ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ປ. ທ​ຣຳ ​ອອກ​ດຳ​ລັດ​ຝ່າຍ​ບໍ​ລິ​ຫານ ​ເພື່ອ​ຕໍ່​ຕ້ານ ຄວາມ​ກຽດ​ຊັງ ຫຼື​ຄວາມ​ອະ​ຄະ​ຕິ ​ຕໍ່​ຊາວ​ຢິວ ໃນວິ​ທະ​ຍາ​ເຂດ ສ​ຫລ


​ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ຍົກ​ດຳ​ລັດ​ຝ່າຍ​ບໍ​ລິ​ຫານຂຶ້ນ ທີ່​ທ່ານ​ໄດ້​ລົງ​ນາມ ເພື່ອ​ຊ່ອຍ​ໃນ​ການ​ຕໍ່​ຕ້ານ ຄວາມ​ກຽດ​ຊັງຫຼື​ຄວາມ​ອະ​ຄະ​ຕິ​ຕໍ່​ຊາວ​ຢິວ ໃນ​ສະ​ຫະ​ລັດ, ​ລະ​ຫວ່າງ ງານ​ລ້ຽງ​​ຮາ​ນຸກ​ກາຂອງ​ຊາວ​ຢິວ ໃນ​ຫ້ອງ​ກ້ຳ​ຕາ​ເວັນ​ຕົກ​ຂອງທຳ​ນຽບ​ຂາວ, ​ວັນ​ທີ 11 ທັນ​ວາ 2019.
​ປະ​ທາ​ນາ​ທິ​ບໍ​ດີ ດ​ໍ​ໂນ​ລ ທ​ຣຳ ຍົກ​ດຳ​ລັດ​ຝ່າຍ​ບໍ​ລິ​ຫານຂຶ້ນ ທີ່​ທ່ານ​ໄດ້​ລົງ​ນາມ ເພື່ອ​ຊ່ອຍ​ໃນ​ການ​ຕໍ່​ຕ້ານ ຄວາມ​ກຽດ​ຊັງຫຼື​ຄວາມ​ອະ​ຄະ​ຕິ​ຕໍ່​ຊາວ​ຢິວ ໃນ​ສະ​ຫະ​ລັດ, ​ລະ​ຫວ່າງ ງານ​ລ້ຽງ​​ຮາ​ນຸກ​ກາຂອງ​ຊາວ​ຢິວ ໃນ​ຫ້ອງ​ກ້ຳ​ຕາ​ເວັນ​ຕົກ​ຂອງທຳ​ນຽບ​ຂາວ, ​ວັນ​ທີ 11 ທັນ​ວາ 2019.

ດຳ​ລັດ​ຝ່າຍ​ບໍ​ລິ​ຫານ ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຖືກແຈ້ງ​ອອກ​ມາ​ ໂດຍເປັນ​ການຕີ​ຄວາມ​ໝາຍ​ ບັນ​ດາ​ສະ​ມາ​ຊິກ​ສາ​ສະ​ໜາ​ຢິວ ທີ່​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຊົນ​ຊາດ​ທີ່​ເຫັນ​ໄດ້​ວ່າ​ ມີ​ເອກ​ກະ​ລັກ​ສະ​ເພາະ​ໂຕນັ້ນ ຊຶ່ງ​ເປັນ​ເຈດ​ຕະ​ນາ​ເພື່ອ​ຊ່ອຍ​ໃນ​ການ​ຕໍ່​ຕ້ານ ຄວາມ​ກຽດ​ຊັງຫຼື​ຄວາມ​ອະ​ຄະ​ຕິ​ຕໍ່​ຊາວ​ຢິວ ​ທີ່ກຳ​ລັງ​ມີ​ເພີ້ມ​ຂຶ້ນ​ນັບ​ມື້ ຢູ່​ໃນ​ວິ​ທະ​ຍາ​ເຂດ​ຕ່າງໆ​ຂອງ​ສ​ະ​ຫະ​ລັດ.

ອົງ​ການ​ຈັດ​ຕັ້ງ​ຂອງ​ຊາວ​ຢິວ​ທີ່​ສຳ​ຄັນໆ​ບາງ​ສ່ວນ ໄດ້​ຍົກ​ຍ້ອງ​ມາດ​ຕະ​ການ​ດັ່ງ​ກ່າວ ເພາະ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ​ທັງຫຼາຍ ອາດ​ຈະ​ສູນ​ເສຍທຶນລັດ​ຖະ​ບານກາງ ຖ້າ​ຫ​າກ​ພວກ​ມະ​ຫາ​ວິ​ທະ​ຍາ​ໄລ ບໍ່​ຢຸດຢັ້ງ​ການ​ຈຳ​ແນກ​ຕໍ່​ພວກຊາວ​ຢິວ ຢູ່​ວິ​ທະ​ຍາ​ເຂດ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ. ສ່ວນ​ອົງ​ການ​ອື່ນໆ ແມ່ນບໍ່​ຄ່ອຍ​ສະ​ບາຍ​ໃຈ ກັບ​ມາດ​ຕະ​ການ​ຂອງ​ລັດ​ຖະ​ບານ ທີ່ຈັດ​ຕັ້ງປະ​ເພດ​ຊົນ​ຊາດ​ຊົນ​ເຜົ່າ​ຂຶ້ນ ແລະ​ກໍ​ຍັງ​ເປັນ​ຫ່ວງ​ກ່ຽວ​ກັບ​ວ່າ ການ​ກະ​ທຳ​ດັ່ງ​ນັ້ນ ຈະກົດ​ຂີ່​ຕໍ່​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ອອກ​ຄວາມ​ຄິດ​ຄວາມ​ເຫັນ ຢູ່​ຕາມ​ມະ​ຫາ​ວິ​ທະ​ຍາ​ໄລ​ທັງຫຼາຍ.

“ອັນ​ນີ້ ເປັນ​ເອກ​ກະ​ສານ​ທີ່ສັກ​ສິດ​ຫຼາຍ ທີ່​ພວກ​ເຮົາ​ລົງ​ນາມ​ໃນ​ມື້ນີ້” ທ່ານ​ທ​ຣຳ ໄດ້​ກ່າວ​ໄປ​ຢູ່​ໃນພິ​ທີ ສະ​ເຫຼີມ​ສະ​ຫຼອງ​ບຸນ ​ຮາ​ນຸກ​ກາຂອງ​ຊາວ​ຢິວ ໃນ​ວັນ​ພຸດ​ວານນີ້ ໂດຍ​ການ​ປະ​ກາດ​ດຳ​ລັດ​ດັ່ງ​ກ່າວ ໃນຫ້ອງກ້ຳ​ຕາ​ເວັນ​ຕົກ​ຂອງ​ທຳ​ນຽບ​ຂາວ ທີ່ເຕັມ​ໄປ​ດ້ວຍ​ບັນ​ດາ​ຊາວ​ຢິວ​ຜູ້ທີ່​ສະ​ໜັບ​ສະ​ໜຸນ​ທ່ານ ລວມ​ທັງ ຜູ້​ລອດ​ຊີ​ວິດ​ຄົນ​ນຶ່ງ​ຈາກການ​ຂ້າ​ລ້າງ​ຊົນ​ຊາດ​ຊາວ​ຢິວໂດຍ​ພວກນາ​ຊີ ຫຼື ໂຮ​ໂລ​ຄອ​ສ ອາ​ຍຸ 102 ປີ ​ນຳ​ດ້ວຍ.

“ອັນ​ນີ້ ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ສຳ​ຄັນ​ຍິ່ງ ທີ່​ໄດ້​ກະ​ທຳ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທີ່​ຈະ​ກຳ​ນົດ​ສະ​ພາບ​ການ ຊຶ່ງ​ພວກ​ນັກ​ສຶກ​ສາ​ຊາວ​ຢິວ​ທັງຫຼາຍ ຜູ້​ທີ່​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ຄວາມ​ກຽດ​ຊັງ ຫຼື​ຄວາມ​ອະ​ຄະ​ຕິ ຢູ່ວິ​ທະ​ຍາ​ເຂດ​ຕ່າງໆ​ໃນອາ​ເມ​ຣິ​ກາ ແທ້​ຈິງ​ແລ້ວ ກໍ​ຈະ​ມີສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ການ​ປົກ​ປ້ອງ ແລະການ​ຊົດ​ເຊີຍ” ອີງ​ຕາມນັກ​ສອນ​ສາ​ສະ​ໜາ​ຢິວ ​ຣາ​ບາຍ ​ເອບ​ຣາ​ແຮມ ຄຸບ​ເປີ​ສ ຈາກ​ສູນ​ກາງ​ໄຊ​ມອນ ວາຍ​ເຊັນ​ຕອ​ລ (Simon Wiesenthal Center) ຊຶ່ງ​ເປັນ​ອົງ​ການ​ສິດ​ທິ​ມະ​ນຸດທີ່​ສຳ​ຄັນ​ຂອງ​ຊາວ​ຢິວ​ ໄດ້​ກ່າວ​ໄປ​ນັ້ນ​.

“ອັນ​ນີ້ບໍ່​ແມ່ນ​ເລື້ອງ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ຫຼື ພັກ​ເດ​ໂມ​ແຄ​ຣັດ” ຣາ​ບາຍ ຄຸບ​ເປີ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ຜູ້​ທີ່​ໄດ້​ໄປ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ດັ່ງ​ກ່າວ ​ຢູ່​ທຳ​ນຽບ​ຂາວ ແລະ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ດຳ​ລັດຂອງ​ທ່ານ​ທ​ຣຳ “ແມ່ນເປັນ​ສະ​ບັບຂອງ​ກົດ​ໝາຍ​ແບບ​ດຳ​ລັດ​ຝ່າຍ​ບໍ​ລິ​ຫານທີ່​ຈຳ​ເປັນ ທີ່​ໄດ້​ຮັບ​ຜ່ານ​ສະ​ພາ​ສູງ​ສະ​ຫະ​ລັດ​ມາ​ແລ້ວ​ສອງ​ຄັ້ງ” ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ທັງ​ສອງ​ພັກ​ການ​ເມືອງ​ມາ​ໄດ້​ສອງ​ປີ​ແລ້ວ ແຕ່​ກໍ​ໄດ້​ປະ​ສົບ​ກັບ​ສິ່ງ​ກີດ​ຂວາງ​ມາ​ຕະຫຼອດ ຈຶ່ງ​ໄດ້​ເຮັດ​ໃຫ້​ການ​ຮັບ​ຜ່ານ ນັ້ນ​ບໍ່​ໄປ​ບໍ່​ມາ.

“ປີນີ້ ບໍ່​ມີ​ສິ່ງ​ກີດ​ຂວາງ​ໃດໆ ເພາະ​ວ່າ ຂ້າ​ພະ​ເຈົ້າ ​ເຮັດ​ມັນ ດ້ວຍ​ຕົວ​ຂ້າ​ພະ​ເຈົ້າ​ເອງ” ທ່ານ​ທ​ຣຳ ໄດ້​ກ່າວ​ໄປບໍ່​ດົນ ​ກ່ອນທີ່​ຈະ​ລົງ​ນາມ​ໃນດຳ​ລັດ.

ການ​ຕ້ອງ​ຕິ​ກ່ຽວ​ກັບ​ດຳ​ລັດ ທີ່​ວ່າ ເປັນ​ການ​ສ້າງ​ຄວາມ​ໝາຍ​ຊາດ​ນິ​ຍົມແກ່ຊາວ​ຢິວ ນັ້ນ ​ກໍແມ່ນວ່າ “​ລ້ວນ​ແຕ່ ເປັນ​ເລື້ອງ​ໄຮ້​ສາ​ລະ​ແທ້ໆ” ຣາ​ບາຍ​ຄຸບ​ເປີ ໄດ້​ໂຕ້ແຍ້ງ​ໄປ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG