ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການກ່າວ​ຄຳ​ປາ​ໄສ ​ປະ​ຈຳ​ປີຄັ້ງ​ທີສາມ ຂອງ ປ. ທ​ຣຳ ​ເນັ້ນເຖິງ ຜົນ​ສຳ​ເລັດ​ ຢູ່​ພາຍ​ໃນ​ປະ​ເທດ​


ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ​​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ​ປະ​ເທດ​ຊາດ​ຄັ້ງ​ທີ 3 ຢູ່​ໃນ​ຫ້ອງ​​ປະ​ຊຸມສະ​ພາ​ຕ່ຳ ໃນ​ວັນ​ທີ 4 ກຸມ​ພາ, 2020 ຊຶ່ງ​ເປັນ​ຄືນ​ ກ່ອນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ທ່ານ ​ຈະ​ປິດ​ລົງ
ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ​​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ​ປະ​ເທດ​ຊາດ​ຄັ້ງ​ທີ 3 ຢູ່​ໃນ​ຫ້ອງ​​ປະ​ຊຸມສະ​ພາ​ຕ່ຳ ໃນ​ວັນ​ທີ 4 ກຸມ​ພາ, 2020 ຊຶ່ງ​ເປັນ​ຄືນ​ ກ່ອນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ທ່ານ ​ຈະ​ປິດ​ລົງ

ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ​ປະ​ເທດ​ຊາດ​ຄັ້ງ​ທີ 3 ຢູ່ໃນ​ໄລ​ຍະ​ທີ່ທ່ານ​ດຳ​ລົງຕຳ​ແໜ່ງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ ໃນແລງວັນ​ອັງ​ຄານ​ວານນີ້ ຊຶ່ງ​ເປັນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງກ່ອນ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງຕໍ່​ທ່ານຈະປິດລົງ ເມື່ອ​ສະ​ພາ​ສູງ​ສະ​ຫະ​ລັດ​ທີ່​ພັກ​ຣີ​ພັບ​ບ​ລິ​ກັນກຳ​ສຽງ​ສ່ວນ​ຫລາຍນັ້ນ ​ຄາດ​ວ່າ​ຈະ​ຕັດ​ສິນ ໃຫ້​ທ່ານພົ້ນ​ໂທດ​ ໃນ​ຂໍ້​ຫາທີ່​ວ່າ ​ທ່ານ​ໃຊ້​ສິດອຳ​ນາດຂອງ​ຕຳ​ແໜ່ງ​ທ່ານໄປ​ໃນ​ທາງ​ຜິດ ແລະ​ຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ສະ​ພາ​ໃນ​ການດຳ​ເນີນ​ການສືບ​ສວນ​ຕໍ່ທ່ານ. ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ປີ ທີ່​ແຈ້ງ​ໃຫ້​ລັດ​ຖະ​ສະ​ພາ​ຊາບ ​ກ່ຽວ​ກັບ​ບູ​ລິ​ມະ​ສິດ​ດ້ານ​ນະ​ໂຍ​ບາຍ​ນັ້ນ, ​ທ່ານ​ທ​ຣຳ​ໄດ້​ສຸມ​ໃສ່ຜົນ​ງານ ​ທີ່​ຍາດ​ມາ​ໄດ້​ຢູ່​ພາຍ​ໃນ​ປະ​ເທດເພື່ອແນ​ ໃສ່ເຮັດ​ໃຫ້​ເປັນ​ໜ້າ​ດຶງ​ດູດ​ໃຈ​ຕໍ່ບັນ​ດາ​ຜູ້​ປ່ອນ​ບັດໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​. Katherine Gypson, ນັກ​ຂ່າວວີ​ໂອ​ເອ ປະຈຳ​ລັດ​ຖະ​ສະ​ພາ​ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານປະ​ທາ​ນາ​ທິ​ບໍ​ດີໄດ້ເລີ້ມ​ການກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ​ປະ​ເທດ​ຊາດຂອງ​ທ່ານ ​ຢູ່ໃນ​ປີ 2020 ທີ່​ຈະ​ມີ​ການ​ເລືອກ​ຕັ້ງນັ້ນ ໂດຍ​ການ​ເຕືອນ​ໃຫ້ຄົນຫວນ​ຄືນ ໄປ​ຫາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ ​ທີ່​ໄດ້​ໃຫ້​ໄວ້​ໃນ​ປີ 2016 ຜ່ານ​ມາ.

ທ່ານ​ກ່າວ​ວ່າ:
"ສາມ​ປີ​ກ່ອນ​ໜ້ານີ້ ພວກ​ເຮົາ​ໄດ້​ເລີ້ມ​ການ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ດີ​ເລີດ​ຄືນ​ມາ​ອີກ. ຢູ່​ໃນ​ຄ່ຳຄືນນີ້, ຂ້າ​ພະ​ເຈົ້າ​ມາ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາທ່ານເພື່ອນຳ​ເອົາ​ຜົນ​ງານ​ທີ່ໜ້າ​ເຫລືອ​ເຊື່ອມາ​ເລົ່າສູ່​ທ່ານ​ຟັງ."

ຢູ່​ໃນ​ຫ້ອງ​ການ ​ທີ່​ທ່ານ​ຖືກ​ຟ້ອງ​ຮ້ອງ​ໂດຍພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຢູ່​ໃນ​ສະ​ພາ​ຕ່ຳໃນ​ເວ​ລາ​ເດືອນ​ກວ່າ​ຜ່ານ​ມານັ້ນ ທ່ານ ທ​ຣຳ ​ບໍ່​ໄດ້​ເອີ່ຍ​ເຖິງ​ການ​ດຳ​ເນີນ​ຄະ​ດີ​ ໃນ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ​ແຕ່​ຢ່າງ​ໃດ ແຕ່​ວ່າ​ ກໍໄດ້​ປະ​ຕິ​ເສດ ບໍ່​ຈັບ​ມືກັບ ທ່ານ​ນາງເພ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ ແລະ​ເພັ່ງ​ເລັງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານໃສ່​ການ​ສ້າງ​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາ.

ທ່ານ​ກ່າວ​ດັ່ງ​ນີ້:
"ຖ້າ​ຫາກ​ພວກ​ເຮົາ​ບໍ່​ໄດ້​ຕ່າວ​ປີ້ນ​ນະ​ໂຍ​ບາຍ​ທີ່​ຫລົ້ມ​ແຫລວ​ຂອງ​ລັດ​ຖະ​ບານ​ຊຸດ​ກ່ອນນັ້ນແລ້ວ ໂລກ ຕອນນີ້ ກໍ​ຈະ​ບໍ່​ໄດ້​ເປັນ​ພະ​ຍານ​ໃຫ້​ຄວາມ​ສຳ​ເລັດ​ທາງ​ເສດ​ຖະ​ກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ອາ​ເມ​ຣິ​ກາເລີຍ."

ໃນ​ການ​ມຸ້ງໄປ​ສູ່​ປີ​ແຫ່ງ​ການເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີປີ 2020 ນີ້ ທ່ານ ທ​ຣຳ ໄດ້​ຮັບການ​ຮັບ​ປະ​ກັນ​ຂອງ​ປ​ະ​ເທດໂດຍ​ໄດ້ມີ​ຄະ​ແນນ​ເຫັນ​ດີ​ນຳ 49 ເປີ. ຄຳ​ປາ​ໄສ​ຂອງ​ທ່ານ ໄດ້​ເພັ່ງ​ເລັງ​ໃສ່​ໂຄງ​ການ​ລິ​ເລີ້​ມ​ຂອງນະ​ໂຍ​ບາຍ​ພາຍ​ໃນປະ​ເທດ ຊຶ່ງ​ລວມ​ທັງພື້ນ​ຖານ​ໂຄ​ງ​ລ່າງ ແລະ​ດ້ານ​ການ​ດູ​ແລ​ສຸ​ຂະ​ພາບ ແລະ​ການ​ຮັບ​ປະ​ກັນ​ວ່າສະ​ຫະ​ລັດ​ກຳ​ລັງ​ແກ້​ໄຂ​ວິ​ກິດ​ການ​ຂອງເຊື້ື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່.

ທ່ານທ​ຣຳ​ກ່າວຕໍ່​ໄປ​ວ່າ:
"ພວກ​ເຮົາ​ກຳ​ລັງ​ປະ​ສານ​ງານ​ກັບ​ລັດ​ຖະ​ບານ​ຈີນ ແລະ​ເຮັດ​ວຽກ​ຮ່ວມ​ກັບ​ເຂົາ​ເຈົ້າຢ່າງ​ໃກ້​ຊິດກ່ຽວ​ກັບການ​ແຜ່​ລະ​ບາດ​ຂອງ​ເຊື້ື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາຢູ່​ໃນ​ຈີນ. ລັດ​ຖະ​ບານ​ຂອງ​ຂ້າ​ພະ​ເຈົ້າ ​ຈະ​ເອົາ​ທຸກ​ບາດ​ກ້າວ​ທີ່ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ເພື່ອປົກ​ປ້ອງ​ພົນ​ລະ​ເມືອງ​ຂອງ​ພວກ​ເຮົາ​ບໍ່​ໃຫ້ໄດ້ຮັບໄພ​ຂົ່ມ​ຂູ່​ອັນ​ນີ້.”

ທ່ານ ທ​ຣຳ​ກໍ​ໄດ້​ກ່າວ​ເຖິງ​ບູ​ລິ​ມະ​ສິດ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຫລາຍ​ອັນ ​ຢູ່ ຊຶ່ງ​ລວມ​ທັງ​ການ​ເຊື້ອ​ເຊີນ​ເອົາ​ແຂກ​ພິ​ເສດ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເວ​ເນ​ຊູ​ເອ​ລາ, ທ່ານ ຮ​ວນ ກວາຍ​ໂດ ມາ​ຢ້ຽມ​ຢາມ.

ທ່ານ​ກ່າວ​ດັ່ງ​ນີ້:
"ປະ​ຊາ​ຊົນ​ອ​າ​ເມ​ຣິ​ກັນ​ທຸກ​ຄົນ​ແມ່ນ​ມີ​ຄວາມ​ສະ​ມັກ​ຄີ ​ກັບ​ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ ຢູ່​ໃນ​ການ​ຕໍ່​ສູ້​ເພື່ອ​ອິດ​ສາ​ລະ​ພາບອັນ​ຊອບ​ທຳ​ຂອງ​ເຂົາ​ເຈົ້າ! ສັງ​ຄົມ​ນິ​ຍົມ​ໄດ້​ທຳ​ລາຍ​ປະ​ເທດ​ຊາດ. ແຕ່​ວ່າ ຂໍ​ຈົ່ງ​ຈຳ​ໄວ້​ສະ​ເໝີ​ວ່າ ອິດ​ສະ​ຫ​ລະ​ພາບ​ແມ່ນ​ເຮັດ​ໃຫ້​ຄົນ​ມີ​ຈິດໃຈເປັນອັນນຶ່ງ​ອັນ​ດຽວ​ກັນ."

ການ​ສັງ​ຫານ​ຊີ​ວິດ​ຂອງ​ນາຍ​ພົນກາ​ສເຊມ ຊູ​ເລ​ມາ​ນີ (Qassem Suleimani) ຂອງ ອີ​ຣ່ານ​ໂດຍເຮືອ​ບິນບໍ່​ມີ​ຄົນ​ຂັບ​ເມື່ອມໍ່ໆ​ມານີ້ ກໍ​ເຮັດ​ໃຫ້​ເປັນເໝາະສົມທີ່​ຈະຖືກ​ກ່າວເຖິງໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ໄດ້​ຮັບ​ຮູ້​ເຖິງ​ການ​ປະ​ທ້ວງ​ຢູ່​ໃນ​ອີ​ຣ່ານ ແລະ ທ່ານ​ກໍ​ໄດ້​ວາງ​ເງື່ອນ​ໄຂ​ໃນ​ການ​ພົວ​ພັນກັນ​ທາງ​ການ​ທູດອີກ​ຄັ້ງ​ນຶ່ງ.
ທ່ານ​ກ່າວ​ວ່າ:
"ລະ​ບອບ​ການ​ປົກ​ຄອງ​ຂອງ​ອີ​ຣ່ານ ຈະ​ຕ້ອງ​ໄດ້​ປະ​ລະ​ການ​ດຳ​ນີນ​ການ​ດ້ານ​ອາ​ວຸດ​ນິວ​ເຄ​ລຍ, ຍຸ​ຕິ​ການ​ແຜ່​ຜາຍ​ການກໍ່​ການ​ຮ້າຍ, ການ​ຂ້າ​ຄົນ​ໃຫ້ຕາຍ ແລະ​ການ​ທຳ​ລາຍລ້າງ​ຜານ ແລະ​ໃຫ້​ເລີ້ມ​ປະ​ຕິ​ບັດ​ງານ​ເພື່ອ​ຄວາມ​ຢູ່​ດີ​ມີ​ສຸກ​ຂອງ​ປະ​ຊາ​ຊົນ​ຂອງ​ຕົນ.”

ທ່ານ ທ​ຣຳ​ເວົ້າ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ພົບ​ວິ​ທີ​ການ​ໃໝ່​ໃນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່​ໃນ​ຂົງ​ເຂດ​ຕາ​ເວັນ​ອອກ​ກາງ​ແລ້ວ.

ທ່ານກ່າວ​ດັ່ງ​ນີ້:
"ໂດຍ​ການ​ຮັບ​ຮູ້​ວ່າ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຕ່າງ​ໆໃນ​ເມື່ອ​ກ່ອນ​ປະ​ສົບ​ຄວາມ​ຫລົ້ມ​ແຫລວ ພວກ​ເຮົາ​ຕ້ອງ​ໄດ້​ຕັດ​ສິນ​ໃຈຢ່າງ​ແນ້ວ​ແນ່ ແລະ​ແບບ​ມີ​ຫົວ​ຄິດ​ປະ​ດິດສ້າງ ​ເພື່ອ​ເຮັດ​ໃຫ້​ຂົງ​ເຂດນັ້ນ​ມີ​ສະ​ຖຽນ​ລະ​ພາບ ແລະ​ນຳ​ເອົາ​ການ​ປ່ຽນ​ແປງ​ມາໃຫ້ຊາວ​ໜຸ່ມ​ຫລາຍ​ລ້ານ​ຄົນ​ເພື່ອ​ໃຫ້​ເຂົາ​ເຈົ້າຮູ້ໄດ້​ວ່າມີ​ອະ​ນາ​ຄົດ​ທີ່​ດີຂຶ້ນກວ່າ​ເກົ່າ.”

….​ໃນ​ຂະ​ນະ​ທີ່​ມີການສະ​ເໜີ​ອີກ​ຄັ້ງ​ນຶ່ງໃຫ້​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ.

ແຕ່​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກໍ​ໄດ້​ສະ​ເໜີ​ໂອ​ກາດ​ທີ່​ຈະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ພັກພຽງສອງ ສາມ​ຢ່າງ​ເທົ່າ​ນັ້ນ.

ທ່ານ ບີ​ລ ສະ​ວີ​ນີ (Bill Sweeney) ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ຣິ​ກາ ໃຫ້​ຂໍ້​ສັງ​ເກດ​ວ່າ:
"ບໍ່​ແມ່ນ​ເປັນຍ້ອນບໍ່ໄດ້​ເອີ່ຍ​ເຖິງ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານເທົ່ານັ້ນ ຈະ​ໝາຍ​ຄວາມ​ວ່າ ທຸກ​ແງ່​ທຸກ​ດ້ານໃນ​ຄຳ​ປາ​ໄສ​ຂອງ​ທ່ານ ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ຄວາ​ມຮູ້​ສຶກບໍ່​ພໍ​ໃຈ, ຄວາມ​ຮູ້​ສຶກ​ຫງຸດ​ງິດ​ຂອງ​ທ່ານ​ອອກ​ມາ​ດອກ, ແລະ​ມັນ​ເປັນ​ທີ່​ຈະ​ແຈ້ງ​ຫລາຍ ເມື່ອ​ເບິ່ງ​ຫ້ອງນັ້ນ​ແລ້ວ ​ເຫັນ​ວ່າຕ່າງ​ຄົນ​ຕ່າງ​ກໍ​ມີ​ຄວາມ​ຮູ້​ສຶກຄື​ກັນ. ທ່ານບໍ່​ໄດ້ເຫັນ​ວ່າ ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ ຕົບ​ມື​ໃຫ້​ໃນ​ບາງ​ຈຸດ​ທີ່​ເຫັນ​ວ່າ​ເປັນ​ຄວາມ​ສາ​ມັກ​ຄີຂອງ​ຊ​າດ. ໃນ​ຂະ​ນະ​ດຽວ​ກັນທ່ານ​ກໍ​ບໍ່​ໄດ້​ເຫັນ​ວ່າມີຂໍ້​ສະ​ເໜີ​ຫລາຍ​ປານ​ໃດ ວ່າໃຫ້​ມີ​ການເຮັດ​ວຽກ​ຮ່ວມ​ກັນ​ ຊຶ່ງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ສາ​ພາແລະ​ປະ​ເທດ​ຊາດ​ຄວນ​ຈະ​ເປັນ​ເຊັ່ນ​ນັ້ນ."

​ທ່ານນາງ ເກ​ຣດ​ເຈນ ວິດ​ເມີ (Gretchen Whitmer), ຜູ້​ປົກ​ຄອງ​ລັດ​ມິ​ຊິ​ແກນ (Michigan), ຊຶ່ງ​ເປັນ​ລັດ​ທີ່​ອາດ​ຈະ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຕັດ​ສິນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2020 ນັ້ນ​ ໄດ້​ໃຫ້​ຄຳ​ຕອບ ​ແທນ​ພັກເດ​ໂມ​ແຄ​ຣັດວ່າ:
"ການ​ວິ​ວາດ​ຄົນ​ຢູ່​ໃນ​ທວີດ​ເຕີ ຈະ​ບໍ່​ເປັນ​ການ​ສ້ອມ​ແປງ​ສະ​ພານ​ໄດ້ ມັນ​ເປັນ​ການ​ເຜົາຜານສະ​ພານນັ້ນ​ໃຫ້​ໝົດ​ໄປ."

ແຕ່​ວ່າ ໃນ​ຂະ​ນະ​ທີ່ທ່ານທ​ຣຳໄດ້​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ຈົບ​ລົງ ປະ​ທານ​ສະ​ພາ​ຕ່ຳ, ທ່ານນ​າງ ເພ​ໂລ​ຊີ ກໍ​ໄດ້​ສີກ​ເຈ້ຍ​ຄຳ​ປາ​ໄສ​ຂອງ​ທ່ານໃຫ້ຂາດ​ເຄິ່ງ ຊຶ່ງ​ເປັນ​ການ​ເຕືອນ​ໃຫ້​ຄົນ​ເຫັນ​ເຖິງ​ການ​ສູ້​ຢັນ​ກັນ​ແບບ​ເລິກ​ເຊິ່​ງ​ລະ​ຫວ່າງ​ພັກ​ ຢູ່​ໃນ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ຍັງ​ໄກ​ຫລາຍ​ທີ່​ຈະ​ສິ້ນ​ສຸດ​ລົງ​ໄດ້​ນັ້ນ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

US President Donald Trump gave the third State of the Union address of his presidency Tuesday, just hours ahead of the close of his impeachment trial when the Republican-majority US Senate is expected to acquit him of charges he abused the power of his office and obstructed Congress' efforts to investigate him. In the annual speech informing the US Congress on upcoming policy priorities, Trump primarily focused on domestic achievements aimed at appealing to voters in the presidential election. VOA's Congressional correspondent Katherine Gypson has more from Capitol Hill.


The president starting his State of the Union in the 2020 election year with a reminder of his campaign promises in 2016.
"Three years ago, we launched the Great American Comeback. Tonight, I stand before you to share the incredible results."

In the chamber where he was impeached by US House Democrats less than two months ago, Trump made no mention of his Senate trial but refused Speaker Pelosi's handshake and focused on his efforts to build the American economy.

Donald Trump:
"If we had not reversed the failed economic policies of the previous administration, the world would not now be witness to America's great economic success."

Heading into the 2020 presidential election year, Trump has secured a personal best approval rating of 49% of the country. His speech focused on domestic policy initiatives including infrastructure and healthcare and an assurance the US is addressing the coronavirus crisis.

Donald Trump:
"We are coordinating with the Chinese government and working closely together on the Coronavirus outbreak in China. My Administration will take all necessary steps to safeguard our citizens from this threat."

Trump did address several of his administration's key foreign policy priorities, including inviting special guest Venezuelan president Juan Guaido.

Donald Trump:
"All Americans are united with the Venezuelan people in their righteous struggle for freedom! Socialism destroys nations. But always remember, freedom unifies the soul."

The recent US drone killing of Iranian general Qassem Suleimani also earned a mention, as Trump acknowledged protests in Iran and once again laid out the terms for diplomatic engagement.

Donald Trump:
"The Iranian regime must abandon its pursuit of nuclear weapons, stop spreading terror, death, and destruction, and start working for the good of its own people.

Donald Trump:
"Recognizing that all past attempts have failed, we must be determined and creative in order to stabilize the region and give millions of young people the change to realize a better future."
….While once again suggesting a withdrawal of the US presence in Afghanistan.

But the president offered few opportunities for bi-partisan cooperation.

Bill Sweeney, American University:
"Simply because he didn't mention impeachment didn't mean that every other aspect of the speech revealed his displeasure, his annoyance, and it was very clear watching the room that the feeling was mutual. You did not see democrats applauding some points that could be national unity. At the same time, you did not see very much offering of working together, which is what a state of the union is supposed to be."

Gretchen Whitmer governor of Michigan, a state that could play a key role in deciding the 2020 presidential election gave the Democratic response.
Governor Gretchen Whitmer:
"Bullying people on Twitter doesn't fix bridges, it burns them."

But as Trump completed his speech, Speaker Pelosi ripped her copy of his remarks in half a reminder the deeply partisan battles of impeachment are far from over.

XS
SM
MD
LG