ການຕຳໜິ ເກົາຫຼີໃຕ້ ເມື່ອບໍ່ດົນມານີ້ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ກ່ຽວກັບ ລະບົບປ້ອງກັນລູກສອນໄຟ THAAD ແລະ ການຄ້າ, ອາດນຳໄປສູ່ຄວາມແຕກ
ແຍກຂອງການເປັນພັນທະມິດກັນ ລະຫວ່າງ ໂຊລ ແລະ ວໍຊິງຕັນ, ໂດຍສະເພາະຕາມທີ່
ຄາດໄວ້ວ່າ, ຖ້າຜູ້ລົງແຂ່ງຂັນປະທານາທິບໍດີ ທີ່ມີແນວທາງເສລີນິຍົມ ທ່ານ Moon Jae-
in ໄດ້ຊະນະໃນການເລືອກຕັ້ງປະທານາທິບໍດີໃນສັບປະດາໜ້າ.
ໃນວັນອາທິດວານນີ້, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງທ່ານ ທຣຳ, ນາຍພົນ
H.R. McMaster ເບິ່ງຄືວ່າ ບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວກັບ ຄວາມຮຽກຮ້ອງເມື່ອບໍ່ດົນ
ມານີ້ຂອງປະທານາທິບໍດີ ທຣຳ ທີ່ຈະໃຫ້ ເກົາຫຼີໃຕ້ ຈ່າຍເງິນ 1 ພັນລ້ານໂດລາ ສຳລັບ
ລະບົບປ້ອງກັນລູກສອນໄຟທີ່ຖືກຍິງມາໃນລະດັບສູງ ຫຼື THAAD ເຊິ່ງເປັນອາວຸດຕໍ່ຕ້ານ
ລູກສອນໄຟ ທີ່ຖືກສົ່ງໄປຕິດຕັ້ງ ຢູ່ໃນຊົນນະບົດທາງພາກຕາເວັນອອກສຽງໃຕ້ຂອງ
ແຫຼມ ເກົາຫຼີ ໃນປະຈຸບັນນີ້.
ທ່ານ McMaster ໄດ້ກ່າວໃນວັນອາທິດວານນີ້ ກັບ ທ່ານ Kim Kwan-jin ຫົວໜ້າອົງ
ການປ້ອງກັນຄວາມປອດໄພແຫ່ງຊາດ ໃນ ເກົາຫຼີໃຕ້, ກ່ຽວກັບ ການຄັດຄ້ານຢ່າງແຮງ
ທີ່ຈະປ່ຽນແປງຂໍ້ຕົກລົງລະບົບປ້ອງກັນລູກສອນໄຟ THAAD ທີ່ໄດ້ຕົກລົງກັນໄວ້ໃນປີ
ກາຍນີ້ຂອງ ລັດຖະບານ ໂຊລ, ເຊິ່ງ ສະຫະລັດ ໄດ້ເຫັນດີທີ່ຈະສົ່ງອາວຸດຕໍ່ຕ້ານລູກ
ສອນໄຟ ແລະ ເກົາຫຼີໃຕ້ ໄດ້ເຫັນພ້ອມທີ່ຈະສະໜອງທີ່ດິນ, ໂຄງລ່າງພື້ນຖານ ແລະ ຮັບຜິດຊອບຄ່າປະຕິບັດການ.
ອີງຕາມຖະແຫຼງການສະບັບໜຶ່ງ ທີ່ນຳອອກເຜີຍແຜ່ໂດຍຫ້ອງການປະທານາທິບໍດີ ເກົາ
ຫຼີໃຕ້ ແລ້ວ, ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດທັງສອງ “ໄດ້ຮັບປະກັນອີກຄັ້ງໜຶ່ງ”
ວ່າ ຂໍ້ຕົກລົງກ່ຽວກັບລະບົບຕໍ່ຕ້ານລູກສອນ THAAD ແມ່ນຍັງຄົງບໍ່ມີການປ່ຽນແປງຫຍັງ
ແຕ່ວ່າ ທ່ານ McMaster ໄດ້ອະທິບາຍ ກ່ຽວກັບ ຄວາມຮຽກຮ້ອງທີ່ຢາກໃຫ້ ເກົາຫຼີໃຕ້
ຈ່າຍເງິນ 1 ພັນລ້ານໂດລາສຳລັບລະບົບ THAAD ຂອງທ່ານ ທຣຳ ນັ້ນແມ່ນ “ສອດ
ຄ່ອງກັບຄວາມຄາດຫວັງຂອງລັດຖະບານ ສະຫະລັດໃນການແບ່ງປັນພາລະຄ່າໃຊ້
ຈ່າຍດ້ານການປ້ອງກັນປະເທດ ກັບບັນດາພັນທະມິດ.”
ໃນລະຫວ່າງການໂຄສະນາຫາສຽງ ປະທານາທິບໍດີ ສະຫະລັດ ທ່ານ ທຣຳ ໄດ້ຕ້ອງຕິ
ເກົາຫຼີໃຕ້ ແລະພັນທະມິດປະເທດອື່ນໆຢ່າງແຮງໃນການເສຍຄ່າໃຊ້ຈ່າຍຮ່ວມ ທີ່ຕໍ່າ
ກວ່າຂອງພວກເຂົາເຈົ້າ ສຳລັບຄວາມປອດໄພເພີ່ມເຕີມ ທີ່ພວກເຂົາເຈົ້າໄດ້ຮັບຈາກ
ກອງກຳລັງ ອາເມຣິກັນ ທີ່ປະຈຳການຢູ່ໃນປະເທດຂອງພວກເຂົາເຈົ້າ.
ຂໍ້ຕົກລົງໃນດ້ານກອງກຳລັງລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້ ຫຼື SOFA ໄດ້ກຳນົດ ການຕໍ່ສັນຍາເພື່ອແບ່ງປັນຄ່າໃຊ້ຈ່າຍໃນດ້ານປ້ອງກັນປະເທດຄັ້ງໃໝ່ ໃນປີ 2019. ພາຍໃຕ້ຂໍ້ຕົກລົງ SOFA ໃນປະຈຸບັນນີ້ ເກົາຫຼີໃຕ້ ມີລາຍງານວ່າໄດ້ຈ່າຍເງິນໃຫ້ ວໍຊິງ
ຕັນ ຫຼາຍກວ່າ 866 ລ້ານໂດລາໃນແຕ່ລະປີສຳລັບກອງກຳລັງ ອາເມຣິກັນ ຫຼາຍກວ່າ
28,000 ຄົນ, ລວມທັງຖານທັບຕ່າງໆ ແລະ ລະບົບອາວຸດທີ່ທັນສະໄໝຖືກສົ່ງໄປແຫຼມ
ເກົາຫຼີ.
ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ໃນວັນຈັນມື້ນີ້ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວ
ກັບວ່າ ໂຊລ ໄດ້ກຽມພ້ອມ ທີ່ຈະຂະຫຍາຍການປະກອບສ່ວນໃນດ້ານປ້ອງກັນປະເທດ
ຢ່າງມະຫາສານ ເພື່ອກວມເອົາ ຄ່າໃຊ້ຈ່າຍ ກ່ຽວກັບ ລະບົບປ້ອງກັນລູກສອນໄຟ
THAAD ມູນຄ່າ 1 ພັນລ້ານໂດລາຂອງທ່ານທຳ ຫຼື ບໍ່ ເມື່ອການເຈລະຈາກ່ຽວກັບຂໍ້ຕົກ
ລົງ SOFA ສະບັບໃໝ່ເລີ່ມຂຶ້ນໃນປີໜ້າ.