ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ວ່າ ສະຫະລັດ ຈະຫາທາງ ກັບຄືນສູ່ການວາງມາດຕະການລົງໂທດ ຕໍ່ອີຣ່ານ ຢູ່ທີ່ອົງການ ສປຊ


ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ,ວັນທີ 19 ສິງຫາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ທຳນຽບຂາວ,ວັນທີ 19 ສິງຫາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນພຸດວານນີ້ ວ່າ ສະຫະລັດ ຈະຫາທາງ “ກັບຄືນສູ່ສະພາບ ຫຼື snapback” ຂອງການວາງມາດຕະການລົງໂທດທັງໝົດຂອງນານາຊາດ ຕໍ່ອີຣ່ານ ຢູ່ທີ່ອົງການສະຫະປະຊາຊາດ ນຶ່ງອາທິດຫຼັງຈາກທີ່ບໍ່ສາມາດຊັກຊວນບັນດາສະມາຊິກສະພາຄວາມໝັ້ນຄົງ ໃຫ້ຕໍ່ເວລາຂອງການຫ້າມນຳເຂົ້າອາວຸດ ທີ່ໄກ້ຈະໝົດອາຍຸນັ້ນ ອອກໄປກາຍ ກາງເດືອນຕຸລາ.

“ລັດຖະບານຂອງຂ້າພະເຈົ້າ ຈະບໍ່ອະນຸຍາດໃຫ້ສະຖານະການດ້ານນິວເຄລຍຂອງອີຣ່ານນີ້ ດຳເນີນຕໍ່ໄປ” ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ. ແລະທ່ານກ່າວຕື່ມວ່າ “ອີຣ່ານ ຈະບໍ່ມີອາວຸດນິວເຄລຍເລີຍ.”

ລັດຖະມົນຕີກະຊວງການຕ່າງປະເທດທ່ານໄມຄ໌ ພອມພຽວ ຈະໄປລັດນິວຢອກ ໃນວັນພະຫັດມື້ນີ້ ເພື່ອແຈ້ງໃຫ້ສະພາຄວາມໝັ້ນຄົງຊາບ ເຖິງການເລີ້ມຕົ້ນ ຂະ ບວນການ ທີ່ຮູ້ຈັກກັນຄື ກັບຄືນສູ່ສະພາບ. ທ່ານຍັງຈະພົບປະກັບເລຂາທິການ ໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ມໍແກນ ອໍເທກັສ ໄດ້ກ່າວໃນຖະ ແຫລງການສະບັບນຶ່ງ ທີ່ອ້າງອີງເຖິງອີຣ່ານວ່າ “ແຈ້ງການຂອງລັດຖະມົນຕີ ພອມພຽວ ຕໍ່ສະພາຄວາມໝັ້ນຄົງ ພາຍຫຼັງຈາກທີ່ສະພາບໍ່ສາມາດຕໍ່ເວລາຂອງມາດຕະການການຫ້າມນຳເຂົ້າອາວຸດ ທີ່ວາງໃສ່ປະເທດຊັ້ນນຳຂອງໂລກ ທີ່ສະ ໜັບສະໜຸນການກໍ່ການຮ້າຍ ແລະຕໍ່ຕ້ານຊາວຢິວ.”

ການລົງຄະແນນສຽງໄດ້ລົ້ມແຫຼວ ທີ່ຈະໄດ້ຮັບການສະໜັບສະໜຸນພາຍໃນກຸ່ມສະມາຊິກ 15 ປະເທດໃນສະພາຄວາມໝັ້ນຄົງ ພຽງປະເທດດຽວ ສາທາລະນະລັດ ໂດມິນີກັນ ທີ່ໄດ້ລົງຄະແນນສຽງກັບສະຫະລັດ ທີ່ຈະຕໍ່ເວລາອອກໄປ. ຈຶ່ງໄດ້ກໍ່ໃຫ້ເກີດອັນທີ່ເອີ້ນວ່າ “ການກັບຄືນສູສະພາບເດີມ ຫຼື snapback” ທີ່ເປັນຂໍ້ສະເໜີຊົ່ວຄາວ ແມ່ນພຽງຈະເປັນໄປໄດ້ສູງວ່າ ຈະຊີ້ໃຫ້ເຫັນເຖິງການແບ່ງແຍກນັ້ນ.

ບັນດາປະເທດອື່ນໆທີ່ເຂົ້າຮ່ວມໃນຂໍ້ຕົກລົງນິວເຄລຍຂອງອີຣ່ານ ປີ 2015 ທີ່ຮູ້ຈັກກັນຢ່າງເປັນທາງການຄື ແຜນການປະ ຕິບັດງານຮ່ວມຮອບດ້ານ ຫຼື JCPOA ແມ່ນຕໍ່ຕ້ານການວາງມາດຕະການອັນເກົ່າຄືນອີກ ຊຶ່ງເປັນໄປໄດ້ສູງທີ່ຈະນຳໄປສູ່ການມ້າງເພຂອງຂໍ້ຕົກລົງທັງໝົດ.

ພາຍໃຕ້ JCPOA ຫ້າສະມາຊິກຖາວອນ ປະຈໍາສະພາຄວາມໝັ້ນຄົງ ໂດຍມີ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະສະຫະລັດນັ້ນ ບວກກັບເຢຍຣະມັນໄດ້ຕົກລົງກັບອີຣ່ານ ໃຫ້ຍົກເລີກມາດຕະການລົງໂທດເທື່ອລະນ້ອຍ ໂດຍການຕອບແທນດ້ວຍການຈຳກັດ ກິດຈະການດ້ານນິວເຄລຍຂອງເຕຫະຣ່າ ທີ່ຈະປ້ອງກັນບໍ່ໃຫ້ ອີຣ່ານຜະລິດລະເບີດນິວເຄລຍ. ຂໍ້ຕົກລົງຍັງໄດ້ເປີດຕະຫຼາດຂອງອີຣ່ານ ຕໍ່ບັນ ດານັກລົງທຶນຕ່າງປະເທດນຳດ້ວຍ.

ທ່ານທຣຳ ໄດ້ເອີ້ນ ຂໍ້ຕົກລົງ JCPOA ວ່າ “ຂໍ້ຕົກລົງທີ່ຂີ້ຮ້າຍທີ່ສຸດເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG