ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ​ທ​ຣຳ ຮຽກ​ຮ້ອງ ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ ຂອງ ອົງ​ການເນ​ໂຕ ​ເພີ້ມ​ຄ່າ​ໃຊ້​ຈ່າຍ ເຂົ້າ​ໃນ​ການ​ປ້ອງ​ກັນຮ່ວມ​


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ ຂອງ​ອົງ​ການ​ເນ​ໂຕ ທ່ານ​ເຈັນສ໌ ສ​ໂຕ​ລ​ເຕິ​ນ​ເບີ​ຣ໌ກ ທີ່​ທຳ​ນຽບ​ຂາວ, 02 ເມສາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່​ ຂອງ​ອົງ​ການ​ເນ​ໂຕ ທ່ານ​ເຈັນສ໌ ສ​ໂຕ​ລ​ເຕິ​ນ​ເບີ​ຣ໌ກ ທີ່​ທຳ​ນຽບ​ຂາວ, 02 ເມສາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່
​ຂອງ​ອົງ​ການ​ເນ​ໂຕ ທ່ານ​ເຈັນສ໌ ສ​ໂຕ​ລ​ເຕິ​ນ​ເບີ​ຣ໌ກ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ອັງ​ຄານ
​ວານ​ນີ້ ບ່ອນ​ທີ່​ທ່ານ​ໄດ້ອ້າງເອົາຄວາມດີຄວາມຊອບທີ່ວ່າ ຕົນໄດ້ເພີ້ມພາ​ລະທີ່
​ແບກ​ຫາບ​ຢ່າງໜັກ​ໜ່ວງ​ຕື່ມ ໃນ​ການ​ໃຊ້​ຈ່າຍດ້ານການປ້ອງກັນຂຶ້ນ. ຕາມ​ທີ່​
ນັກ​ຂ່າວ​ປະ​ຈຳ​ທຳ​ນຽບ​ຂາວ ແພັ​ສ​ຊີ ​ວີ​ດາ​ຄຸ​ຊວາ​ຣາ ລາຍ​ງານ​ມາ​ນັ້ນ ກໍ​ແມ່ນ​ວ່າ
ອົງ​ການ​ເນ​ໂຕ ພວມ​ສະ​ຫຼອງ​ວັນຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງອົງການດັ່ງກ່າວ​
ທີ່​ນະ​ຄອນ​ຫຼວງວໍ​ຊີງ​ຕັນ ແບບ​ນ້ອຍ​ກວ່າ​ປົກ​ກະ​ຕິ ເພື່ອຫລີກເວັ້ນຄວາມ​ເປັນ​ຫ່ວງ​
ບໍ່ໃຫ້ມີ​ການໂຈມ​ຕີທາງວາ​ຈາອີກຕື່ມ ຈາກ​ປະ​ທາ​ນາທິ​ບໍ​ດີ​ສະ​ຫະ​ລັດຜູ້​ຊຶ່ງ​ໄດ້​ກ່າວ
ຕຳ​ໜິ​ຕິ​ຕຽນຊ້ຳ​ແລ້ວ​ຊ້ຳ​ອີກ ຕໍ່​ພັນ​ທະ​ມິດ​ທາງ​ທະ​ຫານ​ໃນ​ເຂດຂ້າມ​ມະ​ຫາສະ​ໝຸດ​
ແອັດແລນຕິກ ຊຶ່ງວັນ​ນະ​ສອນ ​ຈະມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ອົງ​ການ​ເນ​ໂຕ ​ແມ່ນເປັນພັນ​ທະ​ມິດ​ທີ່​ເກົ່າ​ແກ່ທີ່​ສຸດຂອງ​ອາ​ເມ​ຣິ​ກາ​ ທັງ​ເປັນເສົາຄໍ້າ
ຂອງ​ຍຸດ​ທະ​ສາດ​ໃນ​ການ​ປ້ອງ​ກັນ​ຂອງ​ສະ​ຫະ​ລັດນຳ, ຫາກແຕ່​ວ່າ ນັບ​ຕັ້ງ​ແຕ່​ປະ​ທາ​
ນາ​ທິບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເຂົ້າ​ກຳ​ຕໍາ​ແໜ່ງເປັນຕົ້ນມາ ອົງ​ການ​ເນ​ໂຕ
​ແມ່ນ​ໄດ້ຖືກ​ປ່ອຍ​ປະ​ໄປ.

ອົງ​ການ​ເນ​ໂຕ ພວມສະເຫຼີມ​ສະ​ຫຼອງວັນ​ຄົບ​ຮອບ 70 ປີ ໃນ​ການ​ສ້າງ​ຕັ້ງ ຢູ່​ທີ່​ນະ​ຄອນ​
ຫຼວງວໍ​ຊີງ​ຕັນ ແບບ​ງຽບໆ​. ເບິ່ງ​ຄື​ວ່າ​ ​ເລ​ຂາ​ທິ​ການ​ໃຫຍ່​ຂອງອົງ​ການ​ເນ​ໂຕ ທ່ານເຈັນ​ສ໌
ສ​ໂຕ​ລ​ເທັ​ນ​ເບີ​ຣ໌ກ ທີ່​ທຳ​ນຽບ​ຂາວໃນ​ວັນ​ອັງ​ ຄານ​ວານ​ນີ້ໄດ້ຫຼີກລ້ຽງ​ການ​ຕຳ​ໜິ​ຕິ​ຕຽນ​
ຂອງ​ທ່ານ​ທ​ຣຳ ໂດຍ​ໄດ້​ຍົກ​ຍ້ອງ​ຊົມເຊີຍທ່ານ ທີ່ໄດ້​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ທັງ​ຫຼາຍ
ໃຫ້​ເພີ້ມ​ຄ່າ​ໃຊ້​ຈ່າຍເຂົ້າ​ ໃນ​ການ​ປ້ອງ​ກັນ​ດັ່ງ​ກ່າວ.

ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ ທ່ານເຈັນ​ສ໌ ສ​ໂຕ​ລ​ເທັ​ນ​ເບີ​ຣ໌ກ ກ່າວ​ວ່າ
“ອົງ​ການ​ເນ​ໂຕ ແມ່ນ​ພັນ​ທະ​ມິດ​ທີ່​ເຂັ້ມ​ແຂງ, ພວກ​ເຮົາ​ແມ່ນ​ໄດ້​ເພີ້ມ​ຄວາມຕຽມພ້ອມ
ທາງກອງ​ກຳ​ລັງ, ພວກ​ເຮົາຕ້ອງ​ເອົາ​ບາດ​ກ້າວ​ເພີ້ມ​ຂຶ້ນ ໃນ​ການ​ຮ່ວມ​ກັນ​ຕໍ່​ສູ້ ຕ້ານ​
ພວກ​ກໍ່​ການ​ຮ້າຍ. ແລະ​ພວກ​ເຮົາ​ຕ້ອງ​ລົງ​ທຶນ​ເພີ້ມ​ຂຶ້ນ​ອີກ.”

ທ່ານ​ທ​ຣຳ ໄດ້ຮັບເອົາການຊົມເຊີຍທີ່ວ່າເນໂຕ້​ຈະ​ຮັບ​ເອົາ​ພາ​ລະຮ່ວມ ທີ່ໜັກໜ່ວງ
ກວ່າເກົ່າ​ ທີ່ວ່າດຽວນີ້​ ມີ​ຫຼາຍກວ່າ 28 ປະ​ເທດສະມາຊິກ ໄດ້ພາ​ກັນຈ່າຍ​ເງິນ​ເພີ້ມ
​ເຂົ້າໃສ່​ໃນການ​ປ້ອງ​ກັນ ຕາມທີ່​ບັງ​ຄັບໄວ້.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຮັບ​ຟັງ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ພົບ​ປະ​ກັບ ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ ທ່ານ​ເຈັນສ໌ ສ​ໂຕ​ລ​ເຕິ​ນ​ເບີ​ຣ໌ກ ທີ່​ທຳ​ນຽບ​ຂາວ, 02 ເມ​ສາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຮັບ​ຟັງ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ ໃນ​ຂະ​ນະ​ທີ່​ພົບ​ປະ​ກັບ ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ ທ່ານ​ເຈັນສ໌ ສ​ໂຕ​ລ​ເຕິ​ນ​ເບີ​ຣ໌ກ ທີ່​ທຳ​ນຽບ​ຂາວ, 02 ເມ​ສາ 2019.

​ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ເລັງ​ໃສ່ 2
ເປີ​ເຊັນ ຂອງລະ​ດັບ​ຜົນ​ຜະ​ລິດ​ລວມ ຫຼື GDP ແລະເມື່ອ​ເຖິງ​ຈຸດ​ໃດຈຸດ​ນຶ່ງ, ຂ້າ​ພະ​ເຈົ້າ​
ຄິດ​ວ່າມັນ​ກໍ​ຈະ​ຕ້ອງໄດ້​ຈ່າຍ​ເພີ້ມ​ຂຶ້ນ, ແຕ່​ວ່າ​ພວກ​ເຮົາ ແມ່ນ​ຢູ່​ໃນ​ລະ​ດັບ 7 ຂອງ
ຈຳນວນ 28.”

ໃນ​ການສອດ​ຄ່ອງ​ກັບຄຳ​ຂັວນ​ຂອງ​ນະ​ໂຍ​ບາຍ​ຂອງ​ທ່ານທີ່​ວ່າ ອາ​ເມ​ຣິ​ກັນມາ​ກ່ອນ
ຫຼື "America First" ນັ້ນ ທ່ານ​ທ​ຣຳ ໄດ້​ຖາມ​ເຖິງ​ຜົນ​ປະ​ໂຫຍດ​ຂອງອົງ​ການ​ເນ​ໂຕ.

ທ່ານ​ນິ​ໂກ​ລັ​ສ ເບີ​ຣ໌ນ​ສ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ອົງ​ການ​ເນ​ໂຕ
ກ່າວ​ວ່າ “ວິ​ກິດ​ການ​ທີ່​ສຳ​ຄັນ​ຍິ່ງ​ ທີ່ກອງ​ກຳ​ລັງ​ຂອງ​ອົງ​ການ​ເນ​ໂຕ​ກໍຄື ​ການ​ບໍ່​ມີ​ໜ້າ,
ນີ້​ເປັນ​ຄັ້ງ​ທຳ​ອິດໃນປະ​ຫວັດ​ສາດ​ຂອງ​ອົງ​ການ​ດັ່ງ​ກ່າວ, ດ້ວຍ​ການ​ທີ່​ມີ​ຫຼັກ​ການ​ທີ່
ເຂັ້ມແຂງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທີ່​ເຊື່ອ​ ຕໍ່​ອົງ​ການ​ເນ​ໂຕ. ທ່ານ​ດໍ​ໂນ ທ​ຣຳ
ແມ່ນ​ເປັນ​ຜູ້​ທີ່​ຕຳ​ໜິ​ຕິ​ຕຽນ​ອົງ​ກ່ານ​ດັ່ງ​ກ່າວ ຫຼາຍ​ທີ່​ສຸດ.”

ບັນ​ດາ​ຜູ້​ນຳອາ​ເມ​ຣິ​ກັນ​ແລະ​ຢູ​ໂຣບ ແມ່ນ​ບໍ່ໄດ້ເຫັນ​ດີ​ນຳ​ ກ່ຽວ​ກັບ​ໂຄງ​ການ​ອາ​ວຸດ
​ນິວເຄ​ລຍ​ຂອງ​ອີ​ຣ່ານ ແລະ​ການ​ສະໜັບ​ສະ​ໜຸນ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ກັບ​ຣັດ​ເຊຍ.
ທ່ານ​ທ​ຣຳ ​ໄດ້​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ທັງ​ສອງນັ້ນ.

ເຊີນ​ຊົມ: ​ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ກ່ຽວ​ກັບ​ອົງ​ການ​ເນ​ໂຕ

On NATO’s Birthday, Trump Takes Credit for Increased Burden Sharing
please wait

No media source currently available

0:00 0:02:07 0:00

ວໍ​ຊີງ​ຕັນ ໄດ້​ຕຳ​ໜິ​ຕິ​ຕຽນ​ພາ​ຄີ​ຢູ​ໂຣບ ໃນ​ອັນ​ທີ່​ຕົນເຫັນ​ວ່າ ​ຂາດ​ສະ​ຕິ ບໍ່​ຖື​ສາ​ກ່ຽວ​ກັບ
​ການ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ​ຂອງ​ຈີນ.

ນອກນັ້ນ ບັນ​ດາ​ນັກ​ວິ​ຈານທັງ​ຫຼາຍ ​ຍັງ ຊີ້​ໃຫ້​ເຫັນ​ວ່າພັນ​ທະ​ມິດ ທີ່​ໄດ້​ສ້າງ​ຂຶ້ນ ເພື່ອ
​ຄວບຄຸມ​ການ​ຂະ​ຫຍາຍ​ຕົວ​ຂອງ​ໂຊ​ຫວຽດ, ບາງ​ພວກ​ສະ​ມາ​ຊິກ ແມ່ນ​ໄດ້​ມີການຊັກຊ້າ
ຕໍ່​ການ​ມອງ​ເຫັນນະ​ໂຍ​ບາຍການ​ຕ່າງ​ປະ​ເທດ​ທີ່​ເຂົ້າແຊກ​ແຊງ​ໂດຍທ່ານ Vladimir
Putin.

ທ່ານ​ຈອນ ເຮີບ​ຕ໌​ສ (John Herbts) ກ່າວ​ວ່າ “ບໍ່​ເປັນ​ຈັ່ງ​ບຸນ, ສິ່ງ​ກີດ​ຂວາງ​ຫຼັກ​
ທີ່​ຍັງ​ຄ້າງ​ຄາ ​ທີ່​ຍັງ​ຢ້ານ​ກົວຢູ່ ຕໍ່ບາງ​ພາກ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ອົງ​ການ​ເນ​ໂຕ
ຕໍ່​ວັງຄ​ຣິມ​ລິນ.”

ເຖິງ​ແມ່ນ​ວ່າ ທ່ານສ​ໂຕ​ລ​ເທັ​ນ​ເບີ​ຣ໌ກ ຈະ​ໄດ້​ລົບ​ລ້າງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍກ່ຽວ​ກັບ
​ສາຍ​ພົວ​ພັນ​ຂອງ​ອົງ​ການ​ເນ​ໂຕ ກັບ​ສະ​ຫະ​ລັດກໍຕາມ, ແຕ່ກອງ​ປະ​ຊຸມ​ປະ​ຈຳ​ປີ​ນີ້ ແມ່ນ​
ໄດ້​ຫຼຸດ​ລະ​ດັບລົງ​ສູ່​ການ​ຮວມ​ຕົວ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແທນ​ທີ່​ຈະ
​ແມ່ນ​ພວກ​ຜູ້​ນຳ​ທັງ​ຫຼາຍ, ເພື່ອ​ຫັນ​ເຫ ໄປສູ່​ຄວາມ​ສ່ຽງ​ຕໍ່ການ​ໂຈມ​ຕີຕື່ມ ​ທາງວາ​ຈາ ​
ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເລຂາທິການໃຫຍ່ຂອງອົງການເນໂຕ ທ່າເຈັນສ໌ ສໂຕລເຕິນເບີຣ໌ກ ກ່າວ​ໃນ​ຕອນ​ທີ່​ພົບ​ປະ​ກັບ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ, 02 ເມ​ສາ 2019.
ເລຂາທິການໃຫຍ່ຂອງອົງການເນໂຕ ທ່າເຈັນສ໌ ສໂຕລເຕິນເບີຣ໌ກ ກ່າວ​ໃນ​ຕອນ​ທີ່​ພົບ​ປະ​ກັບ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ທຳນຽບຂາວ, 02 ເມ​ສາ 2019.

U.S. President Donald Trump met NATO Secretary General Jens Stoltenberg at the White House Tuesday, where he took credit for increased burden sharing in collective defense spending. As White House Correspondent Patsy Widakuswara reports, the North Atlantic Treaty Organization is commemorating its 70th birthday in Washington with less pomp than usual, out of concerns for further verbal attacks from an American president who has repeatedly criticized the trans-Atlantic military alliance.

It's one of America's oldest alliance and a cornerstone of U.S. defense strategy, but since President Donald Trump took office, the North Atlantic Treaty Organization has often been left out in the cold.((treated unsympathetically)).

NATO is commemorating its 70th birthday in Washington, in a relatively subdued manner. Secretary General Jens Stoltenberg- at the White House Tuesday - appeared to disarm Trump's criticisms by praising him for pushing other countries to spend more on defense.

((Jens Stoltenberg, NATO Secretary General))
"NATO is a strong alliance, we have increased the readiness of forces, we have stepped up in our joint to fight against the terrorism. And we are investing more."

Trump took credit for NATO's higher level of burden sharing, ...since more of the 28 member-countries are now meeting the defense expenditure requirement.

President Donald Trump
"We're looking at the 2 percent of GDP level and at some point, I think it's going to have to go higher than that. I think probably it should be higher but we're at a level of seven out of the 28."

In line with his "America First" foreign policy, Trump has questioned NATO's benefit.

Nicholas Burns, Former U.S. Ambassador to NATO
"The most important crisis that NATO faces is the absence, for the first time in its history, of a strong principled American president who believes in NATO. Donald Trump has been NATO's biggest critic."

American and European leaders have disagreed over the Iran nuclear deal and nuclear arms pact with Russia. Trump withdrew from both deals.

Washington is also criticizing European partners over what it sees as a lax attitude about Chinese security threats.

Critics also point out that for an alliance created to contain Soviet expansionism, some members have been slow to recognize Vladimir Putin's aggressive foreign policy.

John Herbts, The Atlantic Council
"Unfortunately, the main obstacles remain the timidity on the part of some European members of NATO regarding the Kremlin."

Although Stoltenberg dismissed concerns about NATOU.S. relations, this year's annual meetings have been downgraded to a gathering of foreign ministers instead of leaders, to avert the risk of further verbal attacks from the American president.

Explainer: NATO
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG