ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຈະແກ້ໄຂ ບັນຫາ ຄວາມຮຸນແຮງ ຂອງແກ້ງ MS-13


Trump to Address MS-13 Gang Violence in Crime-Plagued New York Community
please wait

No media source currently available

0:00 0:03:02 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ໃນການໃຊ້ສະຖານທີ່ຂອງການຈັບກຸມຄັ້ງໃຫຍ່ ສະມາຊິກແກັງ MS-13 ທີ່ມີຊື່ສຽງອັນ
ເໜົ່າເໝັນ ໃນສັບປະດາທີ່ຜ່ານມາ ເປັນສາກດ້ານຫຼັງນັ້ນ ການຢ້ຽມຢາມເມືອງ
Brentwood ໃນ ລັດ ນິວຢອກ ຂອງປະທານາທິບໍດີ ດໍໂນລ ທຣຳໄດ້ ເນັ້ນຢໍ້າ ເຖິງ
ຄວາມໂຫດຫ້ຽມ ຂອງ ຄວາມຮຸນແຮງຂ້າມຊາດ ທີ່ໄດ້ລະບາດໄປທົ່ວປະຊາຄົມຂອງ
ຄົນທີ່ເວົ້າພາສາ ສເປນ. ໃນຂະນະທີ່ອຳນາດການປົກຄອງຂອງລັດຖະບານກາງ ເລັ່ງ
ລັດຄວາມພະຍາຍາມ ທີ່ຈະລົບລ້າງແກັງດັ່ງກ່າວຢູ່ນັ້ນ, ປະຊາຊົນທີ່ອາໄສຢູ່ໃນທ້ອງ
ຖິ່ນດັ່ງກ່າວ ກໍໄດ້ມີຄວາມລະມັດລະວັງເປັນພິເສດ ແລະ ມີຄວາມຮູ້ສຶກບໍ່ຄືກັນ ກ່ຽວກັບ
ຜົນທີ່ຈະຕິດຕາມມາ ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ໄດ້ຕັ້ງໃຈໄວ້ກໍຕາມ. ພຸດທະສອນ
ມີລາຍລະອຽດເລື່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ເຂດ Long Island ຕິດກັບ ນະຄອນ ນິວຢັອກ ເຄີຍເປັນບ່ອນທີ່ມີຄວາມປອດໄພດີ.
ຍ້ອນລາຍງານການຄາດຕະກຳ 17 ຄັ້ງ ທີ່ເຊື່ອມໂຍງກັບຄວາມຮຸນແຮງຈາກແກັງນັກ
ເລງ ນັບຕັ້ງແຕ່ເດືອນມັງກອນ ປີ 2016 ເປັນຕົ້ນມາ, ໄດ້ເຮັດໃຫ້ຊຸມຊົນຜູ້ເວົ້າພາສາ
ສເປນ ອາໄສຢູ່ເປັນສ່ວນໃຫຍ່ ເຊິ່ງມີຄວາມເດືອດຮ້ອນ ປ່ຽນແປງວິທີການເຮັດກິດ
ຈະວັດຂອງເຂົາເຈົ້າ, ໜຶ່ງໃນນັ້ນ ກໍແມ່ນນັກຮຽນມັດທະຍົມຕອນປາຍ ຄືນາງ
Natalia Osorio, ຜູ້ທີ່ໄດ້ເຊື່ອຟັງຄຳແນະນຳພໍ່ແມ່ຂອງລາວ ເມື່ອໃດທີ່ລາວເຫັນສະ
ມາຊິກແກ້ງ Royal Blue Clad ທີ່ຮູ້ຈັກກັນວ່າ La Mara Salvatrucha ຫຼື MS-13
ນັ້ນ ນາງ Natalia Osorio

ເວົ້າວ່າ “ຂ້າພະເຈົ້າຍ່າງໄປໂຮງຮຽນ, ສະນັ້ນພໍ່ແມ່ຈຶ່ງບອກໃຫ້ຂ້າພະເຈົ້າລະວັງຕົວ
ແລະ ບໍ່ໃຫ້ລົມນຳໃຜ. ຫຼື ບາງເທື່ອຖ້າມີບາງຄົນຂັບລົດເຂົ້າມາໃກ້, ເຂົາຈະຖາມວ່າ,
ເຈົ້າຢາກໃຫ້ຂ້ອຍໄປສົ່ງບໍ, ແລ້ວ ຂ້ອຍກໍຈະຕອບວ່າ ບໍ່, ຂ້ອຍບໍ່ຢາກໃຫ້ໄປສົ່ງ. ບໍ່ເປັນ
ຫຍັງດອກ.”

ໃນທົ່ວປະເທດ, ອຳນາດການປົກຄອງທ້ອງຖິ່ນໄດ້ເຫັນການເຄື່ອນໄຫວ ແລະ ກະແສ
ຄວາມຮຸນແຮງ ທີ່ກ່ຽວຂ້ອງກັບແກ້ງນັກເລງໃນທົດສະວັດທີ່ຜ່ານມາ, ອີງຕາມປັດໃຈ
ພູມສາດການເມືອງໃນປະເທດຕ່າງໆຄື El Salvador, ບ່ອນທີ່ແກ້ງ MS-13 ໄດ້ສ້າງ
ຊື່ສຽງຂອງພວກເຂົາວ່າ ສູນກາງການຄາດຕະກຳຂອງໂລກ. ທ່ານ Paul Liquorie, ຜູ້
ອຳນວຍການພະແນກສືບສວນສອບສວນພິເສດ ໃນເມືອງ Montgomery ລັດ
Maryland ກ່າວວ່າ ຂົງເຂດຕ່າງໆທີ່ເປັນສູນກາງຂອງຊາວ ອາເມຣິກາກາງ ແມ່ນມັກ
ຈະຕົກເປັນເປົ້າໝາຍສຳລັບຂູດຮີດໄດ້ງ່າຍ.

ທ່ານ Paul Liquorie ກ່າວວ່າ “ພວກແກ້ງນັກເລງໄດ້ເຮັດວຽກໃນປະເທດພວກນັ້ນ.
ເຂົາຮູ້ວ່າຊື່ສຽງຂອງພວກເຂົາຈະສ້າງຜົນກະທົບຫຼາຍໃນດິນແດນທີ່ນີ້ ບ່ອນທີ່ມີຊຸມຊົນ
ຊາວ ອາເມຣິກາກາງ ຫຼື ຊາວ El Salvador ອາໄສຢູ່. ດັ່ງນັ້ນພວກເຂົາຈຶ່ງເອົາໃຈໃສ່
ຄວາມພະຍາຍາມຂອງເຂົາຍ້ອນພວກເຂົາຮູ້ວ່າ ພວກຜູ້ຍົກຍ້າຍຖິ່ນຖານຢູ່ທີ່ນີ້ ຈະລຶ້ງ
ເຄີຍກັບກົນລະຍຸດຂອງພວກເຂົາ, ແລະ ວ່າເຂົາເຈົ້າອາດຈະມີຄວາມອ່ອນໄຫວຕໍ່ກົນ
ລະຍຸດຂອງພວກເຂົາເຊັ່ນກັນ.”

ປະຊາຊົນໃນທົ່ວເມືອງ Suffolk, ລັດນິວຢອກ, ສ່ວນໃຫຍ່ແມ່ນບໍ່ເຫັນດີ ກ່ຽວກັບ ເຈ
ຕະນາ ແລະ ແຮງກະຕຸ້ນຂອງປະທານາທິບໍດີ ທຣຳ ໃນການແນເປົ້າໃສ່ຄວາມຮຸນແຮງ
ຂອງແກ້ງນັກເລງໃນທ້ອງຖິ່ນ. ພວກຜູ້ສະໜັບສະໜູນເວົ້າວ່າ ການເຂົ້າມາຫຍຸ້ງກ່ຽວ
ຂອງລັດຖະບານກາງແມ່ນກາຍເວລາແລ້ວ.

ທ້າວ Mark Bloom ຜູ້ອາໄສຢູ່ໃນເມືອງ Suffolk ກ່າວວ່າ “ແກ້ງ MS-13 ໄດ້ທຳລາຍ
ເມືອງ Suffolk, ແລະ ມັນເຖິງເວລາແລ້ວທີ່ໃຜບາງຄົນ ໃນຕຳແໜ່ງລະດັບປະເທດຈະ
ເຂົ້າມາ ແລະ ເຮັດບາງຢ່າງກ່ຽວກັບເລື່ອງນີ້, ໃນເມື່ອລັດຖະບານໃນທ້ອງຖິ່ນບໍ່ສາ
ມາດເຮັດຫຍັງໄດ້.”

ແຕ່ຄົນອື່ນໆເປັນຫ່ວງວ່າ ສະມາຊິກແກ້ງທີ່ຕົກເປັນເປົ້າໝາຍນັ້ນອາດຈະເປັນສິ່ງກຳບັງ
ສຳລັບການປາບປາມຊຸມຊົນທີ່ບໍ່ມີໜັງສືຖືກຕ້ອງຕາມກົດໝາຍ ກວ້າງອອກໄປຕື່ມ.

ທ້າວ Kevin ເດັກຊາຍຈາກປະເທດ El Salvador ກ່າວວ່າ “ຂ້າພະເຈົ້າມີຈິນຕະນາ
ການວ່າ ເພິ່ນຕັ້ງໃຈທີ່ຈະສົ່ງຄົນບໍ່ດີອອກຈາກປະເທດ ໄປແລະ ນັ້ນກໍແມ່ນເລື່ອງດີ ທີ່
ເພິ່ນແນເປົ້າໃສ່ພວກເຂົາ, ແຕ່ມັນກໍຈະສົ່ງຜົນກະທົບຕໍ່ປະຊາຊົນ ຜູ້ທີ່ບໍ່ມີຫຍັງກ່ຽວ
ຂ້ອງກັບເລື່ອງນັ້ນ, ຍ້ອນຄວາມໂຫດຮ້າຍຂອງມັນເທົ່ານັ້ນ, ແຕ່ມັນກໍເປັນການດີຢູ່.”

ທ່ານ Sergio Argueta ຜູ້ນຳພາໂຄງການສະໜັບສະໜູນຊາວໜຸ່ມໃນເຂດ Long
Island, ໄດ້ມີສ່ວນຮ່ວມກັບແກັງນັກເລງໃນໄວໜຸ່ມຂອງລາວ. ລາວກ່າວວ່າ ການຕາຍ
ຂອງເພື່ອນສະໜິດສອງຄົນຂອງລາວ ແລະ ການສຶກສາໃນມະຫາວິທະຍາໄລໄດ້ປ່ຽນ
ແປງຊີວິດຂອງລາວ, ເຖິ່ງແມ່ນວ່າໂອກາດ ແລະ ແຫຼ່ງຊັບພະຍາກອນຕ່າງໆບໍ່ຍອມຮັບ
ລາວກໍຕາມ. ລາວກ່າວວ່າ ທ່ານ ທຣຳ ຄວນພິຈາລະນາວິທີການອື່ນເພື່ອຍຸຕິຄວາມຮຸນ
ແຮງນັ້ນ.

ທ່ານ Sergio Agueta ຜູ້ກໍ່ຕັ້ງອົງການ Strong Youth ກ່າວວ່າ “ຖ້າເພິ່ນຢາກຈະລົບ
ລ້າງ ຫຼື ຍຸຕິຄວາມຮຸນແຮງຈາກແກ້ງນັກເລງດັ່ງທີ່ເພິ່ນເວົ້າວ່າເພິ່ນຢາກເຮັດນັ້ນ, ສິ່ງທີ່
ເພິ່ນຕ້ອງເຮັດກໍແມ່ນສະໜອງໂອກາດການສຶກສາທີ່ດີ, ປະກັນສຸຂະພາບທີ່ດີ, ມີເຮືອນ
ຊານທີ່ດີ, ແລະ ຮັບປະກັນວ່າ ພວກຊາວໜຸ່ມ ຈະບໍ່ເຮັດສິ່ງຜິດກົດໝາຍ, ແຕ່ເຂົາເຈົ້າຮູ້
ສຶກປອດໄພ ແລະ ໝັ້ນໃຈ ຢູ່ໃນຊຸມຊົນຂອງເຂົາເຈົ້າ, ເຊິ່ງແມ່ນທຸກຢ່າງທີ່ເພິ່ນບໍ່ໄດ້
ເຮັດໃນປັດຈຸບັນ.”

ທ່ານ Argueta ກ່າວວ່າ ການສິ້ນສຸດວົງຈອນຄວາມຮຸນແຮງ ແມ່ນຈະເລີ່ມຈາກສອງຝັ່ງ
ຂອງພັກການເມືອງ ທີ່ຈະປັດການລຳອຽງທາງການເມືອງອອກໄປ.


Using the site of last week's mass arrests of notorious MS-13 gang members as a backdrop, President Donald Trump's visit to the city of Brentwood, New York, underscores the severity of transnational violence that has plagued a heavily Hispanic community. As federal authorities ramp up efforts to eradicate the gang, residents are wary and divided over its intended or unintended consequences.

Long Island, New York, has seen safer days. With 17 reported murders of gang-related violence since January 2016, one afflicted community of mostly Hispanic residents has altered the way it goes about regular activities; among them, high school students like Natalia Osorio, who heeds her parents advice whenever she sees members of the royal-blue-clad gang known as La Mara Salvatrucha — MS-13.

((NATALIA OSORIO, HIGH SCHOOL STUDENT))
"I walk to school, so they just always tell me to be careful and not talk to anybody. Or maybe if somebody comes in a car, they will ask, Oh, you want a ride,' and you'll be like No, I don't want a ride. I'm fine.'"

Across the country, local authorities have seen an ebb and flow in gang-related violence over the past decade, based on geopolitical factors in countries like El Salvador, where MS-13 contributes to its reputation as the world's murder capital. Paul Liquorie, director of Maryland's Montgomery County Special Investigations Division, said areas with heavy concentrations of Central Americans are often easy targets for extortion.

((CAPT. PAUL LIQUORIE, DIRECTOR, MCPD SPECIAL INVESTIGATIONS DIVISION))
"The gang has worked in those countries. It knows its reputation is going to really have an impact here in those enclaves where you have Central American or El Salvadoran communities. So they're going to concentrate their efforts because they know that the immigrants here are going to be familiar with their tactics, that they may be more susceptible to their tactics as well."

Residents across Suffolk County, New York, are largely divided on President Trump's intentions and motivations in targeting local gang violence. Supporters say federal intervention is overdue.

((MARK BLOOM, SUFFOLK COUNTY RESIDENT))
"The MS-13 gang has been wreaking havoc in Suffolk County, and it's about time somebody on a national level came in and did something about it, since the local government can't do anything."

But others worry that targeting gang members could be a facade for a more extensive crackdown on the undocumented community.

((KEVIN, UNACCOMPANIED MINOR FROM EL SALVADOR)) ((MALE VOICE NEEDED - SPEAKS IN SPANISH))
"I imagine he does intend to deport the bad guys, and that's good that he targets them, but this will also affect people who have nothing to do with that, because just as there is evil, there is goodness, too."

Sergio Argueta, who leads a youth empowerment program on Long Island, was involved in gangs in his youth. He says the death of two close friends and a community college education changed his life, in spite of opportunities and resources denied to him. He says Trump should consider alternative methods to ending violence.

((SERGIO ARGUETA, FOUNDER, S.T.R.O.N.G. YOUTH, INC))
"If he really wants to eradicate or end gang violence as he says he wants to do, what he needs to do is provide good educational opportunities, good health care, good housing, making sure young people aren't criminalized, but they feel safe and secure in their communities, which is everything that he is not currently doing."

Arqueta says ending the cycle of violence begins with both sides of the aisle putting partisan politics aside.

XS
SM
MD
LG