ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳ ຢອກວ່າ ເກົາ​ຫຼີ​ເໜືອ ມີ​ອະ​ນາ​ຄົດ​ ທີ່​ສົດ​ໃສ ກ່ອນກອງ​ປະ​ຊຸມ ​ສຸດຍອດ​ຄັ້ງ​ທີ​ສອງ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຊ້າຍ, ຈັບ​ມື​ກັບ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ກ່ອນກອງ​ປະ​ຊຸມ, ນະ​ຄອນຫຼວງ ຮາ​ໂນ່ຍ. 27 ກຸມ​ພາ 2019. (Photo by SAUL LOEB / AFP)
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຊ້າຍ, ຈັບ​ມື​ກັບ ຜູ້​ນຳ ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ກ່ອນກອງ​ປະ​ຊຸມ, ນະ​ຄອນຫຼວງ ຮາ​ໂນ່ຍ. 27 ກຸມ​ພາ 2019. (Photo by SAUL LOEB / AFP)

ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນກອງ​ປະ​ຊຸມ​ຄັ້ງ​ທີ​ສອງ​ກັບ​ຜູ້​ນຳ ເກົາຫຼີ​ເໜືອ ນັ້ນ, ປະ​ທາ​ນາ
ທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ “ໝູ່” ຂອງທ່ານ, ທ່ານ ກິມ ຈົງ
ອຶນ, ລົບລ້າງຄັງອາວຸດນິວເຄລຍຂອງທ່ານ ເພື່ອຮັບປະກັນປະເທດທີ່ “ດີເລີດ” ຂອງ
ທ່ານໃນອະນາຄົດ.

ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ໃນ​ຕອນ​ເຊົ້າ​ວັນ​ພຸດມື້ນີ້ ຈາກ​ນະ​ຄອນຫຼວງ ຮາ​ໂນ່ຍ ນັ້ນ,
ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ທ່ານ ກິມ ຄວນເອົາແບບຢ່າງຄວາມສຳເລັດຂອງ
ຫວຽດນາມ, ທີ່ເປັນປະເທດຄອມມູນິສຄືກັນກັບເຂົາເຈົ້ານັ້ນ, ເຊິ່ງທ່ານເວົ້າວ່າ “ໄດ້ຈະ
ເລີນຮຸ່ງເຮືອງຄືກັບສອງສາມແຫ່ງຢູ່ໃນໂລກນີ້.”

ທ່ານ​ໄດ້​ຂຽນ​ວ່າ “ຄວາມ​ເປັນ​ໄປໄດ້ແມ່ນ​ໃຫຍ່ຫຼາຍ, ເປັນ​ໂອ​ກາດ​ທີ່​ດີຫຼາຍ, ແບບ​ເກືອບ
ວ່າບໍ່ຄືກັບຄັ້ງໃດໃນປະຫວັດສາດ, ສຳລັບເພື່ອນຂອງຂ້າພະເຈົ້າທ່ານ ກິມ ຈົງ ອຶນ.”

ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິ​ດ​ເຕີ​ຕໍ່​ມາ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ທ່ານ ແລະ
ທ່ານ ກິມ “ຈະພະຍາຍາມໃຫ້ດີທີ່ສຸດ ເພື່ອແກ້ໄຂບາງຢ່າງ ກ່ຽວກັບ ການປົດອາວຸດນິວ
ເຄລຍ” ແລະ ເຮັດໃຫ້ລະບອບການປົກຄອງກົດຂູ່ຂີຮີດນັ້ນເປັນ “ມະຫາອຳນາດທາງ
ເສດຖະກິດ.” ທ່ານ ທຣຳ ໄດ້ຂຽນວ່າ ທ່ານເຊື່ອວ່າ ຈີນ, ຣັດເຊຍ, ຍີ່ປຸ່ນ ແລະ ເກົາຫຼີ
ໃຕ້ ສີ່ປະເທດທີ່ຮ່ວມກັບ ສະຫະລັດ ໃນການເຈລະຈາທີ່ປະສົບຄວາມລົ້ມແຫຼວໃນຄັ້ງ
ທີ່ຜ່ານມານັ້ນ ຈະຊັກຊວນໃຫ້ ພຽງຢາງ ຍົກເລີກອາວຸດນິວເຄລຍຂອງເຂົາເຈົ້າ. “ມັນ
ຈະປະໂຫຍດຫຼາຍ.”

ຜູ້​ນຳ​ທັງ​ສອງ​ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັນ​ເປັນ​ເວ​ລາ​ສັ້ນ​ໆໃນ​ວັນ​ພຸດມື້ນີ້ ກ່ອນ​ຮັບ​ປ​ະ​ເທດ​
ອາຫານຄ່ຳ ຮ່ວມກັບຜູ້ຊ່ວຍທີ່ສຳຄັນສອງຄົນ ແລະ ນາຍພາສາຈາກ ແຕ່ລະຝ່າຍ, ກັບ
ທ່ານ ທຣຳ ພ້ອມກັບລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ແລະ ວ່າ
ການຫົວໜ້າທີ່ປຶກສາທຳນຽວຂາວ ທ່ານ ມິກ ມັລເວນີ. ທ່ານ ທຣຳ ແລະ ທ່ານ ກິມ ຈະ
ຈັດການເຈລະຈາຢ່າງເປັນທາງການຕື່ມອີກໃນວັນພະຫັດມື້ອື່ນ.



Hours before his second meeting with North Korea's leader, U.S. President Donald Trump is urging his "friend" Kim Jong Un to abandon his nuclear weapons arsenal to ensure his country an "awesome" future.

In a tweet early Wednesday morning from Hanoi, President Trump said Kim should emulate the success enjoyed by Vietnam, its fellow communist nation, which he says is "thriving like few places on earth."

"The potential is AWESOME, a great opportunity, like almost none other in history, for my friend Kim Jong Un."
[[ https://twitter.com/realDonaldTrump/status/1100584141274398720 ]]

In a later tweet, the U.S. president said he and Kim "will try very hard to work something out on Denuclearization" and making the repressive regime "an Economic Powerhouse." Trump wrote that he believed China, Russia, Japan and South Korea -- the four nations involved with the United States in previous failed talks to convince Pyongyang to give up its nuclear weapons -- "will be very helpful!" [[ https://twitter.com/realDonaldTrump/status/1100693519491100672 ]]

The two leaders are set to meet briefly Wednesday before having a social dinner along with two key aides and an interpreter from each side, with Trump accompanied by Secretary of State Mike Pompeo and acting White House chief of staff Mick Mulvaney. Trump and Kim are holding more formal talks Thursday.

XS
SM
MD
LG