ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ປ. ທຣໍາ ລົງນາມ ໃນກົດໝາຍ ຜ່ອນຜັນ ລະບຽບ ທະນາຄານ


ປະທານາທິບໍດີດໍໂນລ ທຣໍາ ລົງນາມໃນກົດໝາຍ ເພື່ອໃຫ້ເສດຖະກິດເຕີບໂຕ ໂດຍຜ່ອນຜັນລະບຽບການ ດ້ານທະນາຄານ ແລະປ້ອງກັນຜູ້ບໍລິໂພກ.
ປະທານາທິບໍດີດໍໂນລ ທຣໍາ ລົງນາມໃນກົດໝາຍ ເພື່ອໃຫ້ເສດຖະກິດເຕີບໂຕ ໂດຍຜ່ອນຜັນລະບຽບການ ດ້ານທະນາຄານ ແລະປ້ອງກັນຜູ້ບໍລິໂພກ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ເຊັນໃຫ້​ເປັນ​ກົດໝາຍໃນ​ວັນ​ພະຫັດ
​ວານ​ນີ້ ​ກ່ຽວກັບ​ມາດ​ຕະການ​ທີ່​ຈະ​ຫລຸດ​ຜ່ອນ​ກົດ​ລະບຽບ ທີ່​ໄດ້​ວາງ​ໄວ້ສຳລັບທະນາ
ຄານ ຫຼັງ​ຈາກເກີດ​ວິ​ກິດການທາງ​ດ້ານ​ການ​ເງິນແລະ​ເສດຖະກິດ​ຕົກຕໍ່າ​ທີ່​ຮ້າຍ​ແຮງ​
ໃນ​ປີ 2008.

ກົດໝາຍດັ່ງກ່າວ​ໄດ້​ຜ່ອນ​ຜັນ​ກົດ​ລະບຽບ ​ແລະການຄວບຄຸມຕໍ່ທະນາຄານ​ທີ່ມີ​ຊັບສົມ
ສິນ ຕໍ່າ​ກວ່າ 250 ພັນ​ລ້ານ​ໂດ​ລາ ໂດຍປ່ອຍ​ໃຫ້​ທະນາຄານ​ໃຫຍ່​ສຸດຂອງສະຫະລັດ
ຈຳນວນ​ນຶ່ງ ​ຕ້ອງ​ປະຕິບັດ​ຕາມ​ກົດ​ລະບຽບ​ທີ່​ເຄັ່ງ​ຄັດ ​ແລະ​ການຄວບຄຸມຕໍ່ໄປ.

ປະທານາທິບໍດີ​ທຣໍາ​ໄດ້ກ່າວ​ຢູ່​ໃນ​ພິທີ​ລົງ​ນາມ​ວ່າ ກົດ​ລະບຽບ​ແລະ​ການຄວບຄຸມທີ່​ໄດ້
ເຮັດຂຶ້ນ ໃນປີ 2010 ທີ່ເອີ້ນວ່າ ກົດໝາຍປະຕິ​ຮູບ​ການ​ເງິນດັອດ-ແຟຣັງ ​ນັ້ນໄດ້​ສ້າງ
ຄວາມເສຍຫາຍໃຫ້ແກ່ “ທະຄານ​ນ້ອຍ.” ປະທານາທິບໍດີ​ທຣໍາ ​ໄດ້​ສັນລະ​ເສີນ​ການ​ລົງ
​ນາມ​ນີ້ວ່າ ​ເປັນ​ໄຊຊະນະ ​ໃນ​ຄວາມ​ພະຍາຍາມຂອງ​ລັດຖະບາ​ນ​ທ່ານ ທີ່​ຈະ​ລົບ​ລ້າງ
​ບັນດາ​ກົດ​ລະບຽບ ​ເພື່ອ​ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງດ້ານເສດຖະກິດ.

​ເຖິງ​ແມ່ນ​ວ່າ​ປະທານາທິບໍດີ​ທຣໍາໄດ້​ເຊັນ​ຮ່າງ​ກົດໝາຍໃໝ່ນີ້ກໍຈິງ ແຕ່ສ່ວນ​ໃຫຍ່​ຂອງ
ການປະຕິຮູບ​ດັອດ-​ແຟຣງ ຍັງ​ມີຜົນບັງຄັບໃຊ້​ຢູ່. ປະທານາທິບໍດີ​ທຣໍາ​ໄດ້ເຊັນມາດ​ຕະ
ກາ​ນ ທີ່ນຳພາໂດຍພັກຣີພັບ​ບລິ​ກັນ ທີ່​ໄດ້​ມີການຮັບຮອງເອົາໂດຍ​ລັດຖະສະພາ ຫຼັງ​
ຈາກ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ພັກເດ​ໂມ​ແຄຣັດຈຳນວນ​ນຶ່ງ.

ການປະຕິຮູບດັອດ-​ແຟຣງໄດ້​ຖືກເຊັນເປັນ​ກົດໝາຍໂດຍປະທານາທິບໍດີ​ບາຣັກ ​
ໂອ​ບາ​ມາ ​ເພື່ອຮັບມືກັບວິ​ກິດ​ການ ທີ່​ໄດ້​ເປັນ​ຜົນ​ກະທົບ ພາໃຫ້ມີການສູນເສຍວຽກເຮັດ
ງານທຳ 8 ລ້ານໜ້າວຽກ ທະນາຄານ​ຍຶດຄືນເຮືອນຊານ 2 ລ້ານ 5 ​ແສນຫຼັງ ແລະ​ປິດ
ທຸລະກິດຕ່າງໆ 2 ລ້ານ 5 ​ແສນທຸລະ​ກິດ ​ອີງ​ຕາມ​ສະ​ຖາ​ບັນຄົ້ນຄວ້າ​ນະ​ໂຍບາຍ ຂອງ
ມະຫາ​ວິທະຍາ​ໄລນອດ​ແວັສ​ເທີນ.

ລາຍ​ງານຂອງ​ລັດຖະບານ​ກາງ​ສະບັບ​ນຶ່ງທີ່​ໄດ້​ກະກຽ​ມ​ໂດຍຄະນະກຳມາ​ທິການ ​ສືບ
ສວນກ່ຽວກັບວິກິດ​ການ​ດ້ານການ​ເງິນ ​ໄດ້​ລົງ​ຄວາມ​ເຫັນ​ວ່າ ​ເສດຖະກິດ​ທີ່ອ່ອນ​ແອ ທີ່
​ກໍ່ໃຫ້ເກີດ​ວິ​ກິດ​ການດັ່ງກ່າວ ໄດ້ເລີ້ມມາ “ເປັນເວລາຫຼາຍ​ປີ​.” ​ແຕ່​ລາຍ​ງານ​ກ່າວ​ວ່າ
“ມັນ​ເປັນການພັງທະລາຍລົງ​ຂອງລາຄາຕະຫຼາດ​ເຮືອນ​ຊານທີ່ເປັນຟອງສະບູ ​ຊຶ່ງໄດ້
ຮັບແຮງຂັບດັນໂດຍ​ດອກ​ເບ້ຍ​ຕໍ່າ ງ່າຍ ​ແລະການ​ມີ​ສິນ​ເຊື່ອ​ໄວ້​ໃຫ້ກູ້ຢືມ ໂດຍມີກົດ​ລະ
ບຽບແຕ່ພຽງ​ເລັກ​ນ້ອຍ ​ແລະ​ຄ່າ​ຈ່າຍເຮືອນ​ທີ່​ເປັນ​ຫຼາຍເກີນໄປນັ້ນ ​ໄດ້ກໍ່​ໃຫ້ເກີດເຫດ
ການຫຼາຍໆຢ່າງຊຶ່ງໄດ້​ນຳ​ໄປ​ສູ່​ການລະ​ເບີດຂອງ​ວິ​ກິດ​ການຢ່າງເຕັມອັດຕາ ໃນ​ລະດູ
​ໃດ​ໄມ້​ຫຼົ່ນ​ຂອງ​ປີ 2008.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG