ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຈະ​ສົ່ງ​ທະ​ຫານ ໄປ​ຕື່ມ ຢູ່ ພາກ​ຕາ​ເວັນ​ອອກ​ກາງ


​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ໂດຍກອງ​ທັບ​ເ​ຮືອ ສ​ຫລ ທີ່​ສະ​ແດງ​ໃຫ້​ເຫັນ ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ MH-60S Sea Hawk ພວມ​ປະ​ຕິ​ບັດ​ງານ ຢູ່​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ແອບ​ຣາ​ຮາມ ລິນ​ຄອນ.
​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ໂດຍກອງ​ທັບ​ເ​ຮືອ ສ​ຫລ ທີ່​ສະ​ແດງ​ໃຫ້​ເຫັນ ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້ MH-60S Sea Hawk ພວມ​ປະ​ຕິ​ບັດ​ງານ ຢູ່​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ແອບ​ຣາ​ຮາມ ລິນ​ຄອນ.

ສະ​ຫະ​ລັດກຳ​ລັງ​ສົ່ງ​ທະ​ຫານ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ​ຕື່ມ​ອີກ ເພື່ອ​ປ້ອງ​ກັນ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ ບໍ່​ໃຫ້​ຖືກຂົ່ມ​ຂູ່​ທີ່​ອາດມີ​ຂຶ້ນ​ຈາກ​ອີ​ຣ່ານ ອີງ​ຕາມ​ການ​ປະ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳໃນ​ວັນ​ສຸກວານນີ້.

ໃນ​ການ​ຕອບ​ຄຳ​ຖາມ​ຂອງວີ​ໂອ​ເອນັ້ນ ທ່ານ​ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ "ເຂົາ​ເຈົ້າ​ແມ່ນ​ຢູ່​ໃນ​ສະ​ພາບ ​ທີ່ສາ​ມາດປ້ອງ​ກັນ​ຕົວ​ເອງ​ໄດ້ ເປັນ​ສ່ວນ​ໃຫຍ່.”

ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະ​ຫະ​ລັດ ທ່ານແພັດ ແຊ​ນາ​ແຮນ ເວົ້າ​ວ່າ ທຳ​ນຽບ​ຫ້າ​ແຈ​ພວມ​ສົ່ງ "ກອງພັນລູກ​ສອນ​ໄຟ ​ແພັດ​ທ​ຣິ​ອັອດ ເພື່ອ​ປ້ອງ​ກັນ​ການຂົ່ມ​ຂູ່​ ໃນ​ການ​ໂຈມ​ຕີ ​ດ້ວຍລູກ​ສອນ​ໄຟ ການສືບ​ລັບ ການ ກວດກາສອດ​ແນມແລະເຮືອ​ບິນ​ລາດ​ຕາ​ເວນ​ຕື່ມ ​ໜ່ວຍ​ງານ​ວິ​ສະ​ວະ​ກອນ ເພື່ອ ​ໃຫ້​ມີ​ການ​ປັບ​ປຸງ​ການ​ປ້ອງ​ກັນ​ກຳ​ລັງ​ທະ​ຫານ ​ໃຫ້ດີ​ຂຶ້ນຢູ່​ທົ່ວ​ຂົງ​ເຂດ ແລະເຮືອ​ບິນ​ລົບຝູງ​ນຶ່ງ ເພື່ອ​ໃຫ້ເພີ້ມ​ສະ​ມັດ​ຖະ​ພາບ​ໃນ​ການ​ຮັບ​ມື​ໄດ້” ໄປ​ໃຫ້ກອງ​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອກ​ກາງ. ​

​ລະ​ບົບ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອດ ພວມ​ຖືກ​ຍິງ ​ຢູ່ປະ​ເທດກ​ຣີ​ສ
​ລະ​ບົບ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອດ ພວມ​ຖືກ​ຍິງ ​ຢູ່ປະ​ເທດກ​ຣີ​ສ

ທ່ານ ​ແຊານາ​ແຮນ ກ່າວ​ເພີ້ມ​ອີກວ່າ "ການ​ສົ່ງ​ທະ​ຫານ​ໄປຕື່ມໃຫ້​ແກ່ກອງ​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ທີ່​ຮັບ​ຜິດ​ຊອບ​ຢູ່​ໃນ​ເຂດນັ້ນ ເປັນ​ມາດ​ຕະ​ການ​ປ້ອງ​ກັນ​ແບບ​ຮອບ​ຄອບ ແລະ​ມີ​ຈຸດ​ປະ​ສົງ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ອາດ​ເປັນ​ໄປ​ໄດ້ທີ່​ຈະ​ເກີດ​ສົງ​ຄາມ​.”

ໃນ​ການ​ກ່າວ​ຕໍ່​ພວກ​ນັກ​ຂ່າວຢູ່​ທຳ​ນຽບ​ຫ້າ​ແຈນັ້ນ ນາຍ​ພົນ​ຕີ​ທະ​ຫານ​ເຮືອ ໄມ​ໂຄ​ລ ກີ​ລ​ເດ ເວົ້າ​ວ່າ ການ​ສົ່ງ​ທະ​ຫານ​ໄປ​ທີ່​ແທ້​ຈິງນັ້ນຈະ​ແມ່ນ​ປະ​ມານ 900 ຄົນ​ໄປ​ຕື່ມ. ທ່ານ​ເວົ້າ​ວ່າ ທະ​ຫານ 600 ຄົນທີ່​ລວມຢູ່​ໃນ ຄຳ​ຖະ​ແຫລງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດນັ້ນ​ ແມ່ນ​ທະ​ຫານ​ຊາຍ ແລະ​ຍິງ ​ທີ່​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ​ຢູ່ແລ້ວໃນ​ປັດ​ຈຸ​ບັນ​ນີ້ ແຕ່​ວ່າ ພວກ​ເຂົາ​ເຈົ້າ​ຖືກ​ຍືດ​ເວ​ລາ​ໃຫ້​ປະ​ຈຳ​ການ​ຢູ່​ທີ່ນັ້ນ​ຕໍ່​ໄປ​ອີກ ເພື່ອ​ໃຫ້​ການ​ປ້ອງ​ກັນ​ເພີ້ມ​ເຕີມ. ທ່ານກີລ​ເດເວົ້າ​ວ່າ ພວກ​ເຂົາ​ເຈົ້າແມ່ນ​ຖືກ​ບັນ​ຈຸ​ ໃຫ້​ປະຈຳຢູ່​ນຳ​ກອງ​ກຳ​ລັງອາ​ວຸດລູກ​ສອນ​ໄຟ​ແພັດ​ທ​ຣິ​ອັອດຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ.

ການ​ຮ້ອງ​ຂໍ​ໃຫ້ເພີ້ມ​ການ​ປ້ອງ​ກັນ​ຂຶ້​ນນັ້ນ ແມ່ນ​ມາ​ຈາກຜູ້​ບັນ​ຊາ​ການກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫຼື CENTCOM, ນາຍ​ພົນ​ນາ​ວິກະ​ໂຍ​ທິນ ເຄນ​ເນດ “ແຟ​ຣັງ” ແມັກ​ແຄນ​ຊີ. ທ່ານແຊ​ນາ​ແຮນ ກ່າວໃນ​ວັນ​ພະ​ຫັດຜ່ານ​ມາ​ວ່າ ການ​ຮ້ອງ​ຂໍ​ດັ່ງ​ກ່າວເປັນສ່ວນ​ນຶ່ງ​ຂອງ​ການ​ “ຂໍ​ກັນໄປ ກັນ​ມາ​ແບບ​ປົກ​ກະ​ຕິ ຂອງ​ກະ​ຊວງ​ກັບກອງ​ບັນ​ຊາ​ການ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ແຕ່​ທ່ານ​ກໍ​ໄດ້​ເວົ້າເພີ້ມວ່າ ມັນ​ເປັນ “ລະ​ດັບ​ທີ່​ເພີ້ມສູງ​ຂຶ້ນກວ່າ​ເກົ່າເມື່ອ​ຄຳ​ນຶງ​ເບິ່ງສະຖາ​ນະ​ການ​ທຸກ​ຢ່າງ​ຢູ່​ທີ່ນັ້ນ ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ."

ທ່ານ ກີລ​ເດ ກ່າວ​ເພີ້ມ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວມີ​ຂຶ້ນກໍ​ຍ້ອນຂໍ້​ມູນ​ສືບ​ລັບທີ່​ສະ​ແດງ​ໃຫ້​ເຫັນ​ວ່າ "ມີການ​ປຸກ​ລະ​ດົມ​ທີ່​ອີ​ຣ່ານ​ອອກ​ແບບ​ມາ" ຕໍ່​ຕ້ານ​ກຳ​ລັງ​ສະ​ຫະ​ລັດ ແລະ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດຢູ່​ໃນ​ຂົງ​ເຂດ ທີ່ນັບ​ແຕ່ຢູ່​ຊ່ອງແຄບ ແບບ-ແອ​ລ-ແມນ​ເດບ ຢູ່​ໃກ້​ກັບ​ເຢ​ເມນ ໄປ​ຈົນ​ເຖິງອີ​ຣັກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG