່າຈະລົງຄະແນນສຽງເພື່ອເອົາຊະນະການໃຊ້ສິດຢັບຢັ້ງຂອງປະທານາທິບໍດີ. ສະພາມີເວລາຈົນຮອດວັນທີ 2 ມັງກອນ ທີ່ຈະເອົາຊະນະການໃຊ້ສິດຢັບຢັ້ງຕໍ່ປະທານາທິບໍດີ.

Calling the defense funding bill a “gift” to China and Russia, President Donald Trump on Wednesday afternoon vetoed the annual bill.

The National Defense Authorization Act would have funded the Pentagon with more than $740 billion.

Trump has long voiced displeasure with the bill, calling it “very weak” and saying he would veto it if it didn’t repeal Section 230 of the 1996 Communications Decency Act, which shields social media companies from content liability not available to most media companies.

He also wanted to strip out language that would have renamed some military facilities named after Confederate leaders.

On Wednesday, he said the bill “fails to include critical national security measures, includes provisions that fail to respect our veterans and our military’s history, and contradicts efforts by my Administration to put America first in our national security and foreign policy actions. It is a ‘gift’ to China and Russia.”

He also said the bill undermines his authority as commander in chief to bring American troops home.

"I oppose endless wars, as does the American public. Over bipartisan objections, however, this Act purports to restrict the President's ability to withdraw troops from Afghanistan, Germany, and South Korea," Trump said earlier this month when he threatened the veto.

The veto comes despite many in his own party, including Senate Majority Leader Mitch McConnell, urging the president to sign the bill.

Both the House and Senate passed the bill with veto-proof majorities.

Late Wednesday, House Speaker Nancy Pelosi said the lower chamber would vote Dec. 28 to override Trump’s veto.

Congress has until Jan. 2 to override the veto.

XS
SM
MD
LG