ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ໂຕ້ຖຽງ ກັບເຈົ້າພາບ ຈັດກອງປະຊຸມ ສຸດຍອດ ກຸ່ມຈີ 7


ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ຈັບມືກັບ ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໃນລະຫວ່າງການພົບປະກັນທີ່ຫ້ອງການຂອງທ່ານ ທຣູໂດ ໃນສະພາແຫ່ງຊາດ. ນະຄອນຫຼວງ ອັອຕຕາວາ, ແຂວງ ອອນທາຣີໂອ, ປະເທດ ການາດາ. 6 ມິຖຸນາ, 2018.
ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ຈັບມືກັບ ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໃນລະຫວ່າງການພົບປະກັນທີ່ຫ້ອງການຂອງທ່ານ ທຣູໂດ ໃນສະພາແຫ່ງຊາດ. ນະຄອນຫຼວງ ອັອຕຕາວາ, ແຂວງ ອອນທາຣີໂອ, ປະເທດ ການາດາ. 6 ມິຖຸນາ, 2018.

ນຶ່ງມື້ກ່ອນກອງປະຊຸມສຸດຍອດກຸ່ມ G-7 ທີ່ຈະຈັດຂຶ້ນໃນປະເທດ ການາດາ ນັ້ນ, ປະ
ທານາທິບໍດີ ສະຫະລັດ ໄດ້ກ່າວໂຈມຕີເຈົ້າພາບຈັດກອງປະຊຸມນາຍົກລັດຖະມົນຕີ
ການາດາ ທ່ານ ຈັສຕິນ ທຣູໂດ ແລະ ທຳນຽບຂາວ ກໍໄດ້ປະກາດວ່າ ທ່ານ ດໍໂນລ
ທຣຳ ຈະບໍ່ເຂົ້າຮ່ວມໃນບາງກອງປະຊຸມ.

ໃນຂໍ້ຄວາມທີ່ຂຽນລົງໃນທວິດເຕີ ສອງຄັ້ງເມື່ອຕອນແລງວານນີ້, ທ່ານ ທຣຳ ໄດ້ກ່າວ
ຫານາຍົກລັດຖະມົນຕີ ການາດາ, ພ້ອມກັບປະທານາທິ ບໍດີ ຝຣັ່ງ ທ່ານ ເອັມມານູ
ແອລ ມາກຣົງ, ກ່ຽວກັບ “ການເກັບພາສີ ຈຳນວນຫຼາຍຈາກ ສະຫະລັດ” ແລະ ສ້າງ
“ອຸປະສັກທີ່ບໍ່ແມ່ນເງິນ.”

ທ່ານ ທຣຳ ຍັງໄດ້ເວົ້າວ່າ ທ່ານ ທຣູໂດ “ບໍ່ພໍໃຈ” ກ່ຽວກັບ ສາຍພົວ ພັນການຄ້າຂ້າມ
ຊາຍແດນ.

ຕໍ່ມາໃນຕອນຄໍ່າຂອງວັນພະຫັດວານນີ້, ທ່ານ ທຣຳ ກໍໄດ້ຂຽນຂໍ້ຄວາມ ລົງໃນທວິດ
ເຕີ້ ອີກຄັ້ງນຶ່ງ ເພື່ອຮຽກຮ້ອງໃຫ້ສະຫະພາບ ຢູ່ໂຣບ ແລະ ການາດາ “ຍົກເລີກການ
ເກັບພາສີຂອງເຈົ້າ ຫຼືບໍ່ພວກເຮົາກໍຈະຕອບໂຕ້ ໜັກກວ່າທີ່ເຈົ້າເຮັດ.”

ການຂຽນຂໍ້ຄວາມລົງໃນ ທວິດເຕີ້ ຂອງທ່ານ ທຣຳ ມີຂຶ້ນຫຼັງຈາກທ່ານ ມາຫຣົງ ໄດ້
ຂົ່ມຂູ່ວ່າ ຈະບໍ່ລວມເອົາ ສະຫະລັດ ເຂົ້າໃນຖະແຫຼງການຮ່ວມຂັ້ນສຸດທ້າຍ ຂອງກອງ
ປະຊຸມສຸດຍອດກຸ່ມ G-7 ເຊິ່ງຈະຖືກປະ ກາດໃນເມືອງ ຊາກເລີວົວ ເຊິ່ງແມ່ນສະຖານ
ທີ່ທ່ອງທ່ຽວ ຕັ້ງໃນເຂດພູຜາຂອງການາດາ.

ໃນຂໍ້ຄວາມຂອງທ່ານ ມາກຣົງ ເອງ ເຊິ່ງຂຽນເປັນທັງພາສາ ຝຣັ່ງ ແລະ ພາສາອັງກິດ
ນັ້ນ, ທ່ານໄດ້ກ່າວວ່າ ໃນເມື່ອທ່ານ ທຣຳ “ອາດບໍ່ວ່າຫຍັງ ກ່ຽວກັບ ການຖືກປະປ່ອຍ
ໃຫ້ຢູ່ໂດດດ່ຽວນັ້ນ” ບັນດາຜູ້ນຳຄົນອື່ນໆ 6 ຄົນທີ່ເຂົ້າຮ່ວມກອງປະຊຸມ ຢູ່ປະເທດ
ການາດາ ກໍຈະບໍ່ວ່າຫຍັງເຊັ່ນກັນ ໃນການລົງນາມໃນຂໍ້ຕົກລົງລະຫວ່າງກັນເອງ.

ທ່ານ ທຣູໂດ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ຮ່ວມກັບທ່ານ ມາກຣົງ ເມື່ອຕອນ
ເຊົ້າຂອງວັນພະຫັດວານນີ້ທີ່ນະຄອນຫຼວງ ອັອດຕາວາ ວ່າ “ວຽກງານຂອງຊາວ ອາ
ເມຣິກັນ ແມ່ນກຳລັງແຂວນຢູ່ເທິງເສັ້ນດ້າຍ ຍ້ອນການກະທຳຂອງລາວ ແລະ ຍ້ອນ
ລັດຖະບານຂອງລາວ.” ທ່ານເວົ້າຕື່ມອີກວ່າ “ໃນເມື່ອເຮົາສາມາດເວົ້າເນັ້ນເຖິງສິ່ງນີ້
ໄດ້, ແລະ ພວກເຮົາເຫັນວ່າ ມັນມີຄວາມກົດດັນຢ່າງຫຼວງຫຼາຍ ຢູ່ພາຍໃນ ສະຫະລັດ,
ບາງເທື່ອລາວອາດຈະປັບປ່ຽນທ່າທີຂອງລາວເອງ.”

ທ່ານ ມາກຣົງ ເວົ້າວ່າ “ສົງຄາມການຄ້າບໍ່ໄດ້ລະເວັ້ນໃຜ, ມັນຈະເລີ່ມ ທຳຮ້າຍກຳມະ
ກອນຊາວ ອາເມຣິກັນ. ມູນຄ່າຂອງວັດຖຸດິບຈະແພງຂຶ້ນ ແລະອຸດສາຫະກຳກໍຈະມີ
ການແຂ່ງຂັນກັນໜ້ອຍລົງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG