ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທຣຳ ປຶກສາຫາລື ກ່ຽວກັບ ໄພຂົ່ມຂູ່ດ້ານນິວເຄລຍ ຈາກເກົາຫຼີເໜືອ ກັບຜູ້ນຳ ຈີນ ແລະ ຍີ່ປຸ່ນ


ປະທານາທິບໍດີ ດໍໂນລ ທຣຳ ໂທລະສັບຢູ່ຫ້ອງປະຊຸມໂຕະມົນ
ທີ່ທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 28 ມັງກອນ, 2017.
ປະທານາທິບໍດີ ດໍໂນລ ທຣຳ ໂທລະສັບຢູ່ຫ້ອງປະຊຸມໂຕະມົນ ທີ່ທຳນຽບຂາວ. ນະຄອນຫຼວງ ວໍຊິງຕັນ. 28 ມັງກອນ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປຶກສາຫາລືກ່ຽວກັບໄພຂົ່ມຂູ່ຈາກ
ໂຄງການນິວເຄຍຂອງ ເກົາຫຼີເໜືອ ໃນການໂອ້ລົມທາງໂທລະສັບໃນເວລາຕ່າງກັນກັບ
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ
ອາເບະ.

ທຳນຽບຂາວ ກ່າວວ່າ ທ່ານ ທຣຳ ແລະ ທ່ານ ສີ “ໄດ້ຢືນຢັນຄວາມໝາຍໝັ້ນທີ່ຈະກຳ
ຈັດອາວຸດນິວເຄລຍໃນແຫຼມ ເກົາຫຼີ,” ໃນເວລາດຽວກັນທ່ານ ທຣຳ ກໍໄດ້ຍົກເລື່ອງໄພ
ຂົ່ມຂູ່ ກ່ຽວກັບໂຄງການລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ ຂຶ້ນມາເຊັ່ນກັນ.

ສື່ມວນຊົນລັດຖະບານ ຈີນ ໄດ້ກ່າວວ່າ ທ່ານ ສີ ກໍໄດ້ບອກທ່ານ ທຣຳ ເຖິງ “ເລື່ອງໃນ
ແງ່ລົບ”
ທີ່ໄດ້ສົ່ງຜົນກະທົບຕໍ່ສາຍພົວພັນ ສະຫະລັດ ແລະ ຈີນ, ແລະ ວ່າ ທ່ານ ສີ ຫວັງ
ວ່າ ທ່ານ ທຣຳ ຈະຮັບມືກັບບັນຫາສາຍພົວພັນ ໄຕ້ຫວັນ ອີງຕາມນະໂຍບາຍ “ຈີນ
ດຽວ”
ຢ່າງເໝາະສົມ.

ນັບຕັ້ງແຕ່ປີ 1979 ເປັນຕົ້ນມາ, ສະຫະລັດ ໄດ້ຮັບຮູ້ສະຖານະພາບຢ່າງເປັນທາງການ
ຂອງ ຈີນ ວ່າ ໄຕ້ຫວັນ ແມ່ນພາກສ່ວນຂອງ ຈີນ. ໃນສັບປະດາທີ່ຜ່ານມາ, ສະຫະລັດ
ໄດ້ອະນຸມັດການຂາຍອາວຸດ ມູນຄ່າ 1.42 ຕື້ໂດລາໃຫ້ ໄຕ້ຫວັນ.

ໃນການສົນທະນາກັບທ່ານ ອາເບະ ນັ້ນ, ທຳນຽບຂາວ ໄດ້ກ່າວວ່າ ຜູ້ນຳທັງສອງທ່ານ
ນີ້ ມີຄວາມເຫັນພ້ອມກັນ ກ່ຽວກັບ ການຂະຫຍາຍຄວາມກົດດັນຕໍ່ ເກົາຫຼີເໜືອ ເພື່ອ
“ປ່ຽນແປງແນວທາງທີ່ເປັນອັນຕະລາຍຂອງພວກເຂົາ” ແລະ ວ່າ ສະຫະລັດ ກັບ ຍີ່ປຸ່ນ ພ້ອມແລ້ວ ທີ່ຈະຕອບໂຕ້ຕໍ່ “ທຸກໆໄພຂົ່ມຂູ່ ຫຼື ການກະທຳໃດໆຂອງ ເກົາຫຼີເໜືອ.”

ຖະແຫຼງການຂອງທຳນຽບຂາວ ໄດ້ປິດທ້າຍໂດຍກ່າວວ່າ ທ່ານ ທຣຳ ກັບ ທ່ານ ສີ, ແລະ
ທ່ານ ທຣຳ ກັບ ທ່ານ ອາເບະ, ຫວັງວ່າຈະພົບປະເຊິ່ງໜ້າກັນ ໃນສັບປະດານີ້ ທີ່ກອງປະ
ຊຸມສຸດຍອດຜູ້ນຳປະເທດ G20 ໃນເມືອງ ແຮມເບີກ ປະເທດ ເຢຍຣະມັນ.

ນອກຈາກການປະຊຸມສອງຝ່າຍກັບຜູ້ນຳ ຈີນ ແລະ ຍີ່ປຸ່ນ ແລ້ວ, ທ່ານ ທຣຳ ຍັງມີກຳນົດ
ວ່າ ຈະຈັດການເຈລະຈາກັບ ປະທານາທິບໍດີ ເກົາຫຼີໄຕ້ ທ່ານ ມູນ ແຈ ອິນ ແລະ ປະທາ
ນາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນນຳ.

ໃນວັນອາທິດວານນີ້, ປະຊາຊົນໃນເມືອງ ແຮມເບີກ ຢ່າງໜ້ອຍ 10,000 ຄົນໄດ້ປະທ້ວງ
ດ້ວຍຄວາມສະຫງົບ ຕໍ່ກອງປະຊຸມສຸດຍອດທີ່ໃກ້ຈະເຖິງນີ້. ເປັນການປະທ້ວງຄັ້ງໜຶ່ງໃນປະມານ 30 ຄັ້ງທີ່ໄດ້ວາງແຜນໄວ້ວ່າຈະມີຂຶ້ນໃນບໍ່ເທົ່າໃດມື້ຂ້າງໜ້ານີ້, ສ່ວນໜຶ່ງກໍແມ່ນ
ການປະທ້ວງຕໍ່ນະໂຍບາຍຂອງທ່ານ ທຣຳ, ລວມທັງການປະກາດເຈດຕະນາຂອງທ່ານ
ທີ່ຈະຖອນ ສະຫະລັດ ອອກຈາກຂໍ້ຕົກລົງ ປາຣີ ສາກົນ ໃນປີ 2015 ເພື່ອຈຳກັດການ
ປ່ອຍແກ໊ສພິດເຮືອນແກ້ວອອກມາ ໃນຫຼາຍໆປີຂ້າງໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG