ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ໃຫ້ສັນຍານ ທີ່ຈະສືບຕໍ່ການຕໍ່ສູ້ ເພື່ອຕ່າວປີ້ນ ໄຊຊະນະຂອງທ່ານ ໄບເດັນ


ປະຊາຊົນເຂົ້າຮ່ວມໃນງານນຶ່ງ ເພື່ອສະແດງການສະໜັບສະໜູນສຳລັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ເມືອງ ມາໂຄມ, ລັດ ມິຊິແກນ.
ປະຊາຊົນເຂົ້າຮ່ວມໃນງານນຶ່ງ ເພື່ອສະແດງການສະໜັບສະໜູນສຳລັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ເມືອງ ມາໂຄມ, ລັດ ມິຊິແກນ.

ພວກທະນາຍຄວາມການໂຄສະນາຫາສຽງສຳລັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໃຫ້ສັນຍານໃນວັນອັງຄານວານນີ້ວ່າ ເຂົາເຈົ້າມີເຈຕະນາທີ່ຈະໂຕ້ແຍ້ງການຜ່າຍແພ້ຂອງທ່ານໃຫ້ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີຄົນໃໝ່ທ່ານ ໂຈ ໄບເດັນ ໄປຈົນຮອດເດືອນມັງ ກອນປີໜ້າ, ເຖິງແມ່ນວ່າທຸກລັດຍົກເວັນລັດນຶ່ງໄດ້ຢືນຢັນວ່າ ການນັບຄະແນນສຽງຂອງເຂົາເຈົ້າໄດ້ສະແດງໃຫ້ເຫັນວ່າທ່ານ ໄບເດັນ ໄດ້ຊະນະການເລືອກຕັ້ງແຫ່ງຊາດໃນເດືອນທີ່ຜ່ານມາກໍ ຕາມ.

ກົດໝາຍສະຫະລັດຮຽກຮ້ອງໃຫ້ທັງໝົດ 50 ລັດຢືນຢັນຜົນຄະແນນຕ່າງໆຂອງຄະນະກຳມະການເລືອກຕັ້ງຂອງເຂົາເຈົ້າ 6 ວັນກ່ອນວັນຈັນຂອງອາທິດຕໍ່ໄປໃນແຕ່ລະລັດຂອງເຂົາເຈົ້າ, ເຊິ່ງຈະພິຈາລະນາຜົນຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດ. ມີພຽງລັດ ວິສຄອນຊິນ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງຂອງ ປະເທດທີ່ໄດ້ພາດວັນຢືນຢັນຜົນຄະແນນສຽງດັ່ງກ່າວທີ່ເອີ້ນວ່າ Safe Harbor day, ເຊິ່ງທ່ານ ໄບເດັນ ໄດ້ຮັບ, ແຕ່ໄດ້ເຮັດໃນທ້າຍຂອງສັບປະດາ.

ທ່ານ ໄບເດັນ ແມ່ນຄາດວ່າຈະຊະນະຄະແນນສຽງຂອງຄະນະຜູ້ແທນດ້ວຍ 306 ຕໍ່ 232 ຄະ ແນນ, ເຊິ່ງແມ່ນຄະແນນລວມດຽວກັນທີ່ທ່ານ ທຣຳ ໄດ້ຊະນະຕຳແໜ່ງປະທານາທິບໍດີໃນປີ 2016, ແລ້ວໄດ້ເອີ້ນມັນວ່າ “ໄຊຊະນະຢ່າງຖ້ວມລ້ວນ” ຕໍ່ທ່ານນາງ ຮິລແລຣີ ຄລິນຕັນ ສັງກັດພັກເດໂມແຄຣັດ. ລັດຖະສະພາແມ່ນມີກຳນົດທີ່ຈະທົບທວນ ແລະ ຢືນຢັນຜົນຄະແນນຄະນະຜູ້ແທນໃນວັນທີ 6 ມັງກອນ, ສອງອາທິດກ່ອນການສາບານຕົວເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ຄົນທີ 46 ຂອງປະເທດຂອງທ່ານ ໄບເດັນ.

ແຕ່ພວກທະນາຍຄວາມຂອງຄະນະໂຄສະນາຫາສຽງຂອງທ່ານ ທຣຳ, ທ່ານ ຣູດີ ຈູລີອານີ ໄດ້ເຂົ້າໂຮງໝໍຍ້ອນຕິດ COVID-19 ແລະ ທ່ານນາງ ເຈັນນາ ແອລລິສ, ຜູ້ທີ່ໄດ້ຕິດໄວຣັສໂຄໂຣນານັ້ນ, ໄດ້ອອກຖະແຫຼງການຮ່ວມໃນວັນອັງຄານວານນີ້ ທີ່ອະທິບາຍວ່າ “ຂີດເສັ້ນຕາຍການຢືນຢັນຜົນຄະແນນສຽງ” ເປັນ “ເສັ້ນເວລາຕາມກົດໝາຍທີ່ໂດຍທົ່ວໄປແລ້ວຈະແດງເຖິງວັນສຸດທ້າຍຂອງລັດຕ່າງໆທີ່ຈະຢືນຢັນຜົນການເລືອກຕັ້ງ.”

ພວກເພິ່ນໄດ້ກ່າວຕື່ມວ່າ “ແນວໃດກໍຕາມ, ມັນບໍ່ແມ່ນບໍ່ເຄີຍເກີດຂຶ້ນມາກ່ອນສຳລັບການໂຕ້ແຍ້ງການເລືອກຕັ້ງທີ່ຈະແກ່ຍາວໄປຈົນກາຍວັນທີ 8 ທັນວາ.”

ພວກທະນາຍຄວາມຂອງທ່ານ ທຣຳ ໄດ້ກ່າວຢໍ້າຄຳເວົ້າຂອງມື້ລາງອະດີດຜູ້ພິພາກສາສານສູງສຸດທີ່ມີແນວທາງເສລີນິຍົມ ທ່ານນາງ ຣູທ໌ ເບເດີ ກິນສເບີກ ວ່າໃນລະຫວ່າງການຂັດແຍ້ງການເລືອກຕັ້ງປີ 2000 ທີ່ວ່າການທົບທວນ ແລະ ການຢືນຢັນຄະແນນສຽງຂອງຄະນະຜູ້ແທນໃນວັນທີ 6 ມັງກອນໂດຍລັດຖະສະພານັ້ນ ແມ່ນ “ສຳຄັນທີ່ສຸດ.”

ທ່ານ ຈູລີອານີ ແລະ ທ່ານນາງ ແອລລິສ ໄດ້ກ່າວວ່າ “ເຖິງແມ່ນສື່ມວນຊົນໄດ້ ພະຍາຍາມທີ່ຈະປະກາດຢ່າງສຸດຊີວິດວ່າ ການຕໍ່ສູ້ລະຫວ່າງທ່ານ ທຣຳ ແລະ ທ່ານ ໄບເດັນ ແມ່ນໄດ້ຈົບລົງແລ້ວນັ້ນ, ພວກເຮົາຈະສືບຕໍ່ຕໍ່ສູ້ເພື່ອຄວາມຊື່ສັດຂອງການເລືອກຕັ້ງ ຈົນກວ່າຄະແນນສຽງທີ່ຖືກຕ້ອງຕາມກົດໝາຍທຸກໃບຈະຖືກນັບຢ່າງຍຸຕິທຳ ແລະ ຢ່າງຖືກຕ້ອງ.”

ທ່ານ ທຣຳ ໄດ້ປະຕິເສດທີ່ຈະຍອມແພ້ໃຫ້ທ່ານ ໄບເດັນ ຫຼື ເວົ້າວ່າທ່ານມີແຜນທີ່ຈະເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງຢູ່ຂັ້ນໄດຂອງຫໍລັດຖະສະພາ ແຄັບປິຕອລ ໃນວັນທີ 20 ມັງກອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG