ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ເວົ້າ​ວ່າຊ​າວ ຢິວ ໃນ​ ສະ​ຫະ​ລັດ ບໍ່​ຈົງ​ຮັກ​ພັກ​ດີ ດ້ວຍ​ການ​ລົງ​ຄະ​ແນນ​ສຽງ​ ໃຫ້​ພັກ​ເດ​ໂມ​ແຄ​ຣັດ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂຣ​ເມ​ເນຍ ທ່ານ ຄ​ລອ​ສ໌ ໂຣ​ຮານ​ນິ​ສ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ທຳ​ນຽບ​ຂາວ.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເວົ້າ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ໂຣ​ເມ​ເນຍ ທ່ານ ຄ​ລອ​ສ໌ ໂຣ​ຮານ​ນິ​ສ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ທຳ​ນຽບ​ຂາວ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ກໍ່ໃຫ້​ເກີດການ​ຕໍ່​ສູ້​ທາງ​ການ​ເມືອງ​ຄັ້ງ​ໃໝ່​ຂຶ້ນ​ກັບ​ຄົນ​
ອາເມຣິກັນ ທີ່ເປັນຊາວ ຢິວ ດ້ວຍການສະເໜີວ່າ ເຂົາເຈົ້າໄດ້ສະແດງໃຫ້ເຫັນ “ຄວາມ
ບໍ່ຈົງຮັກພັກດີຢ່າງແຮງ” ດ້ວຍການລົງຄະແນນສຽງໃຫ້ພັກຝ່າຍຄ້ານ ເດໂມແຄຣັດ.

ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ​ມາ​ແລ້ວຊາວ ຢິວ ໃນ​ສະ​ຫະ​ລັດ ໄດ້​ລົງ​ຄະ​ແນນ​ສ​ຽງ​ໃຫ້​ຜູ້
ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດຢ່າງຖ້ວມລົ້ນ ແທນທີ່
ຈະແມ່ນຜູ້ທ້າຊິງທັງຫຼາຍຂອງເຂົາເຈົ້າຈາກພັກຣີພັບບລີກັນ, ລວມທັງທ່ານ ທຣຳ, ເຖິງ
ແມ່ນທ່ານຈະໄດ້ຊະນະຕຳແໜ່ງປະທານາທິບໍດີໃນປີ 2016 ກໍຕາມ.

ແຕ່​ທ່ານ​ທ​ຣຳ​ໄດ້​ໂຈມ​ຕີ​ຊາວ​ຢິວ ຜູ້​ທີ່​ລົງ​ຄະ​ແນນ​ສຽງ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ ​ໂດຍ​ກ່າວ​ວ່າ
ມັນສະແດງໃຫ້ເຫັນ “ເຖິງການຂາດຄວາມຮູ້ ຢ່າງສິ້ນເຊີງ ຫຼືຄວາມບໍ່ຈົງຮັກພັກດີຢ່າງ
ແຮງ.”

ທ່ານ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ ກ່ຽວ​ກັບ ຄວາມ​ໝາຍ​ຂອງ​ທ່ານ​ດ້ວຍ​
ການເວົ້າ ໃນວັນພຸດວານນີ້ວ່າ ຜູ້ລົງຄະແນນສຽງ ທີ່ປ່ອນບັດໃຫ້ຜູ້ລົງແຂ່ງຂັນສັງກັດ
ພັກເດໂມແຄຣັດ ແມ່ນ “ບໍ່ໄດ້ຈົງຮັກພັກດີຕໍ່ປະຊາຊົນຊາວ ຢິວ ແລະ ຕໍ່ປະເທດ
ອິສຣາແອລ.”

ການ​ໂຈມ​ຕີ​ຂອງ​ທ່ານ ທ​ຣຳ ໄດ້​ມີຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ປະ​ຕິ​ເສດ​ສະ​ມາ​ຊິກ​ສະ​ພາ​
ຊາວມຸສລິມ ທີ່ດຳລົງຕຳແໜ່ງສະໄໝທຳອິດອີກຄັ້ງນຶ່ງ, ເຊິ່ງແມ່ນສະມາຊິກສະພາຕ່ຳ
ສັງກັດພັກເດໂມແຄຣັດ ທ່ານນາງ ອິລຮານ ໂອມາ ແລະ ທ່ານນາງ ຣາຊີດາ ຕລາອິບ,
ເຊິ່ງທັງສອງທ່ານແມ່ນຜູ້ທີ່ມັກກ່າວຕຳໜິວິຈານ ອິສຣາແອລ ແລະ ການປະຕິບັດຂອງ
ເຂົາເຈົ້າຕໍ່ຊາວ ປາແລັສໄຕນ໌. ທັງສອງທ່ານໄດ້ຖືກປະຕິເສດ ບໍ່ໃຫ້ເດີນທາງເຂົ້າປະ
ເທດ ອິສຣາແອລ ໃນອາທິດທີ່ຜ່ານມາ ຫຼັງຈາກທ່ານ ທຣຳ ໄດ້ກົດດັນລັດຖະບານຂອງ
ເຂົາເຈົ້າໃຫ້ກີດກັນເຂົາເຈົ້າອອກໄປ. ຕໍ່ມາທ່ານນາງ ຕລາອິບ ກໍໄດ້ຮັບອະນຸຍາດ ໃຫ້
ໄປຢ້ຽມຢາມຍ້ອນເຫດຜົນທາງ​ດ້ານ​ມະ​ນຸດ​ສະ​ທຳ ແຕ່​ໄດ້​ກ່າວ​ວ່າ ລາວ​ຈະ​ບໍ່​ໄປ, ໂດຍ​
ອ້າງເຖິງສິ່ງທີ່ລາວເອີ້ນວ່າ ເງື່ອນໄຂການ “ກົດຂີ່ຂົ່ມເຫັງ” ຂອງ ອິສຣາແອລ ຕໍ່ການ
ຢ້ຽມຢາມຂອງລາວ.

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ກ່າວ​ວ່າ “ພັກ​ເດ​ໂມ​ແຄ​ຣັດໄດ້​ຫາຍ​ໄປ​ໃສ​ແລ້ວ? ເຂົາ​ເຈົ້າ​ໄປ
ໃສແລ້ວ ຄືບໍ່ເຫັນເຂົາເຈົ້າປົກປ້ອງສອງຄົນນີ້ ກ່ຽວກັບ ປະເທດ ອິສຣາແອລ?”

ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ເອົາຕຳແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ພະ​ຍາ​
ຍາມທີ່ຈະໄດ້ຮັບການສະເໜີຊື່ ຈາກພັກຂອງເຂົາເຈົ້າ ເພື່ອລົງແຂ່ງຂັນກັບທ່ານ ທຣຳ
ໃນການເລືອກຕັ້ງປີ 2020 ແລະ ບັນດາຜູ້ນຳຊາວ ຢິວ ກໍໄດ້ອອກມາກ່າວປະນາມ ຄຳ
ເຫັນຂອງທ່ານຢ່າງວ່ອງໄວ.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ເບີ​ນີ ແຊນ​ເດີ​ສ໌ ເຊິ່ງ​ແມ່ນ​ນຶ່ງ​ທີ່​ມີ​ຄະ​ແນນ​ນຳ​ໜ້າບັນ​ດາ​ຜູ້​
ລົງແຂ່ງຂັນສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ຂໍ້ຄວາມຂອງຂ້າພະເຈົ້າເຖິງທ່ານ
ທຣຳ ແມ່ນ: ຂ້າພະເຈົ້າພູມໃຈທີ່ໄດ້ເປັນຄົນ ຢິວ ແລະ ຂ້າພະເຈົ້າບໍ່ມີບັນຫາ ກ່ຽວກັບ
ການລົງຄະແນນສຽງໃຫ້ພັກເດໂມແຄຣັດ.”

ຜູ້​ລົງ​ແຂ່ງ​ຂັນ ​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ສູງ​ສຸດ ສຳ​ລັບ​ການ​ຖືກ​ສະ​ເໜີ​ຊື່​ນັ້ນ, ອະ​ດີດ​ຮອງ
ປະທານາທິບໍດີ ທ່ານ ໂຈ ບາຍເດັນ ໄດ້ເອີ້ນຄຳເຫັນຂອງທ່ານ ທຣຳ ວ່າ “ດູຖູ ແລະ
ແກ້ຕົວບໍ່ຂຶ້ນ.” ອະດີດສະມາຊິກສະພາຕ່ຳຈາກລັດ ເທັກຊັສ ທ່ານ ເບໂຕ ໂອຣວກ
ໄດ້ກ່າວວ່າ “ຄົນ ຢິວ ບໍ່ຕ້ອງການທີ່ຈະພິສູດຄວາມຈົງຮັກພັກດີຕໍ່ເຈົ້າ, ທ່ານ “ດໍໂນລ
ທຣຳ ຫຼື ຕໍ່ຄົນອື່ນໆ.”

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG