ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ດໍໂນລ ທຣໍາ ຈະພົບປະ ກັບບັນດາ ຜູ້ນຳ ທະເລບາລຕິກ ທ່າມກາງຄວາມ ເຄັ່ງຕຶງກັບ ຣັດເຊຍ


Trump Hosts Baltic Leaders As Tensions Rise Between Washington & Moscow
please wait

No media source currently available

0:00 0:02:17 0:00

ປະທານາທິບໍດີ​ສະຫະລັດ ​ທ່ານ​ດໍໂນ​ລ ທຣໍາ ​ແລະ​ບັນດາ​ຜູ້ນຳ​ປະ​ເທດໃນເຂດ ທະ​ເລ
​ບາລຕິກ ​ມີກຳນົດ ​ທີ່​ຈະ​ສົນ​ທະ​ນາຫາລື​ກ່ຽວກັບວ່າ ຈະ​ເສີມຂະຫຍາຍ ຄວາມເຂັ້ມ​ແ​ຂງ
ທາງດ້ານ​ຄວາມ​ໝັ້ນຄົງ ທຸລະ​ກິດ ການ​ຄ້າ ພະລັງ​ງານ ​ແລະການເປັນພາຄີທາງດ້ານ
ວັດທະນາ​ທຳ​ລະຫວ່າງ​ສະ​ຫະລັດ ​ແລະສາມ​ປະ​ເທດ​ພັນທະ​ມິດອົງການ NATO ແບບ
ໃດເວລາ​ເຂົາ​ເຈົ້າ​ພົບ​ປະກັນ​ໃນ​ໃນ​ອັງຄານ​ມື້​ນີ້ ທີ່​ທຳນຽບຂາວ.

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ທຣໍາ ​ແລະ​ບັນດາ​ຜູ້ນຳ​ແອັສ​ໂທ​ເນຍ ລັດ​ເວ​ຍ ​ແລະ
​ລີທົວ​ເນຍ ຍັງ​ຈະ​ກ່າວຢ້ຳເຖິງຄວາມສຳເລັດຫວ່າງມໍ່ໆມານີ້ຂອງປະ​ເທດທັງສາມ ​ໃນ​
ການ​ປະຊຸມ​ກ່ຽວກັບການໃຊ້ຈ່າຍດ້ານປ້ອງ​ກັນປະເທດຂອງ ອົງການ NATO.

ປະທານາທິບໍດີ​ທຣໍາ ​ໄດ້ຕິ​ຕຽນບັນດາ​ສະມາຊິກ​ອົງການ NATO ​ຊໍ້າ​ແລ້ວ​ຊໍ້າ​ອີກທີ່​ບໍ່​ອອກເງິນສ່ວນ​ແບ່ງ​ຂອງ​ເຂົາ​ເຈົ້າ​ແກ່​ພັນທະ​ມິດ ​ແລະ​ບໍ່​ຈ່າຍ​ສອງ​ເປີ​ເຊັນ​ຂອງ​ເຂົາ​ເຈົ້າ
ຊຶ່ງ​ເປັນ​ຂອບເຂດການໃຊ້​ຈ່າຍ ​ດ້ານປ້ອງ​ກັນ​ປະເທດ. ຢູ່​ໃນ​ຖະ​ແຫຼ​ງການ​ຕໍ່ບັນດາສະ
ມາຊິກ​ອົງການ NATO ປີ​ກາຍ​ນີ້ ທ່ານ​ບໍ່ໄດ້ກ່າວຢ້ຳເຖິງ ​ຄວາ​ມໝັ້ນ​ໝາຍ​ຂອງ​ສະຫະ
ລັດຕໍ່ມາດຕາ 5 ຂອງ​ອົງການ NATO ທີ່ປະກາດ​ໃຫ້​ປ້ອງ​ກັນ​ຮ່ວມ​ ທີ່​ສັ່ນ​ສະ​ເທືອນຕໍ່​
ບັນດາ​ພັນທະ​ມິດ NATO.

ນັບ​ແຕ່ຣັດ​ເຊຍ​ໄດ້​ປະກາດຮວມເອົາເຂດຄຣາຍເມຍ​ໃ​ນປີ 2014 ​ແອັສ​ໂທ​ເນຍ ລັດ​ເວ​ຍ
​ແລະ​ລີ​ທົວເນຍ ​ໄດ້​ມີຄວາມ​ເປັນ​ຫ່ວງເພີ້ມຂຶ້ນ​ກ່ຽວ​ກັບ​ການ​ເພີ້​ມກຳລັງ​ທະຫານຣັດ​ເຊຍ
ຢູ່​ໃນ​ຂົງ​ເຂດ ​ແລະ​ອາດ​ເປັນ​ໄປ​ໄດ້​ທີ່​ເຂົາ​ເຈົ້າ​ອາດ​ປະເຊີນກັບຊະຕາກຳ ​ທີ່​ຄ້າຍຄື​ກັນ​ກັບ
​ຄຣາຍເມຍ.

ນັບແຕ່​ນັ້ນ​ມາ​ບັນດາ​ປະ​ເທດ​ທັງສາມໄດ້​ປະກາດ​ທີ່​ຈະ​ເພີ້​ມການໃຊ້ຈ່າຍ​ດ້ານ ປ້ອງກັນ
ປະເທດ ໂດຍກາງຕໍ່​ບັນດາ​ພັນທະ​ມິດອົງການ NATO ​ໃ​ນການ​ຊ່ວຍ​ກຳ​ລັງ​ທະຫານ ຖ້າ​ຫາກຣັດ​ເຊຍເອົາ​ບາດກ້າວໃດໆ.

ປະທານ​າທິບໍດີລັດ​ເວຍ ທ່ານ​ແຣມອນ​ສ໌ ​ເວີ​ໂຈ​ນິສ ກ່າວ​ຕໍ່​ໂທລະພາບລັດ​ເວ​ຍ ອາທິດ​
ແລ້ວ​ນີ້​ວ່າ ທ່ານ​ຄາດ​ວ່າ ວໍຊິ​ງຕັນຈະ​ຕັດສິນ​ໃຈ ​ຢ່າງ​ເປີດ​ເຜີຍ ​ຕໍ່ຄວາມ​ໝັ້ນຄົງ​ໃນ​ຂົງ​
ເຂດ. ທ່ານ​ກ່າວ​ວ່າ “ມີ​ແຜນ​ທີ່​ຈະ​ຮັບ​ເອົາ​ການ​ປະກາດ ຈາກ​ອັນ​ທີ່​ພວກ​ເຮົາ​ຄາດໝາຍ
​ການ​ສົ່ງ​ສານ​ການ​ເມືອງ​ຢ່າງ​ແຮງຈາກ ສະຫະລັດ ສ​ະ​ແດງ​ການ​ສະໜັບ​ສະ​ໜູນ​ເພື່ອ
ສ້າງຄວາມເຂັ້ມ​ແຂງຄວາມດ້ານໝັ້ນຄົງໃນເຂດ​ທະ​ເລ​ບາລຕິກ ອີກ​ຄັ້ງ​ນຶ່ງ ໂດຍສະໜັບ​
ສະ​ໜູນຄວາມເປັນເອກກະລາດ​ຂອງ​ບັນດາ​ປະ​ເທດ​ເຂດ​ທະ​ເລ​ບາລຕິກ.”

ກອງ​ປະຊຸມ​ສຸດ​ຍອດ ສະຫະລັດ-ບາລຕິກ ​ໄຂ​ຂຶ້ນ​ທ່າມກາງ​ຄວາມ​ເຕັ່ງ​ຕຶງສຸດ​ລະ​ຫວ່າງ
ຣັດ​ເຊຍ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ.

ອາທິດແລ້ວ​ນີ້​ສະຫະລັດ ​ແລະ​ອີກ​ຫຼາຍ​ກວ່າ​ສິບ​ປະ​ເທດ ຮວມທັງ​ສາມ​ປະ​ເທດ​ເຂດທະ
ເລ​ບາລຕິກ ​ໄດ້ຂັບ​ໄລ່​ພວກ​ນັກ​ການ​ທູດ​ຣັດ​ເຊຍຫຼາຍ​ກວ່າ 150 ຄົນ ​ໃນ​ການສະ​ແດງ
​ເຖິງ​ຄວາມ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ ກ່ຽວກັບ​ການ​ວາງຢາ​ເບືອ​ໃສ່​ອະດີດນັກ​ສືບຣັດ​ເຊຍ​ໃນ
​ອັງກິດ. ຣັດ​ເຊຍ​ໄດ້​ຕອບ​ໂຕ້​ໂດຍ​ປະກາດຂັບ​ໄລ່ ນັກ​ການ​ທູດ​ຕ່າງປະ​ເທດຫຼາຍ​ກວ່າ
150 ຄົນ ຮວມ​ທັງນັກ​ການ​ທູດ​ສະຫະລັດ 60 ຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG