ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ເປີດເຜີຍ ຍຸດທະສາດໃໝ່ ທີ່ເຂັ້ມງວດ ຫລາຍຂຶ້ນ ຕໍ່ ອີຣ່ານ


ປະທານາທິບໍດີ ດໍໂນລ ທຣໍາ ກ່າວທີ່ສວນກຸຫລາບ ຂອງທຳນຽບຂາວ ໃນວັນທີ 26 ກັນຍາ 2017.
ປະທານາທິບໍດີ ດໍໂນລ ທຣໍາ ກ່າວທີ່ສວນກຸຫລາບ ຂອງທຳນຽບຂາວ ໃນວັນທີ 26 ກັນຍາ 2017.

ປະທາ​ນາ​ທິບໍດີີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ຫລັງຈາກ​ໄດ້ມີການ​ຂໍຮ້ອງຢ່າງ ໜ້າ​ເຫັນ
​ອົກ​ເຫັນ​ໃຈ ຈາກ​ບັນດາ​ປະເທດພັນທະ​ມິດທີ່ໃກ້ຊິດທີ່ສຸດ ຂອງ​ອາ​ເມຣິກາ​ຈຳນວນ​ນຶ່ງ
​ແລະ​ພວກ​ສະມາຊິກໃນຄະນະ​ລັດຖະບາ​ນຂອງ​ທ່ານ​ ຈຶ່ງມີທ່າທາງວ່າ ​ໃນ​ວັນ​ສຸກ​ມື້​ນີ້
ທ່ານອາດຈະຮຽກຮ້ອງ ແຕ່ບໍ່ເຖິງກັບຂັ້ນ ໃຫ້ຍົກເລີກ ຂໍ້ຕົກລົງ​ນິວ​ເຄລຍ ທີ່ມີມາໄດ້ 2
ປີແລ້ວ ກັບ​ອີຣ່ານ ​ໃນ​ຂະນະ​ທີ່​ທຳການເປີດ​ເຜີຍ ແຜນຍຸດທະສາດໃໝ່​ ທີ່ມີການ​ປະ​
ເຊີ​ນໜ້າ​ຫຼາຍຂຶ້ນ ກັບເຕຫະຣ່ານ.

ທຳນຽບຂາວ​ ໃນ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້ິ​ ​ປະກາດ​ວ່າ ປະທານາທິບໍດີ ທີ່ໄດ້​ປືກສາ​ຫາລື
​ກັບ​ຄະນະຄວາມ​ໝັ້ນຄົງແຫ່ງຊາດ “​ໄດ້​ເຫັນພ້ອມ​ກັບ​ຍຸດ​ທະ​ສາດ​ໃໝ່ ສຳລັບອີຣ່ານ.”

ບັນດາ​ສະມາຊິກ​ສະພາ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ທ່ານທຣໍາ ຈະ​ບໍ່ໃຫ້ການ​ຢັ້ງຢືນຕື່ມອີກ
ຕໍ່​ອັນ​ທີ່​ຮູ້​ວ່າ ແຜນປະຕິບັດງານໃນຂອບເຂດທີ່ກວ້າ​ງຂວາງ​ ຫລື JCPOA ທ່ານ​ຈະ​
ບໍ່ຮຽກຮ້ອງ​ໃຫ້​ລັດຖະສະພາ ​ທຳການ​ລົງ​ໂທດຕໍ່​ອີຣ່ານຄືນອີກ.

ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ທ່ານ Chris Coons ສະມາຊິກ​ຜູ້​ນຶ່ງ​ໃນຄະນະ​ກຳມະການ​ຄວາມ​ສຳພັນ​ກັບຕ່າງ​ປະ​ເທດ ກ່າວ​ຕໍ່​ໂທລະພາບ MSNBC ວ່າ “ທ່ານ​ກຳ
ລັງໃຫ້ສັນຍານ​ເຖິງຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ທີ່​ບໍ່​ມັກ​ຕໍ່​ຂໍ້​ຕົກລົງ ​ແຕ່​ບໍ່​ໄດ້​ເອົາ​ບາດກ້າວ​
ທີ່​ໜັກ​ແໜ້ນ​ເພື່ອບ່ອນ​ທຳລາຍ ຫລື​ຖອນໂຕອອກ.”

ປະທານາທິບໍດີ​ທຣໍາ ນັບ​ແຕ່​ຂໍ້​ຕົກລົງ​ ໄດ້​ຮັບການອະນຸມັດໃນ​ປີ 2015 ກັບ​ອີຣ່ານ
​ໂດຍ​ບັນດາສະມາຊິກ​ຖາ​ວອນ 5 ປະເທດຂອງສະພາຄວາມ​ໝັ້ນຄົງ​ສະ ຫະປະຊາ​ຊາດ
​ແລະ​ສະຫະພາບ​ຢູໂຣບນັ້ນ ​ແມ່ນໄດ້ຄັດຄ້ານ​ຢ່າງ​ແຂງຂັນ.

ບັນດາຜູ້ຕາງໜ້າມະຫາອຳນາດໂລກ ພົບປະກັນກ່ຽວກັບໂຄງການນິວເຄລຍອີຣ່ານ ວັນທີ 30, ມີນາ 2015 ທີ່ນະຄອນ Lausanne ປະເທດ Switzerland.
ບັນດາຜູ້ຕາງໜ້າມະຫາອຳນາດໂລກ ພົບປະກັນກ່ຽວກັບໂຄງການນິວເຄລຍອີຣ່ານ ວັນທີ 30, ມີນາ 2015 ທີ່ນະຄອນ Lausanne ປະເທດ Switzerland.

​ໃນ​ຂະນະ​ທີ່​ກ່າວ​ຫາ​ອີຣ່ານວ່າ ຊອກ​ຫາ​ຊ່ອງທາງເພື່ອສວຍໃຊ້ ​ຫວ່າງ​ຂອງ​ຂໍ້​ຕົກລົງ
​ແລະ​ປະຕິ​ເສດ​ທີ່ອະນຸຍາດ​ໃຫ້​ຜູ້​ສັງ​ເກດ​ການ​ນິວ​ເຄລຍຂອງສະຫະ​ປະ ຊາ​ຊາດ​ເຂົ້າ
​ໄປ​ກວດ​ເບິ່ງສະຖານ​ທີ່​ນິວ​ເຄລຍຂອງກອງທັບ ຊຶ່ງເປັນການ​ປະພຶດ​ທີ່​ທຳນຽບຂາວ​
ກ່າວ​ວ່າ “ບໍ່​ສາມາດ​ອົດທົນ​ໄດ້” ລັດຖະບານ​ທ່ານ​ທຣໍາ ບັດ​ນີ້​ຮຽກຮ້ອງ​ໃຫ້​ ປະຕິບັດຂໍ້
ຕົກລົງນີ້ “ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ.”

ທີ່ປຶກສາຂອງທຳນຽບຂາວ ທ່ານ John Kelly ລາຍງານຂ່າວປະຈຳວັນ ທີ່ທຳນຽບຂາວ.
ທີ່ປຶກສາຂອງທຳນຽບຂາວ ທ່ານ John Kelly ລາຍງານຂ່າວປະຈຳວັນ ທີ່ທຳນຽບຂາວ.

ນະ​ໂຍບາຍ​ອີຣ່ານຂອງ​ທ່ານ​ທຣໍາ ​ແມ່ນໄດ້ເພັ່ງເລັງ ໃສ່ “ການຕໍ່ຕ້ານອິດທິ ພົນໃນການ
ສ້າງຄວາມວຸ້ນວາຍຂອງລັດຖະບານ​ອີຣ່ານ​ໃຫ້​ຫລຸດນ້ອຍລົງ ​ແລະ​ຄວບຄຸມການຮຸກ
ຮານຂອງປະເທດດັ່ງກ່າວ ​ໂດຍ​ສະ​ເພາະ​ໃຫ້ການ​ສະໜັບສະ ໜູນ​ແກ່​ພວກ​ກໍ່ການ​ຮ້າຍ
​ແລະ​ພວກ​ຫົວ​ຮຸນແຮງ.”

ຄະນະກຳມະການ ຄວາມສໍາພັນຕ່າງປະເທດ ສະມາຊິກສະພາຕໍ່າພັກເດໂມແຄຣັດ ຈາກລັດ New York ທ່ານ Eliot Engel (ຂວາ) ລະຫວ່າງການຮັບຟັງກ່ຽວກັບອີຣ່ານ.
ຄະນະກຳມະການ ຄວາມສໍາພັນຕ່າງປະເທດ ສະມາຊິກສະພາຕໍ່າພັກເດໂມແຄຣັດ ຈາກລັດ New York ທ່ານ Eliot Engel (ຂວາ) ລະຫວ່າງການຮັບຟັງກ່ຽວກັບອີຣ່ານ.

ພວກ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ​ເປົ້າ​ໝາຍ​ກໍ​ແມ່ນ “ປະຕິ​ເສດບໍ່ໃຫ້ອຳນາດການ
ປົກຄອງອີຣ່ານ ​ທຸກ​ຊ່ອງ​ທາງ​ໄປສູ່ການມີອາວຸດ​ນິວ​ເຄລຍ.”

ຄົນງານຜູ້ນຶ່ງຂີ່ລົດຖີບຜ່ານ ໂຮງງານນິວເຄລຍ Bushehr ວັນທີ. 26 ຕຸລາ 2010.
ຄົນງານຜູ້ນຶ່ງຂີ່ລົດຖີບຜ່ານ ໂຮງງານນິວເຄລຍ Bushehr ວັນທີ. 26 ຕຸລາ 2010.

​ຖ້າ​ຫາກ​ປະທານາທິບໍດີ ດັ່ງ​ທີ່​ໄດ້ຄາດເອົາ​ໄວ້ ປະກາດ​ວ່າທ່ານ​ຈະບໍ່ໃຫ້ການຢັ້ງຢືນ
ກ່ຽວກັບ​ການ​ປະຕິບັດ​ຕາມຂໍ້ຕົກລົງນິວເຄລຍຂອງ​ອີຣ່ານຕື່ມ​ອີກ ລັດຖະສະ ພາ​ມີ​ເວລາ
ຢູ່ 60 ມື້ ​ທີ່​ຈະ​ຕັດສິນ​ໃຈ​ວ່າ ຈະ​ທຳການລົງໂທດຂອງ​ສະຫະລັດ ຕໍ່ເຕຫະຣ່ານຄືນອີກ
ຫລືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Iran Policy
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG