ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳເວົ້າ​ວ່າ ປ. ​ເທີ​ກີ ​ໂອ້​ລົມ​ກັບ​ຣັດ​ເຊຍ ກ່ຽວ​ກັບການ​ຊື້​ ລະ​ບົບ​ປ້ອງ​ກັນ ລູກ​ສອນ​ໄຟ ຈາກປະ​ເທດນັ້ນ


ປ. ດໍ​ໂນ​ລ ທ​ຣຳ ແລະ​ ປ. ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ພົບ​ປະ​ກັນ​ໂດຍ​ມີພວກ​ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ພັກ​ຣີ​ພັບ​ບ​ລິ​ກັນຈຳ​ນວນ​ນຶ່ງ​ເຂົ້າ​ຮ່ວມ​ນຳ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 13 ພະ​ຈິກ, 2019 (ຖ່າຍ​ໂດຍ/Patrick Semansky/ອົງ​ການ​ຂ່າວ AP)
ປ. ດໍ​ໂນ​ລ ທ​ຣຳ ແລະ​ ປ. ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ພົບ​ປະ​ກັນ​ໂດຍ​ມີພວກ​ສະ​ມາ​ຊິກ​ສະ​ພາ​ສູງ ຈາກ​ພັກ​ຣີ​ພັບ​ບ​ລິ​ກັນຈຳ​ນວນ​ນຶ່ງ​ເຂົ້າ​ຮ່ວມ​ນຳ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 13 ພະ​ຈິກ, 2019 (ຖ່າຍ​ໂດຍ/Patrick Semansky/ອົງ​ການ​ຂ່າວ AP)

ບໍ່​ມີ​ສິ່ງ​ຊີ້ບອກ​ໃດໆ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ມີ​ການ​ບັນ​ລຸຄວາມ​ກ້າວ​ໜ້າໄດ້​ພາຍ​ຫລັງ​ການ​ພົບ​ປະກັນ​ໃນ​ວັນ​ພຸດ​ວານນີ້ ລະ​ຫວ່າງ​ຜູ້​ນຳ​ຂອງ​ເທີ​ກີ ແລະ​ສະ​ຫະ​ລັດ ໃນ​ໄລ​ຍະທີ່ສາຍ​ພົວ​ພັນ​ຂອງ​ພວກ​ເພິ່ນ​ຢູ່ຫລຸດ​ລົງ​ໄປ​ຢູ່​ໃນ​ຈຸດ​ທີ່​ຕ່ຳຢູ່ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ທັງ​ສອງ​ທ່ານ, ກໍ​ຄື​ທ່ານ ດໍ​ໂນ​ລ ທ​ຣຳ ແລະ​ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານໄດ້​ພັນ​ລະ​ນາ​ວ່າການ​ພົບ​ປະ​ຂອງ​ພວກ​ເພິ່ນ​ຢູ່​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ພຸດ​ວານນີ້​ມີ​ປະ​ສິດ​ທິ​ຜົນ​ດີ ແລະ​ມີ​ຄວາມ​ຈິງ​ໃຈ.

"ການ​ຊື້ອາ​ວຸດ​ລົບ​ທີ່ມີ​ຄວາມ​ສະ​ຫລັບ​ຊັບ​ຊ້ອນ​ຂອງ​ຣັດ​ເຊຍ ເຊັ່ນ S-400, ຂອງ​ເທີ​ກີ ໄດ້​ສ້າງບັນ​ຫາ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ສົມ​ຄວນ​ສຳ​ລັບ​ພວກ​ເຮົາ," ນັ້ນ​ຄືການຍອມຮັບຂອງ​ທ່ານ​ທ​ຣຳ​ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວຮ່ວມ​ກັນ, ໃນ​ຂະ​ນ​ະທີ່ທ່ານຢືນ​ຢູ່ຄຽງ​ຂ້າງ​ທ່ານເອີ​ດູ​ອານ.

ທ່ານປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ກ່າວ​ຕໍ່​ໄປ​ວ່” "ຫວັງ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ແກ້​ໄຂ​ສະ​ພາບ​ການນັ້ນ​ໄດ້.”

ເທີ​ກີ​ໄດ້​ຊື້​ລະ​ບົບ​ປ້ອງ​ກັນລູກ​ສອນ​ໄຟ S-400 ຈາກ​ມົ​ສ​ກູ ຊຶ່ງ​ໄດ້​ລະ​ເມີດ​ຕໍ່ການ​ຕໍ່ຕ້ານກັບ​ຄູ່​ປໍ​ລະ​ປັກ​ຂອງ​ອາເມ​ຣິ​ກາ ໂດຍ​ຜ່ານກົດ​ໝາຍການ​ລົງ​ໂທດ ຫລື CAATSA, ທີ່​ຫ້າມບໍ່​ໃຫ້​ຊື້​ຍຸດ​ໂທ​ປະ​ກອນ​ທາງ​ທະ​ຫານ​ທີ່​ມີ​ມູນ​ຄ່າ​ສູງ​ຈາກ​ຣັດ​ເຊຍ.

ສະ​ພາບນັ້ນ​ຍັງ​ເຮັດ​ໃຫ້​ສະ​ຫະ​ລັດເອົາ​ປະ​ເທດພັນ​ທະ​ມິດໃນ​ກຸ່ມ​ເນ​ໂຕ​ນຳ​ກັນແຫ່ງນັ້ນອອກ​ຈາກ​ໂຄງ​ການ​ເຮືອ​ບິນລົບ​ບຸກຕີ​ຮ່ວມ​ກັນ F-35 ​ຫລື F-35 Joint Strike Fighter program.

ເມື່ອ​ເວົ້າ​ເຖິງບັນ​ຫາລະ​ບົບ S-400 ແລະ F-35 ແລ້ວທ່ານ​ເອີ​ດູ​ອານ ເວົ້າ​ວ່າ "ພວກ​ເຮົາ​ສາ​ມາດ​ທີ່​ຈະຜ່ານ​ຜ່າ​ອຸ​ປະ​ສັກ​ທີ່​ພວກ​ເຮົາ​ປະ​ເຊີນ​ຢູ່​ ດ້ວຍ​ການ​ໂອ້​ລົ​ມ​ສົນ​ທະ​ນາ​ກັນ​ເທົ່າ​ນັ້ນ."

ຜູ້​ນຳ​ເທີ​ກີ​ຍັງ​ໄດ້​ສະ​ເໜີ​ອີກວ່າ ກອງ​ທັບ​ຂອງ​ເພິ່ນ​ສາ​ມາດຊື້​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ American Patriot ໄດ້​ຖ້​າ​ຫາກ​ລາ​ຄາ​ມັນພໍ​ຟັງ​ໄດ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ​ທັງ​ສອງ​ປະ​ເທດ​ເວົ້າ​ວ່າ ໄດ້​ມີ​ແຜນທີ່​ຈັດ​ໃຫ້​ມີການ​ໂອ້​ລົມ​ສົນທະ​ນາ​ກັນ​ໃນລະ​ດັບ​ສູງເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນ​ຫລາຍ​ທີ່​ສຸດນີ້ແລ້ວ.

ທ່ານ ເອີ​ດູ​ອານ​ເມື່ອມໍ່ໆ​ມານີ້ ​ໄດ້​ໂອ້​ລົ​ມ​ກັບປະ​ນາ​ທາ​ນາ​ທິ​ບໍ​ດີ ວ​ລາດິ​ເມຍ ປູ​ຕິນ ເພື່ອ​ຊື້ເຮືອ​ບິນ​ອາຍ​ພົ່ນລົບ Su-57 ແລະ Su-35 ຈາກ​ມົ​ສ​ກູ ຖ້າ​ຫາກ​ທ່ານບໍ່​ສາ​ມາດຊື້​ເອົາ​ເຮືອ​ບິນ​ຂອງ​ສະ​ຫະ​ລັດ​ໄດ້, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການຂ່າວ​ສານ.

​ການ​ເຄື່ອນ​ໄຫວ​ເຊັ່ນ​ນັ້ນ ອາດ​ຈະ​ເຮັດ​ໃຫ້​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່ການ​ເປັນ​ສະ​ມາ​ຊິກ​ຂອງພັ​ນ​ທະ​ມິດຂອງ​ເທີ​ກີ ຢູ່​ໃນດ້ານປ້ອງ​ກັນຊາດ​ຂອງ​ກຸ່ມ​ເນ​ໂຕ ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ​ນັ້ນ ສຳ​ລັບ​ເທີ​ກີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG