ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ເປີດເຜີຍ ງົບປະມານ 1 ພັນ 500 ຕື້ໂດລາ ເພື່ອສ້ອມແປງ ໂຄງລ່າງພື້ນຖານ


ປະທານາ​ທິບໍດີ ດໍໂນລ ທຣຳ ຮ່ວມກັບຜູ້ປົກຄອງລັດເມັກຊິໂກ ທ່ານນາງ Martinez, ຊ້າຍ, ແລະທ່ານ Vicksburg ຈາກລັດ ມິດຊິຊິບປີ ເຈົ້າຄອງກຳແພງເມືອງ ທ່ານ Flaggs Jr., ກ່າວໃນ
ງານລ້ຽງຮັບຮອງ ຮັບປະທານອາຫານຄ່ຳ ທີ່ທຳນຽບຂາວ, 12 ກຸມພາ 2018, ໃນຈະນະທີ່ພົບປະກັບບັນດາເຈົ້າໜ້າທີ່ລັດ ແລະເຂດທ້ອງຖິ່ນ ກ່ຽວກັບໂຄງການໂຄງລ່າງພື້ນຖານ
ຕ່າງໆ ໃນສະຫະລັດ.
ປະທານາ​ທິບໍດີ ດໍໂນລ ທຣຳ ຮ່ວມກັບຜູ້ປົກຄອງລັດເມັກຊິໂກ ທ່ານນາງ Martinez, ຊ້າຍ, ແລະທ່ານ Vicksburg ຈາກລັດ ມິດຊິຊິບປີ ເຈົ້າຄອງກຳແພງເມືອງ ທ່ານ Flaggs Jr., ກ່າວໃນ ງານລ້ຽງຮັບຮອງ ຮັບປະທານອາຫານຄ່ຳ ທີ່ທຳນຽບຂາວ, 12 ກຸມພາ 2018, ໃນຈະນະທີ່ພົບປະກັບບັນດາເຈົ້າໜ້າທີ່ລັດ ແລະເຂດທ້ອງຖິ່ນ ກ່ຽວກັບໂຄງການໂຄງລ່າງພື້ນຖານ ຕ່າງໆ ໃນສະຫະລັດ.

ໂຄງລ່າງພື້ນຖານ ຂອງສະຫະລັດ ກຳລັງຊຸດໂຊມເພພັງຢູ່. ປະທານາທິບໍດີສະຫະລັດ
ທ່ານ ດໍໂນລ ທຣຳ ໄດ້ເປີດເຜີຍໃນວັນຈັນຜ່ານມານີ້ ກ່ຽວກັບງົບປະມານຂອງແຜນການ
1 ພັນ 500 ຕື້ໂດລາ ເພື່ອສ້ອມແປງໂຄງລ່າງພື້ນຖານ ທີ່ພວມເຊື່ອມໂຊມລົງຢູ່ນີ້ ໂດຍ
ໄດ້ພົບພໍ້ ກັບພວກເຈົ້າໜ້າທີ່ຂອງລັດ ແລະທ້ອງຖິ່ນ ເພື່ອປຶກສາຫາລືກັນ ເຖິງແຜນ
ການລິເລີ່ມດັ່ງກ່າວ. ສຳລັບປະຊາຄົມໃນເຂດທ້ອງຖິ່ນແລ້ວ, ເງິນດັ່ງກ່າວ ຈະບໍ່ໄປຮອດ
ໄປເຖິງໄວພໍ. ນັກຂ່າວວີໂອເອ Arash Arabasadi ມີລາຍງານເພີ່ມຕື່ມ ຈາກນະຄອນ
ພິສເບີກ ຊຶ່ງ​ວັນນະສອນ​ ຈະນຳ​ລາຍ​ອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນເດືອນທັນວາ ປີ 2015 ສະຖານທີ່ທາງປະຫວັດສາດດັ່ງກ່າວໄດ້ຮັບຄວາມລົ້ມແຫຼວ.
ນັ້ນກໍຄືຂົວ ກຣີນຟຽລດ໌ ຂອງນະຄອນພິສເບີກ... ຊຶ່ງເປັນນຶ່ງໃນຈຳນວນຫຼາຍພັນໂຄງ
ການສຳລັບໂຄງລ່າງພື້ນຖານ ຊຶ່ງກຳລັງດຳເນີນໄປຢູ່ໃນສະຫະລັດ.

ໂຄງການຕ່າງໆ ເຊັ່ນການສ້ອມແປງ ຂົວທີ່ມີອາຍຸ 95 ປີເຊັ່ນນັ້ນ ແພງເກີນໄປ ສຳລັບປະຊາຄົມທ້ອງຖິ່ນສ່ວນຫຼາຍ ທີ່ຈະຫາເງິນໃນການສ້ອມແປງ ດ້ວຍຕົນເອງ.
ຖ້າບໍ່ໄດ້ຮັບການຊ່ອຍເຫຼືອຈາກຣັດຖະບານກາງແລະລະດັບລັດ ໂຄງການດັ່ງກ່າວນີ້ ກໍຈະບໍ່ສາມາດເປັນໄປໄດ້.

ທ່ານ ກາຍ ໂຄສຕາ ຈາກນະຄອນພິສເບີກ ກ່າວວ່າ “ພວກເຮົາມີຄວາມຈຳເປັນ ພວກເຮົາມີຄວາມຕ້ອງການ ບໍ່ພຽງແຕ່ຢູ່ໃນນະຄອນພິສເບີກໜີ້ເທົ່ານັ້ນ ແລະຢູ່
ພາກຕາເວັນຕົກຂອງລັດເພັນຊິເວເນຍ ແຕ່ຢູ່ທົ່ວປະເທດກໍເຊັ່ນກັນ. ພວກເຮົາມີ
ໂຄງລ່າງພື້ນຖານທີ່ເກົ່າແກ່. ພວກເຮົາມີໂຄງລ່າງພື້ນຖານທີ່ເພພັງ, ເພາະສະນັ້ນ ເງິນທຶນອັນໃດກໍຕາມທີ່ຈະມີໄວ້ໃຫ້ກໍແມ່ນຈະດີເລີດ.”

ເຈົ້າໜ້າທີ່ຂັ້ນສູງ ທ່ານ ກາຍ ໂຄສຕາ ກ່າວວ່າ ເງິນຂອງລັດຖະບານກາງ ມີໄວ້ໃຫ້ສຳລັບ
ສ້ອມແປງ ປະມານ 80 ເປີເຊັນ ກັບອີກ 15 ເປີເຊັນ ມາຈາກລັດເພັນຊີລເວເນຍ ແລະອີກ 5 ເປີເຊັນ ມາຈາກນະຄອນພິສເບີກເອງ.

ນັ້ນໝາຍຄວາມວ່າ ຂົວທີ່ມີຄ່າສ້ອມແປງຈຳນວນ 19 ລ້ານໂດລານັ້ນ ທາງເຂດເມືອງ
ຈະໄດ້ໃຊ້ຈ່າຍພຽງແຕ່ 1 ລ້ານ ເທົ່ານັ້ນ.

ປະທານາ​ທິບໍດີ ທຣຳ ໄດ້ໂຄສະນາເຜີຍແພ່ທີ່ຈະກຳຕາມຄຳສັນຍາຂອງທ່ານວ່າຈະຂໍ
ໃຫ້ລັດຖະສະພາຮັບຜ່ານຮ່າງກົດໝາຍງົບປະມານ ໃນຈຳນວນເງິນ 1 ພັນຕື້ ໂດລາ ເພື່ອສ້ອມແປງໂຄງລ່າງພື້ນຖານທັງໝົດຂອງປະເທດ.

ເຈົ້າໜ້າທີ່ທ້ອງຖິ່ນພາກັນກ່າວວ່າ ມັນຄວນເປັນໄປແຕ່ດົນແລ້ວ.

ທ່ານ Bill Peduto ເຈົ້າຄອງກຳແພງນະຄອນພິສເບີກ ກ່າວວ່າ “ພວກເຮົາສ້າງໂຄງ
ລ່າງພື້ນຖານທີ່ວ່ານີ້ທັງໝົດ ແຕ່ພວກເຮົາບໍ່ໄດ້ເຮັດອັນໃດ ເພື່ອເປັນການເກັບຮັກສາ
ມັນເລີຍ. ສູນ ບໍ່ມີຫັຍງເລີຍ.”

ນະຄອນພິສເບີກ ຄັ້ງນຶ່ງເຄີຍເປັນເມືອງອຸດສາຫະກຳ ໂດຍສະເພາະສຳລັບຜະລິດເຫຼັກ.

ແຕ່ວ່າ ຄືກັນກັບເມືອງເກົ່າໆ ທັງຫຼາຍນັ້ນ. ການຂະຫຍາຍຕົວຂອງເມືອງ ແມ່ນເຊື່ອມຕໍ່
ໄປຫາໃນເມືອງຂອງນະຄອນພິສເບີກ ກັບເຂດນອກເມືອງ ນັ້ນໝາຍຄວາມວ່າ ເງິນຈຳ
ນວນຫຼາຍໄດ້ໄປໃຊ້ຈ່າຍໃນໂຄງການໃໝ່ໆ ຊຶ່ງສ່ວນໜ້ອຍ ທີ່ຈະນຳໄປໃຊ້ໃນການບູລະ
ນະໂຄງການເກົ່າໆ.

ທ່ານເຈົ້າຄອງກຳແພງນະຄອນພິສເບີກກ່າວວ່າ “ມັນກໍບໍ່ຕ່າງຫຽັງກັນກັບເຮືອນຂອງ
ທ່ານ. ເວລາຫຼັງຄາເຮືອນຂອງທ່ານຮົ່ວ ທ່ານບໍ່ເອົາຫົວຊາມັນ ທ່ານເສີຍຢູ່ ແລ້ວມັນກໍ
ຮົ່ວໄປເລື້ອຍໆ ໃນທີ່ສຸດທ່ານກໍຕ້ອງໄດ້ປ່ຽນໝົດທັງຫຼັງຄາ.”

ແຕ່ວ່າ ຂັ້ນຕອນການດຳເນີນງານຂອງທາງການແມ່ນຊັກຊ້າທີ່ສຸດ.

ທ່ານ ໂຄສຕາ ກ່າວຕື່ມວ່າ “ງົບປະມານຫຼວງຫຼາຍນັ້ນ ໃນຊ່ວງທີ່ີມັນໄດ້ຮັບຜ່ານຈາກ
ວໍຊີງຕັນ ນັ້ນແລ້ວ ມັນກໍຈະມາຮອດຂັ້ນທ້ອງຖິ່ນ ອາດເປັນຫຼາຍໆປີ ແລະ ຫຼັງຈາກນັ້ນ
ກໍຍັງຈະຕ້ອງໃຊ້ເວລາໃນການອອກແບບເຖິງ 4 ປີ ອີກ.”

ທ່ານ Arash Arabasadi ນັກຂ່າວຂອງວີໂອເອ ຈາກນະຄອນພິສເບີກ ລັດເພັນຊິ
ເວເນຍ ກ່າວວ່າ “ໂຄງລ່າງພື້ນຖານ ມີຜົນກະທົບຕໍ່ເກືອບ 20 ພັນຄົນ ແລະນັ້ນ ພຽງແຕ່ຂົວແຫ່ງດຽວ ເທົ່ານັ້ນ ໃນເມືອງທີ່ມີຜູ້ຄົນອາໄສຢູ່ 300 ພັນຄົນ. ທ່ານລອງ
ຈິນຕະນາການເບິ່ງດູວ່າຖ້າມັນເປັນເລື່ອງສຳລັບທົ່ວປະເທດມັນຈະເປັນຢ່າງໃດ. ພວກຜູ້ຄົນທີ່ທຽວທາງຫຼາຍພັນຄົນ ທີ່ໃຊ້ຂົວກຣີນຟຽລດ໌ ຕອນນີ້ ແມ່ນຈະຂັບລົດ
ຜ່ານເມືອງນ້ອຍເຂດນອກທີ່ຄັ້ງນຶ່ງງຽບສະງົບດີ.”

ທ່ານນາງເຄດີ ລີເດີເເມນ ຜູ້ອາໄສຢູ່ໃນຂົງເຂດ ກ່າວວ່າ “ມັນໄດ້ສ້າງຄວາມສົນ
ລະວົນແລະລົບກວນຫຼາຍ ຈົນພາໃຫ້ຂ້າພະເຈົ້າກຳລັງຄຶດວ່າຈະຂາຍບ້ານຂອງ
ຂ້າພະເຈົ້າໄປ ມັນຊ່າງເປັນເລື່ອງບໍ່ຄັກເລີຍ.”

ຂົວກຣີນຟຽລດ໌ ໄດ້ເປີດໃຊ້ບໍລິການຄືນອີກ ໃນເດືອນຕຸລາ 2017 ດ້ວຍງົບປະມານ
ທີ່ຮັບຜ່ານໂດຍລັດຖະບານທ່ານໂອບາມາ. ຊາຕາກຳຂອງຂົວ 58 ພັນແຫ່ງໃນທົ່ວ
ປະເທດ ແມ່ນມີຄວາມສ່ຽງ ປັດຈຸບັນນີ້ ແມ່ນເປັນການກາງຕໍ່ປະທານາທິບໍດີທຣຳ
ທີ່ຈະໂນ້ມນ້າວໃຫ້ລັດຖະສະພາເຫັນພ້ອມແລະເຮັດໃຫ້ເລື່ອງທີ່ທ່ານໄດ້ໃຫ້ຄຳໝັ້ນ
ສັນຍາໄວ້ນັ້ນໄດ້ກາຍມາເປັນຄວາມຈິງ.

​ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານນາງ ແນນຊີ ໂປໂລຊີ (Nancy Pelosi) ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ກ່າວຕໍ່ສື່ ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບໂຄງລ່າງພື້ນຖານ, 8 ກຸມພາ 2018 ທີ່ລັດຖະສະພາ ວໍຊີງຕັນ.
ທ່ານນາງ ແນນຊີ ໂປໂລຊີ (Nancy Pelosi) ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳ ສັງກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ກ່າວຕໍ່ສື່ ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບໂຄງລ່າງພື້ນຖານ, 8 ກຸມພາ 2018 ທີ່ລັດຖະສະພາ ວໍຊີງຕັນ.

S

XS
SM
MD
LG